ການຜະລິດສະບຽງອາຫານໃນຊຸມປີຜ່ານມາ
ຜ່ານການຈັດຕັ້ງປະຕິບັດ
ແນວທາງປ່ຽນແປງໃໝ່ ເຖິງວ່າພົບຄວາມຫຍຸ້ງຍາກ ແລະ
ສິ່ງທ້າທາຍ ຫຼາຍປະການກໍຕາມ ແຕ່ຍ້ອນການນຳພາຂອງພັກ ແລະ ລັດ, ປະເທດພວກເຮົາຈຶ່ງສາມາດຜະລິດກຸ້ມຕົນເອງທາງດ້ານສະບຽງອາຫານໂດຍພື້ນຖານ ໂດຍສະເພາະ ນັບແຕ່ປີ 2000 ເປັນຕົ້ນມາ ການຜະລິດເຂົ້າ
ໄດ້ເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ມີສ່ວນແຮໄວ້ ແລະ ຂາຍເປັນສິນຄ້າ ສົ່ງອອກ, ຊຶ່ງເປັນເຫດການສຳຄັນອັນໜຶ່ງ ຂອງປະເທດຊາດ.
ໃນຊຸມປີທີ່ຜ່ານມາ, ການຜະລິດກະສິກຳ ແລະ ປ່າໄມ້ ແມ່ນໄດ້ປະກອບສ່ວນສຳຄັນ ໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ນັບມື້ນັບຫຼຸດລົງ ໂດຍສະ ເພາະ
ມາຮອດປີ 2012 ໄດ້ປະກອບສ່ວນໃນໂຄງປະກອບ ເສດຖະກິດແຫ່ງຊາດ ໃນອັດຕາສ່ວນ 26%
ດ້ວຍລະດັບການຂະຫຍາຍຕົວ 3,3% ຕໍ່ປີ. ການຜະລິດແຕ່ລະດ້ານ ສາມາດສັງລວມໄດ້ ຄືດັ່ງລຸ່ມນີ້:
1) ດ້ານການຜະລິດເຂົ້າ
ມາຮອດປີ
2012 ສາມາດຜະລິດເຂົ້າລວມ ໄດ້ທັງໝົດ 3,5 ລ້ານໂຕນ, ໃນນັ້ນ ອັດຕາສ່ວນ ຂອງ ຜົນຜະລິດ ເຂົ້ານາປີ ກວມເອົາປະມານ 80%, ຜົນຜະລິດເຂົ້ານາແຊງກວມປະມານ 15% ແລະ ຜົນຜະລິດ ເຂົ້າເນີນສູງກວມພຽງແຕ່ປະມານ 5%. ຖ້າຄິດໄລ່ຜົນຜະລິດເຂົ້າເປືອກ ຕໍ່ຄົນແມ່ນຢູ່ໃນລະຫວ່າງ 520-540 ກລ/ຄົນ ເຫັນວ່າ ສາມາດຕອບສະໜອງ ໃຫ້ແກ່ສັງຄົມໄດ້ຢ່າງພຽງພໍ, ທັງມີສ່ວນແຮໄວ້ ແລະ ເປັນສິນຄ້າ.
2)
ດ້ານການປູກພືດສະບຽງ (ສາລີຫວານ, ປະເພດຖົ່ວ, ຜັກ, ເຜືອກມັນ... )
ການຜະລິດພືດຜັກຕ່າງໆ ສາມາດສະໜອງໃຫ້ ແກ່ການບໍລິໂພກພາຍໃນ ໄດ້ໂດຍພື້ນຖານ ໃນລະ ດັບສະເລ່ຍ 600.000-700.000 ໂຕນຕໍ່ປີ ທຽບໃສ່ຄາດໝາຍ ທີ່ໄດ້ວາງໄວ້ ເຫັນວ່າ ບັນລຸເກີນຄາດ ໝາຍ ໂດຍສະເລ່ຍ 2,1% ຕໍ່ປີ, ໃນນີ້ ພົ້ນເດັ່ນແມ່ນ: ໃນປີ 2012 ຜົນຜະລິດສາລີຫວານ ບັນລຸໄດ້ 199.000 ໂຕນ, ຜົນຜະລິດເຜືອກມັນຕ່າງໆ (ບໍ່ນັບມັນຕົ້ນ) ໄດ້ເພີ້ມຂຶ້ນ ເປັນ 255.000 ໂຕນ ຈາກ 181.000 ໂຕນ ໃນປີ 2005, ໄມ້ໃຫ້ໝາກປະເພດຕ່າງໆ ບັນລຸໄດ້
647.000 ໂຕນ; ໃນນີ້ ພົ້ນເດັ່ນ ແມ່ນ: ໝາກກ້ວຍ, ໝາກໂມ, ໝາກນັດ, ໝາກຫຸ່ງ.
ສ່ວນຜົນຜະລິດ ຜັກປະເພດຕ່າງໆ ສາມາດບັນລຸໄດ້ 910.100 ໂຕນ; ໃນນີ້ ພົ້ນເດັ່ນ
ທີ່ສຸດແມ່ນ ຂະບວນການ ປູກຜັກອິນຊີ ຊຶ່ງເປັນທ່າອ່ຽງຄວາມຕ້ອງການຂອງສັງຄົມ ນັບມື້
ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕັ້ງໜ້າ.
3)
ດ້ານການລ້ຽງສັດ ແລະ ການປະມົງ
ການລ້ຽງສັດ ແລະ ການປະມົງ ກໍໄດ້ມີການປັບປຸງໃຫ້ດີຂຶ້ນເປັນລຳດັບ ໂດຍສະເພາະແມ່ນ
ໄດ້ມີ ການຫັນປ່ຽນລະບົບ, ຮູບແບບ ແລະ ວິທີການລ້ຽງ, ຈາກການລ້ຽງແບບທຳມະຊາດ ຫັນໄປສູ່ການລ້ຽງ ແບບ ວິທະຍາສາດ ແລະ ຫັນເປັນອຸດສາຫະກຳ. ໃນລະຫວ່າງປີ 2006 ຫາ ປີ 2012 ສັດ ແລະ ປາ ມີການ ຂະຫຍາຍຕົວ ສະເລ່ຍ 5-6% ຕໍ່ປີ, ໃນນີ້, ທຽບໃສ່ປີ 2006 ມາຮອດປີ 2012 ມີ ຄວາຍ 1.185.580 ເພີ່ມຂຶ້ນ 7%, ມີງົວ 1.691.800 ໂຕ ເພີ່ມຂຶ້ນ 30%, ມີໝູ 2.793.680 ໂຕ ເພີ່ມຂຶ້ນ 37%, ມີແບ້ 443.800 ໂຕ ເພີ່ມຂຶ້ນ 105%, ມີສັດປີກ 28.778.700 ໂຕເພີ່ມຂຶ້ນ 41%. ການສະໜອງຊີ້ນ, ໄຂ່ ແລະ ປາ ເພື່ອບໍລິໂພກ ໄດ້ມີການເພີ້ມຂຶ້ນ 38% ຈາກ 227.000 ໂຕນ ໃນປີ 2006 ເປັນ 314.690 ໂຕນ ໃນປີ 2012, ໃນນີ້ ເປັນຊີ້ນ ແລະ ໄຂ່ 178.690 ໂຕນ. ສໍາລັບປາແມ່ນ ເພີ່ມຈາກ 87.390
ໂຕນ ໃນປີ 2006 ເປັນ 136.560 ໂຕນໃນປີ 2012. ສັງລວມແລ້ວ ມາຮອດປີ 2012 ອັດຕາການບໍລິໂພກ ຊີ້ນ, ໄຂ່ ແລະ ປາ ສະເລ່ຍໃສ່ປະຊາກອນແມ່ນເພີ່ມຂຶ້ນ ຈາກ 39,62 ກິໂລ/ຄົນ/ປີ ໃນປີ 2006 ມາເປັນ 48,2 ກິໂລ/ຄົນ/ປີ ໃນປີ 2012.
4)
ທາງດ້ານໂພສະນາການ
ໃນໄລຍະ 20 ປີທີ່ຜ່ານມາ, ພົນລະເມືອງຂອງປະເທດໂດຍສະເລ່ຍທີ່ດໍາລົງຊີວິດ ຢູ່ໃນຄວາທຸກຍາກ ໄດ້ຫຼຸດລົງຈາກ 46% ໃນປີ 1992 ມາເປັນ 26% ໃນປີ 2009-2010 (GOL/UN 2010). ລວມຍອດ ຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ
ໃນໄລຍະຫຼາຍປີຜ່ານມາ ເນື່ອງ ຈາກມີການສະໜອງອາຫານທີ່ພາໃຫ້ເກີດພະລັງງານ (Dietary Energy Supply/DES) ຕໍ່ຫົວຄົນເພີ່ມຂຶ້ນ.
ເຖິງຢ່າງໃດກໍຕາມ ເຖິງວ່າຄວາມທຸກຍາກໄດ້ມີການແກ້ໄຂ ແຕ່ບັນຫາດ້ານໂພຊະນາການ
ກໍ່ຍັງເປັນສິ່ງທ້າ ທາຍ; ຕົວຊີ້ວັດດ້ານການຂາດສານອາຫານ ກໍຍັງບໍ່ໄດ້ຮັບການແກ້ໄຂເທົ່າທີ່ຄວນ.
ດັ່ງນັ້ນ, ສປປລາວ ແມ່ນກໍາລັງປະເຊີນໜ້າ ກັບອັດຕາການຂາດສານອາຫານຊໍ້າເຮື້ອ
ທີ່ມີຜົນກະທົບຕໍ່ການຈະເລີນເຕີບໂຕ ຂອງ ຄົນລາວ ເຊັ່ນ: ລວງສູງ, ນໍ້າໜັກ, ການຂາດວິຕາມິນ A ແລະ ພະຍາດເລືອດຈາງ ໃນອັດຕາສ່ວນທີ່ສູງ ສົມຄວນ
ໂດຍສະເພາະ ໃນເຂດຊົນນະບົດ (FAO, 2013).
ໃນປີ 2012 ລັດຖະບານ ໄດ້ດຳເນີນການສຳຫຼວດຄວາມສ່ຽງ
ແລະ ກຸ່ມສ່ຽງ (Risk and Vulnerability Survey-RVS) ໄດ້ຊີ້ໃຫ້ເຫັນເຖິງການບໍລິໂພກອາຫານຈໍາພວກຄາໂບຮາຍເດຼດ
ຫຼື ອາຫານ ທີ່ພາໃຫ້ເກີດພະລັງງານໃນຄອບຄົວ (ເຊັ່ນ: ປະລິມານຂອງກາລໍຣີ)
ໂດຍທົ່ວໄປແລ້ວຢູ່ໃນປະລິມານ ທີ່ເໝາະ ສົມ, ເຖິງວ່າຍັງມີປະມານ 12 ເປີເຊັນ ຂອງຄອບຄົວທີ່ຍັງມີການບໍລິໂພກທີ່ຕ່ຳ ແລະ ຢູ່ໃນຂີດໝາຍຂອງ ເສັ້ນສະແດງ.
ຂໍ້ມູນເກັບກໍາທີ່ສູງທີ່ສຸດ ກ່ຽວກັບ ລະດັບການບໍລິໂພກທີ່ຕ່ຳ ຫຼື
ຢູ່ໃນຂີດໝາຍເສັ້ນສະແດງ ແມ່ນພົບເຫັນ ໃນເຂດບໍລິເວນທີ່ຮາບສູງ ທາງພາກກາງ-ພາກເໜືອ, ຊຶ່ງມີຜົນກະທົບປະມານ
25 ເປີເຊັນ ຂອງຄອບຄົວ. ການສັງເກດອີກມຸມໜຶ່ງຂອງການບໍລິໂພກອາຫານ, ອັດຕາສະເລ່ຍການບໍລິໂພກ ໂປຼຕີນ ຕໍ່ຄົວເຮືອນ ພຽງແຕ່ 1,8 ມື້ ຕໍ່ ອາທິດ ໃນຮູບແບບທີ່ເປັນປາ
ແລະ ຊີ້ນ. ໃນບັນດາແຫຼ່ງອາຫານ ຫຼື ແຫຼ່ງໂປຕີນທັງໝົດ ເຫັນວ່າ ປາ ແມ່ນໄດ້ຮັບການບໍລິໂພກຢ່າງຕໍ່ເນື່ອງ
ຖ້າທຽບກັບບັນດາອາຫານອື່ນໆ ໃນຄົວເຮືອນ ແລະ ມັນກໍແມ່ນ ແຫຼ່ງໂປຼຕີນທີ່ສຳຄັນ ທີ່ຫາໄດ້ງ່າຍໃນຄອບຄົວທີ່ມີລະດັບ
ຫຼື ເກນການ ບໍລິໂພກອາຫານທີ່ຕໍ່າທີ່ສຸດ (Food
Consumption Scores-FCS). ການບໍລິໂພກໄຂ່ ແມ່ນຖືວ່າສູງຂຶ້ນ ໃນປະຈຸບັນ ແຕ່ທາດຊີ້ນ ແລະ ນົມ ແມ່ນເກືອບວ່າບໍ່ມີເລີຍຢູ່ໃນອາຫານລາວ.
ພ້ອມດຽວກັນນັ້ນ ການບໍລິ ໂພກ ທາດໄຂມັນ/ນໍ້າມັນ ແມ່ນຖືວ່າຍັງ ຕໍ່າຫຼາຍ ສໍາລັບຄອບຄົວທີ່ມີລະດັບ
ຫຼື ເກນການບໍລິໂພກ ອາຫານ ທີ່ຕໍ່າທີ່ສຸດ ແລະ ມີພຽງແຕ່ 1,3 ມື້ ຕໍ່ ໜຶ່ງອາທິດ. ໃນທາງກົງກັນຂ້າມ, ການຂາດສານອາຫານ ກໍຖືວ່າ ຍັງສູງຢູ່
ຊຶ່ງເຫັນວ່າມີຫຼາຍກວ່າ 40% ແມ່ນເດັກອາຍຸຕໍ່າກວ່າ 5 ປີ ທີ່ບໍ່ມີການຈະເລີນເຕີບໂຕເຕັມທີ່ ແລະ 25% ມີນໍ້າໜັກຕໍ່າກວ່າເກນມາດຖານ.
ຕົວເລກກ່ຽວກັບຂໍ້ຈໍາກັດ ໃນການຈະເລີນເຕີບໂຕ ຂອງເດັກຢູ່ໃນເຂດ ທົ່ງພຽງແມ່ນປະມານ 50% ແລະ ຢູ່ເຂດພູສູງພາກເໜືອ 58%.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ