google-site-verification: google0d91bc93cfc88895.html ຜັກ​ອີ່​ຮຸມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 26, 2015

ຜັກ​ອີ່​ຮຸມ

ຊື່​ພາ​ສາ​ລາວ: ຜັກ​ອີ່​ຮຸມ
ຊື່​ພາ​ສາ​ໄທ: ມະ​ລຸມ
ຊື່​ພາສາອັງກິດ: Moringa
ຊື່​ວິ​ທະ​ຍາ​ສາດ: Moringa oleifera Lam
ວົງMoringaceae   

ຜັກອີຮຸມ ມະ​ລຸມ ຕົ້ນ​ອີ່​ຮຸມ ສົ້ມ​ຜັກ​ອີ່​ຮຸມ ໃບ​ອີ່​ຮຸມ ແກງ​ຜັກ​ອີ່​ຮຸມ

ຜັກອີຮຸມເປັນພຶດທີ່ມີທາດ ອາຫານສູງຫຼາຍ ເພາະມີວິຕາມິນ ເອ ຊ່ວຍບຳລຸງສາຍຕາຫຼາຍກວ່າ ຫົວກາຣົດ 3 ເທົ່າ, ວິຕາມິນເຊ ຊ່ວຍປ້ອງກັນໄຂ້ຫວັດຫຼາຍກວ່າ ໝາກກ້ຽງ 7 ເທົ່າ, ມີແຄນຊຽມທີ່ ຊ່ວຍບຳລຸງກະດູກຫຼາຍກວ່ານົມ ສົດ 3 ເທົ່າ, ມີໂຟແທສຊຽມ ທີ່ຊ່ວຍບຳລຸງສະໝອງ ແລະລະບົບ ປະສາດຫຼາຍກວ່າກ້ວຍ 3 ເທົ່າ, ມີ​ໃຍອາຫານ ແລະພະລັງງານທີ່ບໍ່ ສູງ ຈິ່ງເໝາະກັບຜູ້ທີ່ກຳລັງຄວບຄຸມນໍ້າຫນັກ.

  ນອກຈາກນີ້ ຮາກຂອງຜັກອີ ຮຸມ ຍັງມີລົດຊາດຫວານອອກຂົມ ໃຊ້ແກ້ອາການ​ໃຄ່ບວມ, ບຳລຸງ ທາດໄຟ, ເປືອກຈາກລຳຕົ້ນມີລົດຮ້ອນນຳມາຕັດເປັນຕ່ອນນ້ອຍໆ ໃສ່ຜ້າຫໍ່ເຮັດເປັນລູກປະຄົບໜຶ້ງ ໃຫ້ຮ້ອນໃຊ້ປະຄົບແກ້ປວດເໝື່ອຍ,  ປວດຫຼັງ, ປວດຕາມຂໍ້ໄດ້ເປັນຢ່າງ ດີແພດຕາມຊົນນະບົດໃຊ້ເປືອກ ຕຳພໍແຕກໆອົມໄວ້ຂ້າງແກ້ມເມື່ອ ດື່ມເຫຼົ້າຈະເຮັດໃຫ້ບໍ່ເມົາ, ໃບຊ່ວຍແກ້ເລືອດອອກຕາມຮອຍ ແຂ້ວ, ແກ້ອາການອັກເສບ, ດອກຊ່ວຍບຳລຸງຮ່າງກາຍ, ຂັບປັດສະ ວະໃຊ້ຕົ້ມດື່ມແທນນໍ້າຊາຈະເຮັດ ໃຫ້ນອນຫຼັບສະບາຍ, ໝາກມີລົດ ຊາດຫວານໃຊ້ແກ້ອາການໄຂ້ ຫຼື ຫຼຸດໄຂ້, ເມັດນຳມາສະກັດເປັນນໍ້າ ມັນໃຊ້ປຸງແຕ່ງອາຫານ, ຮັກສາ ໂລກປວດຕາມຂໍ້ ແລະໂລກຜິວ ໜັງ, ນວນໃນເມັດໃຊ້ແກ້ໄອໄດ້ດີ ແລະການຮັບປະທານນວນໃນ ເມັດເປັນປະຈຳຈະຊ່ວຍເພີ່ມພູມ ຕ້ານທານໃຫ້ຮ່າງກາຍໄດ້.
ຜັກອີຮຸມ ມະ​ລຸມ ຕົ້ນ​ອີ່​ຮຸມ ສົ້ມ​ຜັກ​ອີ່​ຮຸມ ໃບ​ອີ່​ຮຸມ ແກງ​ຜັກ​ອີ່​ຮຸມ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ