google-site-verification: google0d91bc93cfc88895.html ປ່າ​ສະ​ຫງວນ ປ່າ​ຫ້ວຍ​ຍາງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 26, 2015

ປ່າ​ສະ​ຫງວນ ປ່າ​ຫ້ວຍ​ຍາງ

   
ປ່າ​ຫ້ວຍ​ຍາງ ນອກ­ຈາກຈະ​ເປັນ​ປ່າ​ສະ­ຫງວນ​ແລ້ວ ຍັງແມ່ນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງຫນຶ່ງ​ທີ່​ກຳ­ລັງ​ໄດ້​ຮັບ​ຄວາມ​ສົນໃຈ​ຈາກ​ບັນ­ດາ​ນັກ​ທ່ອງ​ທ່ຽວ ໂດຍ​ສະ­ເພາະ​ກໍ່​ແມ່ນ​ຜູ້​ທີ່​ມັກ​ການ ຍ່າງ​ປ່າ​ເປັນ​ຊີ­ວິດ​ຈິດ­ໃຈ ເນື່ອງຈາກ​ມີ​ຄວາມ​ເພີດ­ເພີນ​ລວມ​ທັງບັນ­ຍາ­ກາດ​ທີ່​ງຽບ​ສະ­ຫງົບ ແລະ ເສັ້ນທາງ​ການ​ຍ່າງ​ປ່າ​ກໍ່​ບໍ່​ສັບ­ສົນ.

       ປ່າ​ຫ້ວຍ​ຍາງ ນອກ­ຈາກຈະ​ເປັນ​ປ່າ​ສະ­ຫງວນ​ແລ້ວ ຍັງແມ່ນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງຫນຶ່ງ​ທີ່​ກຳ­ລັງ​ໄດ້​ຮັບ​ຄວາມ​ສົນໃຈ​ຈາກ​ບັນ­ດາ​ນັກ​ທ່ອງ​ທ່ຽວ ໂດຍ​ສະ­ເພາະ​ກໍ່​ແມ່ນ​ຜູ້​ທີ່​ມັກ​ການ ຍ່າງ​ປ່າ​ເປັນ​ຊີ­ວິດ​ຈິດ­ໃຈ ເນື່ອງຈາກ​ມີ​ຄວາມ​ເພີດ­ເພີນ​ລວມ​ທັງບັນ­ຍາ­ກາດ​ທີ່​ງຽບ​ສະ­ຫງົບ ແລະ ເສັ້ນທາງ​ການ​ຍ່າງ​ປ່າ​ກໍ່​ບໍ່​ສັບ­ສົນ.
        ປ່າ​ຫ້ວຍ​ຍາງ ຈັດ​ເປັນ​ປ່າ​ທີ່ເກົ່າ​ແກ່​ມີ​ອາ­ຍຸ​ໄດ້​ຫລາຍ​ຮ້ອຍ​ປີມາ​ແລ້ວ ແຕ່​ຖືກ​ຮັບ­ຮອງ​ຈາກພາກ­ສ່ວນ​ກ່ຽວ­ຂ້ອງ​ໃນ​ການ​ປະກາດ​ເປັນ​ປ່າ​ສະ­ຫງວນ​ໃນ​ປີ 1958, ປ່າ​ສະ­ຫງວນ​ແຫ່ງ​ນີ້​ ມີ ເນື້ອ­ທີ່ 800 ເຮັກ­ຕາ, ຕັ້ງ​ຢູ່ແຂວງ​ວຽງ​ຈັນ ເຊິ່ງ​ຫ່າງ​ຈາກ​ ນະຄອນ​ຫລວງ​ວຽງ​ຈັນ​ປະ­ມານ 20 ກິ­ໂລ­ແມັດ ປ່າ​ສະ­ຫງວນ​ແຫ່ງ​ນີ້ ເປັນ​ທີ່​ຮູ້­ຈັກ​ກັນ​ດີ​ໃນ​ນາມ​ສະ­ຖານທີ່​ຂອງ​ການ​ເບິ່ງ​ນົກ​ຫລາຍ​ຊະ­ນິດ ແລະ ທັງ​ປະ­ກອບ​ມີ​ຫລາຍ​ຮ້ອຍໂຕເຊິ່ງ​ຫາ​ຍາກ​ທີ່​ຈະ​ໄດ້​ເຫັນ​ຫມູ່ນົກ​ເປັນ​ຈຳ­ນວນ​ຫລາຍ​ແບບ​ນີ້ ໂດຍ​ສະ­ເພາະ​ກໍ່​ແມ່ນ​ຫນອງ​ນົກ​ຢູ່ໃກ້​ກັບ​ເຂດ​ບ້ານ​ສີ­ວິ­ໄລ, ເມືອງໂພນ​ໂຮງ, ແຂວງ​ວຽງ​ຈັນ ເຊິ່ງຫນອງ​ດັ່ງ­ກ່າວ​ມີ​ເນື້ອ­ທີ່​ເຖິງ 60 ກວ່າ​ເຮັກ­ຕາ ມີ​ນົກ​ປ່າ​ອາ­ໄສ​ຢູ່ເປັນ​ຈຳ­ນວນ​ຫລາຍ ພ້ອມ​ກັນນັ້ນ​ ບັນ­ດາ​ນັກ​ທ່ອງ​ທ່ຽວ​ທີ່​ມັກການ​ຍ່າງ​ປ່າ​ທັງ​ຕ້ອງ­ການ​ສຶກສາ​ສຳ​ຫລວດ ເພື່ອ​ຄົ້ນ​ຫາ​ປະ­ສົບການ​ໃຫ້​ແກ່​ຕົນ​ເອງ​ກໍ່​ສາ­ມາດ​ສຶກສາ​ໄດ້ ໂດຍ​ອາດ​ຈະ​ອາ­ໄສ​ປຶ້ມ​ນຳທ່ຽວ, ແຜນ­ທີ່ ຫລື ພະ­ນັກ­ງານ​ນຳທ່ຽວ​ຂັ້ນ​ທ້ອງ­ຖິ່ນ​ຍິ່ງ​ເປັນ​ການ​ດີ ເພາະ​ບັນ­ດາ​ພະ­ນັກ­ງານ​ນຳ​ທ່ຽວ ຂັ້ນ​ທ້ອງ­ຖິ່ນ​ເຫລົ່າ​ນີ້ ນອກ­ຈາກຈະ​ສາ­ມາດ​ນຳ­ພາ​ທາງ​ໄປ​ຢ່າງຖືກ­ຕ້ອງ​ແມ່ນ​ຢຳ​ແລ້ວ​ພວກ​ເຂົາ ຍັງ​ສາ­ມາດ​ບັນ​ລະ​ຍາຍ​ຜົນ​ປະໂຫຍດ​ຂອງ​ພືດ​ຫລາຍ​ຊະ­ນິດ ເຊິ່ງບາງ​ທີ່​ພວກ​ເຮົາ​ເຫັນ​ເປັນ​ພຽງຕົ້ນຫຍ້າ ຫລື ຕົ້ນ­ໄມ້​ທຳ​ມະ​ດາ ແຕ່​ສ່ວນ​ເລິກ​ແລ້ວ​ພືດ​ເຫລົ່າ­ນັ້ນ ລ້ວນ​ແຕ່​ເປັນ​ຢາ​ດີ​ວິ­ເສດ​ສາ­ມາດປິ່ນ­ປົວ​ພະ­ຍາດ​ໃຫ້​ຫາຍ​ຂາດ​ໄດ້ ແລະຍັງ​ບໍ່​ມີ​ຜົນ​ກະ­ທົບ​ໃດໆ​ຕໍ່ຮ່າງ­ກາຍ​ຢ່າງ​ທີ່​ທ່ານ​ບໍ່​ຄາດ​ຄິດວ່າ ​ມັນ​ຈະ​ເປັນ​ເຊັ່ນ​ນັ້ນ ອີກ​ດ້ານຫນຶ່ງ​ປ່າ​ສະ­ຫງວນ​ແຫ່ງ​ນີ້​ກໍ່​ມີ​ອາຍຸ​ໄດ້​ຫລາຍ​ຮ້ອຍ​ປີ ຈິ່ງ​ເປັນ​ທີ່​ສະດວກ​ໃນ​ການ​ສຶກ​ສາ​ຄົ້ນ­ຄວ້າ​ກ່ຽວກັບ​ພືດ​ເປັນ​ຢາ ອັນ​ບໍ່​ພຽງ​ແຕ່​ເປັນການ​ຍ່າງ​ທ່ຽວ​ປ່າ​ແບບ​ເພີດ­ເພີນໃຈ​ເທົ່າ​ນັ້ນ.
ເຖິງ​ແມ່ນ​ວ່າ​ປ່າ​ຫ້ວຍ​ຍາງຈະ​ມີ​ເນື້ອ­ທີ່​ນ້ອຍ ແຕ່​ກໍ່​ເຫມາະສົມ​ສຳ­ລັບ​ການ​ຍ່າງ​ປ່າ​ເນື່ອງຈາກ​ເສັ້ນ­ທາງ​ທີ່​ບໍ່​ສັບ­ສົນ ພ້ອມທັງ​ພາບ​ບັນ­ຍາ­ກາດ​ອັນ​ງຽບ​ສະຫງົບ ທ່ານ​ສາ­ມາດ​ໃຊ້​ເວ­ລາ​ໃນ ການ​ຍ່າງ​ທ່ຽວ​ປ່າ​ແຫ່ງ​ນີ້​ພາຍ​ໃນເວ­ລາ​ຫນຶ່ງ​ວັນ ແລະ ກໍ່​ກິນ​ເຂົ້າປ່າ​ຢູ່​ທີ່​ນັ້ນ​ເລີຍ​ກໍ່​ໄດ້ ແຕ່​ກໍ່​ຢ່າ​ລືມພົກພາ​ອາ­ຫານ ແລະ ນ້ຳ​ດື່ມຕິດ​ຕົວ​ໄປ​ນຳ​ເພາະ​ການ​ດື່ມ­ນ້ຳດິບ​ຈາກ​ທຳ​ມະ​ຊາດ​ອາດ​ພາ­ ໃຫ້ເກີດ​ບັນ­ຫາ​ບາງ​ຢ່າງ​ຕາມ​ມາ.
ປ່າ​ຫ້ວຍ​ຍາງ ນອກ­ຈາກຈະ​ເປັນ​ປ່າ​ສະ­ຫງວນ​ແລ້ວ ຍັງແມ່ນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງຫນຶ່ງ​ທີ່​ກຳ­ລັງ​ໄດ້​ຮັບ​ຄວາມ​ສົນໃຈ​ຈາກ​ບັນ­ດາ​ນັກ​ທ່ອງ​ທ່ຽວ ໂດຍ​ສະ­ເພາະ​ກໍ່​ແມ່ນ​ຜູ້​ທີ່​ມັກ​ການ ຍ່າງ​ປ່າ​ເປັນ​ຊີ­ວິດ​ຈິດ­ໃຈ ເນື່ອງຈາກ​ມີ​ຄວາມ​ເພີດ­ເພີນ​ລວມ​ທັງບັນ­ຍາ­ກາດ​ທີ່​ງຽບ​ສະ­ຫງົບ ແລະ ເສັ້ນທາງ​ການ​ຍ່າງ​ປ່າ​ກໍ່​ບໍ່​ສັບ­ສົນ.

        ພາຍຫລັງ​ມີ​ການຈັດ​ແບ່ງ​ເນື້ອທີ່​ດິນ​ປ່າ​ສະຫງວນ​ຫ້ວຍ​ຍາງ ​ເມືອງ​ໄຊ​ທານີ ນະຄອນ ຫລວງ​ວຽງ​ຈັນ ​​ໃຫ້​ກັບ​ບັນດາ​ສຳນັກ ງານ, ອົງການ​ຂອງ​ລັດ​ຈຳນວນ​ໜຶ່ງ ​ເພື່ອ​ກະກຽມ​ປຸກ​ສ້າງ​ອາຄານ​ຫລັງ​ໃໝ່ ​ແລະ ມີ​ບາງ​ອົງການ​ແມ່ນ​ໄດ້​ມີ​ການ​ຕັດ​ໄມ້ບຸກ​ເບີກ​ເນື້ອທີ່​ແລ້ວ, ​ແຕ່​ປາ ກົດ​ວ່າ​ໄດ້​ມີ​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​ໄດ້​ລັກລອບ​ເຂົ້າມາ​ລັກ​ຂຸດ​ເອົາ​ເຫງົ້າ​ໄມ້​ໃນ​ເຂດ​ປ່າ​ສະ ຫງວນດັ່ງກ່າວ​ຢ່າງ​ລຽນຕິດ​ຈົນ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ຕ້ອງ​ໄດ້​ເພີ່ມ​ມາດຕະການ​ກວດກາ​ເວນຍາມ​ໃນ​ໄລຍະ​ນີ້.
      ນັກ​ຂ່າວ​ພວກ​ເຮົາ​ໄດ້​ສອບ​ຖາມ​ພະນັກງານ​​ຫ້ອງການ​ຄຸ້ມ​ຄອງ​ຂະ​ແໜງ​ຊັບພະຍາກອນ​ປ່າ​ໄມ້​ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ປ່າ​ສະຫງວນ​ຫ້ວຍ​ຍາງ​ມີ​ເນື້ອທີ່​ປະມານ 800 ກວ່າ​ເຮັກ ຕາ. ສຳລັບ​ສະພາບ​ການ​ລັກ​ຕັດ​ໄມ້​ໃນ​ປ່າ​ສະຫງວນ​ແຫ່ງ​ນີ້​ແມ່ນ​ມີ​ມາ​ດົນ ​​ແລະ ປັດຈຸບັນ​ນີ້​ແມ່ນ​ມີ​ການ​ເຂົ້າມາ​ລັກ​ຂຸດ​ເຫງົ້າ​ໄມ້​ນຳ​ອີກ ​ໂດຍ​ສະ​ເພາະ​ແມ່ນ​ໄມ້​ດູ່, ​ໄມ້​ແຕ້ ​ແລະ ອື່ນໆ ​ເຊິ່ງ ຜ່ານ​ມາ​ກໍ​ພົບ​ຮ່ອງຮອຍ​ຂອງ​ກຸ່ມ​ຄົນທີ່​ເຂົ້າ ມາ​ລັກ​ຕັດ​ໄມ້ ​ແລະ ຂຸດ​ເຫງົ້າ​ໄມ້​ຫລາຍ​ຄັ້ງ​ແຕ່​ກໍ​ບໍ່​ສາມາດ​ຈັບ​ຕົວ​ໄດ້ ເຊິ່ງຄາດ​ວ່າ ແມ່ນ​ປະຊາຊົນ​ອາ​ໄສ​ຢູ່​ເຂດ​ໃກ້​ຄຽງ​ປ່າ​ສະ ຫງວນ​ແຫ່ງ​ນີ້ ​ເພາະ​​ວ່າ​ມີ​ຄວາມ​ຊຳນານ​ຮູ້​ພື້ນທີ່​ປ່າ​ເປັນ​ຢ່າງ​ດີ ຈຶ່ງ​ສາມາດ​ຫລົບໜີ​ການ​ຈັບ​ກຸມ​ຂອງ​ເຈົ້າໜ້າ​ທີ່​ໄປ​ໄດ້ຫລາຍ​ຄັ້ງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ