google-site-verification: google0d91bc93cfc88895.html ສະພາບ​​ພືດ​ຜັກ​ໃນ​ ນະຄອນ​ນະຄອນຫຼວງ​ວຽງ​ຈັນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 26, 2015

ສະພາບ​​ພືດ​ຜັກ​ໃນ​ ນະຄອນ​ນະຄອນຫຼວງ​ວຽງ​ຈັນ


      ນະຄອນຫຼວງ​ວຽງ​ຈັນ ​ເປັນ​ເຂດ​ໜື່ງທີ່​ນອນ​ໃນ​ເຂດ 7 ທົ່ງພຽງ​ໃຫຍ່ຂອງ ສປປ ລາວ ​ເຊີ່ງ​ຖື​ວ່າ​ເປັນ​ເຂດ​ທີ່​ມີ​ຄວາມ​ເໝາະ​ສົ​ມ​ໃນ​ການ​ປູກ​ພືດ​ທັນ​ຍາ​ຫານ ​​ເຊັ່ນ: ​ເຂົ້າ, ພືດ​ຜັກ...​ເພື່ອສະໜອງ​ໃຫ້​ແກ່ ປະຊາ​ຊົນລາວ ​ແລະ ປະຊາ​ຊົນ​ຊາວ​ນະຄອນຫຼວງ​ວຽງ​ຈັນ​ເອງ​ໃນ​ແຕ່ລະ​ປີ ສາມາດ​ ຜະລິດ​ເຂົ້າ​ສະເລ່ຍປະມານ 9 % ຂອງ​ຜົນ​ຜະລິດ​ເຂົ້າລວມ​ທົ່ວ​ປະ​ເທດ ​ແລະ ພືດ​ຜັກ​ໄດ້ປະມານ 12 % ຂ​ອງຜົນ​ຜະລິດ​ພືດຜັກ​ລວມທົ່ວ​ປະ​ເທດ.



      ການປູກ​ພຶດຜັກ​ຂອງ​ຊາວ​ນະຄ​ອນຫຼວງ​ວຽງ​ຈັນ ສ່ວນ​ຫຼາຍ​ແມ່ນນິຍົມ​​ປູກເພື່ອບໍລິໂພ​ປູກໃນລະດັບຄົວເຮືອນ ແລະ ຈຳນວນໜື່ງແມ່ນເພື່ອເປັນສິນຄ້າ, ທີ່ພົ້ນ​ເດັ່ນ​ແມ່ນຊາວສວນນິຍົມປູກຜັກລຽບຕາມແຄມແມ່ນນ້ຳ​​ຂອງ, ​ແຄມແມ່ນ້ຳງື່ມ ​ແລະ ຕາມ​ແຄມ​ໜອງບຶງເປັນຕົ້ນຕໍເຊັ່ນ:​​ເຂດ​ເມືອງ​ຫາດ​ຊາ​ຍຟອງ ບ້ານຫາດດອກແກ້ວ​, ຫາດກັນຊາ.. ເມືອງສີໂຄດຕະບອງ ດອນຊີງຊຸ, ດອນໝາກໂມ...ຊື່ເຂດດັ່ງກ່າວແມ່ນສືບທອດການປູກຜັກກັນມາເປັນເວລານານ​, ສ່ວນຫຼາຍຊາວສວນນີຍົມປູກພືດຜັກປະເພດກີໃບ, ກິນດອກ, ກິນຫົວ ແລະ ກິນໝາກ. ເຂດເມືອງປາກງື່ມ ບ້ານໂນນຊາຍ, ເມືອງຫາດຊາຍຟອງສີມມະໂນນິຍົມ ປູກໝາກແຕງຫວານ ແລະ ມັນເພົາ ສະໜອງຕະຫຼາດນະຄອນຫຼວງວຽງຈັນ.  ​ເຂດລ້ອງງື່ມແມ່ນເຂດນ້ຳຫຸ່ມແບ່ງ, ສົ່ງເປືອຍ ເມືອງນາຊາຍທອງນິຍົມ ປູກໝາກແຕງກົວ, ໝາກຖົ່ວຝັກຍາວ, ເຂດບ້ານເວີນຄຳ, ໂພນໄຮຄຳ, ທ່າງ່ອນ, ລາດຄວາຍ, ໂນນແຕ້, ດົງບັງ, ອຸດົມຜົນ ແລະ ປາກຊາບເກົ່າ ເມືອງ ໄຊທານີ ປູກໝາກແຕງ, ສາລີຫວານ, ຜັກກີນໃບ, ຂິງຂາເຄື່ອງເທດສະໜອງຕະຫຼາດ ນະຄອນຫຼວງວຽງຈັນ ແລະ ບ້ານນາບົງ, ບ້ານທ່າຊ້າງເມືອງປາກງື່ມ ນິຍົມປູກເຫັດ ແລະ ຜັກກິນໃບ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ