google-site-verification: google0d91bc93cfc88895.html ຊຸດ​ປະ​ຈຳ​ຊາດ 10 ປະ​ເທດ ອາ​ຊ່ຽນ [National costume] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, November 17, 2016

ຊຸດ​ປະ​ຈຳ​ຊາດ 10 ປະ​ເທດ ອາ​ຊ່ຽນ [National costume]


ຊຸດ​ປະ​ຈຳ​ຊາດ 10 ປະ​ເທດ ອາ​ຊ່ຽນ [National costume]

1. ຊຸດ​ປະ​ຈຳ​ຊາດ ຂອງ​ປະ​ເທດ​ມາ​ເລ​ເຊຍ
   ສຳ​ລັບ​ຊຸດ​ປະ​ຈຳ​ຊາດ​ຊາຍ​ເອີ້ນ​ວ່າ (Baju Melayu) ບາ​ຈູ ມາ​ເລ​ຢູ ສ່ວນ​ຊຸດ​ປະ​ຈຳ​ຊາດ​ຂອງ​ຝ່າຍ​ຍິງ​ເອີ້ນ​ວ່າ
(Baju Kurung) ບາ​ຈຸ​ກຸ​ຣຸງ ປະ​ກອບ​ດ້ວຍ ເສື້ອ​ແຂນ​ຍາວ ແລະ ກະ​ໂປ້ງ​ຍາວ

http://hukased.blogspot.com/2016/11/10-national-costume.html
ຊຸດ​ຊາຍ (Baju Melayu) ບາ​ຈູ ມາ​ເລ​ຢູ

http://hukased.blogspot.com/2016/11/10-national-costume.html
ຊຸດ​ຍິງ (Baju Kurung) ບາ​ຈຸ​ກຸ​ຣຸງ

2. ຊຸດ​ປະ​ຈຳ​ຊາດ ຂອງ​ປະ​ເທດ​ຫວຽດ​ນາມ

    ສຳ​ລັບ​ຊຸດ​ປະ​ຈຳ​ຊາດ​ຂອງ​ປະ​ເທດ​ຫ​ວຽດ​ນາມ​ສ່ວນ​ໃຫຍ່​ນິ​ຍົມ​ກັນ​ໃສ່ ໃນ​ພິ​ທີ​ການ​ສຳ​ຄັນໆ​ຕ່າງໆ ເຊັ່ນ ງານ​ແຕ່ງ ແລະ ງານ​ສົບ ເຊິ່ງ​ເອີ້ນ​ຊຸດ​ນີ້​ວ່າ (Ao dai) ອາວ​ຢາຍ

http://hukased.blogspot.com/2016/11/10-national-costume.html
ຊຸດ (Ao dai) ອາວ​ຢາຍ


3. ຊຸດ​ປະ​ຈຳ​ຊາດ​ຂອງ​ປະ​ເທດ​ພະ​ມ້າ (ມ້ຽນ​ມາ)
     ຊຸດ​ປະ​ຊາດ​ຂອງ​ປະ​ເທດ​ມ້ຽມ​ມາ ມີ​ຊື່​ເອີ້ນ​ວ່າ ລອງ​ຍີ (Longyi) ເປັນ​ຜ້າ​ໂສ້ງ​ທີ່​ນຸ່ງ​ທັງ​ຍິງ ແລະ ຊາຍ ໃນ​ມີ້​ພິ​ເສດ​ຕ່າງໆ ຜູ້​ຊາຍ​ມັກ​ຈະ​ໃສ່​ເສື້ອ​ຄໍ​ປົກ​ຈີນ​ແມນ​ດາ​ລິນ ແລະ​ ເສື້ອ​ຄຸມ​ບໍ່​ມີ​ປົກ ບາງ​ທ່ານ​ອາດ​ຈະ​ມີ​ຜ້າ​ພັນ​ຫົວ​ເອີ້ນ​ວ່າ ກອງບອງ
(Guang Baung) ສ່ວນ​ຜູ້​ຍິງ​ຈະ​ໃສ່​ເສື້ອ​ມີ​ກະ​ດູມ​ທາງ​ດ້ານ​ຫນ້າ​ເອີ້ນ​ວ່າ ຍິນ​ຊີ (Yinzi) ຫລື​ຕິ​ກະ​ດູມ​ດ້ານ​ຂ້າງ​ເອີ້ນ​ວ່າ ຍິນບອນ (Yinbon) ​ແລະ​ຜ້າ​ຄຸມ​ບ່າ

http://hukased.blogspot.com/2016/11/10-national-costume.html
ລອງ​ຍີ (Longyi)

4. ຊຸດ​ປະ​ຈຳ​ຊາດ​ຂອງ​ປະ​ເທດບ​ຣູ​ໃນ

     ຊຸດ​ປະ​ຈຳ​ຊາດ​ຂອງ​ປະ​ເທດບ​ລູ​ໃນ ຄ້າຍ​ຄຶ​ກັບ​ປະ​ເທດ ມາ​ເລຍ​ເຊຍ ມີ​ຊື່​ເອີ້ນ​ຊຸດ​ຂອງ​ຝ່າຍ​ຊາຍ​ວ່າ ບາ​ຈູ​ມາ​ລາ​ຢູ (Baju Melayu) ສ່ວນ​ຝ່າຍ​ຍິງ​ກໍ່​ເຊັ່ນ​ດຽວ​ມີ​ຊື່​ເອີ້ນ​ວ່າ ບາ​ຈຸ​ກູ​ຣຸງ (Baju Kurung) ແຕ່​ຜູ້​ຍິງ​ປະ​ເທດບ​ຣູ​ໃນ ຈະ​ແຕ່ງ​ໂຕ​ດ້ວຍ​ເຄື່ອງ​ທີ່ມ​ີ​ສີ​ສັນ​ສົດ​ໃສ​ກວ່າ ແລະ​ມັກ​ຈະ​ເປັນ​ເສື້ອ​ຜ້າ​ທີ່ ຄຸມ​ຕັ້ງ​ແຕ່​ຫົວ​ຈົນ​ຮອດ​ຕີນ ເນື່ອງ​ຈາກບ​ຣູ​ໃນ​ເປັນ​ປະ​ເທດ ມູ​ສ​ລີມ ຈຶ່ງ​ຕ້ອງ​ແຕ່ງ​ໂຕ​ໃຫ້​ຮຽບ​ຮ້ອຍ​ແລະ​ມິດ​ຊິດ

http://hukased.blogspot.com/2016/11/10-national-costume.html
ຊຸດ​ປະ​ຈຳ​ຊາດ​ຂອງ​ປະ​ເທດບ​ຣູ​ໃນ

5. ຊຸດ​ປະ​ຈຳ​ຊາດ​ຂອງ​ປະ​ເທດ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ

   ຊຸດ​ປະ​ຈຳ​ຊາດ​ຂອງ​ລາວ​ເຮົາ ແບ່ງ​ອອກ​ເປັນ 2 ລັກ​ສະ​ນະ​ຄື: ແບບ​ວຽງ​ຈັນ ແລະ ຫລວງ​ພະ​ບາງ ການ​ແຕ່ງ​ໂຕ​ຂອງ​ຝ່າຍ​ຊາຍ​ແມ່ນ​ຈະ​ນຸ່ງ​ໂສ້ງ​ໃຫມ ເສື້ອ​ໃຫມ​ຕາມ​ການ​ອອກ​ແບບ​ແຕ່​ລະ​ຍຸກ​ສະ​ໄຫມ (ແບບ​ວຽງ​ຈັນ), ຝ່າຍ​ຊາຍ​ທີ່​ແຕ່ງ​ໂຕ​ແບບ ຫລວງ​ພະ​ບາງ ແມ່ນ​ຈະ​ນຸ່ງ​ກະ​ໂຈມ ແລະ​ເສື້ອ​ໃຫມ ສ່ວນ​ຝ່າຍ​ຍິງ ແມ່ນ​ມີ​ແບບ​ດຽວ ຄື ເກົ້າ​ຜົມ ບຽງ​ແພ ໃສ່​ເສື້ອ​ໃຫມ ນຸ່ງ​ສີ້ນ​ໃຫມ ຕາມ​ແບບ​ຂອງ​ແຕ​ລະ​ຍຸກ​ສະ​ໄຫມ ເຊິ່ງ​ຊຸດ​ປະ​ຈຳ​ຊາດ​ລາວ​ແມ່ນ​ຈ​ະ​ນຸ່ງ ໃນ​ງານ, ພິ​ທີ​ການ​ຕ່າງ ລວມ​ໄປ​ເຖິງ​ການ​ເຂົ້າ​ວັດ​ວາ​ອາ​ຣາມ​ໃນ​ລາວ ແລະ​ທີ່​ສຳ​ຄັນ ການ​ນຸ່ງ​ຖື​ຂອງ​ຍິງ​ລາວ ໃນ​ມື້​ປົກະ​ຕິ ກໍ່​ຈະ​ນຸ່ງ​ສິນ ແລະ ເສື້ອ​ທົ່ວ​ໄປ ເພື່ອ​ທຳ​ກິດ​ຈະ​ວັດ​ເປັນ​ຕົ້ນ ຂ້າ​ລາ​ດ​ສະ​ການ ນັກ​ຮຽນ ນັກ​ສຶກ​ສາ ແມ່ນ​ຕ້ອງ​ນຸ່ງ​ສິ້ນ​ທັງ​ຫມົດ (ຫມາຍ​ຄວາມ​ວ່າ ເວ​ລາ​ເຂົ້າ​ເຮັດ​ວຽກ ໃນ​ທຸກໆ​ຫນ້າ​ວຽກ​ແລະ​ຕຳ​ແຫນ່ງ ຕາມ​ບໍ​ລິ​ສັດ​ເອ​ກະ​ຊົນ ຂອງ​ລັດ ແມ່ນ​ຕ້ອງ​ໄດ້​ນຸ່ງ​ສີ້ນ)

http://hukased.blogspot.com/2016/11/10-national-costume.html
http://hukased.blogspot.com/2016/11/10-national-costume.html
http://hukased.blogspot.com/2016/11/10-national-costume.html
http://hukased.blogspot.com/2016/11/10-national-costume.html



6. ຊຸດ​ປະ​ຈຳ​ຊາດ​ຂອງ​ປະ​ເທດ ອິນ​ໂດ​ເນ​ເຊຍ
    ເກ​ບາ​ຢາ (Kebaya) ເປັນ​ຊຸດ​ປະ​ຈຳ​ຊາດ ອິນ​ໂດ ສຳ​ລັບ​ຜູ້​ຍິງ ສ່ວນ​ຜູ້​ຊາຍ​ເອີ້ນ​ວ່າ ເຕ​ລຸກ​ເບ​ສ​ຄາບ (Teluk Beskap) ເຊິ່ງ​ເປັນ​ການ​ແຕ່ງ​ກາຍ​ແບບ​ປະ​ສົມ​ປະ​ສານ​ກັນ ລະ​ຫວ່າງ​ເສື້ອ​ຄຸມ ແລະ ໂສ້ງ ເຂົາ​ເຈົ້າ​ຈະ​ນຸ້ງ​ໂສ້ງ​ເມື່ອ​ຢູ່​ບ້ານ ແລະ ເວ​ລາ​ປະ​ກອບ​ພິ​ທີ​ທາງ ມັດ​ສະ​ຢິດ


http://hukased.blogspot.com/2016/11/10-national-costume.html
http://hukased.blogspot.com/2016/11/10-national-costume.html


7. ຊຸດ​ປະ​ຈຳ​ຊາດ​ຂອງ ປະ​ເທດ ຟີ​ລິ​ປິນ
   ຜູ້​ຊາຍ​ຈະ​ນຸ່ງ​ໂສ້ງ​ຂາ​ຍາວ ແລະ ສວມ​ເສື້ອ​ທີ່​ເອີ້ນ​ວ່າ ບາ​ຣອງ ຕາ​ກາ​ລ໊ອກ (barong Tagalog) ເຊິ່ງ​ຕັດ​ຫຍິບ​ດ້ວຍ​ຜ້າ​ໃຍ​ຫມາກ​ນັດ ມີ​ບ່າ​ຄໍ​ຕັ້ງ ແຂນ​ຍາວ ເສື້ອ​ທີ່​ປາຍ​ແຂນ ມັກ​ຈະ​ປັກ​ລວດ​ລາຍ​ຕາງໆ ສ່ວນ​ຜູ້​ຍິງ ນຸ່ງ​ກະ​ໂປ່ງ​ຍາວ ໃສ່​ເສື້ອ​ສີ​ຄີມ ແຂນ​ສັ້ນ ຈັບ​ກີບ​ຍົກ​ຕັ້ງ​ສູງ​ກາຍ​ບ່າ ຄ້າຍ​ປີກ​ແມງ​ກະ​ເບື້ອ ເອີ້ນ​ວ່າ ບາ​ລິນ​ຕາ​ວັກ (balintawak)


http://hukased.blogspot.com/2016/11/10-national-costume.html
ບາ​ຣອງ ຕາ​ກາ​ລ໊ອກ (barong Tagalog)

http://hukased.blogspot.com/2016/11/10-national-costume.html
ບາ​ລິນ​ຕາ​ວັກ (balintawak)

8. ຊຸດ​ປະ​ຈຳ​ຊາດ​ຂອງ​ປະ​ເທດ​ໄທ
    ສຳ​ລັບ​ຊຸດ​ປະ​ຈຳ​ຊາດ​ຂອງ​ໄທ ທີ່​ເປັນ​ທາງ​ການ ຈະ​ຮູ້​ຈັກ​ກັນ​ໃນ​ຊື່ ຊຸດ​ພະ​ລາດ​ຊະ​ນິ​ຍົມ ໂດຍ​ຊຸ​ປະ​ຈຳ​ຊາດ​ຝ່າຍ​ຊາຍ ຈະ​ເອີ້ນ​ວ່າ ເສື້ອ​ພະ​ລາດ​ຊະ​ທານ

http://hukased.blogspot.com/2016/11/10-national-costume.html
ຊຸດ​ພະ​ລາດ​ຊະ​ນິ​ຍົມ



9. ຊຸດ​ປະ​ຈຳ​ຊາດ ກຳ​ປູ​ເຈ່ຍ
    ສ່ວນ​ໃຫຍ່​ແລ້ວ​ຈະ​ພາ​ກັນ​ເອີ້ນ ຊຳ​ພອດ  ຫລື​ຜ້າ​ສະ​ໂລ້ງ​ກຳ​ປູ​ເຈ່ຍ ຕ່ຳ​ດ້ວຍ​ມື ມີ​ທັງ​ແບບ​ຫລົມ​ແລະ ພໍ​ດີ ປົກ​ເອົາ​ເສື້ອ​ບໍ​ລິ​ເວນ​ແອວ ຫລື​ເອີ້ນ​ວ່າ ເອົາ​ເສື້ອ​ເຂົ້າ​ໃນ


http://hukased.blogspot.com/2016/11/10-national-costume.html
ຊຸດ​ປະ​ຈຳ​ຊາດ ກຳ​ປູ​ເຈ່ຍ


10. ​ຊຸດ​ປະ​ຈຳ​ຊາດ​ຂອງປະ​ເທດ ສິງ​ກະ​ໂປ
   ສຳ​ລັບ​ປະ​ເທດ​ສິງ​ກະ​ໂປ ແມ່ນ​ຈະ​ບໍ່​ມີ​ຊຸດ​ປະ​ຈຳ​ຊາດ ທີ່​ເປັນ​ຫລັກ​ອ້າງ​ອີງ ແຕ່​ຈະ​ມີ​ສະ​ເພາະ​ຊຸ​ດ​ທີ່​ໃຊ້ ໃນ​ພິ​ທີ່​ການ ແລະ ນິ​ຍົມ​ກັນ​ໃສ່​ກັນ ເນື່ອງ​ມາ​ຈາກ ສິງ​ກະ​ໂປ​ມີ​ຫລາຍ​ເຊື້ອ​ຊາດ​ເຊັ່ນ: ຈີນ ມາ​ເລ ອິນ​ເດຍ ແລະ ຊາວ​ຢູ​ໂລບ

http://hukased.blogspot.com/2016/11/10-national-costume.html


ຮຽບ​ຮຽງ​ໂດຍ: ຄົນ​ຮັກ​ກະ​ເສດ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ