google-site-verification: google0d91bc93cfc88895.html ການສວນຖ່າຍ, ຢາຖ່າຍທ້ອງ ແລະ ຢາລ້າງທ້ອງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, November 24, 2016

ການສວນຖ່າຍ, ຢາຖ່າຍທ້ອງ ແລະ ຢາລ້າງທ້ອງ

 
http://hukased.blogspot.com/2016/11/blog-post_24.html

ການສວນຖ່າຍ, ຢາຖ່າຍທ້ອງ ແລະ ຢາລ້າງທ້ອງ.

ເວລາໃດຈິ່ງຄວນໃຊ້ ແລະ ເວລາໃດຈິ່ງບໍ່ຄວນໃຊ້ຢາເຫຼົ່ານີ້.ຄົນສ່ວນຫຼາຍມັກໃຊ້ການສວນຖ່າຍ ແລະ ກິນຢາຖ່າຍທ້ອງດຸ ເກີນ ໄປ.ຄວາມຕ້ອງການໃນການຖ່າຍທ້ອງກໍ່ແມ່ນນິຍົມກັນທົ່ວໂລກ.ການສວນຖ່າຍ ແລະ ຢາລ້າງທ້ອງນັ້ນປະຊາຊົນນິຍົມ ໃຊ້ກັນຫຼາຍທີ່ສຸດ ແລະ ມັນກໍ່ມັກເຮັດໃຫ້ເກີດອັນຕະລາຍເລື້ອຍໆ. ຄົນສ່ວນຫຼາຍເຊື່ອວ່າ ການເປັນໄຂ້ ຫຼືຖອກທ້ອງສາມາດ ຊຳລະໄດ້ດ້ວຍການສວນຖ່າຍ (ເອົານ້ຳໃສ່ເຂົ້າໄປໃນລຳໃສ້ໂດຍຜ່ານທາງຮູຖ່າຍ)ຫຼືດ້ວຍການໃຊ້ຢາລ້າງທ້ອງ ຫຼື ດ້ວຍການ ກິນ ຢາຖ່າຍຊະນິດທີ່ແຮງ.ແຕ່ວ່າຄວາມພະຍາຍາມໃນການຊຳລະ ຫຼື ລ້າງທ້ອງຄົນເຈັບນັ້ນມັກຈະເຮັດໃຫ້ລຳໃສ້ທີ່ເຈັບຢູ່ ແລ້ວນັ້ນມີອາການໜັກຕື່ມອີກ.

ຢ່າສວນຖ່າຍ ຫຼື ກິນ ຢາຖ່າຍທ້ອງດຸເກີນໄປ ເພາະມັນບໍ່ເຮັດໃຫ້ດີຫ
ຍັງໝົດ, ມີແຕ່ຈະເຮັດໃຫ້ເກີດອັນຕະລາຍ ໂດຍສະເພາະແລ້ວແມ່ນການ
ກິນຢາຖ່າຍທ້ອງຊະນິດແຮງໆ.

ກໍລະນີທີ່ຈະເຮັດໃຫ້ເກີດອັນຕະລາຍໃນການສວນຖ່າຍ ຫຼື ຢາຖ່າຍທ້ອງ: ຫ້າມໃຊ້ ການສວນຖ່າຍ ຫຼື ຢາຖ່າຍທ້ອງກັບຄົນ ທີ່ເຈັບກະເພາະໜັກ ຫຼື ກັບຄົນທີ່ມີອາການເຈັບໃສ້ຕິ່ງ ຫຼື “ເຈັບທ້ອງຮຸ່ນແຮງກະທັນຫັນ” ເຖິງແມ່ນວ່າຄົນຜູ້ນັ້ນຈະບໍ່ຖ່າຍ
ມາຫຼາຍມື້ແລ້ວກໍ່ຕາມ.ຫ້າມໃຊ້ ການສວນຖ່າຍ ຫຼື ຢາຖ່າຍທ້ອງກັບຄົນທີ່ລຳໃສ້ເປັນບາດ ຫຼື ວ່າລຳໃສ້ຖືກລູກປືນ.ຫ້າມໃຊ້ ຢາຖ່າຍທ້ອງຊະນິດແຮງກັບຄົນເຈັບ ຫຼື ຄົນທີ່ອ່ອນເພຍ ເພາະມັນອາດຈະເຮັດໃຫ້ເຂົາອ່ອນເພຍຫຼາຍກ່ວາເກົ່າ.
  • ຫ້າມໃຊ້ ຢາຖ່າຍທ້ອງ ຫຼື ຢາລ້າງທ້ອງກັບແອນ້ອຍທີ່ມີອາຍຸຕ່ຳກວ່າ 2 ປີ.
  • ຫ້າມໃຊ້ ຢາຖ່າຍທ້ອງ ຫຼື ຢາລ້າງທ້ອງກັບເດັກນ້ອຍທີ່ມີໄຂ້ຂຶ້ນແຮງ, ຮາກ, ຖອກທ້ອງຫຼື ມີອາການຂາດນ້ຳ ເພາະມັນຈະເຮັດໃຫ້ເດັກຂາດນ້ຳຫຼາຍຂຶ້ນ ແລະ ເຮັດໃຫ້ເດັກເສຍຊີວິດໄດ້.

ຫ້າມໃຊ້ ຢາຖ່າຍທ້ອງດຸຈົນເກີນໄປ ເພາະມັນຈະເຮັດໃຫ້ຕິດເປັນນິໃສ

  1. ການສວນຖ່າຍແບບງ່າຍໆ ສາມາດຊ່ວຍບັນເທົາອາການທ້ອງຜູກໄດ້ (ຂີ້ແກ່ນ, ຖ່າຍຍາກ)ໂດຍໃຊ້ນຳອຸ່ນ ຫຼື ນ້ຳປະສົມສະບູໜ້ອຍໜຶ່ງເທົ່ານັ້ນ.
  2. ຖ້າຄົນເຈັບທີ່ຮາກນຳ ຫາກມີອາການຂາດນ້ຳ ທ່ານສາມາດສວນຖ່າຍໃຫ້ເຂົາໄດ້ໂດຍໃຊ້ນ້ຳຢາແກ້ອາການຂາດນ້ຳປ່ອຍເຂົ້າໄປຊ້າໆ

ຢາລ້າງທ້ອງ ແລະ ຢາຖ່າຍທ້ອງທີ່ນິຍົມໃຊ້ກັນເລື້ອຍໆ

ນ້ຳມັນຫຸ່ງສາ ໃບເຊັນນາ ຕົ້ນຄາສ໌ຄາຣາ
ຢານີ້ເປັນຢາລ້າງທ້ອງທີ່ເຮັດໃຫ້ເສຍລຳໃສ້ ແລະມັກຈະໃຫ້ຜົນຮ້າຍຫຼາຍກ່ວາຜົນດີ.ທາງທີ່ດີແລ້ວບໍ່ຄວນໃຊ້ຢານີ້.
ຢາແມກນີຊຽມໄຮໂດຼໄຊນ້ຳນົມແມັກນີເຊຍ ແມັກນີຊຽມຊັນເຟດ(ເກືອເອັບຊຳ)
ຢາຈຳພວກນີ້ແມ່ນຢາລ້າງທ້ອງປະເພດເກືອ.ຈົ່ງໃຊ້ຢາພວກນີ້ໃນປະລິມານໜ້ອຍ ເພື່ອໃຫ້ເປັນການຖ່າຍທ້ອງສຳລັບແກ້ທ້ອງ ຜູກ. ຢ່າໃຊ້ຢານີ້ເລື້ອຍເກີນໄປ ແລະ ຫ້າມໃຊ້ກັບຜູ້ທີ່ມີອາການເຈັບທ້ອງເດັດຂາດ.
ນ້ຳມັນແຮ່ທາດ
ຢານີ້ບາງເທື່ອກໍ່ໃຊ້ແກ້ອາການທ້ອງຜູກສຳລັບຄົນທີ່ເປັນລິດສະດວງຮູຖ່າຍ. ແຕ່ມັນກໍ່ຄືກັບການເອົາຫີນທານ້ຳມັນແລ້ວຍັດ ເຂົ້າຮູຖ່າຍ. ບໍ່ຄວນໃຊ້

ການໃຊ້ຢາຖ່າຍທ້ອງ ແລະ ຢາລ້າງທ້ອງທີ່ຖືກຕ້ອງ:

ຢາຖ່າຍທ້ອງກໍ່ຄືກັນກັບຢາລ້າງທ້ອງ ແຕ່ວ່າ ອ່ອນກ່ວາ. ຢາທັງໝົດທີ່ກ່າວມານັ້ນຖ້າໃຊ້ໃນປະລິມານໜ້ອຍກໍ່ເປັນຢາຖ່າຍ ທ້ອງ ແລະ ຖ້າໃຊ້ໃນປະລິມານຫຼາຍກໍ່ເປັນຢາລ້າງທ້ອງ ຢາຖ່າຍທ້ອງຊ່ວຍເຮັດໃຫ້ອາຈົ່ມແຫຼວແລະຖ່າຍສະດວກສ່ວນຢາລ້າງ ທ້ອງນັ້ນເຮັດໃຫ້ອາຈົ່ມເປັນນ້ຳຄືກັບການຖອກທ້ອງ.
ຢາລ້າງທ້ອງ:ກໍລະນີດຽ່ວທີ່ຕ້ອງໄດ້ໃຊ້ຢາລ້າງທ້ອງໃນປະລິມານຫຼາຍນັ້ນຄືໃນກໍລະນີທີ່ຄົນກິນຢາເບື່ອແລະຈຳເປັນຈະຕ້ອງໄດ້ ລ້າງທ້ອງໃຫ້ໄວທີ່ສຸດ. ຖ້າໃຊ້ໃນກໍລະນີອື່ນແລ້ວແມ່ນອັນຕະລາຍ.

http://hukased.blogspot.com/2016/11/blog-post_24.html
ຢາຖ່າຍທ້ອງ: ທ່ານສາມາດໃຊ້ນ້ຳນົມ ແມກນີເຊຍ ຫຼື ເກືອ ແມກນີຊຽມອື່ນໆ ໃນປະລິມານໜ້ອຍ ເພື່ອເປັນຢາຖ່າຍທ້ອງ ໃນກໍລະນີທີ່ເປັນທ້ອງຜູກ. ຜູ້ທີ່ເປັນລິດສະດວງທະວານໜັກແລ້ວມີອາການທ້ອງຜູກສາມາດໃຊ້ຢານ້ຳມັນແຮ່ທາດໄດ້ ແຕ່ວ່າ ຢານີ້ຈະເຮັດໃຫ້ອາຈົ່ມມື່ນເທົ່ານັ້ນບໍ່ແມ່ນເຮັດໃຫ້ໜຽວ. ປະລິມານນ້ຳມັນແຮ່ທາດທີ່ຕ້ອງໃຊ້ແມ່ນ 3 ຫາ 6 ບ່ວງກາເຟ ແລະກິນກ່ອນນອນ(ຫ້າມກິນໃນຍາມກິນເຂົ້າເພາະວ່ານ້ຳມັນນີ້ຈະທຳລາຍວິຕາມິນໃນອາຫານທີ່ກິນເຂົ້າໄປ).ການໃຊ້ຢາຖ່າຍ ທ້ອງ ບໍ່ແມ່ນວິທີທີ່ດີທີ່ສຸດໃນການແກ້ອາການທ້ອງຜູກ.
ຢາເໜັບທະວານໜັກ (ຫຼືຢາຮູບຫົວຈະຫຼວດ) ທີ່ໃຊ້ເໜັບເຂົ້າໄປໃນທະວານໜັກ ຊຶ່ງສາມາດໃຊ້ເພື່ອຊວ່ຍບັນເທົາອາການ ທ້ອງຜູກ ຫຼື ລິດສີດວງທະວານໄດ້

 ວິທີແກ້ທ້ອງຜູກທີ່ດີກວ່າ

ອາຫານທີ່ມີໄຍອາຫານ ວິທີຮັກສາສຸຂະພາບໃຫ້ດີ ແລະ ວິທີເຮັດໃຫ້ຖ່າຍສະດວກອີກວິທີໜຶ່ງນັ້ນແມ່ນການດື່ມນ້ຳໃຫ້ຫຼາຍ ແລະ ກິນອາຫານປະເພດທີ່ມີກາກໄຍທຳມະຊາດຫຼາຍໆ ຫຼື ວ່າກິນອາຫານປະເພດເມັດເຊັ່ນ: ເຂົ້າ, ຮຳເຂົ້າການກິນໝາກໄມ້ ແລະ ຜັກຫຼາຍໆນັ້ນກໍ່ສາມາດຊ່ວຍເຮັດໃຫ້ຖ່າຍສະດວກໄດ້ຄືກັນ.
ຈາກການວິໃຈຂອງແພດໄດ້ພົບວ່າປະຊາຊົນຜູ້ທີ່ກິນອາຫານປະເພດໄຍສັງເຄາະທຳມະຊາດຫຼາຍໆນັ້ນຈະບໍ່ສູ່ເປັນສະດວງຮທະ ວານໜັກ, ທ້ອງຜູກ ແລະ ເປັນມະເຮັງໃນລຳໄສ້ເລີຍຊຶ່ງຜິດກັບປະຊາຊົນທີ່ກິນອາຫານທັນສະໄໝ ແລະຍ້ອມສີຫຼາຍໆ. ເພື່ອ ເຮັດໃຫ້ມີ ການຖ່າຍໜັກເປັນປົກກະຕິ ຄວນຫຼີກເວັ້ນການກິນອາຫານປະເພດໄຂມັນ. ນໍ້າຕານ ແລະອາຫານຫວານໆແຕ່ ຄວນ ກິນອາຫານທີ່ເຮັດຈາກເຂົ້າ, ໝາກໄມ້ ແລະຜັກເຫຼົ່ານີ້ເປັນຕົ້ນ.
http://hukased.blogspot.com/2016/11/blog-post_24.html


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ