google-site-verification: google0d91bc93cfc88895.html ຄວາມເຊື່ອ [ belief] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, November 22, 2016

ຄວາມເຊື່ອ [ belief]

ຄວາມເຊື່ອ

ຄວາມເຊື່ອທີ່ສາມາດເຮັດໃຫ້ຜູ້ຄົນມີສຸຂະພາບແຂງແຮງດີ

ການປິ່ນປົວແຜນບູຮານບາງຢ່າງແມ່ນສົ່ງຜົນໂດຍກົງຕໍ່ຮ່າງກາຍຄົນເຈັບ, ສ່ວນການປິ່ນປົວແບບແຜນບູຮານອີກຈຳນວນໜຶ່ງ ນັ້ນແມ່ນມີຜົນກໍ່ຍ້ອນວ່າຜູ້ຄົນນັ້ນມີຄວາມເຊື່ອ. ຄວາມເຊື່ອແມ່ນມີພະລັງໃນການຮັກສາພະຍາດສູງ. ຕົວຢ່າງເຊັ່ນ: ຄັ້ງໜຶ່ງ ຂ້ອຍໄດ້ເຫັນຊາຍຜູ້ໜຶ່ງທີ່ມີອາການເຈັບຫົວແຮງ ແລະ ມີແມ່ຍິງຄົນໜຶ່ງໄດ້ເອົາກວນໝາກໄມ້ ຫຼື ມັນດ້າງຕອນນ້ອຍໃຫ້ຊາຍ ຄົນດັ່ງກ່າວນັ້ນກິນ ພ້ອມບອກຊາຍຄົນນັ້ນວ່ານັ້ນເປັນຢາແກ້ປວດທີ່ມີສັບພະຄຸນດີ. ຊາຍຄົນນັ້ນກໍ່ເຊື່ອນາງ ແລະລາວກໍ່ຮູ້ສຶກ ວ່າອາການປວດຫົວຂອງລາວນັ້ນຫາຍໄປທັນທີ.ນັ້ນເປັນເພາະຄວາມສັດທາຕໍ່ການຮັກສາດັ່ງກ່າວນັ້ນທີ່ເຮັດໃຫ້ລາວຫາຍຈາກ ອາການເຈັບຫົວ ບໍ່ແມ່ນຍ້ອນການກິນກວນໝາກໄມ້ ຫຼືມັນດ້າງແຕ່ຢ່າງໃດ.
        ມີການປິ່ນປົວແບບພື້ນ ບ້ານຢູ່ຫຼາຍປະເພດທີ່ໃຫ້ຜົນໃນລັກສະນະດຽວກັນນີ້. ນັ້ນກໍ່ຍ້ອນວ່າຊາວບ້ານມີຄວາມສັດທາ ຕໍ່ການປິ່ນປົວດັ່ງກ່າວ. ຍ້ອນເຫດຜົນທີ່ກ່າວມານັ້ນ ການປິ່ນປົວດັ່ງກ່າວຈິ່ງມີປະໂຫຍດໃນການຮັກສາພະຍາດໂດຍສະເພາະ ແມ່ນພະຍາດທີ່ມີສ່ວນມາຈາກສະພາບຈິດໃຈ ຫຼື ພະຍາດທີ່ມີສາຍເຫດມາຈາກຄວາມເຊື່ອຂອງບຸກຄົນ, ຄວາມກັງວົນໃຈ, ຫຼື ຄວາມຢ້ານກົວຕ່າງໆ. ເຊິ່ງລວມມີພະຍາດຕ່າງໆ ເຊັ່ນ:ອາການຖືກມົນ ຫຼື ຄາຖາສະກົດ, ການຢ້ານກົວທີ່ບໍ່ຮູ້ສາຍເຫດ, ອາການເຈັບປວດທີ່ເປັນໆຫາຍໆ (ໂດຍສະເພາະແມ່ນຜູ້ທີ່ໄດ້ຜ່ານຊ່ວງເວລາທີ່ມີຄວາມກົດດັນສູງ ເຊັ່ນ ສາວຂຶ້ນໃໝ່ ຫຼື ຍິງສູງໄວ (ຜູ້ເຖົ້າ)), ແລະຄວາມກັງວົນໃຈ. ນອກນີ້ກໍ່ຍັງມີພະຍາດຫືດ, ສະເອິ, ອາຫານບໍ່ຍ່ອຍ, ເປັນບາດແຜໃນກະເພາະອາ ຫານ,ປວດຫົວຂ້າງດຽວ ແລະ ຂີ້ກະຕູດ.
        ໃນການປິ່ນປົວພະຍາດຕ່າງໆທີ່ກ່າວມາເທິງນັ້ນ, ຄຸນສົມບັດ ຫຼືການເຂົ້າເຖິງຈິດໃຈຄົນເຈັບຂອງຜູ້ຮັກສານັ້ນມີຄວາມ ສຳຄັນຫຼາຍ. ຕາມປົກກະຕິແລ້ວປັດໃຈສຳຄັນໃນການຮັກສານັ້ນກໍ່ຄືການສະແດງອອກເຖິງຄວາມຫ່ວງໃຍໃຫ້ຄົນເຈັບຮູ້, ຊ່ວຍໃຫ້ຄົນເຈັບເຊື່ອໝັ້ນວ່າພະຍາດທີ່ເປັນຢູ່ຈະດີ ຫຼື ຊ່ວຍໃຫ້ຄົນເຈັບໄດ້ພັກຜ່ອນ.ບາງເທື່ອຄວາມເຊື່ອຂອງຄົນເຮົາທີ່ມີ ຕໍ່ວິທີການປິ່ນປົວກໍ່ຊ່ວຍຮັກສາພະຍາດທາງກ່າຍໄດ້ເຊັ່ນກັນ. ຍົກຕົວຢ່າງ, ຄົນແມັກຊິໂກເຂົາເຈົ້າມີວິທີການຮັກສາແບບພື້ນ ເມືອງຕ່າງໆໃນເວລາງູພິດກັດດັ່ງນີ້ສ່ວນປະຊາຊົນຢູ່ປະເທດອື່ນໆຕ່າງກໍ່ມີວິທີການປິ່ນປົວແບບພື້ນເມືອງສຳລັບງູກັດທີ່ແຕກຕ່າງ ກັນໄປ. ເທົ່າທີ່ຮູ້ມາ ການປິ່ນປົວແບບຕ່າງໆທີ່ກ່າວມາເທິງນີ້ບໍ່ມີຜົນໂດຍກົງໃນການຮັກສາງູພິດກັດ.ສຳລັບຜູ້ທີ່ອອກມາກ່າວ ວ່າ ຕົນຖືກງູກັດ ແລະ ການປິ່ນປົວແບບພື້ນເມືອງຊ່ວຍກຳຈັດພິດໄດ້ນັ້ນມັນອາດເປັນການເຂົ້າໃຈຜິດຄິດວ່າງູທີ່ກັດນັ້ນເປັນງູ ພິດທັງທີ່ມັນອາດຈະບໍ່ແມ່ນງູພິດກໍ່ເປັນໄດ້.ເຖິງຢ່າງໃດກໍ່ຕາມ ໜຶ່ງໃນວິທີການປິ່ນປົວແບບພື້ນເມືອງທີ່ກ່າວມາ ນັ້ນອາດມີ ຜົນທີ່ດີ ຖ້າວ່າຄົນເຈັບຫາກເຊື່ອໃນການຮັກສາ. ນັ້ນກໍ່ເພາະວ່າມັນໄດ້ລົດຄວາມຢ້ານກົວຂອງຄົນທີ່ຖືກງູກັດນັ້ນລົງ,ການເຕັ້ນ ຂອງຊີບພະຈອນຈະຊ້າລົງ ແລະ ລາວກໍ່ຈະເຄື່ອນໄຫວ ແລະ ສັ່ນໜ້ອຍລົງ ຊຶ່ງຜົນຂອງມັນກໍ່ຄືເຮັດໃຫ້ພິດກະຈາຍໄປທົ່ວຮ່າງ ກາຍນັ້ນຊ້າລົງກວ່າເກົ່າ, ຊຶ່ງຈະເຮັດໃຫ້ຜູ້ທີ່ຖືກກັດເປັນຕະລາຍໜ້ອຍລົງ! ແຕ່ເຖິງຢ່າງໃດກໍ່ຕາມ ການຮັກສາງູກັດຕາມແບບ ພື້ນເມືອງນີ້ແມ່ນມີປະສິດທິພາບທີ່ຈຳກັດ. ເຖິງຈະຮັກສາຕາມວິທີການທີ່ກ່າວມານັ້ນ, ນອກຈາກບໍ່ຫາຍຂາດແລ້ວ ກໍ່ຍັງມີ ຜູ້ທີ່ຖືກງູກັດຫຼາຍໆຄົນນັ້ນຍັງມີອາການເຈັບປ່ວຍໜັກຂຶ້ນ ຫຼື ຕາຍກໍ່ມີ. ສະນັ້ນ, ເທົ່າທີ່ຮູ້ມາ:


ໃນການຮັກສາສັດ ຫຼື ແມງໄມ້ທີ່ມີພິດກັດ ຫຼື ຕອດ (ບໍ່ວ່າຈະເປັນ ງູ, ແມງເງົາ, ແມງມຸມ, ຫຼືສັດທີ່ມີພິດອື່ນ) ແມ່ນບໍ່ມີການ ຮັກສາພື້ນເມືອງໃດໆເລີຍທີ່ຈະໄດ້ຜົນດີ, ນອກເໜືອໄປຈາກການໃຫ້ຜົນຮັກສາທາງດ້ານຈິດໃຈເທົ່ານັ້ນ.

ສຳລັບປິ່ນປົວງູກັດນັ້ນ ຖ້າຢາກໃຫ້ຫາຍດີ ແມ່ນມີແຕ່ຮັກສາຕາມແບບຂອງການແພດແບບໃໝ່ເທົ່ານັ້ນ.ຕ້ອງໄດ້ມີການກະ ກຽມ ເພື່ອຍາມສຸກເສີນ ເຊັ່ນ: ຊອກຫາຢາແກ້ພິດມາໄວ້ກ່ອນ ເພື່ອແກ້ພິດທີ່ອາດຈະເກີດຈາກການກັດຂອງສັດ ຫຼື ແມງໄມ້ ມີພິດ ບໍ່ໃຫ້ລໍຖ້າໃຫ້ເຫດເກີດແລ້ວຈິ່ງແລ່ນຫາຢາແກ້ ເພາະມັນອາດຈະຊ້າເກີນໄປແລ້ວ.

 http://hukased.blogspot.com/2016/11/belief.html

ຄວາມເຊື່ອທີ່ເຮັດໃຫ້ເກີດການເຈັບປ່ວຍໄດ້

ດັ່ງທີ່ໄດ້ກ່າວມາແລ້ວວ່າ ຄວາມເຊື່ອແມ່ນມີພະລັງທີ່ສາມາດຮັກສາໂລກໄພໄຂ້ເຈັບໄດ້. ແຕ່ຖ້າຫາກເຊື່ອຫຼາຍໂພດມັນກໍ່ໃຫ້ ໂທດໄດ້. ຖ້າຜູ້ໃດຫາກມີຄວາມຢ້ານກົວຫຼາຍໂພດວ່າຈະມີບາງສິ່ງບາງຢ່າງເຮັດໃຫ້ຕົນເອງເຈັບໄຂ້ໄດ້ ຄວາມຢ້ານຂອງລາວ ເອງນັ້ນແຫຼະທີ່ເຮັດໃຫ້ລາວລົ້ມປ່ວຍລົງ.
ຍົກຕົວຢ່າງ ເຊັ່ນ: ມີຄັ້ງໜຶ່ງມີຄົນມາເອີ້ນຂ້ອຍໃຫ້ໄປເບິ່ງອາການຂອງແມ່ຍິງຄົນໜຶ່ງທີ່ຫາກໍ່ຫຼຸລູກ ແລະກໍ່ຍັງມີເລືອດໄຫຼອອກ ມາຢູ່ເລັກນ້ອຍ. ຢູ່ຂ້າງເຮືອນຂອງນາງນັ້ນມີຕົ້ນໝາກກ້ຽງຢູ່, ເພາະວ່າໝາກກ້ຽງມີວິຕາມິນຊີ ທີ່ສາມາດເສີມຄວາມແຂງແຮງ ໃຫ້ກັບເສັ້ນເລືອດໄດ້ ຂ້ອຍຈິ່ງແນະນຳໃຫ້ນາງດື່ມນ້ຳໝາກກ້ຽງຈັກຈອກໜຶ່ງ. ນາງກໍ່ດື່ມນ້ຳໝາກກ້ຽງນັ້ນທັງທີ່ວ່ານາງມີ ຄວາມຢ້ານວ່ານ້ຳໝາກກ້ຽງຈະເຮັດໃຫ້ນາງເຈັບເປັນກໍ່ຕາມ.ຄວາມຢ້ານກົວຂອງນາງຕໍ່ການດື່ມນ້ຳໝາກກ້ຽງແມ່ນມີຢ່າງ ຫຼວງຫຼາຍ ແລະ ຫຼັງຈາກນາງດື່ມເຂົ້າໄປບໍ່ພໍເທົ່າໃດນາທີ ນາງກໍ່ເລີ່ມມີອາການບໍ່ສະບາຍຢ່າງໜັກ. ຂ້ອຍໄດ້ກວດກາເບິ່ງອາ ການ ຂອງນາງຢ່າງລະອຽດ ແຕ່ບໍ່ພົບວ່າມີຫຍັງຜິດປົກກະຕິກັບຮ່າງກາຍຂອງນາງ. ຂ້ອຍກໍ່ພະຍາຍາມປອບໃຈລາວໂດຍບອກ ກັບລາວວ່າບໍ່ມີອັນຕະລາຍໃດໆດອກ,ແຕ່ລາວກໍ່ຕອບກັບມາວ່າລາວກຳລັງຈະຕາຍ.ຂ້ອຍກໍ່ເລີຍຕັດສິນໃຈສັກຢາໃຫ້ນາງເຂັມ ໜຶ່ງຊຶ່ງໃນເຂັມຢາ ນັ້ນແມ່ນມີແຕ່ນ້ຳກັ່ນລ້າໆ (ນ້ຳກັ່ນແມ່ນເປັນນ້ຳທີ່ໃຊ້ປົນຢາ ແລະ ບໍ່ມີສັບພະຄຸນທາງຢາໃດໆ). ແຕ່ຍ້ອນ ວ່ານາງມີຄວາມເຊື່ອ ແລະ ສັດທາໃນການສັກຢາ, ນາງກໍ່ຟື້ນຄືນມາຢ່າງໄວວາ.

          ຈາກກໍລະນີຂ້າງເທິງນີ້ຈະເຫັນໄດ້ວ່າ ອັນທີ່ຈິງແລ້ວນ້ຳໝາກກ້ຽງແມ່ນບໍ່ໄດ້ເຮັດຫຍັງກັບນາງ ແຕ່ຍ້ອນນາງມີຄວາມ ເຊື່ອວ່າ ໝາກກ້ຽງຈະເປັນອັນຕະລາຍຕໍ່ນາງນັ້ນ ທີ່ເຮັດໃຫ້ນາງບໍ່ສະບາຍ ແລະ ສິ່ງທີ່ເຮັດໃຫ້ນາງຫາຍດີກໍ່ຍ້ອນວ່າ ນາງເຊື່ອ ແລະ ສັດ ທາໃນການສັກຢາ.
          ມີຫຼາຍໆຄົນກໍ່ຍັງຄົງມີຄວາມເຊື່ອທີ່ຜິດໆໃນລັກສະນະຄ້າຍໆກັນນີ້ຢູ່ ເຊັ່ນ: ເຊື່ອໃນເວດມົນຄາຖາ,ເຊື່ອໃນການສັກ ຢາ, ເຊື່ອ ໃນເລື່ອງການຂະລຳອາຫານການກິນ, ແລະ ອື່ນໆອີກ. ຊຶ່ງຄວາມເຊື່ອເລົ່ານີ້ຈະພາໃຫ້ເກີດການເຈັບເປັນໂດຍບໍ່ຈຳເປັນ.ເຖິງວິທີການທີ່ຂ້ອຍໃຊ້ໃນການຊ່ວຍເຫຼືອແມ່ຍິງຄົນນັ້ນມັນໄດ້ ຜົນ ກໍ່ຕາມ ແຕ່ຂ້ອຍຍິ່ງຄິດກໍ່ຍິ່ງຮູ້ສຶກຜິດທີ່ເຮັດໃຫ້ນາງເຂົ້າ ໃຈຜິດຍິ່ງຂຶ້ນ ແລະເຊື່ອໃນສິ່ງທີ່ບໍ່ເປັນຄວາມຈິງ.ຂ້ອຍຢາກເຮັດ ໃຫ້ທຸກຢ່າງເປັນໄປໃນທາງທີ່ຖືກຕ້ອງ, ຕໍ່ຈາກນັ້ນສອງສາມມື້ຫຼັງຈາກທີ່ນາງຫາຍດີແລ້ວຂ້ອຍໄດ້ໄປຢ້ຽມນາງອີກເພື່ອຂໍໂທດ ນາງ ແລະກໍ່ພະຍາຍາມອະທິບາຍໃຫ້ນາງເຂົ້າໃຈວ່າ ມັນບໍ່ແມ່ນນ້ຳໝາກກ້ຽງທີ່ເປັນຕົ້ນເຫດຂອງອາການເຈັບ ຂອງນາງແຕ່ ມັນແມ່ນຄວາມຢ້ານຕ່າງຫາກທີ່ເປັນຕົ້ນເຫດ; ແລະ ມັນກໍ່ບໍ່ແມ່ນນ້ຳກັ່ນທີ່ສັກເຂົ້າໄປນັ້ນທີ່ຊ່ວຍໃຫ້ນາງເຊົາ ແຕ່ມັນແມ່ນ ການປະສະຈາກຄວາມຢ້ານຕ່າງຫາກທີ່ຊ່ວຍໃຫ້ນາງເຊົາ.
           ຂ້ອຍເຊື່ອວ່າ ການທີ່ນາງ ແລະ ທຸກຄົນໃນຄອບຄົວຂອງນາງເຂົ້າໃຈເຖິງສາຍເຫດທີ່ແທ້ຈິງຂອງອາການເຈັບຂອງ ນາງແລ້ວ ພວກເຂົາຈະຄ່ອຍຫຼຸດພົ້ນອອກຈາກອາການຢ້ານກົວເຫຼົ່ານັ້ນ ແລະ ສາມາດດູແລສຸຂະພາບຂອງພວກເຂົາໃຫ້ດີຂຶ້ນ ໃນອານາຄົດ. ເພາະວ່າສຸຂະພາບທີ່ດີແມ່ນຂຶ້ນກັບຄວາມເຂົ້າໃຈໃນການຮັກສາສຸຂະພາບ ແລະ ການປະສະຈາກຄວາມຢ້ານ ກົວຕ່າງໆ.

ມີຫຼາຍສິ່ງຫຼາຍຢ່າງທີ່ສາມາດເຮັດໃຫ້ຄົນເຮົາເຈັບເປັນ
ໄດ້ ກໍ່ຍ້ອນວ່າຄົນເຮົານັ້ນເອງທີ່ເຊື່ອວ່າພວກມັນສາມາດເຮັດໄດ້.

http://hukased.blogspot.com/2016/11/belief.html 

ຄວາມເຊື່ອໃນ ເວດມົນຄາຖາ - ມົນດຳ - ແລະ ຄຳສາບຈາກສາຍຕາຜີສາດ

ຖ້າຫາກວ່າຜູ້ໃດຫາກມີຄວາມເຊື່ອຢ່າງຕາຍໃຈວ່າຈະມີຄົນທີ່ມີພະລັງພິເສດຈະມາທຳຮ້າຍຕົນເອງ,ລາວກໍ່ອາດຈະເຈັບປ່ວຍຍ້ອນ ສິ່ງທີ່ລາວຢ້ານນັ້ນກໍ່ເປັນໄດ້. ຫາກຜູ້ໃດກໍ່ຕາມທີ່ເຊື່ອວ່າຕົນນັ້ນຕ້ອງມົນຄາຖາ ຫຼື ຄຳສາບຈາກສາຍຕາຜີສາດ, ບຸກຄົນນັ້ນ ແມ່ນຕົກເປັນເຫຍື່ອຂອງຄວາມຢ້ານກົວຂອງຕົນເອງ
ໝໍຜີແມ່ນບໍ່ມີເວດມົນອຳນາດເໜືອບຸກຄົນອື່ນ, ແຕ່ວ່າລາວອາດມີຄວາມສາມາດທີ່ເຮັດໃຫ້ຄົນເຊື່ອວ່າລາວມີອຳນາດເວດມົນ ນັ້ນ. ຍ້ອນເຫດນີ້:

ມັນຈິ່ງເປັນໄປບໍ່ໄດ້ ທີ່ຈະໃຊ້ເວດມົນຄາ
ຖາກັບບຸກຄົນທີ່ບໍ່ມີຄວາມເຊື່ອຖືໃນເລື່ອງ
ເວດມົນກົນຄາຖາ

ມີບາງຄົນກໍ່ຄິດວ່າຕົນເອງຖືກເວດມົນຄາຖາ ເມື່ອຕົນເອງມີໂລກໄພທີ່ແປກໆ ແລະ ເປັນໜ້າຢ້ານກົວ ຊະນິດຕ່າງໆ (ເຊັ່ນ: ເນື້ອງອກໃນອະໄວຍະວະເພດ ຫຼື ພະຍາດຕັບແຂງ). ພະຍາດເລົ່ານັ້ນແມ່ນບໍ່ມີສ່ວນກ່ຽວຂ້ອງກັບເວດມົນຄາຖາ ຫຼື ມົນດຳ ໃດໆ. ສາຍເຫດທີ່ພາໃຫ້ເກີດພະຍາດເຫຼົ່ານັ້ນແມ່ນມາຈາກທຳມະຊາດ.ຢ່າໄປເສຍເງິນເສຍທອງໃຫ້ກັບສຳນັກ ໝໍມົນຕ່າງໆ ທີ່ອ້າງວ່າຕົນສາມາດຮັກສາເວດມົນຄາຖາຕ່າງໆໄດ້, ແລະ ບໍ່ໃຫ້ໄປຫາທາງແກ້ແຄ້ນໝໍເວດມົນ ເພາະນັ້ນຈະບໍ່ຊ່ວຍໃຫ້ຫຍັງດີ ຂຶ້ນ. ຖ້າທ່ານເຈັບໜັກຈົ່ງໄປໃຫ້ແພດຮັກສາ.

 http://hukased.blogspot.com/2016/11/belief.html

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ