google-site-verification: google0d91bc93cfc88895.html ວິທີທີ່ຈະຮູ້ໄດ້ວ່າການປິ່ນປົວແບບພື້ນເມືອງນັ້ນໄດ້ຜົນ ຫຼື ບໍ່ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, November 23, 2016

ວິທີທີ່ຈະຮູ້ໄດ້ວ່າການປິ່ນປົວແບບພື້ນເມືອງນັ້ນໄດ້ຜົນ ຫຼື ບໍ່

 

ວິທີທີ່ຈະຮູ້ໄດ້ວ່າການປິ່ນປົວແບບພື້ນເມືອງນັ້ນໄດ້ຜົນ ຫຼື ບໍ່

ການທີ່ຜູ້ຄົນຈຳນວນຫຼວງຫຼາຍນຳໃຊ້ວິທີການປິ່ນປົວແບບພື້ນເມືອງໃດໜຶ່ງນັ້ນບໍ່ໄດ້ໝາຍຄວາມວ່າມັນມີປະສິດຜົນ ແລະ ປອດໄພສະເໝີໄປ. ໂດຍທົ່ວໄປແລ້ວມັນກໍ່ຍາກທີ່ຈະຮູ້ໄດ້ວ່າວິທີການປິ່ນປົວພື້ນເມືອງຊະນິດໃດໄດ້ຜົນແລະວິທີໃດທີ່ອາດຈະ ໃຫ້ຜົນຮ້າຍ. ຖ້າຢາກໝັ້ນໃຈວ່າວິທີປິ່ນປົວໃດໄດ້ຜົນຫຼືບໍ່ນັ້ນ ແມ່ນມີແຕ່ການສຶກສາເບິ່ງແຕ່ລະຢ່າງໃຫ້ລະອຽດເທົ່ານັ້ນ ມີ 4 ຫຼັກການທີ່ຈະຊ່ວຍໃຫ້ເຮົາໃຫ້ຮູ້ວ່າ ການປິ່ນປົວແບບໃດທີ່ບໍ່ມີປະສິດທິຜົນ, ຫຼືເປັນອັນຕະລາຍ. (ຕົວຢ່າງທີ່ຍົກມານັ້ນ ແມ່ນຈາກບ້ານຕ່າງໆໃນປະເທດເມັກຊິໂກ.)

1. ຍິ່ງໃຊ້ການປິ່ນປົວຫຼາຍແບບຕໍ່ພະຍາດໜຶ່ງໆ, ນັ້ນສະແດງວ່າບໍ່ມີວິທີການປິ່ນປົວໃດທີ່ໃຊ້ນັ້ນໄດ້ຜົນດີ. ຕົວຢ່າງ:ຢູ່ປະເທດ ເມັກຊິໂກ, ມີວິທີການປິ່ນປົວພື້ນເມືອງຫຼາຍໆແບບສຳລັບການຮັກສາໂລກຄໍໜຽງ, ແຕ່ບໍ່ມີວິທີໃດເລີຍທີ່ພໍໃຊ້ໄດ້ຜົນຂ້າງລຸ່ມ ນີ້ແມ່ນບາງຕົວຢ່າງຂອງວິທີການປິ່ນປົວ ເຫຼົ່ານັ້ນ:


ຈາກຂ້າງເທິງຈະເຫັນວ່າບໍ່ມີວິທີການໃດໃຊ້ໄດ້ຜົນ,ຖ້າມັນໄດ້ຜົນແທ້ວິທີການອື່ນໆກໍ່ຄົງບໍ່ຈຳເປັນຕ້ອງເອົາມາໃຊ້ຫາກໂລກພະ ຍາດໜຶ່ງມີວິທີການປິ່ນປົວດຽວທີ່ຄົນນິຍົມໃຊ້ສະແດງວ່າວິທີການປິ່ນປົວນັ້ນເປັນວິທີການປິ່ນປົວທີ່ດີ. ສະນັ້ນ, ໃນການປ້ອງ ກັນ ແລະປິ່ນປົວໂລກຄໍໜຽງໃຊ້ເກືອໄອໂອດີນ 
2. ວິທີການປິ່ນປົວທີ່ສົກກະປົກ ຫຼື ໜ້າລັງກຽດອາດບໍ່ຊ່ວຍຫຍັງເລີຍ ແລະ ທົ່ວໄປແລ້ວກໍ່ເປັນອັນຕະລາຍນຳອີກ.ທັງສອງວິ ທີການປິ່ນປົວເທິງນີ້ແມ່ນບໍ່ຊ່ວຍຫຍັງເລີຍ. ວິທີທຳອິດແມ່ນຈະພາໃຫ້ເກີດການຕິດເຊື້ອທີ່ອັນຕະລາຍ. ການເຊື່ອໃນການປິ່ນ ປົວພະຍາດດັ່ງກ່າວບາງຄັ້ງມັນກໍ່ເຮັດໃຫ້ເສັຍເວລາທີ່ຈະໄດ້ຮັບການປິ່ນປົວທີ່ຖືກຕ້ອງຕາມແພດແບບໃໝ່.
3. ວິທີການປິ່ນປົວທີ່ໃຊ້ສິ່ງເສດເຫຼືອຂອງຄົນ ຫຼື ສັດແມ່ນບໍ່ເປັນຜົນດີ ແລະ ສາມາດພາໃຫ້ເກີດການຕິດເຊື້ອອັນຕະລາຍໄດ້. ຫ້າມບໍ່ໃຫ້ເຮັດເດັດຂາດ.




ຂີ້ກະຕ່າຍຫຼືຂີ້ສັດອື່ນໆບໍ່ສາມາດປົວແຜໄຟໄໝ້ໄດ້.ການໃຊ້ຂີ້ສັດຕ່າງໆເຫຼົ່ານັ້ນມາເປັນຢາປົວພະຍາດແມ່ນມີອັນຕະລາຍຫຼາຍ. ການກຳຂີ້ງົວເອົາໄວ້ໃນມືບໍ່ໄດ້ຊ່ວຍຄວບຄຸມອາລົມຮ້ອນໄດ້.ນ້ຳຢາທີ່ໄດ້ຈາກການຕົ້ມອຸຈະລະ (ຂີ້) ຄົນ, ໝູ, ຫຼື ສັດອື່ນໆບໍ່ ມີຜົນໃນການປິ່ນປົວພະຍາດໃດໆພວກມັນມີແຕ່ຈະເຮັດໃຫ້ຄົນທີ່ເຈັບປ່ວຍຢູ່ນັ້ນເຈັບໜັກເຂົ້າໄປຕື່ມ.ຫ້າມບໍ່ໃຫ້ເອົາຂີ້ທາໃສ່ ສາຍບືແອນ້ອຍເກີດໃໝ່ເດັດຂາດ ເພາະມັນຈະພາໃຫ້ຕິດເຊື້ອໂລກບາດທະຍັກ.
4. ວິທີການປິ່ນປົວໂລກພະຍາດໃດໜຶ່ງຍິ່ງຄ້າຍຄືກັບອາການຂອງໂລກພະຍາດທີ່ຈະປົວນັ້ນເທົ່າໃດ, ໂລກພະຍາດນັ້ນຈະມີອາ ການດີຂຶ້ນບໍ່ແມ່ນຍ້ອນມາຈາກວິທີການປິ່ນປົວນັ້ນໆແຕ່ແມ່ນຍ້ອນພະລັງຂອງຄວາມເຊື່ອ. ຈາກຕົວຢ່າງຕ່າງໆຈາກປະເທດ ເມັກຊິໂກທີ່ຢູ່ຂ້າງລຸ່ມນີ້ ແມ່ນຈະເຫັນໄດ້ສາຍພົວພັນກັນຢ່າງຈະແຈ້ງລະຫວ່າງໂລກໄພໄຂ້ເຈັບ ແລະວິທີການຮັກສາຂອງມັນ.


  1. ເພື່ອຮັກສາເລືອດດັງອອກແມ່ນໃຊ້ເຫັດ ເຢັດສ໌ກາ (ເຫັດທີ່ມີສີແດງສົດ)
  2. ຮັກສາຫູໜວກ ໂຮຍຝຸ່ນຈາກກະດູກຫາງງູຫາງກະດິ່ງເຂົ້າໃນຮູຫູ
  3. ຮັກສາອາການຖືກໝາກັດໃຫ້ດື່ມນ້ຳຕົ້ມຫາງໝານັ້ນ
  4. ແມງເງົາຕອດ, ໃຫ້ມັດໂຕແມງເງົາໄວ້ເທິງນີ້ວທີ່ຖືກຕອດນັ້ນ
  5. ເພື່ອປ້ອງກັນພະຍາດຖອກທ້ອງຕອນແຂ້ວເດັກນ້ອຍກຳລັງເລີ່ມປົ່ງ,ໃຫ້ເອົາສາຍຄໍທີ່ຮ້ອຍແຂ້ວງູນັ້ນໃສ່ຄໍໃຫ້ແອນ້ອຍ
  6. ເພື່ອເຮັດໃຫ້ຕຸ່ມໝາກແດງປະກົດອອກມາໃຫ້ດື່ມນ້ຳຕົ້ມເປືອກຕົ້ນງິ້ວ
ວິທີການປິ່ນປົວຈາກຕົວຢ່າງຂ້າງເທິງ, ແລະ ວິທີອື່ນໆອີກທີ່ຄ້າຍຄືກັນນີ້ ແມ່ນບໍ່ມີຜົນທາງການປິ່ນປົວພະຍາດ ແຕ່ມັນອາດ ຈະມີຜົນທາງດ້ານຈິດໃຈ ຫາກຜູ້ຄົນເຊື່ອໃນວິທີການປິ່ນປົວນັ້ນໆ. ແຕ່ສຳລັບອາການເຈັບເປັນທີ່ໜັກນັ້ນຕ້ອງແນ່ໃຈວ່າການ ນຳໃຊ້ການປິ່ນປົວທີ່ກ່າວມາຂ້າງເທິງນັ້ນບໍ່ເປັນການຖ່ວງ






No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ