google-site-verification: google0d91bc93cfc88895.html ການເຈັບເປັນທີ່ເກີດຈາກການກິນອາຫານບໍ່ດີ ຫຼື ບໍ່ພຽງພໍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, November 20, 2016

ການເຈັບເປັນທີ່ເກີດຈາກການກິນອາຫານບໍ່ດີ ຫຼື ບໍ່ພຽງພໍ

  

ອາຫານດີແມ່ນຈຳເປັນເພື່ອການຈະເລີນເຕີບໂຕຂອງຮ່າງກາຍ,ເພື່ອການອອກແຮງງານໜັກ ແລະ ເພື່ອເຮັດໃຫ້ມີສຸຂະພາບ ແຂງ ແຮງຢູ່ສະເໝີ. ໂລກໄພໄຂ້ເຈັບສ່ວນຫຼາຍນັ້ນ ມັກເກີດມາຈາກການກິນອາຫານທີ່ຮ່າງກາຍຕ້ອງການບໍ່ພຽງພໍ. ຜູ້ທີ່ ອ່ອນແອ ແລະ ເຈັບເປັນນັ້ນແມ່ນເນື່ອງມາຈາກການກິນອາຫານບໍ່ຖືກຕ້ອງຕາມຫຼັກການ ຫຼື ກິນອາຫານບໍ່ພຽງພໍ ຊຶ່ງເອີ້ນວ່າ: ການຂາດອາຫານ ອັນໄດ້ເຮັດໃຫ້ເຂົາເປັນໂລກຂາດສານອາຫານ. ການຂາດອາຫານແມ່ນສາເຫດຕົ້ນ ຕໍທີ່ເຮັດໃຫ້ມີບັນຫາ ກ່ຽວກັບສຸຂະພາບລຸ່ມນີ້:

ເດັກນ້ອຍ

  • ຈະເລີນເຕີບໂຕຊ້າກວ່າປົກກະຕິ 
  • ນານຍ່າງ, ນານປາກ ຫຼື ນານຮູ້ຄວາມ
  • ທ້ອງໃຫຍ່, ແຂນຂາຈ່ອຍຜອມ
  • ໂລກໄພໄຂ້ເຈັບ ແລະ ການຕິດເຊື້ອທຳມະດາທີ່ໃຊ້ເວລາໃນການຮັກສາດົນກວ່າ
  • ແມ່ນຈະມີຄວາມຮຸນແຮງຫຼາຍຂຶ້ນ ແລະ ມັກຈະພາໃຫ້ເສັຍຊີວິດໄດ້
  • ຫງອຍເຫງົາ, ຂາດກຳລັງວັງຊາ ແລະ ບໍ່ຫຼິ້ນ
  • ໜ້າ, ຕີນ, ມື ໄຄ່ບວມພ້ອມກັບມີຮອຍບາດ ຫຼື ຮອຍແຕກຢູ່ຕາມຜິວໜັງ
  • ຜົມບາງ ຫຼື ຫຼົ່ນ ຫຼື ຜົມແດງແຫ້ງບໍ່ເຫຼື້ອມ
  • ເບິ່ງກາງຄືນບໍ່ຄ່ອຍເຫັນ, ຕາແຫ້ງ, ຕາບອດ

ຄົນທົ່ວໄປ

  • ອ່ອນເພຍ ແລະ ເມື່ອຍ ກິນເຂົ້າບໍ່ແຊບ
  • ເລືອດຈາງ ປາກເປື່ອຍ (ເປັນສົບຫີໄກ່)
  • ລີ້ນແຕກ, ລີ້ນເປື່ອຍ ຕີນມຶນຊາ
 

ເຖິງແມ່ນວ່າບັນຫາຕໍ່ໄປນີ້ອາດຈະເກີດຈາກສາເຫດອື່ນໆກໍ່ຕາມ ແຕ່ມັນກໍ່ມັກມີສາເຫດເກີດມາຈາກການບໍ່ໄດ້ກິນອາຫານ ທີ່ຮ່າງກາຍຕ້ອງການ ຫຼື ເຮັດໃຫ້ອາການດັ່ງລຸ່ມນີ້ ໜັກຂຶ້ນຕື່ມອີກຖ້າຂາດອາຫານຫຼາຍ:ຖອກທ້ອງ ເປັນໂລກຕິດເຊື້ອ ເລື້ອຍໆ
  • ຫູອື້ ຫຼື ມີສຽງດັງໃນຫູ ເຈັບຫົວ
  • ເຫືອກແດງ ຫຼື ມີເລືອດອອກ ເກີດມີຮອຍຊ້ຳຕາມຜິວໜັງໄດ້ຢ່າງງ່າຍດາຍ
  1. ເລືອດດັງອອກ ປຸ້ນທ້ອງ, ເຈັບທ້ອງ
  • ໜັງແຫ້ງ ແລະ ແຕກ ຫົວໃຈເຕັ້ນແຮງຜິດປົກກະຕິ
  • ໂລກຕັບແຂງ ສະໝອງສັບສົນ, ປ່ວງ ແລະ ລະບົບປະສາດປັ່ນປ່ວນ
ການກິນອາຫານບໍ່ພຽງພໍໃນເວລາຖືພາ ຈະພາໃຫ້ຜູ້ເປັນແມ່ມີຮ່າງກາຍອ່ອນເເອ ແລະ ເປັນໂລກເລືອດຈາງ, ແລະ ເຮັດໃຫ້ຜູ້ ເປັນແມ່ມີຄວາມສ່ຽງ ຫຼື ໂອກາດໃນການເສັຍຊີວິດໃນລະຫວ່າງຫຼື ຫຼັງການອອກລູກຫຼາຍຂຶ້ນ. ນອກນີ້ມັນຍັງພາໃຫ້ຫຼຸລູກ, ແອນ້ອຍເສັຍຊີວິດຫຼັງຄອດໃໝ່ໆ,ແອນ້ອຍມີຮ່າງກາຍຜິດປົກກະຕິ ເຊັ່ນ: ຕົນໂຕນ້ອຍຫຼາຍ, ຫຼື ພິການ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ