google-site-verification: google0d91bc93cfc88895.html ມະເຮັງ ແລະ ກ້ອນເບົ້າ Cancer and growths - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, November 28, 2016

ມະເຮັງ ແລະ ກ້ອນເບົ້າ Cancer and growths

ມະເຮັງ ແລະ ກ້ອນເບົ້າ ມະເຮັງແມ່ນພະຍາດຮ້າຍແຮງອັນໜຶ່ງທີ່ສົ່ງຜົນກະທົບຕໍ່ພາກສ່ວນຕ່າງໆຂອງຮ່າງກາຍ. ຖ້າພົບເຫັນ ແລະ ປິ່ນປົວແຕ່ຫົວທີ ສ່ວນຫຼາຍແມ່ນປິ່ນປົວໄດ້,ແຕ່ຖ້າປະໄວ້ດົນນານ ເກີນໄປກໍ່ເຖິງແກ່ຄວາມຕາຍໄດ້. ຜູ້ທີ່ເສຍຊີວິດຍ້ອນໂລກມະເຮັງສ່ວນຫຼາຍ ແມ່ນຜູ້ທີ່ ດ້ອຍໂອກາດໃນການຮັບການປິ່ນປົວຮັກສາ.ໂດຍທົ່ວໄປແມ່ຍິງບໍ່ມັກໄປຫາແພດຫາໝໍນອກຈາກວ່າຈະເຈັບໜັກອີ່ ຫຼີ ຈິ່ງໄປ. ດັ່ງນັ້ນ ແມ່ຍິງທົ່ວໄປຈິ່ງມັກເຈັບໜັກ ຫຼື ລົ້ມຕາຍຍ້ອນວ່າບໍ່ພົບເຫັນມະເຮັງແຕ່ຫົວທີ.ບາງເທື່ອແມ່ຍິງທີ່ເປັນມະ ເຮັງ ຍັງຖືກສາບແຊ່ງ ແລະ ຖືກລັງກຽດຈາກຄອບຄົວ ຫຼື ຊາວບ້ານ. ການແບ່ງແຍກນີ້ບໍ່ພຽງແຕ່ເປັນເລື່ອງບໍ່ດີສຳລັບແມ່ຍິງຜູ້ ທີ່ລົ້ມປ່ວຍ ຍ້ອນໂລກມະເຮັງ ແຕ່ມັນຍັງເປັນເລື່ອງບໍ່ດີໃຫ້ແກ່ຊາວບ້ານໃນຊຸມຊົນທີ່ກ່ຽວຂ້ອງ ເພາະວ່າມັນເປັນການປົກປິດ ໃຫ້ທຸກຄົນມືດມົນບໍ່ຮູ້ວ່າສາເຫດຂອງມະເຮັງມາຈາກໃສ ແລະ ປ້ອງກັນແນວໃດ.
ມະເຮັງ ແລະ ກ້ອນເບົ້າ Cancer and growths

 

ມະເຮັງ ແລະ ກ້ອນເບົ້າ

ມະເຮັງແມ່ນພະຍາດຮ້າຍແຮງອັນໜຶ່ງທີ່ສົ່ງຜົນກະທົບຕໍ່ພາກສ່ວນຕ່າງໆຂອງຮ່າງກາຍ. ຖ້າພົບເຫັນ ແລະ ປິ່ນປົວແຕ່ຫົວທີ ສ່ວນຫຼາຍແມ່ນປິ່ນປົວໄດ້,ແຕ່ຖ້າປະໄວ້ດົນນານ ເກີນໄປກໍ່ເຖິງແກ່ຄວາມຕາຍໄດ້. ຜູ້ທີ່ເສຍຊີວິດຍ້ອນໂລກມະເຮັງສ່ວນຫຼາຍ ແມ່ນຜູ້ທີ່ ດ້ອຍໂອກາດໃນການຮັບການປິ່ນປົວຮັກສາ.ໂດຍທົ່ວໄປແມ່ຍິງບໍ່ມັກໄປຫາແພດຫາໝໍນອກຈາກວ່າຈະເຈັບໜັກອີ່ ຫຼີ ຈິ່ງໄປ. ດັ່ງນັ້ນ ແມ່ຍິງທົ່ວໄປຈິ່ງມັກເຈັບໜັກ ຫຼື ລົ້ມຕາຍຍ້ອນວ່າບໍ່ພົບເຫັນມະເຮັງແຕ່ຫົວທີ.ບາງເທື່ອແມ່ຍິງທີ່ເປັນມະ ເຮັງ ຍັງຖືກສາບແຊ່ງ ແລະ ຖືກລັງກຽດຈາກຄອບຄົວ ຫຼື ຊາວບ້ານ. ການແບ່ງແຍກນີ້ບໍ່ພຽງແຕ່ເປັນເລື່ອງບໍ່ດີສຳລັບແມ່ຍິງຜູ້ ທີ່ລົ້ມປ່ວຍ ຍ້ອນໂລກມະເຮັງ ແຕ່ມັນຍັງເປັນເລື່ອງບໍ່ດີໃຫ້ແກ່ຊາວບ້ານໃນຊຸມຊົນທີ່ກ່ຽວຂ້ອງ ເພາະວ່າມັນເປັນການປົກປິດ ໃຫ້ທຸກຄົນມືດມົນບໍ່ຮູ້ວ່າສາເຫດຂອງມະເຮັງມາຈາກໃສ ແລະ ປ້ອງກັນແນວໃດ.

ມະເຮັງແມ່ນຫຍັງ?

ທຸກສິ່ງທີ່ມີຊີວິດເຊັ່ນຮ່າງກາຍມະນຸດເຮົາລ້ວນແຕ່ປະກອບດ້ວຍຈຸລັງນ້ອຍໆເຊິ່ງສາມາດ ເບິ່ງໄດ້ດ້ວຍກ້ອງຈຸລະທັດເທົ່ານັ້ນ. ບາງເທື່ອຈຸລັງເຫຼົ່ານີ້ມີການປ່ຽນ ແປງແລະເຕີບໂຕແບບຜິດປົກກະຕິ ເຊິ່ງພາໃຫ້ເກີດມີກ້ອນເບົ້າ. ກ້ອນເບົ້າບາງຢ່າງຈະຫາຍ ໄປເອງໂດຍບໍ່ຕ້ອງປິ່ນປົວ. ແຕ່ບາງຈຳພວກຊໍ້າພັດຂະຫຍາຍຕົວໃຫຍ່ອອກ ແລະ ອາດນຳຜົນຮ້າຍຕໍ່ຮ່າງກາຍ. ກ້ອນເບົ້າ ສ່ວນຫຼາຍບໍ່ເກີດເປັນມະເຮັງ,ແຕ່ກໍ່ມີຈຳນວນໜຶ່ງພາໃຫ້ເກີດ.

ມະເຮັງຈະເກີດເມື່ອຈຸລັງບາງສ່ວນເຕີບໂຕຜິດປົກກະຕິ ແລະ ແຜ່ລາມກວມເອົາສ່ວນອື່ນຂອງຮ່າງກາຍ.ຖ້າພົບເຫັນມະເຮັງແຕ່ ຫົວທີ ເພິ່ນສາມາດປົວໄດ້ດດ້ວຍການຜ່າຕັດອອກ, ປິ່ນປົວດ້ວຍຢາ ຫຼື ກຳມັນຕະພາບລັງສີ.ຖ້າປະປ່ອຍມະເຮັງໃຫ້ແຜ່ລາມ ໃຫຍ່ອອກໄປຈະເຮັດໃຫ້ການປິ່ນປົວພົບຄວາມຫຍຸ້ງຍາກຫຼາຍແລະ ອາດຈະບໍ່ສາມາດປິ່ນປົວໄດ້ເລີຍ.
ມະເຮັງປາກມົດລູກ, ມະເຮັງເຕົ້ານົມ ແລະ ມະເຮັງມົດລູກ ແມ່ນມະເຮັງທີ່ມັກເກີດກັບແມ່ຍິງ. ສ່ວນມະເຮັງອື່ນໆ ທີ່ມັກເກີດ ກັບຜູ້ຊາຍ ແລະ ແມ່ຍິງແມ່ນມະເຮັງທີ່ເປັນໃສ່ປອດ, ຕັບ, ລຳໄສ້ໃຫຍ່, ກະເພາະ, ປາກ ແລະ ຜິວໜັງ.


ມະເຮັງ ແລະ ກ້ອນເບົ້າ ມະເຮັງແມ່ນພະຍາດຮ້າຍແຮງອັນໜຶ່ງທີ່ສົ່ງຜົນກະທົບຕໍ່ພາກສ່ວນຕ່າງໆຂອງຮ່າງກາຍ. ຖ້າພົບເຫັນ ແລະ ປິ່ນປົວແຕ່ຫົວທີ ສ່ວນຫຼາຍແມ່ນປິ່ນປົວໄດ້,ແຕ່ຖ້າປະໄວ້ດົນນານ ເກີນໄປກໍ່ເຖິງແກ່ຄວາມຕາຍໄດ້. ຜູ້ທີ່ເສຍຊີວິດຍ້ອນໂລກມະເຮັງສ່ວນຫຼາຍ ແມ່ນຜູ້ທີ່ ດ້ອຍໂອກາດໃນການຮັບການປິ່ນປົວຮັກສາ.ໂດຍທົ່ວໄປແມ່ຍິງບໍ່ມັກໄປຫາແພດຫາໝໍນອກຈາກວ່າຈະເຈັບໜັກອີ່ ຫຼີ ຈິ່ງໄປ. ດັ່ງນັ້ນ ແມ່ຍິງທົ່ວໄປຈິ່ງມັກເຈັບໜັກ ຫຼື ລົ້ມຕາຍຍ້ອນວ່າບໍ່ພົບເຫັນມະເຮັງແຕ່ຫົວທີ.ບາງເທື່ອແມ່ຍິງທີ່ເປັນມະ ເຮັງ ຍັງຖືກສາບແຊ່ງ ແລະ ຖືກລັງກຽດຈາກຄອບຄົວ ຫຼື ຊາວບ້ານ. ການແບ່ງແຍກນີ້ບໍ່ພຽງແຕ່ເປັນເລື່ອງບໍ່ດີສຳລັບແມ່ຍິງຜູ້ ທີ່ລົ້ມປ່ວຍ ຍ້ອນໂລກມະເຮັງ ແຕ່ມັນຍັງເປັນເລື່ອງບໍ່ດີໃຫ້ແກ່ຊາວບ້ານໃນຊຸມຊົນທີ່ກ່ຽວຂ້ອງ ເພາະວ່າມັນເປັນການປົກປິດ ໃຫ້ທຸກຄົນມືດມົນບໍ່ຮູ້ວ່າສາເຫດຂອງມະເຮັງມາຈາກໃສ ແລະ ປ້ອງກັນແນວໃດ.
ມະ​ເຮັງ​ລຳ​ໃສ້

ສາເຫດຂອງມະເຮັງ

  • ສາເຫດໂດຍກົງຂອງມະເຮັງແມ່ນບໍ່ຮູ້ຢ່າງຈະແຈ້ງ.ແຕ່ບາງສິ່ງຕໍ່ໄປນີ້ອາດເປັນຕົ້ນເຫດໄດ້:ສູບຢາພາໃຫ້ເກີດມະເຮັງປອດ ແລະ ມີຄວາມສ່ຽງເປັນມະເຮັງຊະນິດອື່ນນຳອີກ.
  • ການຊຶມເຊື້ອຈຸລະໂລກບາງຊະນິດ ເຊັ່ນ: heptatitis B ຫຼື ໂລກຫອນໄກ່ຢູ່ລະບົບສືບພັນ.
  • ກິນອາຫານມັນເກີນໄປ ຫຼື ມີສານເຄມີທີ່ອັນຕະລາຍຫຼາຍແນວ.
  • ກິນຢາຮໍໂມນແອດສະໂຕຼແຊນລ໌ ຕິດຕໍ່ເປັນເວລາດົນນານຫຼັງການໝົດປະຈຳເດືອນ.
  • ເຮັດວຽກ ຫຼື ດຳລົງຊີວິດໃນສະຖານທີ່ໆມີທາດເຄມີ (ຢາປາບສັດຕູພືດ, ສີຍ້ອມຜ້າ, ນໍ້າສີ ແລະ ສານລະລາຍຕ່າງໆ).
ຖ້າສະມາຊິກໃນຄອບຄົວຂອງແມ່ຍິງຫາກມີມະເຮັງປະເພດໃດໜຶ່ງແມ່ຍິງຜູ້ນັ້ນອາດຈະເປັນມະເຮັງຊະນິດນັ້ນກໍ່ໄດ້. ເພິ່ນເອີ້ນວ່າການຖ່າຍທອດທາງກຳມະພັນ.ການຮັກສາສຸຂະພາບຊ່ວຍປ້ອງກັນມະເຮັງໄດ້. ສິ່ງນີ້ໝາຍຄວາມວ່າທ່ານຄວນກິນ
ອາຫານທີ່ມີທາດບຳລຸງ ແລະ ຫຼີກເວັ້ນສິ່ງທີ່ອາດພາໃຫ້ເກີດມະເຮັງໄດ້ ເຊັ່ນ:
  • ບໍ່ສູບຢາ ແລະ ບໍ່ສີຢາເສັ້ນ.
  • ພະຍາຍາມຫຼີກເວັ້ນສິ່ງທີ່ເປັນສານເຄມີທີ່ເປັນພິດຢູ່ໃນບ້ານເຮືອນ ຫຼືສະຖານທີ່ເຮັດວຽກ ລວມທັງພືດຜັກທີ່ປູກ ຫຼື ເກັບຮັກສາອາຫານເຫຼົ່ານັ້ນໂດຍໃຊ້ ສານເຄມີຕ່າງໆ.
  • ປ້ອງກັນຕົວເອງບໍ່ໃຫ້ມີພະຍາດທາງເພດສຳພັນມາຄຸກຄາມ

ມະເຮັງສາມາດປິ່ນປົວໄດ້ ຖ້າກວດພົບ ແລະ ປິ່ນປົວແຕ່ຫົວທີ

ການພົບເປັນມະເຮັງໃນຂັ້ນເລີ່ມຕົ້ນສາມາດຊ່ວຍຊີວິດແມ່ຍິງຫຼາຍຄົນໄດ້, ເພາະວ່າຈະປິ່ນປົວໃຫ້ທັນການກ່ອນທີ່ມະເຮັງຈະ ແຜ່ລາມອອກໄປ. ມະເຮັງບາງຊະນິດຈະມີອາການເຕືອນໃຫ້ຮູ້.
ສ່ວນມະເຮັງທີ່ບໍ່ສະແດງອາການອອກໃຫ້ເຫັນເບື້ອງຕົ້ນ ສາມາດພົບເຫັນໄດ້ດ້ວຍວິທີກວດແບບວິໄຈ (screening test), ເຊິ່ງເປັນການກວດຜູ້ຄົນທີ່ແຂງແຮງ ດີເພື່ອເບິ່ງວ່າທຸກສິ່ງຍັງຢູ່ໃນສະພາບດີ. ວິທີ ກວດວິເຄາະຫາຈຸລັງມະເຮັງມົດລູກ,ແປບ ແຕ໊ສ (pap test) ແລະ ການກວດດ້ວຍຕາເປົ່າກໍ່ແມ່ນການ ກວດຫາມະເຮັງປາກມົດລູກແບບວິໄຈການຊ່ອງໄຟຟ້າ (mammogram) ແມ່ນການກວດຫາອາການເລີ່ມຕົ້ນຂອງມະເຮັງເຕົ້ານົມ.
ຖ້າມີອາການເຕືອນໃຫ້ທ່ານຮູ້ ຫຼື ຮູ້ຜົນຈາກການກວດທ່ານບໍ່ຕ້ອງລໍຊ້າ. ໃຫ້ທ່ານເຮັດຕາມຄຳແນະນຳໃນພາກນີ້ສຳລັບການ ກວດ ແລະ ການປິ່ນປົວມະເຮັງໃຫ້ໄວທັນການເທົ່າທີ່ເປັນໄປໄດ້.

http://hukased.blogspot.com/2016/11/cancer-and-growths.html
ມະ​ເຮັງ​ເຕົ້າ​ນົມ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ