google-site-verification: google0d91bc93cfc88895.html ​ການ​ກິນ [taking] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, November 20, 2016

​ການ​ກິນ [taking]

 ການກິນອາຫານບໍ່ດີ ອາດຈະມີຜົນສະທ້ອນໂດຍກົງຕໍ່ບັນຫາສຸຂະພາບດັ່ງໄດ້ກ່າວມາແລ້ວນັ້ນ.ແຕ່ສິ່ງທີ່ສຳຄັນທີ່ສຸດນັ້ນ ກໍ່ຄື ການກິນອາຫານບໍ່ດີຍັງເຮັດໃຫ້ຮ່າງກາຍອ່ອນແອບໍ່ສາມາດຕ້ານທານໂລກໄພໄຂ້ເຈັບຕ່າງໆໄດ້ໂດຍສະເພາະແລ້ວແມ່ນໂລກຕິດ ເຊື້ອຕ່າງໆ:

ການກິນອາຫານທີ່ຖືກຕ້ອງຈະຊ່ວຍໃຫ້ຮ່າງກາຍຕ້ານທານຕໍ່ການເຈັບເປັນໄດ້

ການກິນອາຫານບໍ່ດີ ອາດຈະມີຜົນສະທ້ອນໂດຍກົງຕໍ່ບັນຫາສຸຂະພາບດັ່ງໄດ້ກ່າວມາແລ້ວນັ້ນ.ແຕ່ສິ່ງທີ່ສຳຄັນທີ່ສຸດນັ້ນ ກໍ່ຄື ການກິນອາຫານບໍ່ດີຍັງເຮັດໃຫ້ຮ່າງກາຍອ່ອນແອບໍ່ສາມາດຕ້ານທານໂລກໄພໄຂ້ເຈັບຕ່າງໆໄດ້ໂດຍສະເພາະແລ້ວແມ່ນໂລກຕິດ ເຊື້ອຕ່າງໆ:
  • ເດັກນ້ອຍທີ່ບໍ່ໄດ້ກິນອາຫານທີ່ຮ່າງກາຍຕ້ອງການ ຈະມີໂອກາດເປັນໂລກຖອກທ້ອງ ຢ່າງຮ້າຍແຮງໄດ້ ແລະ ອາດຈະ ຕາຍງ່າຍກວ່າເດັກນ້ອຍທີ່ກິນອາຫານຄົບຕາມທີ່ຮ່າງກາຍຕ້ອງການ.
  • ໂລກໝາກແດງແມ່ນອັນຕະລາຍທີ່ສຸດສຳລັບເດັກນ້ອຍຂາດສານອາຫານ.
  • ຄົນທີ່ຂາດສານອາຫານຈະເປັນວັນນະໂລກໄດ້ງ່າຍກວ່າ ແລະ ອາການກໍ່ຮ້າຍແຮງຂຶ້ນໄວກວ່າ.
  • ໂລກຕັບແຂງ, ຊຶ່ງສ່ວນໜຶ່ງແມ່ນເກີດມາຈາກການກິນເຫຼົ້າຫຼາຍເກີນໄປຈະເກີດຂຶ້ນໄດ້ງ່າຍ ແລະ ຮ້າຍແຮງກັບຜູ້ທີ່ ຂາດສານອາຫານ.
  • ສຳລັບຜູ້ທີ່ຂາດສານອາຫານແລ້ວ ແມ່ນແຕ່ໂລກໄພໄຂ້ເຈັບທຳມະດາທີ່ບໍ່ຮ້າຍແຮງເຊັ່ນ: ໂລກຫວັດກໍ່ມັກຈະເປັນໜັກ ແລະ ນານເຊົາ, ຫຼື ອາດພາໃຫ້ເກີດໂລກປອດບວມໄດ້ງ່າຍ.
ການກິນອາຫານບໍ່ດີ ອາດຈະມີຜົນສະທ້ອນໂດຍກົງຕໍ່ບັນຫາສຸຂະພາບດັ່ງໄດ້ກ່າວມາແລ້ວນັ້ນ.ແຕ່ສິ່ງທີ່ສຳຄັນທີ່ສຸດນັ້ນ ກໍ່ຄື ການກິນອາຫານບໍ່ດີຍັງເຮັດໃຫ້ຮ່າງກາຍອ່ອນແອບໍ່ສາມາດຕ້ານທານໂລກໄພໄຂ້ເຈັບຕ່າງໆໄດ້ໂດຍສະເພາະແລ້ວແມ່ນໂລກຕິດ ເຊື້ອຕ່າງໆ: 

ການກິນອາຫານທີ່ຖືກຕ້ອງຈະຊ່ວຍເຮັດໃຫ້ອາການເຈັບນັ້ນດີໄວ.

            ການກິນອາຫານດີມີປະໂຫຍດ ບໍ່ພຽງແຕ່ຈະຊ່ວຍປ້ອງກັນໂລກເທົ່ານັ້ນ ມັນຍັງຊ່ວຍ ຮ່າງກາຍຂອງເຮົາຕໍ່ສູ້ກັບ ໂລກໄພໄຂ້ ເຈັບ ແລະ ເຮັດໃຫ້ເຊົາເຈັບເປັນໄດ້ອີກດ້ວຍ. ດັ່ງນັ້ນ, ເມື່ອມີການເຈັບເປັນ ການກິນອາຫານທີ່ມີທາດ ບຳລຸງດີ ໃຫ້ພຽງ ພໍນັ້ນ ແມ່ນມີຄວາມສຳຄັນທີ່ສຸດ.
            ແຕ່ກໍ່ເປັນໜ້າເສຍດາຍທີ່ແມ່ບາງຄົນບໍ່ເອົາອາຫານທີ່ດີມີປະໂຫຍດ ໃຫ້ລູກກິນເມື່ອເຂົາເຈັບປ່ວຍ ຫຼື ເປັນໂລກ ຖອກທ້ອງ. ດັ່ງນັ້ນ, ຮ່າງກາຍຂອງເດັກນ້ອຍຈຶ່ງອ່ອນເພຍ ບໍ່ສາມາດຕໍ່ສູ້ກັບໂລກໄພໄຂ້ເຈັບທີ່ເປັນຢູ່ ແລະ ບາງທີກໍ່ອາດຕາຍ ໄດ້. ເດັກນ້ອຍທີ່ເຈັບເປັນນັ້ນຈະຕ້ອງໄດ້ກິນອາຫານເພື່ອບຳລຸງຮ່າງກາຍ!ຖ້າເຂົາບໍ່ກິນຈົ່ງຍົວະ ຫຼື ອອຍເຂົາໃຫ້ເຂົາກິນ.
             ຈົ່ງໃຫ້ເດັກທີ່ເຈັບປ່ວຍກິນອາຫານໃຫ້ຫຼາຍເທົ່າທີ່ລາວສາມາດກິນດື່ມໄດ້. ຕາມປົກກະຕິ ແລ້ວ ໃນເວລາເຈັບ
ປ່ວຍເດັກນ້ອຍແມ່ນບໍ່ມັກຈະກິນອາຫານ ສະນັ້ນ, ຕ້ອງໄດ້ພະຍາຍາມອົດທົນປ້ອນເຂົ້າໃຫ້ເຂົາກິນຫຼາຍໆຄັ້ງຕໍ່ມື້ ແລະ ກໍ່ໃຫ້ ດື່ມນ້ຳຫຼາຍໆ ເພື່ອໃຫ້ເຂົາຖ່າຍເບົາ (ຍ່ຽວ) ຫຼາຍໆຄັ້ງຕໍ່ມື້. ຖ້າຫາກວ່າເດັກນ້ອຍກິນເຂົ້າ ແລະ ອາຫານແຂງບໍ່ໄດ້ ກໍ່ໃຫ້ບົດ ຫຼື ແຕະ ແລ້ວປ້ອນເຂົາ.
              ອາການກ່ຽວກັບການຂາດອາຫານນັ້ນ ມັກຈະສະແດງອອກເມື່ອຄົນເຈັບເປັນໂລກຕ່າງໆ; ຕົວຢ່າງເຊັ່ນ: ເດັກ ນ້ອຍທີ່ຖອກທ້ອງຫຼາຍໆມື້ອາດຈະມີອາການຕີນແລະມືບວມ, ໜ້າບວມ, ເປັນເມັດຊ້ຳໆຫຼືເປັນໜັງລອກຢູ່ຕາມຂາ. 
              ອັນນີ້ແມ່ນອາການຂອງໂລກຂາດສານອາຫານ. ເດັກນ້ອຍຈະຕ້ອງກິນອາຫານບຳລຸງໃຫ້ຫຼາຍໆ ແລະ ໃຫ້ກິນ ຫຼາຍໆຄັ້ງຕໍ່ມື້. ໃນໄລຍະການເຈັບເປັນ ຫຼື ຫຼັງຈາກການເຈັບເປັນຕ່າງໆນັ້ນ ສິ່ງສຳຄັນທີ່ສຸດແມ່ນໃຫ້ກິນອາຫານທີ່ມີປະໂຫຍ
ດໃຫ້ຫຼາຍໆ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ