google-site-verification: google0d91bc93cfc88895.html ການ​ປັບ​ປຸງ​ດິນ Improved soil [green manure] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, November 10, 2016

ການ​ປັບ​ປຸງ​ດິນ Improved soil [green manure]


 ການ​ປັບ​ປຸງ​ດິນ Improved soil [green manure]
ພວກເຮົານຳໃຊ້​ວິທີການ ຕາມປະເພນີເຄີຍສືບທອດກັນມາ ໂດຍບໍ່​ໄດ້​ມີການສຶກສາ ເມື່ອມາເຖິງຍຸກປະຈຸບັນ ມີການຄົ້ນພົບວິທີການ ຈຶ່ງໄດ້​ວິໃຈຫາວິທີການຈົນໄດ້​ມາ ເຊິ່ງການນຳໄປໃຊ້​ໃນຊີວິດປະຈຳວັນ

 ວິທີການປັບປຸງດິນຕາມປະເພນີ:

ແມ່ນການໄຖປົກວັດສະພືດຕ່າງທີ່​ເກີດຕາມພື້ນທີ່​ປູກ ເຊັ່ນ ໄຮ່​ນາ ສວນເປັນຕົ້ນ ແລະ ສ່ວນຫລາຍທີ່​ພົບແມ່ນຈະເປັນພືດສີຂຽວ ເຊັ່ນ ຫຍ້າຍຸບ, ຫຍ້າ​ຝ​ຣັງ ຫຍ້າຂິ​ວ ຫຍ້າ ແລະ ອື່ນ ເຊິ່ງສາມາດປັບສະພາບຂອງດິນໄດ້​ດີໃນໄລຍະຫນຶ່ງເຊັ່ນກັນ
 ການ​ປັບ​ປຸງ​ດິນ Improved soil [green manure]

ວິທີການແບບວິທະຍາສາດ (ແບບປະຈຸບັນ):

ເປັນການ ປູກພືດຄຸມດິນໄວ້ 1-2 ເດືອນ ຫລັງຈາກນັ້ນກໍ່​ໄຖປົກລົງດິນເພື່ອໃຫ້​ເກີດ ການເນົ່າສະຫລາຍ ການເປັນຝຸ່ນ ວິທີການແບບນີເອີ້ນວ່າ ການໃສ່​ຝຸ່ນຂຽວ
ການ​ປັບ​ປຸງ​ດິນ Improved soil [green manure] 
ສຳລັບພືດ ທີ່​ຈະນຳມາເປັນຝຸ່ນຂຽວ ສ່ວນຫລາຍແມ່ນ ພືດຕະກຸນຖົ່ວ ເພາະຈະໃຫ້​ທາດອາຫານ ຈຳພວກ N ຫລາຍກວ່າພືດອື່ນແລະ ພືດຕະກຸນຖົ່ວທີມັກປູກກັນປະກອບມີ ຖົ່ວຫຍ້າ, ຖົ່ວຂຽວ ຖົ່ວແຮ ສະໂນ ຄາມ ແລະ ອື່ນ
 http://hukased.blogspot.com/2016/11/improved-soil-green-manure.html

ຂັ້ນຕອນການເຮັດຝຸນຂຽວ:

1.ຫວ່ານແກ່ນພືດ (ຕະກຸນຖົ່ວ)
 http://hukased.blogspot.com/2016/11/improved-soil-green-manure.html
2.ປ່ອຍໄວ້​ປະມານ 1-2 ເດືອນ
3.ໄຖປີ້ນລົງດິນ
4.ປ່ອຍໄວຫລື ເອີ້ນວ່າຫມັກໄວ້ 2-3 ອາທິດ ຈຶ່ງປູກພືດຈິງລົງດິນ
 http://hukased.blogspot.com/2016/11/improved-soil-green-manure.html

ການໃສ່​ຝຸ່ນຂຽວ ໃນນາເຂົ້າ

 ຖ້າທ່ານຈະດຳນາໃນຕົ້ນເດືອນ ມີຖຸນາ ຕົ້ນເດືອນ ພຶດສະພາ ທ່ານຄວນປະສົມຝຸ່ນຂຽວລົງນາ ແລະ ຕົ້ນເດືອນ ມີນາ ທ່ານຕ້ອງ ໄດ້​ປູກຝຸ່ນຂຽວໄວ້, ໃນຫົວຂໍ້​ນີ້​ທ່ານຕ້ອງເຂົ້າໃຈໃຫ້​ຖວນຖີ່​ວ່າ ເມື່ອທ່ານຕ້ອງການທີ່​ຈະລົງມືເຮັດນາ (ດຳນາ)ໃນຕົ້ນເດືອນ ມີຖຸນາ ທ່ານຕ້ອງ ໄດ້​ທຳການປູກພືດ(ຕະກຸນຖົ່ວ) ເພື່ອເຮັດຝຸ່ນຂຽວໃນຕົ້ນເດືອນມີນາ

ຈຸດດີ ຂອງຝຸ່ນຂຽວ

  • ງ່າຍໃນການປະຕິບັດຢູ່​ໃນເນື່ອທີ່​ອັນກວ້າໃຫຍ
  • ໃຫ້​ປູກພືດຕາມເວລາ, ປະສົມລົງດິນໃຫ້​ຖຶກຕາມກຳນົດເວລາລໍຖ້າໃຫ້​ຍ່ອຍສະຫລາຍແລ້ວຝຸ່ນຂຽວກໍ່​ໃຊ້​ການໄດ
http://hukased.blogspot.com/2016/11/improved-soil-green-manure.html
 

ຂໍ້​ຄວນໃສໃຈ:

  • ພາຍຫລັງໄຖປີ້ນຝຸ່ນຂຽວລົງໃນດິນ ຢ່າລືມລໍຖ້າໃຫ້​ມັນຍ່ອຍສະຫລາຍ ຫລື ເປື່ອຍກ່ອນ ຢ່າງນ້ອຍ 2-3 ອາທິດ ກ່ອນປູກພືດ
  • ຢ່າປ່ອຍໃຫ້​ງົວ-ຄວາມເຈຂົ້າໄປກິນຝຸ່ນຂຽວ
 http://hukased.blogspot.com/2016/11/improved-soil-green-manure.html

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ