google-site-verification: google0d91bc93cfc88895.html ຄວາມເຊື່ອສາມາດເຮັດໃຫ້ຜູ້ຄົນມີສຸຂະພາບແຂງແຮງດີ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, November 10, 2016

ຄວາມເຊື່ອສາມາດເຮັດໃຫ້ຜູ້ຄົນມີສຸຂະພາບແຂງແຮງດີ

 http://hukased.blogspot.com/2016/11/blog-post_22.html

ຄວາມເຊື່ອທີ່ສາມາດເຮັດໃຫ້ຜູ້ຄົນມີສຸຂະພາບແຂງແຮງດີ

ການປິ່ນປົວແຜນບູຮານບາງຢ່າງແມ່ນສົ່ງຜົນໂດຍກົງຕໍ່ຮ່າງກາຍຄົນເຈັບ,ສ່ວນການປິ່ນປົວແບບແຜນບູຮານອີກຈຳນວນໜຶ່ງນັ້ນ ແມ່ນມີຜົນກໍ່ຍ້ອນວ່າຜູ້ຄົນນັ້ນມີຄວາມເຊື່ອ. ຄວາມເຊື່ອແມ່ນມີພະລັງໃນການຮັກສາພະຍາດສູງ. ຕົວຢ່າງເຊັ່ນ: ຄັ້ງໜຶ່ງຂ້ອຍ ໄດ້ເຫັນຊາຍຜູ້ໜຶ່ງທີ່ມີອາການເຈັບຫົວແຮງ ແລະ ມີແມ່ຍິງຄົນໜຶ່ງໄດ້ເອົາກວນໝາກໄມ້ ຫຼື ມັນດ້າງຕອນນ້ອຍໃຫ້ຊາຍຄົນ ດັ່ງ ກ່າວນັ້ນກິນ ພ້ອມບອກຊາຍຄົນນັ້ນວ່ານັ້ນເປັນຢາແກ້ປວດທີ່ມີສັບພະຄຸນດີ. ຊາຍຄົນນັ້ນກໍ່ເຊື່ອນາງ ແລະລາວກໍ່ຮູ້ສຶກວ່າ ອາ ການປວດຫົວຂອງລາວນັ້ນຫາຍໄປທັນທີ. ນັ້ນເປັນເພາະຄວາມສັດທາຕໍ່ການຮັກສາດັ່ງກ່າວ ນັ້ນທີ່ເຮັດໃຫ້ລາວຫາຍຈາກ ອາການເຈັບຫົວ ບໍ່ແມ່ນຍ້ອນການກິນກວນໝາກໄມ້ ຫຼືມັນດ້າງແຕ່ຢ່າງໃດ.


          ມີການປິ່ນປົວແບບພື້ນບ້ານຢູ່ຫຼາຍປະເພດທີ່ໃຫ້ຜົນໃນລັກສະນະດຽວກັນນີ້. ນັ້ນກໍ່ຍ້ອນວ່າຊາວບ້ານມີຄວາມສັດ ທາຕໍ່ການ ປິ່ນປົວດັ່ງກ່າວ. ຍ້ອນເຫດຜົນທີ່ກ່າວມານັ້ນ ການປິ່ນປົວດັ່ງກ່າວຈິ່ງມີປະໂຫຍດໃນການຮັກສາພະຍາດໂດຍສະ ເພາະແມ່ນ ພະຍາດທີ່ມີສ່ວນມາຈາກສະພາບຈິດໃຈ ຫຼື ພະຍາດທີ່ມີສາຍເຫດມາຈາກຄວາມເຊື່ອຂອງບຸກຄົນ, ຄວາມກັງວົນ ໃຈ,ຫຼືຄວາມ ຢ້ານກົວຕ່າງໆ. ເຊິ່ງລວມມີພະຍາດຕ່າງໆ ເຊັ່ນ: ອາການຖືກມົນ ຫຼື ຄາຖາສະກົດ, ການຢ້ານກົວທີ່ບໍ່ຮູ້ສາຍ ເຫດ, ອາການ ເຈັບປວດທີ່ເປັນໆຫາຍໆ (ໂດຍສະເພາະແມ່ນຜູ້ທີ່ໄດ້ຜ່ານຊ່ວງເວລາທີ່ມີຄວາມກົດດັນສູງ ເຊັ່ນ ສາວຂຶ້ນໃໝ່ ຫຼື ຍິງສູງໄວ (ຜູ້ເຖົ້າ)), ແລະ ຄວາມກັງວົນໃຈ.
          ນອກນີ້ກໍ່ຍັງມີພະຍາດຫືດ, ສະເອິ, ອາຫານບໍ່ຍ່ອຍ, ເປັນບາດແຜໃນກະເພາະອາຫານ,ປວດຫົວຂ້າງດຽວ ແລະ ຂີ້ກະ ຕູດ.ໃນການປິ່ນປົວພະຍາດຕ່າງໆທີ່ກ່າວມາເທິງນັ້ນ, ຄຸນສົມບັດ ຫຼື ການເຂົ້າເຖິງຈິດໃຈຄົນ ເຈັບຂອງຜູ້ຮັກສານັ້ນມີຄວາມ ສຳຄັນຫຼາຍ.ຕາມປົກກະຕິແລ້ວປັດໃຈສຳຄັນໃນການຮັກສານັ້ນກໍ່ຄືການສະແດງອອກເຖິງຄວາມຫ່ວງໃຍໃຫ້ຄົນ ເຈັບຮູ້, ຊ່ວຍໃຫ້ຄົນເຈັບເຊື່ອໝັ້ນວ່າພະຍາດທີ່ເປັນຢູ່ຈະດີ ຫຼື ຊ່ວຍໃຫ້ຄົນເຈັບໄດ້ພັກຜ່ອນ.ບາງເທື່ອຄວາມເຊື່ອຂອງຄົນເຮົາທີ່ມີຕໍ່ວິ ທີ ການປິ່ນປົວກໍ່ຊ່ວຍຮັກສາພະຍາດທາງກ່າຍໄດ້ເຊັ່ນກັນ.ຍົກຕົວຢ່າງ, ຄົນແມັກຊິໂກເຂົາເຈົ້າມີວິທີການຮັກສາແບບພື້ນ ເມືອງ ຕ່າງໆໃນເວລາງູພິດກັດດັ່ງນີ້:


 

        ສ່ວນປະຊາຊົນຢູ່ປະເທດອື່ນໆຕ່າງກໍ່ມີວິທີການປິ່ນປົວແບບພື້ນເມືອງສຳລັບງູກັດທີ່ແຕກຕ່າງກັນໄປ. ເທົ່າທີ່ຮູ້ມາການ ປິ່ນປົວແບບຕ່າງໆທີ່ກ່າວມາເທິງນີ້ບໍ່ມີຜົນໂດຍກົງໃນການຮັກສາງູພິດກັດ.ສຳລັບຜູ້ທີ່ອອກມາກ່າວວ່າ ຕົນຖືກງູກັດ ແລະ ການ ປິ່ນປົວແບບພື້ນເມືອງຊ່ວຍກຳຈັດພິດໄດ້ນັ້ນມັນອາດເປັນການເຂົ້າໃຈຜິດຄິດວ່າງູທີ່ກັດນັ້ນເປັນງູພິດທັງທີ່ມັນອາດ ຈະບໍ່ແມ່ນງູພິດກໍ່ເປັນໄດ້.ເຖິງຢ່າງໃດກໍ່ຕາມ ໜຶ່ງໃນວິທີການປິ່ນປົວແບບພື້ນເມືອງທີ່ກ່າວມານັ້ນອາດມີຜົນທີ່ດີ ຖ້າວ່າຄົນ
ເຈັບຫາກເຊື່ອໃນການຮັກສາ. ນັ້ນກໍ່ເພາະວ່າມັນໄດ້ລົດຄວາມຢ້ານກົວຂອງຄົນທີ່ຖືກງູກັດນັ້ນລົງ, ການເຕັ້ນຂອງຊີບພະຈອນ ຈະຊ້າ ລົງ ແລະ ລາວກໍ່ຈະເຄື່ອນໄຫວ ແລະ ສັ່ນໜ້ອຍລົງ ຊຶ່ງຜົນຂອງມັນກໍ່ຄືເຮັດໃຫ້ພິດກະຈາຍໄປທົ່ວຮ່າງກາຍ ນັ້ນຊ້າລົງ ກວ່າເກົ່າ, ຊຶ່ງຈະເຮັດໃຫ້ຜູ້ທີ່ຖືກກັດເປັນຕະລາຍໜ້ອຍລົງ! ແຕ່ເຖິງຢ່າງໃດກໍ່ຕາມ ການຮັກສາງູກັດຕາມແບບພື້ນເມືອງ ນີ້ ແມ່ນມີປະສິດທິພາບທີ່ຈຳກັດ. ເຖິງຈະຮັກສາຕາມວິທີການທີ່ກ່າວມານັ້ນ, ນອກຈາກບໍ່ຫາຍຂາດແລ້ວ ກໍ່ຍັງມີຜູ້ທີ່ຖືກງູກັດ ຫຼາຍໆຄົນນັ້ນຍັງມີອາການເຈັບປ່ວຍໜັກຂຶ້ນ ຫຼື ຕາຍກໍ່ມີ. ສະນັ້ນ, ເທົ່າທີ່ຮູ້ມາ:

ນການຮັກສາສັດ ຫຼື ແມງໄມ້ທີ່ມີພິດກັດ ຫຼື ຕອດ (ບໍ່ວ່າຈະເປັນ ງູ, ແມງເງົາ, ແມງມຸມ, ຫຼືສັດທີ່ມີພິດອື່ນ) ແມ່ນບໍ່ມີການ ຮັກສາພື້ນເມືອງໃດໆເລີຍທີ່ຈະໄດ້ຜົນດີ, ນອກເໜືອໄປຈາກການໃຫ້ຜົນຮັກສາທາງດ້ານຈິດໃຈເທົ່ານັ້ນ.

ສຳລັບປິ່ນປົວງູກັດນັ້ນ ຖ້າຢາກໃຫ້ຫາຍດີ ແມ່ນມີແຕ່ຮັກສາຕາມແບບຂອງການແພດແບບໃໝ່ເທົ່ານັ້ນ. ຕ້ອງໄດ້ມີການກະ ກຽມ ເພື່ອຍາມສຸກເສີນ ເຊັ່ນ: ຊອກຫາຢາແກ້ພິດມາໄວ້ກ່ອນ ເພື່ອແກ້ພິດທີ່ອາດຈະເກີດຈາກການກັດຂອງສັດ ຫຼືແມງໄມ້ມີ ພິດ. ບໍ່ໃຫ້ລໍຖ້າໃຫ້ເຫດເກີດແລ້ວຈິ່ງແລ່ນຫາຢາແກ້ ເພາະມັນອາດຈະຊ້າເກີນໄປແລ້ວ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ