ຕົ້ນໄມ້ທີ່ເປັນຢາ
ພືດຫຼາຍຊະນິດໃຊ້ເປັນຢາປິ່ນປົວໄດ້. ຢາຫຼວງບາງຊະນິດທີ່ດີໆ ນັ້ນກໍ່ແມ່ນເຮັດມາຈາກພືດປ່າເຖິງຢ່າງໃດກໍ່ດີຕົ້ນໄມ້ທີ່ປະຊາ ຊົນນຳມາໃຊ້ເຮັດຢາປິ່ນປົວນັ້ນກໍ່ບໍ່ແມ່ນຈະດີໝົດແລະ ບາງທີເພິ່ນກໍ່ນຳມາໃຊ້ຢ່າງຜິດພາດອີກຊ້ຳຈົ່ງພະຍາຍາມຄົ້ນຄ້ວາກ່ຽວ ກັບຢາຮາກໄມ້ ຢູ່ໃນທ້ອງຖິ່ນຂອງທ່ານ ແລະ ຊອກເບິ່ງວ່າແມ່ນຢາຮາກໄມ້ອັນໃດແທ້ທີ່ເປັນປະໂຫຍດ.
ຂໍ້ຄວນລະວັງ! ຢາຮາກໄມ້ບາງຊະນິດ ອາດຈະເປັນພິດໄດ້ ຖ້າໃຊ້ເກີນຂະໜາດທີ່ກຳນົດໄວ້. ຍ້ອນເຫດຜົນນີ້ການໃຊ້ຢາຫຼວງ ຈິ່ງປອດໄພກ່ວາເພາະສາມາດຄວບຄຸມຂະໜາດ ຫຼື ປະລິມານທີ່ຕ້ອງໃຊ້ໄດ້ຢ່າງງ່າຍດາຍຕໍ່ໄປນີ້ແມ່ນຕົວຢ່າງຂອງຕົ້ນໄມ້ບາງ ຊະນິດທີ່ເປັນປະໂຫຍດຖ້າໃຊ້ຢ່າງຖືກຕ້ອງ:
ໃບຂອງຕົ້ນແກນາງຟ້າ (Datura arborea)
ໃບຂອງຕົ້ນແກນາງຟ້າ ແລະ ຕົ້ນອື່ນໆໃນຕະກຸນໄນທ໌ເຊດ (nightshade)ບັນຈຸຕົວຢາທີ່ຊ່ວຍບັນເທົາອາ ການເຈັບປວດ ຕາມ ລຳໃສ້, ກະເພາະອາຫານ, ຫຼືເຈັບໝາກໄຂ່ຫຼັງ.
ເອົາໃບແກນາງຟ້າ 1 ຫຼື 2 ໃບ ມາບົດໃຫ້ມຸ່ນລະອຽດ ແລ້ວເອົາລົງແຊ່ໃນນ້ຳສະອາດ7 ບ່ວງແກງ (100 ມິລີລິດ) ແລະ ປະໄວ້ 7 ມື້.
- ການໃຊ້: ໃຫ້ກິນປະລິມານລະຫວ່າງ 10 ຫາ 15 ຢົດ ທຸກໆ 4 ຊົ່ວໂມງ (ໃຊ້ສະເພາະຜູ້ໃຫຍ່ເທົ່ານັ້ນ).
- ຄຳເຕືອນ: ຕົ້ນແກນາງຟ້າເປັນຢາທີ່ມີພິດຫຼາຍ ສະນັ້ນຈິ່ງບໍ່ຄວນບໍລິໂພກເກີນປະລິມານທີ່ແນະນຳໄວ້.
ໝອຍສາລີ:
ນ້ຳຕົ້ມໝອຍສາລີເຮັດໃຫ້ຂັບຖ່າຍນ້ຳປັດສະວະຫຼາຍຂຶ້ນ, ແລະ ມັນຍັງສາມາດຊ່ວຍເຮັດໃຫ້ອາການຕີນບວມຫຼຸດຜ່ອນລົງ ໂດຍ ສະເພາະແລ້ວແມ່ນຜູ້ຍິງທີ່ຖືພາຕົ້ມໝອຍສາລີປະມານເຕັມກຳມືໜຶ່ງໃນນ້ຳ ແລ້ວກິນ 1 ຫຼື 2 ຈອກ. ມັນບໍ່ເປັນ ອັນຕະລາຍຫຍັງ.
ຫົວກະທຽມ:
ເຄື່ອງດື່ມທີ່ປະສົມກັບກະທຽມອາດຈະຊ່ວຍຖ່າຍພະຍາດເສັ້ນດ້າຍໄດ້.ເອົາກະທຽມ 4 ງີມ (ກີບ) ທີ່ປອກເປືອກອອກແລ້ວມາຊອຍ ຫຼື ຕຳໃຫ້ມຸ່ນລະອຽດດີແລ້ວເອົາມາປົນກັບເຄື່ອງດື່ມ (ເຊັ່ນ: ນ້ຳ, ນ້ຳໝາກໄມ້ ຫຼື ນ້ຳນົມ) ໜຶ່ງຈອກ.
ການໃຊ້: ດື່ມມື້ລະຈອກເປັນເວລາ 3 ອາທິດ
ຕົ້ນກະບອງເພັດ (Pachycerius pectin-aboriginum)
ຖ້າບໍ່ມີນ້ຳຕົ້ມ ແລະ ຫາໃສບໍ່ໄດ້, ນ້ຳຕົ້ນກະບອງເພັດກໍ່ສາມາດນຳມາໃຊ້ເປັນນ້ຳຢາລ້າງບາດໄດ້. ນອກນີ້ຕົ້ນກະບອງເພັດ ຍັງສາມາດຊ່ວຍຫ້າມເລືອດໄດ້ເພາະວ່ານ້ຳຂອງມັນເຮັດໃຫ້ເສັ້ນເລືອດທີ່ຖືກຕັດນັ້ນບີບຕົວເຂົ້າ ແລະຢຸດການໄຫຼຂອງເລືອດ.ໃຊ້ມີດສະອາດຕັດກົກກະບອງເພັດເອົາປ່ຽງໜຶ່ງມາວາງທັບລົງເທິງປາກບາດ ແລະ ບີບລົງໃຫ້ແໜ້ນເມື່ອເຫັນວ່າເລືອດເລີ່ມ ຈະຢຸດແລ້ວກໍ່ໃຫ້ເອົາແພມາມັດປ່ຽງກະບອງເພັດນັ້ນທັບໄວ້ກັບປາກບາດ.ຫຼັງຈາກນັ້ນ 2 ຫຼື 3 ຊົ່ວໂມງ,ໃຫ້ແກ້ເອົາປ່ຽງກະ ບອງເພັດນັ້ນອອກ ແລ້ວໃຫ້ອະນາໄມບາດແຜນັ້ນດ້ວຍນ້ຳຕົ້ມ ແລະ ສະບູ.
ຫວ້ານຫາງແຂ້ (Sabila)
ຫວ້ານຫາງແຂ້ແມ່ນມີສັບພະຄຸນໃນການປິ່ນປົວບາດແຜທຳມະດາ ແລະ ແຜທີ່ເກີດຈາກໄຟໄໝ້ ຫຼື ນ້ຳຮ້ອນລວກທີ່ບໍ່ຮຸນ ແຮງ. ຕອນວຸ້ນແຫຼວໃສໃນກ້ານຫວ້ານຫາງແຂ້ນັ້ນຊ່ວຍບັນເທົາອາການເຈັບ ແລະ ຄັນໄດ້. ມັນຍັງຊ່ວຍໃຫ້ບາດຫາຍໄວຂຶ້ນແລະ ກໍ່ຊ່ວຍປ້ອງກັນການຕິດເຊື້ອໄດ້ນຳ.
ວິທີໃຊ້ແມ່ນໃຫ້ຕັດເອົາໃບຂອງຫວ້ານຫາງແຂ້ນັ້ນມາ ແລ້ວປອກເອົາເປືອກນອກມັນອອກ ແລະ ໃຫ້ເອົາແຕ່ສ່ວນທີ່ເປັນວຸ້ນ ໃສນັ້ນບາດແຜນ.ຍິ່ງໄປກວ່ານັ້ນ, ຫວ້ານຫາງແຂ້ຍັງສາມາດປິ່ນປົວບາດແຜໃນກະເພາະອາຫານ ແລະ ກະເພາະອາຫານອັກ ເສບ. ໃຫ້ເອົາກ້ານຫວ້ານຫາງແຂ້ມາຕັດໃຫ້ເປັນຕອນນ້ອຍໆແລ້ວເອົາແຊ່ໃນນ້ຳສະອາດປະໄວ້ຄືນໜຶ່ງ ແລ້ວຫຼັງຈາກນັ້ນໃຫ້ ດື່ມນ້ຳນັ້ນ 1 ຈອກ ທຸກໆ 2 ຊົ່ວໂມງ.
ໝາກຫຸ່ງ:
ໝາກຫຸ່ງສຸກ ມີວິຕາມິນຫຼາຍ ແລະ ກໍ່ຊ່ວຍໃນການຍ່ອຍອາຫານອີກດ້ວຍ. ການກິນໝາກຫຸ່ງສຸກຈະຊ່ວຍຫຼຸດຜ່ອນອາການ ເມື່ອຍ ຫຼື ອາການແພ້ທ້ອງຂອງເຖົ້າ ຫຼື ຄົນທີ່ອ່ອນເພຍ ເມື່ອເຂົາເຈົ້າກິນຊີ້ນ, ໄກ່ ຫຼື ໄຂ່. ໝາກຫຸ່ງຈະຊ່ວຍເຮັດໃຫ້ອາຫານ ເຫຼົ່ານີ້ຍ່ອຍງ່າຍຂື້ນ.ເຖິງວ່າຢາຫຼວງຈະໃຊ້ໄດ້ຜົນດີກ່ວາ, ແຕ່ໝາກຫຸ່ງກໍ່ຍັງສາມາດຊ່ວຍຂ້າແມ່ທ້ອງໄດ້.ເອົາຢາງໝາກຫຸ່ງປະ ມານ 3 ຫຼື 4 ບ່ວງກາເຟ (15-20 ມລ)ປະສົມກັບນ້ຳເຜິ້ງໃນປະລິມານເທົ່າກັນເທລົງຈອກນ້ຳຮ້ອນແລ້ວຄົນໃຫ້ເຂົ້າກັນ. ຖ້າ ເປັນໄປໄດ້ໃຫ້ກິນພ້ອມກັບຢາຖ່າຍທ້ອງ.ມັນຍິ່ງເປັນການດີ ຖ້າໄດ້ແກ່ນໝາກຮຸ່ງສຸກຕາກແຫ້ງ ມາບົດ ຫຼືຕຳໃຫ້ເປັນຜົງແລ້ວ ເອົາຜົງນັ້ນ 3ບ່ວງແກງ ປົນກັບນ້ຳ 1 ຈອກ ຫຼືນ້ຳເຜິ້ງ ແລະ ໃຫ້ດື່ມນ້ຳປະສົມນັ້ນ 3 ເທື່ອຕໍ່ມື້ ເປັນເວລາ 7 ມື້.ໝາກຮຸ່ງຍັງ ສາມາດໃຊ້ເຂົ້າໃນການປິ່ນປົວບາດແຜທີ່ເກີດຈາກການກົດທັບ. ນັ້ນກໍ່ເນື່ອງຈາກໝາກຮຸ່ງມີສານເຄມີທີ່ເຮັດໃຫ້ຊີ້ນໜັງທີ່ ຕາຍແລ້ວນັ້ນອ່ອນຕົວ ແລະ ເອົາອອກໄດ້ງ່າຍຂຶ້ນ.ທຳອິດແມ່ນໃຫ້ທຳຄວາມສະອາດ ແລະ ລ້າງບາດແຜທີ່ມີຊີ້ນໜັງຕາຍໃນນັ້ນເສັຍກ່ອນ.ຈາກນັ້ນໃຫ້ເອົາແພຫຼືຜ້າພັນບາດທີ່ຂ້າ ເຊື້ອ ແລ້ວນັ້ນຈຸ່ມລົງໃນນ້ຳຢາງໝາກຮຸ່ງ ແລ້ວເອົາມາຍັດເຂົ້າໄປໃນບາດແຜທີ່ເກີດຈາກກົດທັບນັ້ນ. ໃຫ້ອະນາໄມບາດແຜ ແລະເອົາຢາທີ່ຊຸບນ້ຳຢາງໝາກຮຸ່ງນັ້ນມາໃສ່ບາດມື້ໜຶ່ງ 3 ເທື່ອ.
![ຕົ້ນໄມ້ທີ່ເປັນຢາ [ Medicine trees] http://hukased.blogspot.com/2016/11/medicine-trees.html](https://blogger.googleusercontent.com/img/b/R29vZ2xl/AVvXsEjvFP8Z3RwupzNV79pgPY-lduXh8sGqR5ZMsSljTcMHtUWmtrlHMNEJYIHhujEvTa2rLV0z20knGH9bwillD9xLS7JyB9d8Wt0RJkPw2xNHKdRoHneemnsinAVsaAqq9anLATR126qpUcU/s640/%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599%25E0%25BB%2584%25E0%25BA%25A1%25E0%25BB%2589%25E0%25BA%2597%25E0%25BA%25B5%25E0%25BB%2588%25E0%25BB%2580%25E0%25BA%259B%25E0%25BA%25B1%25E0%25BA%2599%25E0%25BA%25A2%25E0%25BA%25B2.jpg)
![ຕົ້ນໄມ້ທີ່ເປັນຢາ [ Medicine trees] http://hukased.blogspot.com/2016/11/medicine-trees.html](https://blogger.googleusercontent.com/img/b/R29vZ2xl/AVvXsEge4oWtAYqVAYLBjlRLcuaxO3ubNUNvYfnkQcmWP62R1H34jvB7IUK6kyiQW3kPX_dFjXTtC4mrL6B1m38djVIJGUIs7feZAWAG9Dmko1yLDZxAQiBfJ76OeChisMs7TO1LSYog6JQCWN4/s640/Datura+arborea.jpg)
![ຕົ້ນໄມ້ທີ່ເປັນຢາ [ Medicine trees] http://hukased.blogspot.com/2016/11/medicine-trees.html](https://blogger.googleusercontent.com/img/b/R29vZ2xl/AVvXsEjjtJLGqI82LLb_rqFRJYFeC5Z_J7lxWTHTS0ynPOIYfd9kxmKnY_bi7c4w1iqtKB8AkRdb8XEtxKSAWzkAxE2edAm1tcvPZ3oPLqPJJeJ7lf1cAW0iCKF68RyJu1Hyas8BCtZ8bbyrSNs/s1600/corn.jpg)
![ຕົ້ນໄມ້ທີ່ເປັນຢາ [ Medicine trees] http://hukased.blogspot.com/2016/11/medicine-trees.html](https://blogger.googleusercontent.com/img/b/R29vZ2xl/AVvXsEiGtn5iQGnQOJJgy68YP-3TjqKbA_VOeA_YM0M0NzXyBkitdf-2l4oqM2EI4ogbZxue4CMqRuGZvcWnPt9VpQ6sT-aITqEn2jeG65RD50qKYIqXalM13-2deEA7ChGaA1lV_3rgdtR28mA/s1600/garlic-content-tree.jpg)
![ຕົ້ນໄມ້ທີ່ເປັນຢາ [ Medicine trees] http://hukased.blogspot.com/2016/11/medicine-trees.html](https://blogger.googleusercontent.com/img/b/R29vZ2xl/AVvXsEi5z4FbCOPNczqhrCqCbcH1LowZhkG7pWOPhXlCRHUlgQQER0DoZq0oAyb6JQJlsNZ19UL8kQS6iXpSmqi3bjwA98teuoywpwZ2K6tSlysTXRP6cWU3RsENJYd5h90N0Ln_ANyrwdrYhqQ/s1600/11374167_839156879534181_464944316_n.jpg)
![ຕົ້ນໄມ້ທີ່ເປັນຢາ [ Medicine trees] http://hukased.blogspot.com/2016/11/medicine-trees.html](https://blogger.googleusercontent.com/img/b/R29vZ2xl/AVvXsEiQ00uh-Gz56LvUtxUSHx45aJ4H3QIfhv7LvheiA7EkiOSLzBDHqdF4tqT9-ioWJ9Qv_oZw6rRwl7HyTBfkiXiGJvyL5GDwZdrxRh7smZAtmwx-lh6KAY9Vi95i9IdcsdXlKfMi9_-xoqM/s640/sabila-aloe-vera-planta-medicinal.jpg)
![ຕົ້ນໄມ້ທີ່ເປັນຢາ [ Medicine trees] http://hukased.blogspot.com/2016/11/medicine-trees.html](https://blogger.googleusercontent.com/img/b/R29vZ2xl/AVvXsEiGMaR4sa5WJtrSebm11KpJ_dJGwjuUfKqkQWQ6q8B5GmcSdizsuNrohtIw1PhUFDQknBOWdHvMT7wqz7yuYa6kwUkDdPtK0TTXzBKg62lHF91GPh3I5jy_z5LcTEubF2it8tiUz7QjGWI/s640/%25E0%25B8%25AB%25E0%25B8%2599%25E0%25B9%2589%25E0%25B8%25B2%25E0%25B8%2595%25E0%25B8%25B2%25E0%25B8%2582%25E0%25B8%25AD%25E0%25B8%2587%25E0%25B8%25A1%25E0%25B8%25B0%25E0%25B8%25A5%25E0%25B8%25B0%25E0%25B8%2581%25E0%25B8%25AD%25E0%25B8%259E%25E0%25B8%25B1%25E0%25B8%2599%25E0%25B8%2598%25E0%25B8%25B8%25E0%25B9%258C%25E0%25B8%25AE%25E0%25B8%25AD%25E0%25B8%2599%25E0%25B9%2581%25E0%25B8%25A5%25E0%25B8%2599%25E0%25B8%2594%25E0%25B9%258C.jpg)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ