google-site-verification: google0d91bc93cfc88895.html ປົວກະດູກຫັກດ້ວຍ​ວິ​ທີ​ພື້ນ​ບ້ານ [Fractures treated with traditional methods] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, November 24, 2016

ປົວກະດູກຫັກດ້ວຍ​ວິ​ທີ​ພື້ນ​ບ້ານ [Fractures treated with traditional methods]

ເຝືອກທີ່ເຮັດເອງຕາມບ້ານເຮືອນ-ເພື່ອປິ່ນປົວກະດູກຫັກໃຫ້ຈອດກັນ

ຢູ່ໃນປະເທດເມັກຊິໂກ ເຂົາເຈົ້າໃຊ້ພືດໄມ້ຫຼາຍຊະນິດໃນການເຮັດເຝືອກ ເຊັ່ນ: ຕົ້ນເຕເປກວາເຈ (ຕົ້ນກະຖິນ) ແລະ ຕົ້ນ ໂຊດາຄອນໂຊດາ (solda con solda). ອັນທີ່ຈິງແລ້ວພືດຊະນິດໃດກໍ່ສາມາດນຳມາເຮັດເຝືອກໄດ້ ຂໍພຽງແຕ່ ມັນສາມາດ ນຳມາຕົ້ມຂ້ຽວໃຫ້ກາຍເປັນນ້ຳຢ່າງໜຽວ ທີ່ເວລາແຫ້ງນັ້ນຈະແຂງແກ່ນ ແລະ ບໍ່ແພ້ຕໍ່ຜິວໜັງຜູ້ໃຊ້. ໃນປະເທດອິນເດັຍ, ໝໍ ຕໍ່ກະດູກພື້ນເມືອງເຮັດເຝືອກໂດຍການເອົາໄຂ່ຂາວປະສົມກັບຢາສະໝູນໄພແທນການໃຊ້ຢາງໜຽວທີ່ໄດ້ມາຈາກຕົ້ນໄມ້ແຕ່ວ່າ ວິທີການທີ່ເຮັດເຝືອກນັ້ນແມ່ນຄ້າຍຄືກັນ. ໃນທ້ອງຖິ່ນຂອງທ່ານໆກໍ່ທົດລອງເຮັດເຝືອກຈາກໄມ້ສະນິດອື່ນໆລອງເບິ່ງ.

ເຝືອກທີ່ເຮັດເອງຕາມບ້ານເຮືອນ-ເພື່ອປິ່ນປົວກະດູກຫັກໃຫ້ຈອດກັນ ຢູ່ໃນປະເທດເມັກຊິໂກ ເຂົາເຈົ້າໃຊ້ພືດໄມ້ຫຼາຍຊະນິດໃນການເຮັດເຝືອກ ເຊັ່ນ: ຕົ້ນເຕເປກວາເຈ (ຕົ້ນກະຖິນ) ແລະ ຕົ້ນ ໂຊດາຄອນໂຊດາ (solda con solda).


ກິໂລ ກຼາມຕໍ່ນ້ຳ 5 ລິດ. ຕົ້ມຈົນກວ່າຈະເຫຼືອນ້ຳ 2 ລິດ. ແລ້ວໃຫ້ຕອງນ້ຳນັ້ນແລ້ວຕົ້ມຕໍ່ໄປຈົນກວ່ານ້ຳນັ້ນຈະກາຍເປັນນ້ຳ ຢາງ ໜຽວ ແລ້ວຈາກນັ້ນກໍ່ໃຫ້ເອົາແພຂົນໜູ ຫຼືຜ້າສະອາດທີ່ເປັນແຖບຍາວຈຸ່ມລົງໃນນ້ຳຢາງໜຽວນັ້ນ ແລະນຳມາໃຊ້ຢ່າງລະ ວັງຕາມຂັ້ນຕອນຕໍ່ໄປນີ້:ກ່ອນຫຸ້ມເຝືອກໃຫ້ກວດເບິ່ງຄັກແນ່ວ່າກະດູກທີ່ຫັກ ຫຼື ແຕກນັ້ນຢູ່ໃນຕຳແໜ່ງເໝາະສົມດີແລ້ວຫຼື ບໍ່.
ຫ້າມບໍ່ໃຫ້ໃສ່ເຝືອກຕິດກັບຜິວໜັງໂດຍກົງ.ໃຫ້ເອົາຜ້າອ່ອນໆມາພັນແຂນ ຫຼື ຂາທີ່ຫັກໄວ້ກ່ອນ.ຈາກນັ້ນກໍ່ໃຫ້ເອົາສຳລີ ຫຼື ງີ້ວວາງທັບເທິງຜ້າໃຫ້ທົ່ວອີກຊັ້ນໜຶ່ງ.ຂັ້ນຕອນສຸດທ້າຍແມ່ນເອົາແພທີ່ຈຸ່ມນ້ຳຢາງໜຽວມາພັນໃຫ້ຮອບແລະຫຼັງຈາກທີ່ມັນແຫ້ງ ແລ້ວມັນກໍ່ຈະກາຍເປັນເຝືອກທີ່ແຂງແລະ ບໍ່ຄັບ.
ທ່ານໝໍສ່ວນໃຫຍ່ແມ່ນແນະນຳໃຫ້ໃສ່ເຝືອກກວມເອົາຂໍ້ຕໍ່ກະດູກທັງເບື້ອງເທິງ ແລະເບື້ອງລຸ່ມຂອງກະດູກທີ່ຫັກ ຫຼື ແຕກ
ນັ້ນນັ້ນກໍ່ເພື່ອບໍ່ໃຫ້ກະດູກທີ່ແຕກນັ້ນມີການເຄື່ອນຕີງ.ນັ້ນກໍ່ໝາຍຄວາມວ່າ, ສຳລັບຄົນທີ່ຂໍ້ແຂນຫັກນັ້ນຄວນໃສ່ເຝືອກ ໄວ້ໝົດທ່ອນແຂນ (ຄືຮູບ):

ເຝືອກທີ່ເຮັດເອງຕາມບ້ານເຮືອນ-ເພື່ອປິ່ນປົວກະດູກຫັກໃຫ້ຈອດກັນ ຢູ່ໃນປະເທດເມັກຊິໂກ ເຂົາເຈົ້າໃຊ້ພືດໄມ້ຫຼາຍຊະນິດໃນການເຮັດເຝືອກ ເຊັ່ນ: ຕົ້ນເຕເປກວາເຈ (ຕົ້ນກະຖິນ) ແລະ ຕົ້ນ ໂຊດາຄອນໂຊດາ (solda con solda).


ແລະ ໃຫ້ຈົ່ງປາຍນີ້ວມືເອົາໄວ້ເພື່ອເບິ່ງອາການຂອງແຂນໂດຍເບິ່ງຈາກການປ່ຽນແປງຂອງສີຜິວທີ່ປາຍມືທີ່ປະໄວ້ນັ້ນແຕ່ ສຳລັບ ໝໍຕໍ່ກະດູກພື້ນເມືອງຊາວຈີນ ແລະຊາວອາເມລິກາລາຕິນແລ້ວ ແມ່ນຈະໃຊ້ເຝືອກທີ່ສັ້ນໃນການຮັກສາກະດູກຫັກ ຫຼື ແຕກ. ເຂົາເຈົ້າເຂົ້າເຝືອກໃສ່ສະເພາະບ່ອນທີ່ຫັກນັ້ນ. ເຂົາເຈົ້າໃຫ້ເຫດຜົນໃນການເຮັດເຊັ່ນນັ້ນວ່າ:ການເຄື່ອນຕີງເລັກນອ້ຍ ຂອງປາຍກະດູກທີ່ແຕກນັ້ນຈະຊ່ວຍໃຫ້ກະດູກຈອດກັນໄວຂຶ້ນ ແລະ ມັນກໍ່ພິສູດຈາກການວິໃຈທາງວິທະຍາສາດ ແລ້ວ ວ່າແມ່ນເຊັ່ນນັ້ນແທ້.

ສຳລັບເຝືອກທີ່ໃຊ້ຊົ່ວຄາວນັ້ນສາມາດເຮັດໄດ້ຈາກເຈັ້ຍແກັດ,ເຈັ້ຍພັບຊ້ອນເຂົ້າກັນ,ກ້ານກ້ວຍແຫ້ງທີ່ໜາ, ຫຼື ໃບຕານ ຫຼື ໃບພ້າວກໍ່ໄດ້.
ແຕ່ເວລາຕໍ່ມາແຂນ ຫຼືຂາທີ່ຫັກນັ້ນອາດຈະໄຄ່ບວມຂຶ້ນໄດ້. ຖ້າຄົນເຈັບຫາກບອກວ່າເຝືອກນັ້ນຄັບໂພດ, ຫຼືຖ້າເຫັນວ່ານີ້ວມື ຫຼືນີ້ວຕີນເຢັນ,ມີສີຂາວ ຫຼືສີຟ້ານັ້ນ ໃຫ້ຖອດເຝືອກນັ້ນອອກ ແລ້ວເອົາເຝືອກໃໝ່ທີ່ຫຼົມກວ່າເກົ່າໃສ່ໃຫ້.
ຫ້າມບໍ່ໃຫ້ໃສ່ເຝືອກທັບບາດແຜເດັດຂາດ





No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ