google-site-verification: google0d91bc93cfc88895.html ບັນຫາທົ່ວໄປທີ່ເກີດກັບລະບົບທາງເດີນນໍ້າຍ່ຽວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, November 19, 2016

ບັນຫາທົ່ວໄປທີ່ເກີດກັບລະບົບທາງເດີນນໍ້າຍ່ຽວ

ບັນຫາທົ່ວໄປທີ່ເກີດກັບລະບົບທາງເດີນນໍ້າຍ່ຽວປະກອບມີດັ່ງນີ້:
  1. ທາງເດີນປັດສາວະຕິດເຊື້ອ. ໂລກຊະນິດນີ້ທົ່ວໄປແມ່ນມັກເກີດກັບເພດຍິງ. (ບາງຄັ້ງພວກມັນເລີ່ມຈາກຫຼັງຈາກການ ຮ່ວມເພດ, ແຕ່ອາດຈະເປັນພາຍຫຼັງກໍ່ໄດ້ໂດຍສະແພາະແມ່ນໃນໄລຍະຕັ້ງຄັນ).
  2. ໜິ້ວໝາກໄຂ່ຫຼັງ.
  3. ບັນຫາກ່ຽວກັບຕ່ອມຜະລິດນ້ຳລ້ຽງຕົວອະສຸຈິ (ຖ່າຍເບົາບໍ່ສະດວກເພາະຕ່ອມຂະຫຍາຍຕົວໃຫຍ່ຂຶ້ນ;ມັກຈະພົບກັບ ຜູ້ ຊາຍອາຍຸສູງ).
  4. ໂລກໜອງໃນ (ຖ່າຍເບົາບໍ່ສະດວກມີໜອງໃນທໍ່ຍ່ຽວເປັນໂລກຕິດຕໍ່ກັນໂດຍກົງຈາກການຮ່ວມເພດ).
  5. ຢູ່ບາງພາກສ່ວນຂອງໂລກ, ພະຍາດທີ່ເກີດຈາກແມ່ກາຝາກທີ່ດູດເລືອດ (ພະຍາດໃບໄມ້ເລືອດ) ແມ່ນເປັນສາຍເຫດ ຂອງການຍ່ຽວເປັນເລືອດ. ບັນຫາດັ່ງກ່າວໄດ້ອະທິບາຍໄວ້ກັບການຕິດເຊື້ອແມ່ກາຝາກຊະນິດອື່ນໆ.


ໂລກຕິດເຊື້ອໃນລະບົບທາງເດີນນໍ້າຍ່ຽວສ່ວນໃຫ່ຍແມ່ນມັກພົບໃນຜູ້ຍິງ, ພວກເຂົາໄດ້ຮັບຄວາມທໍລະມານຈາກໂລກນີ້ຫຼາຍ. ແຕ່ໃນຜູ້ຊາຍແລ້ວບໍ່ຄ່ອຍມັກເປັນປານໃດ. ບາງຄັ້ງພຽງແຕ່ມີອາການຖ່າຍເບົາຝືດໆ ເຄືອງໆ ແລະ ທຽວຍ່ຽວເລື້ອຍໆ. ອາ ການທົ່ວໄປກໍ່ມີເຊັ່ນ: ຍ່ຽວອອກເລືອດ ແລະ ເຈັບທ້ອງນ້ອຍ. ເຈັບຫຼັງສ່ວນກາງ ຫຼື ສ່ວນລຸ່ມມາເຖິງກະດູກຂ້າງທາງລຸ່ມ ແລະ ມີອາການໄຂ້ນຳກໍສະແດງວ່າອາດຈະເປັນບັນຫາໜັກ.

ການປິ່ນປົ່ວ:

  • ດື່ມນ້ຳໃຫ້ຫຼາຍໆເພາະວ່າການດື່ມນໍ້ານີ້ຈະຊ່ວຍປິ່ນປົວໃຫ້ເຊົາຈາກໂລກນີ້ໄດ້ໂດຍບໍ່ຕ້ອງກິນຢາເລີຍ. ດື່ມນໍ້າຢ່າງ ນ້ອຍ 1 ຈອກທຸກໆ 30 ນາທີໃນເວລາ 3 ຫາ 4 ຊົ່ວໂມງ ແລະ ອີກຢ່າງໜຶ່ງແມ່ນເພື່ອ ຈະເປັນການສ້າງນິດໃສຮັກ ການດື່ມນໍ້າ. (ແຕ່ຖ້າຄົນເຈັບບໍ່ສາມາດຍ່ຽວໄດ້ ແລະ ໃບໜ້າ ແລະມືໃຄ່ບວມບໍ່ຄວນກິນນ້ຳຫຼາຍ).
  • ຖ້າຄົນເຈັບບໍ່ມີອາການດີຂຶ້ນທັງໆທີ່ກິນນ້ຳຫຼາຍແລ້ວ ຫຼື ຖ້າມີອາການໄຂ້ຄວນກິນຢາໂຄຕຼີໂມຊາໂຊນ (ໜ້າ 357), ອາໂມກຊີຊີລິນ, ຫຼືຢາເຕຼຕາຊີລິນ. ຈົ່ງເອົາໃຈໃສ່ໃນ ການກິນຢາໃຫ້ຖືກຕ້ອງຕາມຄໍາແນະນໍາທີ່ບອກໄວ້. ຖ້າຈະໃຫ້ ດີເລີຍອາດຈະຕ້ອງກິນຢາເປັນເວລາ10 ມື້ ຫຼື ກວ່ານັ້ນ.ສຳຄັນທີ່ສຸດໃນເວລາໃຊ້ຢານີ້ຢູ່ຄວນ ກິນນ້ຳຫຼາຍໆໂດຍສະ ເພາະເວລາໃຊ້ຢາຊັນຟານາໄມ.
  • ຖ້າອາການຍັງບໍ່ດີຂຶ້ນໂດຍໄວແລ້ວ ຄວນຮີບໄປຫາແພດ.
  • ຢາຊະນິດໃໜ່ໆບາງຊະນິດສາມາດເຮັດໃຫ້ອາການເຈັບຫາຍໄປ, ແຕ່ບໍ່ສາມາດຮັກສາໃຫ້ຫາຍຂາດຈາກໂລດຕິດເຊື້ອ ໃນນໍ້າຍ່ຽວໄດ້. ສະນັ້ນບໍ່ຄວນໃຊ້ຢາເຫຼົ່ານັ້ນເກີນກວ່າ 2 ມື້.
 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ