ການຈຳແນກເຊື້ອພັນເຂົ້າ ທີ່ເກັບໄດ້ແຕ່ປີ 1995 ຫາ ປີ 2000
ອີງຕາມຂໍ້ແນະນຳຂອງສູນອະນຸລັກແຫຼ່ງເຊື້ອພັນພືດຂອງອີຣີ,ໃນເວລາລົງເກັບຕົວຢ່າງຈາກຊາວກະສິກອນໄດ້ເກັບກຳຂໍ້ມູນລັກສະນະຕ່າງໆເຖິງ
36 ລັກສະນະ ເພື່ອເປັນຂໍ້ມູນຈຳເພາະຂອງແຕ່ລະຕົວຢ່າງ.
ລັກສະນະ, ຂໍ້ມູນຕ່າງໆເຫຼົ່ານີ້
ໄດ້ມີການດັດ ແກ້ ເພື່ອໃຫ້ແທດ ເໝາະກັບເງື່ອນໄຂ ຂອງ ສປປ ລາວ ໂດຍເພີ້ມຊະນິດເນື້ອເຂົ້າສານ,
ຄວາມຫອມ ແລະ ລັກສະນະພິເສດ ອື່ນໆ ທີ່ເປັນເອກະ ລັກ
ຂອງ ສປປ ລາວເຂົ້າຕື່ມອີກ. ຂໍ້ມູນຈຳເພາະຂອງຕົວຢ່າງທີ່ເກັບກຳໄດ້ນັ້ນ, ສ່ວນໃຫຍ່ ແມ່ນຂໍ້ມູນທີ່ໄດ້ຈາກຊາວກະ ສິກອນນັ້ນເອງ.
ອີງໃສ່ຂໍ້ມູນຈຳເພາະທີ່ໄດ້ມາ, ຕົວຢ່າງເມັດພັນເຫຼົ່ານັ້ນ ສາມາດຈຳແນກ ແລະ ຈັດແບ່ງ ເປັນ ກູ່ມຕາມແຫຼ່ງ ທີ່ມາ (ແຂວງ ແລະ ເມືອງ), ລະບົບນິເວດ (ນາ ຫຼື
ໄຮ)່ , ຊະນິດເນື້ອເຂົ້າສານ (ເຂົ້າໜຽວ ຫຼືຼ ເຂົ້າ ຈາ້ວ) ແລະຕາມອາຍຸການ (ດ,ໍ ກາງ ຫຼື ງັນ ).ຈຳນວນຕົວຢ່າງ ທີ່ເກັບເຕົ້າໂຮມມາຈາກເຂດພາກເໜືອ,
ພາກກາງ ແລະ ພາກໃຕ້ ແມ່ນມີ 5,915 (44.8%), 4,625 (35.1%), ແລະ 2,652(20.1%) ຕົວຢ່າງ
ຕາມດຳລັບ (ຕາຕະລາງ1). ຕົວຢ່າງແນວພັນ
ທີ່ເກັບ ມາຈາກນິເວດເຂົ້າໄຮ່ (55.9%) ຫຼາຍກວ່າ ຕົວຢ່າງແນວພັນທີ່ເກັບຈາກນິເວດເຂົ້ານາ (44.1%). ຕົວຢ່າງສ່ວນໃຫຍ່ (85.5%) ເປັນເຂົ້າໜຽວ.
ສັດສ່ວນທີ່ສູງກວາ່ ໝູ່ຂອງຕົວຢ່າງແນວພັນເຂົ້າໄຮ ່ (77.5%) ແມ່ນເກັບມາຈາກ ເຂດກະສິ ກຳພາກເໜືອ, ໃນຂະນະທີ່ຈຳນວນຕົວຢ່າງ ທີ່ເກັບມາຈາກເຂດພາກກາງ ແລະ ພາກໃຕ້ ມີພຽງປະມານ 38%ເທົ່ານັ້ນ. ຕົວ ຢ່າງ ທີ່ເກັບມາທັງໝົດ ຈາກສາມເຂດນີ້
ສ່ວນໃຫຍ່ເປັນແນວພັນເຂົ້າໜຽວ ກວມເອົາ 85.5% ຂອງຈຳນວນຕົວຢ່າງ ທັງ ໝົດທີ່ເຕົ້າໂຮມ.ແຂວງທີ່ເກັບໄດ້ຫຼາຍກວ່າໝູ່ແມ່ນ ແຂວງພາກເໜືອ ຄື: ແຂວງຫຼວງພະບາງ ມີ 1,243
ຕົວຢ່າງ (9.4% ຂອງຈຳນວນທັງໝົດ), ຊຶ່ງໃນນັ້ນມີ 875 ຕົວຢ່າງ (70.4%) ແມ່ນເຕົ້າໂຮມມາຈາກນິເວດເຂົ້າໄຮ່ (ຕາຕະລາງ 2).
ຮອງ ລົງມາແມ່ນແຂວງອຸດົມໄຊ ທີ່ມີເຂົ້າໄຮ່ຫຼາຍ
(675 ຕົວຢ່າງ) ແລະ ແຂວງໄຊຍະບູລີ
(632 ຕົວຢ່າງ).ແຂວງທີ່ມີຈຳ ນວນຕົວ ຢ່າງທີ່ເກັບໄດ້
ຈາກນິເວດເຂົ້ານາຫຼາຍກວ່າໝູ່ແມ່ນ ເຂດພາກກາງ ຄື ແຂວງສະຫວັນນະເຂດ (759 ຕົວຢ່າງ) ແລະ ແຂວງຄຳມ່ວນ (671 ຕົວຢ່າງ) ແລະ ໃນເຂດພາກໃຕ້ ແມ່ນແຂວງຈຳປາສັກ (677 ຕົວຢ່າງ).
ຄວາມຫຼາກຫຼາຍທາງດ້ານແນວພັນພື້ນເມືອງ
ຄວາມ ຫຼາກຫຼາຍຂອງຊື່ແນວພັນແນວພັນເຂົ້າພື້ນເມືອງ ທີ່ໄດ້ເກັບມາແຕ່ປີ 1995 ຫາ 2000 ລວມທັງໝົດ 13,192 ຕົວຢ່າງມີການບັນທຶກຊື່ແນວພັນ ໄດ້ເກືອບທັງໝົດ,ນອກຈາກ 6% (789 ຕົວຢ່າງ) ທີ່ຍັງບໍ່ສາມາດບັນທຶກຊື່ແນວພັນໄດ້. ການທີ່ບໍ່ສາມາດບັນທຶກຊື່ແນວພັນເຫຼົ່ານີ້ໄດ້ນັ້ນ
ແມ່ນເນື່ອງຈາກວ່າ ມີຫຼາກຫຼາຍຊົນເຜົ່າສ່ວນນ້ອຍ ໃນພື້ນທີ່ຕ່າງໆທີ່ໄດ້ ເຕົ້າໂຮມເຊື້ອພັນເຂົ້າ
(ໃນ ສປປ ລາວ ມີ 48 ກຸ່ມ ຊົນເຜົ່າທີ່ຮັບຮູ້ກັນ, ເອີດີບ 2001) ຊື່ງເຮັດໃຫ້ມີຄວາມຍຸ້ງຍາກ ໃນການ ແປ ຊື່ແນວພັນຂອງບາງຊົນເຜົ່າເປັນພາສາລາວ (ແລ້ວແປເປັນພາສາອັງກິດ).ນອກຈາກນັ້ນຊາວກະສິກອນບາງຄົນບໍ່ຮູ້ຈັກກັບ ຊືຶ່ແນວພັນເຂົ້າຂອງຕົນເອງ ໂດຍສະເພາະ ແມ່ນຜູ້ທີ່ຍັວ ໜມູ່ນນ້ອຍ. ໃນຈຳນວນ12,403 ຕົວຢ່າງທີ່ໄດ້ບັນທຶກຊື່ ແນວພັນ ນັ້ນ, ມີ 1,414ຕົວຢ່າງ ໄດ້ບັນທຶກເປັນຊື່ຊົນເຜົ່າ
ຊຶ່ງຕໍ່ມາໄດ້ແປເປັນພາສາລາວ ແລະ ພາສາອັງກິດ, ໃນນັ້ນມີ 151 ຕົວຢ່າງ ທີ່ໄດ້ບັນທຶກຊື່ແນວພັນເປັນພາສາຊົນເຜົ່າ ແລະ
ບໍ່ສາມາດແປໄດ້ເລີຍ.ຈຳນວນຊ່ືແນວພັນທ່ີບັນທຶກໄດ້ຫຼາຍກວ່າໝູ່(1,120)
ແມ່ນຢູ່ເຂດພາກເໜືອແລະໜອ້ຍກວ່າໝູ່ (583) ແມ່ນຢູ່ເຂດພາກໃຕ້ (ຕາຕະລາງ 3).
ການອະທິບາຍລາຍລະອຽດກ່ຽວກັບການຕັ້ງຊື່ແນວພັນ
ໄດ້ສະຫຼຸບໃນບົດລາຍງານຂອງ ທ່ານ ອັບປາ ຣາວ ແລະ ຄະນະ (2002c). ຕາມປົກກະຕິແລ້ວ, ແຂວງໃດທີ່ມີເນື້ອທີ່ປູກເຂົ້າໄຮ່ຫຼາຍ ແມ່ນຍິ່ງມີຄວາມຫຼາກຫຼາຍທາງດ້ານຊື່ແນວພັນ
ຊຶ່ງ ມັນ ໄດ້ສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍ ຂອງຊົນເຜົ່າໃນເຂດພື້ນທີ່ນັ້ນ,ພ້ອມດຽວກັນ, ມັນຍັງເຊື່ອມໂຍງກັບຄວາມ ແຕກຕ່າງທາງດ້ານຄວາມນິຍົມ ຕໍ່ລັກສະນະຕ່າງໆກ່ຽວກັບຄຸນນະພາບທາງອາຫານອີກດ້ວຍ.
ໃນແຂວງພາກເໜືອ ເຂດ ແຂວງ ຫຼວງພະບາງ ຊຶ່ງມີເນື້ອທີ່ປູກເຂົ້າ ໄຮ່ ຫຼາຍກ່ວາໝູ່ໃນທົ່ວ ສປປລາວ
ແມ່ນມີຈຳນວນຊື່ແນວພັນຫຼາຍກວ່າໝູ່
(462 ຊື່) . ເຖິງແມ່ນວ່າຢູ່ບາງແຂວງໃນເຂດການຜະລິດກະສິກໍາພາກໃຕ້
ໄດ້ເກັບແນວພັນທີ່ມີຊື່ຈໍາເພາະຈຳນວນໜ້ອຍໜຶ່ງກໍ່ຕາມ, ແຕ່ວ່າແຕ່ລະແຂວງກ່ໍມີແນວພັນທ່ີເປັນເອກະລັກຂອງແຂວງຢຫຼູ່າຍແນວພັນ (ກ່ອນທີ່ຈະຈັດແນວພັນໃດໜຶ່ງ ໃຫ້ເປັນເອກະ ລັກ ຂອງແຂວງໃດແຂວງໜຶ່ງໄດ້ນັ້ນ ກໍ່ຕໍ່ເມື່ອໄດ້ບັນທຶກວ່າ ແນວພັນນັ້ນໄດເ້ກັບຢູ່ໃນແຂວງດຽວນັ້ນເອງເທົ່ານັ້ນ ). ດັ່ງທີ່ຢູ່ ພາກໃຕ,້ ແຂວງອັດຕະປື 62.2% ຂອງຕົວຢາ່ງທີ່ເກັບໄດ້
ພ້ອມກັບຊື່ແນວພັນນັ້ນ ໄດ້ຈັດໃຫ້ເປັນເອກະລັກຂອງ ແຂວງ ແລ້ວ. ແຂວງອັດຕະປືນີ້ເອງກໍຄືແຂວງອື່ນໆ ທີ່ມີແນວພັນທີ່ເປັນເອກະລັກຫຼາຍນັ້ນເປັນແຂວງທີ່ຢູ່ຫ່າງໄກສອກຫຼີກ ແລະມີ ລະດັບຄວາມຫຼາກຫຼາຍດ້ານຊົນເຜົ່າໃນປະຊາກອນສງູ
. ດັ່ງທີ່ຄາດຄະເນໄວ້ວ່າຢູ່ໃນບັນດາແຂວງຕ່າງໆ ໃນເຂດເນື້ອທີ່ປູກ ເຂົ້າ ນາຕາມທົ່ງພຽງລ່ອງແມ່ນ້ຳຂອງ ໂດຍທົ່ວໄປແລ້ວ
ຈະມີຈຳນວນຊ່ືແນວພັນທ່ີເປັນເອກະລັກໜ້ອຍກວ່າເຂດອື່ນໆ ຢູ່ພາຍໃນ ສປປ ລາວ. ອັນນີ້ ມັນສະແດງຄວາມເປັນຈິງໃຫ້ເຫັນວ່າ ໂດຍລວມແລ້ວໃນໂຂງເຂດທົ່ງພຽງເຫຼົ່ານີ້ ມີຄວາມຫຼາກ ຫຼາຍດ້ານຊົນເຜົ່າໃນໝູ່ປະຊາກອນໜ້ອຍທີ່ສູດ ,ພ້ອມກັນນັ້ນ
ຍັງມີໂອກາດສູງກວ່າ ໃນການແລກປ່ຽນແນວພັນ ຕາມເຂດ ຊາຍແດນ ລະຫວ່າງແຂວງ ແລະ ໃນຊ່ວງໄລຍະເວລາ
ກ່ອນມີການເກັບເຕົ້າໂຮມແນວພັນ ກໍ່ໄດ້ມີການ ຮັບເອົາແນວພັນ ນຳເຂົ້າ ເຂົ້າມານຳໃຊ້ຢ່າງຫຼວງຫຼາຍແລ້ວ.
ຄວາມຫຼາກຫຼາຍພາຍໃນກມຸ່ ປະຊາກອນ
ຕາມລັກສະນະຕ່າງໆ ເຊັ່ນ: ອາຍຸການສຸກແກ່, ລວງສູງ ແລະ ລັກສະນະເມັດ ແລະ ຮວງ,ເຫັນວ່າ ແນວພັນເຂົ້ານາພື້ນເມືອງ ຂ້ອນຂ້າງມີຄວາມສະໝ່ຳສະເໝີດີກວ່າ
ແນວພັນເຂົ້າໄຮ່.ຕາມປົກກະຕິ ໃນລະດູການປູກເຂົ້າໄຮ່, ຊາວໄຮ່ ຈະປູກຫຼາຍໆ ແນວພັນ ທີ່ມີລັກສະນະພາຍນອກແຕກຕ່າງກັນ,
ມີຄວາມແຕກຕ່າງກັນ ໃນເວລາການອອກດອກ,
ລວງສູງຂອງລຳຕົ້ນ ແລະ
ລັກສະນະຕ່າງໆຂອງເມັດ ແລະ ຮວງມາປູກປະສົມກັນ. ຄວາມແຕກຕ່າງລະຫວ່າງ ລັກສະນະພິເສດຂອງແນວພັນເຂົ້າໄຮ່
ແລະ ແນວພັນເຂົ້ານານີ້ ອາດກ່ຽວຂ້ອງກັບຄວາມແຕກຕ່າງ ໃນເງື່ອນໄຂສິ່ງແວດລ້ອມ ທາງດ້ານດິນຟ້າອາກາດ,ດ້ານກະເສດຕະກຳ ແລະ ວິທີການຕ່າງໆໃນການຄັດເລືອກເມັດພັນ
ໃນສະພາບແວດລ້ອມການຈະເລີນເຕີບໂຕທີ່ແຕກຕ່າງກັນ. ເຫດຜົນທີ່ເຂົ້າໄຮ່ ມີຄວາມຫຼາກຫຼາຍທາງດ້ານແນວພັນຫຼາຍກວ່າເຂົ້ານານັ້ນ,
ສ່ວນໜຶ່ງແມ່ນ ເນື່ອງມາຈາກ ຄວາມເຈດຕະນາປູກປະສົມກັນ
ຫຼາຍແນວພັນ ທີ່ມີລັກສະນະພາຍນອກແຕກຕ່າງກັນ ໂດຍຫວັງວ່າ ໃນອະນາຄົດຂ້າງໜ້ານີ້, ອາດຈະມີແນວພັນຊະ ນິດໃດຊະ ນິດໜື່ງ ສະແດງລັກສະນະການຈະເລີນເຕີບໂຕທີ່ດີເດັ່ນອອກມາ
ອັນຈະເປັນພາບໂດດເດ່ັນໃນເງ່ືອນໄຂສ່ິງແວດລ້ອມຂອງ ນິເວດເຂົ້າໄຮ່. ຕົວຢ່າງ: ການເກັບເຕົ້າໂຮມແນວພັນເຂົ້າໄຮ່ຢູ່ແຂວງຈຳປາສັກພາກໃຕ້ຂອງລາວ,
ໄດ້ພົບເຫັນ 11 ຊະນິດ ແນວ ພັນ ທີ່ມີລັກສະນະຮູບຮ່າງ ແລະ ຂະໜາດຂອງຮວງ,ສີຂອງເມັດແຕກຕ່າງກັນປູກປະສົມກັນຢູ່ໃນໄຮ່ຜືນດຽວກັນ . ຢູ່ແຂວງຫຼວງນ້ຳທາ ພາກເໜືອຂອງລາວ, ໃນໄຮ່ຕອນໜຶ່ງ
ມີ 8 ແນວພັນ ທີ່ແຕກຕ່າງກັນ ທາງດ້ານລັກສະນະພາຍນອກ
ເຊັ່ນ:ຮູບຮ່າງ, ຂະໜາດຂອງຮວງ ແລະ
ສີຂອງເມັດ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ