google-site-verification: google0d91bc93cfc88895.html ບັນຫາຕ່າງໆຂອງສັງຄົມ Social problems - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, October 06, 2016

ບັນຫາຕ່າງໆຂອງສັງຄົມ Social problems

ບັນຫາຕ່າງໆຂອງສັງຄົມ Social problems


ການຂຸດຄົ້ນບໍ່ແຮ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບສຸຂະພາບຂອງຄົນ ໂດຍສະເພາະເວລາເຮັດວຽກໃນສະພາບເງື່ອນໄຂທີ່ອັນຕະ ລາຍ ແລະ ທາດເຄມີທີ່ເປັນພິດ. ນອກຈາກນັ້ນ ຍັງສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ ໂດຍຜ່ານບັນຫາຕ່າງໆຂອງສັງຄົມທີ່ ຕາມມາ. ການຂະຫຍາຍຕົວຢ່າງໄວວາໃນຂົງເຂດ ແລະ ບ່ອນພັກການຂຸດຄົ້ນບໍ່ແຮ່ໂດຍບໍ່ຄຳນຶງເຖິງການວາງແຜນ ແລະຫ່ວງ ໄຍໄດ້ກໍ່ໃຫ້ເກີດມີຫຼາຍໆບັນຫາ ເຊັ່ນ: ຜູ້ຊາຍມາຊອກຫາວຽກເຮັດໃນບໍ່ແຮ່,ຜູ້ຍິງໄດ້ກາຍເປັນໂສເພນີເຊິ່ງສິ່ງເຫຼົ່ານີ້ໄດ້ນຳໄປ ສູ່ ການເກີດເຊື້ອ HIV /Aids ແລະ ການຕິດເຊື້ອພະຍາດອື່ນໆ.ຄວາມບໍ່ທຽບເທົ່າກັນທາງດ້ານຖານະໄດ້ນຳໄປສູ່ການເພີ່ມ ຄວາມ ຮຸນແຮງຕໍ່ກັບແມ່ຍິງ ແລະເດັກນ້ອຍ,ການທາລຸນນະກຳຄົນງານຂອງເຈົ້າຂອງບໍ່ແຮ່ແລະການຕໍ່ສູ້ສິດໃນການຄອບຄອງ ແຫຼ່ງຊັບພະຍາກອນ. ຫຼາຍຄົນຈຶ່ງຖືກບັງຄັບໃຫ້ອອກຈາກຊຸມຊົນ ດ້ວຍການໃຊ້ຄວາມຮຸນແຮງ ຫຼື ພວກເຂົາບໍ່ສາມາດສືບຕໍ່ ຫາລ້ຽງຊີບໄດ້ຄືເກົ່າ ກ່ອນຈະມີການຂຸດຄົ້ນບໍ່ແຮ່





http://hukased.blogspot.com/2016/10/social-problems.html
ບັນຫາຕ່າງໆຂອງສັງຄົມ Social problems

 ການຂຸດຄົ້ນບໍ່ແຮ່ໄດ້ສະໜອງການລ້ຽງຊີບໃຫ້ຫຼາຍລ້ານຄົນ ໂດຍສະເພາະຢູ່ບໍລິເວນທີ່ມີ ແຫຼ່ງຊັບພະຍາກອນຂອງ ລາຍຮັບໜ້ອຍ. ແຕ່ເຖິງຢ່າງໃດກໍ່ຕາມຄວາມອຸດົມສົມບູນຂອງດິນບໍ່ໄດ້ ໝາຍຄວາມວ່າ ຈະເຮັດໃຫ້ເກີດຄວາມລ້ຳລວຍຕໍ່ ກັບນັກຂຸດຄົ້ນແຮ່. ອຸດສາຫະກຳຂຸດຄົ້ນແຮ່ ດິນ ທຸກໆເມັດຕ້ອງໃຊ້ງານ, ເສຍສະຫຼະ ສຸຂະພາບ, ສິດທິມະນຸດ ແລະ ສິດທິ ໃນການຊົມໃຊ້ສິ່ງແວດລ້ອມຂອງ ຊຸມຊົນ.

ການເຂົ້າຮ່ວມ ຫຼື ການ ກໍ່ຕັ້ງສະມາຄົມຊາວຜູ້ອອກແຮງງານໄດ້ພິສູດໃຫ້ເຫັນວ່າ ເປັນຍຸດທະ ວິທີໜຶ່ງທີ່ກໍ່ໃຫ້ເກີດ ຜົນປະໂຫຍດໃຫ້ແກ່ນັກຂຸດຄົ້ນບໍ່ແຮ່ທີ່ຈະໄດ້ ຮັບການລ້ຽງຊີບທີ່ເໝາະສົມ ແລະ ປ້ອງກັນສິດທິມະນຸດ ແລະ ສິດໃນ ການ ຊົມໃຊ້ສິ່ງແວດລ້ອມຂອງເຂົາເຈົ້າ. ສະມາຄົມນັກຂຸດຄົ້ນບໍ່​ແຮ່ ພ້ອມກບພນທະມດຂອງພວກ ເຂົາໄດ້ບັງຄັບໃຫ້ບໍລິສັດຕ່າງໆ ແລະ ລັດຖະບານຕ້ອງສ້າງກົດລະບຽບ ແລະ ປະຕິບັດກົດລະບຽບດັ່ງ ກ່າວ ເພື່ອຮັກສາສຸຂະພາບ ແລະ ປ້ອງກັນຄວາມປອດ ໄພຂອງນັກຂຸດ ຄົ້ນ ບໍ່ແຮ່

http://hukased.blogspot.com/2016/10/social-problems.html
ບັນຫາຕ່າງໆຂອງສັງຄົມ

ແຕ່ເຖິງຢ່າງໃດກໍ່ຕາມ, ສະມາຄົມໄດ້ເນັ້ນ ຄວາມສຳຄັນຕໍ່ກັບຄວາມຕ້ອງການໃນໄລ ຍະສັ້ນຂອງວຽກງານ ແລະ ລາຍ ຮັບຂອງນັກ ຂຸດແຮ່ຫຼາຍກວ່າທີ່ຈະຮັກສາສຸຂະພາບໄລ ຍະຍາວ ທີ່ເກີດຈາກການຂຸດຄົ້ນບໍ່ແຮ່ ແລະ ການນຳໃຊ້ແຮ່ ທາດ (ເຊັ່ນວ່າ: ມົນລະພິດທີ່ ເກີດຈາກການເຜົາໄໝ້ຖ່ານຫີນເພື່ອຜະລິດ ພະລັງງານ).

ເມື່ອການຂຸດຄົ້ນໃດໜຶ່ງທີ່ເປັນອັນຕະລາຍຫຼາຍເກີນໄປ, ເຮັດໃຫ້ເສຍສຸຂະພາບ ຫຼື ກໍ່ໃຫ້ເກີດມົນລະພິດ, ການຂຸດ ຄົ້ນນັ້ນຄວນຈະຢຸດເຊົາ. ແຕ່ວ່າຄົນງານບໍ່ແຮ່ບໍ່ຄວນຈະຖືກປະປ່ອຍໃຫ້ ຫວ່າງງານ ແລະ ປະສົບກັບບັນຫາທຸກຍາກ. ຊຸມຊົນ ຈຳຕ້ອງຮຽກຮ້ອງໃຫ້ມີການວາງແຜນຕ່າງໆຕໍ່ກັບຄວາມຜາສຸກ ແລະ ຫາລ້ຽງຊີບໃຫ້ເຂົາເຈົ້າໃນເມື່ອການຂຸດຄົ້ນຖືກປິດ.

ການປົກປ້ອງເດັກນ້ອຍ 

ເດັກນ້ອຍມັກຈະເຮັດວຽກບໍລິເວນຂຸດບໍ່ແຮ່ເພື່ອຊ່ວຍຄອບຄົວຂອງເຂົາເຈົ້າ. ການເຮັດວຽກຫຼາຍຊົ່ວໂມງໃນສະພາບ ທີ່ຫຍຸ້ງຍາກແມ່ນເປັນອັນຕະລາຍຕໍ່ກັບພວກເຂົາ, ສ້າງບັນຫາທີ່ຮ້າຍແຮງຕໍ່ກັບການຂະຫຍາຍຕົວຂອງຮ່າງກາຍ ແລະ ກະດູກ ອ່ອນ, ແລະເຮັດໃຫ້ເຂົາເຈົ້າບໍ່ມີເວລາຈະໄປຮຽນໜັງສື.ການໃຊ້ແຮງງານເດັກນ້ອຍແມ່ນຜິດກົດໝາຍພາຍໃຕ້ກົດໝາຍສາກົນ
ຖ້າຫາກວ່າບໍລິສັດຂຸດຄົ້ນຕອບສະໜອງຄ່າແຮງງານ ແລະ ຜົນປະໂຫຍດທີ່ດີໃຫ້ແກ່ຄົນງານ, ເດັກນ້ອຍກໍ່ຈະສາມາດ ໄປຮຽນໜັງສືແທນທີ່ຈະໄປເຮັດວຽກນຳຄອບຄົວ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ