ການເຕົ້າໂຮມ ແລະ ອະນຸລັກເຊື້ອພັນເຂົ້າ ກ່ອນປີ
1975
ໂຄວາມຫຼາກຫຼາຍ ແລະ ຄວາມສຳຄັນຂອງແນວພັນເຂົ້າພື້ນເມືອງ ໃນ ສປປ ລາວ ກຳລັງເປັນທີ່ຮູ້ຈັກກັນດີີ ສະນັ້ນເລີ່ມແຕ່ປີີ 1970 ຫາປີ 1990 ໄດ້ມີທີມງານສຳຫຼວດເຕົ້າໂຮມເຊື້ອພັນເຂົ້າ ຫຼາຍຄະນະ ໄດ້ເຂົ້າມາຈັດຕັ້ງປະຕິ ບັດການສຳຫຼວດ ຢູ່ໃນ ສປປ ລາວ ໂດຍການສະໜັບສະໜູນຊອງອົງການ USAID, ລັດເຊຍ, ຢີ່ປຸ່ນແລະ ອົງການ/ປະເທດອື່ນໆ (Schiller et al 2001, Inthapanya et al 1997).
ແຕ່ປີ 1991 ຫາ 11994, ກິດຈະກຳຮ່ວມກັນ ລະຫວ່າງ ກະຊວງກະສິກຳ ແລະປ່າ ໄມ້ ກັບແຜນງານຄົ້ນຄວ້າເຂົ້າແຫ່ງຊາດ ໄດ້ມີການລິເລີ້ມຂຶ້ນໂດຍການສະໜັບສະໜູນ ຂອງປະເທດສະວິສ ແລະ ໄດ້ຈັດຕັ້ງ ປະຕິບັດ ໂດຍຜ່ານ ອີຣີ ກໍ່ໄດ້ເກັບສະສົມຕື່ມອີກ1,000 ກວ່າຕົວຢ່າງຈາກນິເວດເຂົ້າໄຮ່ ໃນຫົກແຂວງຂອງເຂດການ ຜະລິດ ກະສິກຳພາກເໜືອຂອງລາວ (Roder et al 1996). ແຕ່ວ່າ ຂໍ້ມູນຈຳເພາະຂອງຕົວຢ່າງ ສຳລັບການເຕົ້າໂຮມຄັ້ງນີ້, ສ່ວນ ໃຫຍ່ ແມ່ນບໍ່ຄົບຖ້ວນ. ຍິ່ງໄປກວ່ານັ້ນ, ເນື່ອງຈາກວ່າໃນໄລຍະນັ້ນຢູ່ພາຍໃນປະເທດເຮົາຍັງບໍ່ທັນມີສາງເກັບ ມ້ຽນເມັດພັນ ທີ່ ເໝາະສົມເທື່ອ ຈຶ່ງບໍ່ສາມາດຮັກສາເຊື້ອພັນໄວ້ໄດ້ ໂດຍປາສະຈາການປູກຟື້ນຊີບ. ສະນັ້ນ ແນວພັນທີ່ສະສົມມາຊຸດນີ້ ຈະບໍ່ສາມາດນຳໃຊ້ໄດ້ອີກຕໍ່ໄປ.__
ເຊື້ອພັນເຂົ້າ ທີ່ເຕົ້າໂຮມໄດ້ ແຕ່ປີ 1995 ຫາປີ 2000
ການເຕົ້າໂຮມແນວພັນ ທີ່ເປັນລະບົບໄດ້ເລີ້ມປະຕິບັດມາ ແຕ່ປີ 1995 ຫາປີ 2000, ແລະ ອະນຸລັກຊີວະນາໆພັນເຂົ້າ ໃນ 22 ປະເທດໃນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ຊາຮາຣາ ອາຟລຶກາໃຕ ້ ແລະ ອາເມລິກາກາງ (IRRI 1994). ໂຄງການດັ່ງກ່າວ ໄດ້ປະຕິບັດໂດຍການສະໜັບສະໜູນທາງດ້ານການເງິນຈາກອົງການເພື່ອການພັດທະນາ
ແລະ ການຮ່ວມມື ຂອງ ປະເທດສະວິດເຊີແລນ (SDC).ໃນຊ່ວງປີ 1995 ຫາ 2000 ສາມາດເຕົ້າໂຮມໄດ້ທັງໝົດ 13,192 ຕົວຢ່າງ ແລະ ເຂົ້າປ່າ6 ຊະນິດ ທີ່ເປັນຕະກຸນ Oryza ຈໍານວນ 237 ຕົວຢ່າງ.
ເຊື້ອພັນເຂົ້າ ທີ່ເຕົ້າໂຮມໄດ້ ຫຼັງປີ 2000 ເຖີງປະຈຸບັນ
ອີງຕາມເປົ້າໝາຍຂອງການຄົ້ນຄວ້າ ແຕ່ລະໄລຍະ ດັ່ງນັ້ນ ຫຼັງການເຕົ້າໂຮມແນວພັນແຕ່ປີ
2000 ແມ່ນໄດ້ມີໂຄງການຄົ້ນ ຄວ້າ ແລະ ສຶກສາຫຼາຍດ້ານກຽ່ວກັບເຊື້ອພັນເຂົ້າເຊັ່ນ: ເລື້ອງດາ້ນຄວາມຮູ້ພູມປັນຍາຊາວບາ້ນ ກຽ່ວກັບການອະນຸລັກ ແລະ ນຳໃຊ້ເຊື້ອພັນເຂົ້າພື້ນເມືອງ ເຂົ້າໃນການບໍລິໂພກ, ດ້ານວັດທະນະທຳ, ດ້ານສາດສະໜາ, ດ້ານສາທາລະນະສຸກ ແລະ ອື່ນໆ ຂອງຊາວກະສິກອນລາວ
ແລະ ສຶກສາຄົ້ນຫາແນວພັນທີ່ມີເອກກະລັກສະເພາະນັ້ນ, ແຕ່ປີ 2001-2013 ທາງສະຖາບັນ ຄົ້ນຄວ້າ ກະສິກຳ ແລະປ່າໄມ້
ແຫ່ງຊາດ ກໍ່ຄື ສູນຄົ້ນຄວ້າ ກະສິກໍາ ນາພອກ ໄດ້ຮ່ວມມືກັບອົງການສາກົນອື່ນໆ ເກັບເຕົ້າໂ ຮມເຊື້ອພັນເຂົ້າ
ໄດ້ຕື່ມອີກ 510 ກວ່າຕົວຢ່າງ ຈາກເຂດທີ່ຫ່າງໄກ ຊື່ງເປັນເຂົ້ານາ
279ຕົວຢ່າງ (ໜຽວ 246 ແລະ ຈ້າວ 33 ຕົວຢ່າງ),ເຂົ້າໄຮ່ 231 ຕົວຢ່າງ (ໜຽວ 191 ຕົວຢ່າງ ແລະຈ້າວ 40 ຕົວຢ່າງ). ປະຈຸບັນ ລວມທັງໝົດເຕົ້າໂຮມໄດ້ 13,702 ກວ່າຕົວຢ່າງແລ້ວ ທີ່ໄດ້ອະນຸລັກໃນທະນາຄານເຊື້ອພັນເຂົ້າ
ຂອງ ສປປ ລາວທີ່ສູນຄົ້ນຄວ້າ ກະສິກຳ ນາພອກ ກໍ່ຄື ສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ.
ວິທີການເຕົ້າໂຮມເຊື້ອພັນເຂົ້າ
ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ອີຣີໄດ້ຮ່ວມກັນເກັບເຕົ້າໂຮມ ເຊື້ອພັນເຂົ້າ ໃນຂົງເຂດທົ່ວປະເທດ
ສປປ ລາວ. ໂດຍ ພາຍ ໃຕ້ການປະຊຸມປຶກສາຫາລືກັບບັນດາ ຫ້ອງການກະສິກຳແລະ ປ່າໄມ້ແຂວງ ຂອງທຸກແຂວງ
ພາຍໃນປະເທດ ຈຶ່ງໄດ້ ກະກຽມ ແລະ ຕົກລົງເຫັນດີປະຕິບັດຕາມແຜນການເຕົ້າໂຮມເຊື້ອພັນເຂົ້າ ໃນໄລຍະ5 ປີ. ໂດຍອີງໃສ່ລະດັບຂອງການສູນ ເສຍດ້ານເຊື້ອພັນເຂົ້າ (ອັນເປັນຜົນສະທ້ອນ ຈາກອັດຕາ
ການນຳໃຊ້ແນວພັນເຂົ້າປັບປຸງ), ດ້ານການສະໜັບສະ ໜູນເບື້ອງ ທ້ອງຖິ່ນ, ການພິຈາລະນາດ້ານຄວາມປອດໄພ ແລະ ຄວາມສາມາດເຂົ້າເຖີງພື້ນທີ່ເປົ້າໝາຍ ເປັນພື້ນຖານຫຼັກ
ສຳລັບການ ຄັດເລືອກເຂດບຸລິມາສິດ ໃນການເກັບເຕົ້າໂຮມເຊື້ອພັນເຂົ້າ. ນັບແຕ່ເດືອນຕຸລາ ປີ
1995ເຖິງ ເດືອນເມສາ ປີ 2000, ໄດ້ສຳຫຼວດທັງໝົດ136 ຕົວເມືອງ ໃນ 17 ແຂວງ ແລະ ເຂດເສດຖະກິດພິເສດໄຊສົມບູນ (ຮູບ 1).
ເຕັກນິກການເຕົ້າໂຮມເຊື້ອພັນເຂົ້າ
ຈຸດປະສົງແມ່ນເພ່ືອທ້ອນໂຮມເອົາຕົວຢ່າງແນວພັນເຂົ້າພ້ອມດ້ວຍຂໍ້ມູນທີ່ກ່ຽວຂ້ອງໃຫ້ພຽງພໍທ່ີຈະສາມາດເປັນຕົວແທນໃຫ້ແກ່ຄວາມຫຼາກຫຼາຍໃຫ້ໄດ້ສູງສຸດ
ດ້ວຍຈຳນວນຕົວຢ່າງທີ່ໜ້ອຍທີ່ສຸດ. ເພື່ອບັນລຸຈຸດປະສົງອັນນີ້,ຄາດໝາຍແມ່ນຕ້ອງເກັບໃຫ້ໄດ້ ຢ່າງໜ້ອຍໜຶ່ງຕົວຢ່າງ ຂອງ ແຕ່ລະແນວພັນ ຈາກທຸກຕົວເມືອງ.ໃນຂະນະທ່ີພວກເຮົາຮັບຮູ້ນຳກັນມາແຕ່ເບ້ືອງຕົ້ນແລ້ວວ່າ
ບາງເທື່ອແນວພັນທີ່ຕ່າງກັນ ຊາວນາພັດເອີ້ນຊື່ຄືກັນ, ແຕ່ແນວພັນອັນດຽວກັນອາດມີຊື່ແຕກຕ່າງກັນໄປ
ຕາມແຕ່ລະທ້ອງຖິ່ນ. ການເຕົ້າໂຮມແນວພັນ ໄດ້ ເລີ່ມປະຕິບັດຂຶ້ນ ໃນຊ້ວງໄລຍະທີ່ເຂົ້າກຳລັງສຸກແກ່
ຈົນຮອດໄລຍະຟາດເຂົ້າ. ເຖິງແມ່ນວ່າ ຄາດໝາຍສ່ວນໃຫຍ່ ສາມາດ ບັນລຸໄດ້ໂດຍການເກັບຕົວຢ່າງແນວພັນໂດຍກົງ
ຈາກທົ່ງນາຂອງຊາວກະສິກອນ ກ່ອນການເກັບກ່ຽວ (ເດືອນກັນຍາ - ເດືອນທັນວາ), ແຕ່ສ່ວນພື້ນທີ່ ທີ່ບໍ່ສາມາດເຂົ້າເຖິງໄດ້ ໃນຊ່ວງລະດູຝົນນັ້ນ, ກໍ່ໄດ້ເກັບຕົວຢ່າງແນວພັນ ພາຍຫຼັງເກັບກ່ຽວ ຈາກລານຟາດເຂົ້າ ຫຼື ເລົ້າສາງ ແຕ່ເດືອນມັງ
ກອນ ຫາ ເດືອນເມສາ. ໂດຍລວມແລ້ວ, ແນວພັນເຂົ້າໄຮ່ສ່ວນໃຫຍ່ ແມ່ນ ໄດ້ເກັບເຕົ້າໂຮມພາຍຫຼັງເກັບກ່ຽວ, ເນື່ອງຈາກມີຄວາມຫຍງຸ້ ຍາກໃນການເຂາົ້ ໄປເຖງິ ໃນຊວ່ ງໄລຍະການເພາະປູກ. ການ ເຕ້ົາໂຮມແນວພັນເຂ້ົາໄດປະຕິບັດໂດຍມີການຕິດຕໍ່ພົວພັນ
ແລະ ຮ່ວມມືຊ່ວຍເຫຼືອຂອງບັນດາຫ້ອງການກະສິກຳ -ປ່າໄມ້ ເມືອງ, ແຂວງ, ພະນັກງານຂອງ ກະ ຊວງ ກະສິກຳ ແລະປ່າໄມ້ ແລະ ຊ່ຽວຊານດ້ານເຊື້ອພັນພືດຂອງ
ອີຣີ.ຕາມປົກກະຕິແລ້ວ ພະນັກງານວິຊາການຂັ້ນເມືອງ ຈະມີຄວາມຮູ້ກ່ຽວກັບວິທີການປະຕິບັດຕ່າງໆ ແລະ ສາມາດສື່ສານກັບຊາວກະ ສິກອນໄດ້ຢ່າງ ມີປະສິດທິຜົນດີ. ຕົວຢ່າງ ແນວພັນທີ່ເກັບມາໄດ້
ລວມມີແນວພັນພື້ນເມືອງ, ແນວພັນທີ່ມີລັກສະນະປັບປຸງເຫຼັກໜ້ອຍ,ແນວ ພັນລູກປະສົມທ່ີມີການປະສົມພັນເກີດຂ້ຶນໂດຍທຳມະຊາດລະຫວ່າງ ເຂົ້າປ່າກັບເຂົ້າປູກ
ແລະ ເຂົ້າປ່າຊະນິດຕ່າງໆ ຂອງຕະກຸນ ເຂົ້າ Oryza. ການເຕົ້າໂຮມແນວພັນ ແມ່ນໄດ້ປະຕິບັດແຕ່ໃນພື້ນທີ່ປູກເຂົ້າລະດູຝົນ, ໃນລະບົບນິເວດເຂົ້ານາຊົນລະປະທານ ລະດູແລ້ງ ແມ່ນມີແຕ່ແນວພັນປັບປຸງເທົ່ານັ້ນ ທີ່ປູກ.
ການເຕົ້າໂຮມແນວພັນເຂົ້າ ໃນ ສປປລາວ |
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ