ການປັບປຸງແນວພັນ ເຂົ້າ / Improved rice varieties |
ການປັບປຸງແນວພັນ
ພາກສ່ວນປັບປຸງແນວພັນ ຂອງແຜນງານຄົ້ນຄວ້າເຂົ້າແຫ່ງຊາດລາວ ໄດ້ປະສົບຄວາມສຳເລັດຢ່າງສູງ ຕັ້ງແຕ່ຕົ້ນຊຸມປີ 1990. ເຫັນໄດ້ວ່າ ໃນປີ 1990 ໜ້ອຍກວ່າ 10% ຂອງເນື້ອທີ່ປກູ ເຂາົ້ ນາສວ່ນໃຫຍ່ ຢູ່ໃນລູ່ມແມ່ນ້ຳຂອງ ທີ່່ປູກດ້ວຍແນວພັນປັບປຸງ (ແນວພັນສ່ວນໃຫຍ່ແມ່ນມາຈາກ ປະເທດໄທ ແລະ ຮອງລົງມາ ແມ່ນມາຈາກຫວຽດນາມ), ຮອດປີ 2005 ປະມານ 70%ຂອງເນື້ອທີ່ປູກເຂາົ້ນາ ຢູ່ໃນລູ່ມແມນ່ນ້ຳຂອງແມນ່ປູກດ້ວຍແນວພັນເຂ້ົາໜຽວປັບປຸງຂອງລາວ.ປະຈຸບັນນີ້ ເປັນທີ່ຍອມຮັບວ່າ ມີຄວາມຈຳເປັນທີ່ຈະຕ້ອງມີແຜນງານ ທີ່ເນັ້ນໃສ່ການປັບປຸງແນວພັນ ແລະ ການອອກແນວພັນໃໝ່, ພ້ອມດ້ວຍຄຳແນະນຳດ້ານແນວພັນ ສຳລັບເຂດການຜະລິດທີ່ແຕກຕ່າງກັນ ແລະ ພາກຕ່າງໆ ຂອງ ສປປລາວ. ແນວພັນປັບປຸງ ຈຳນວນໜຶ່ງທີ່ໄດ້ປ່ອຍອອກແລ້ວ ຈຳຕ້ອງໄດ້ຢຸດຕິ ຖ້າບໍ່ມີການກວດສອບ ແລະ ປະເມີນຜົນຢ່າງພຽງພໍ. ນອກນັ້ນຍັງມີຄວາມຈຳເປັນ ຕ້ອງພັດທະນາຄຳແນະນຳສຳລັບອະນຸມັດ ແລະ ອອກແນວພັນໃໝ່, ແລະ ເພື່ອໃຫ້ມີການປະສົມປະສານທີ່ດີຂຶ້ນ ລະຫວ່າງສູນຄົ້ນຄວ້າທີ່ມີສ່ວນຮ່ວມ ໃນການປັບປຸງແນວພັນ ກັບເຄືອຂ່າຍລະດັບຊາດ. ຍິ່ງໄປກວ່ານັ້ນ,ກ່ອນທີ່ຈະອອກແນວພັນໃໝ່ ຈະຕ້ອງມີການປະເມີນຜົນແນວພັນ ແບບມີສ່ວນຮ່ວມກັບຊາວກະສິກອນຢູ່ພນື້ ທີ່ຂອງເຂາົເຈາົ້ເອງ. ຈດຸປະສງົອື່ນໆອີກ ຂອງແຜນງານປັບປຸງແນວພັນ ທີ່ຄວນໄດ້ຮັບການພິຈາລະນາ ມີດັ່ງຕໍ່ໄປນີ້:
1. ການພັດທະນາແນວພັນເຂົ້າຈ້າວປັບປຸງ:
ຕະຫຼາດພາຍໃນປະເທດ ແມ່ນມີຄວາມຕ້ອງການເຂົ້າຈ້າວເພີ້ມຂຶ້ນ, ສ່ວນຕະຫຼາດສົ່ງອອກ ໃນປະຈຸບັນ ແລະ ໃນອະນາຄົດ ແມ່ນມີຄວາມຕ້ອງການ ເຂົ້າຈ້າວຫອມ. ດັ່ງນັ້ນຄວນຊອກຫາຕະຫຼາດ ທີ່ເປັນທ່າແຮງສຳລັບແນວພັນເຂົ້າຈ້າວ ‘ເຂົ້າຫອມລາວ
2. ແນວພັນທີ່ທົນທານຕໍ່ພະຍາດ ແລະ ແມງໄມ້:
ຂໍ້ຈຳກັດດ້ານການຜະລິດເຂົ້າ ທີ່ສຳຄັນຊຶ່ງຍັງສືບຕໍ່ສົ່ງຜົນກະທົບ ຕໍ່ສະມັດຕະພາບຜົນຜະລິດເຂົ້າ ໃນຫຼາຍເຂດທົ່ງພຽງຂອງສປປ ລາວ ແມ່ນດ້ວງກໍ (Orseolia oryzae) ແລະ ພະຍາດໃບໄໝ້(Pyricularia oryzae).ເນື່ອງຈາກວ່າ ບໍ່ມີແນວພັນທີ່ທົນທານຕໍ່ແມງໄມ້ ແລະ ພະຍາດດັ່ງກ່າວ, ຊາວນາຂະໜາດນ້ອຍ ຈຶ່ງບໍ່ຄ່ອຍຢາກລົງທຶນ ໃສ່ປັດໃຈການຜະລດິ (ຕນົ້ ຕແໍ ມນ່ ປຍຸ໋ ) ເພອື່ ໃຫໄ້ ດ້ຮັບສະມັດຕະພາບຜົນຜະລິດ ແລະ ຜົນຕອບແທນເພີ້ມສູງຂຶ້ນ.
3. ແນວພັນທີ່ທົນທານຕໍ່ແຫ້ງແລ້ງ:
ແນວພັນນີ້ແມ່ນນີຄວາມຕອ້ງການຫຼາຍ ຢູ່ໃນເຂດທົ່ງພຽງປູກເຂົ້າ ແລະ ຈະມີຄວາມສຳຄັນເພີ້ມຂຶ້ນ ເມື່ອມີການຫັນໄປປູກເຂົ້າແບບຢອດ, ເພາະວ່າ ແຮງງານເລີ້ມມີການຂາດແຄນ ຊຶ່ງກໍ່ເປັນປັດໃຈທີ່ສຳຄັນ ໃນການນຳໃຊ້ເຕັກໂນໂລຊີປູກເຂົ້າແບບຢອດ
4. ສ້າງແຜນທ່ີແນະນຳສຳລັບປູກແນວພັນເຂົ້າຕ່າງໆ:
ຈາກທີ່ມີການອອກແນວພັນເຂົ້າໜຽວປັບປຸງທີ່ຫຼາຍຂຶ້ນ, ຈຶ່ງເກີດມີຄວາມສັບສົນກ່ຽວກັບການນຳໃຊ້ແນວພັນໃຫ້ເໝາະ
ສົມທີ່ສຸດກັບແຕ່ລະເຂດ
ຂອງ ສປປ ລາວ.ໃນປະຈຸບັນ, ໃນລະດັບແຂວງ ແລະ ເມືອງພະນັກງານສົ່ງເສີມຂອງລັດ ມີຄວາມເຂົ້າໃຈພຽງເລັກນ້ອຍ ກ່ຽວກັບຄຸນລັກສະນະ ທີ່ແຕກຕ່າງກັນ ຂອງແນວພັນປັບປຸງຕ່າງໆ(ຍົກເວ້ັນພະນັກງານຜູ້ທ່ີໄດ້ເຮັດວຽກຮ່ວມກັບໂຄງການ ຈຳນວນໜຶ່ງ ລວມທັງໂຄງການຊ່ວຍເຫຼືອ ຂອງອົງການທີ່ບໍ່ຂື້ນກັບລັດຖະບານ)
ທີ່ມີເປົ້າໝາຍ ປະເມີນຜົນແນວພັນຮ່ວມກັບຊາວກະສິ
ກອນ. ມີຄວາມຈຳເປັນທີ່ຈະຕ້ອງພັດທະນາ ແຜນທີ່ທີ່ຊັດເຈນ ໃນການແນະນຳການໃຊ້ແນວພັນເຂ້ົາປັບປຸງຕ່າງໆ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ