google-site-verification: google0d91bc93cfc88895.html ​ຕົ້ນ​ກຳ​ເນີດ ຂອງ ເຂົາ​ອາ​ຊ​ຮ ຕະ​ກຸນ Oryza - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, October 22, 2016

​ຕົ້ນ​ກຳ​ເນີດ ຂອງ ເຂົາ​ອາ​ຊ​ຮ ຕະ​ກຸນ Oryza



 http://hukased.blogspot.com/2016/10/oryza.html

ຢູ່​ໃນ​ຕະ​ກຸນ​ເຂົ້າ Oryza ​ທີ່​ປູກ​ຂື້ນນັ້ນ ,ມີເຂົ້າປ່າ 20 ຊະນິດ ແລະ ເຂົ້າປູກ 2 ຊະນິດ.ູ່​ໃນເຂົ້າ ປາ່ 20 ຊະນິດຂອງ ຕະກນຸ Oryza ນັ້ນ ມີຫົກຊະນິດທີ່ພົບເຫັນ ໃນ ສປປ ລາວ (ອັບປາ ຣາວ ແລະ ຄະນະ 1998, ກູໂຣດະ ແລະ ຄະນະ ,ບົດທີ 15). ໃນຈຳນວນນີ້ ເຂົ້າຕະກຸນ O.rufipogon ຊຶ່ງເປັນບັນພະບຸລຸດຂອງເຂົ້າອາຊີ, ຕະກຸນ O. sativa ສາ ມາດພົບເຫັນໄດ້ໃນ ຂອບເຂດທວົ່ ປະເທດ ແລະ ​ມີ​ຫລາຍກວ່າ​ຫມູ່​ແມ່ນ​ຢູ່​ເຂດ ູເຂດການຜະລິດກະສິກຳ ທາງພາກກາງ ແລະພາກໃຕ້. ນອກຈາກ ນັ້ນ, ຍັງສັງເກດເຫັນເຂົ້າລູກປະສົມ, ຊຶ່ງເກີດຈາກການປະສົມພັນ ໂດຍທຳມະຊາດ ລະຫວ່າງ ເຂົ້າປ່າ ແລະ ເຂົ້າປູກ ແລະ ມີ ການປ່ຽນແປງຢ່າງຕໍ່ເນື່ອງ ຈາກຮູບແບບເຂົ້າປ່າກາຍມາເປັນເຂົ້າປູກ (ອັບປາ ຣາວ ແລະ ຄະນະ1997a, 1998, 2000d).ເສດເຄື່ອງປັ້ນດິນເຜົາ ທີ່ມີຄວາມກ່ຽວຂ້ອງກັບຮ່ອງຮອຍຂອງເມັດເຂົ້າ ແລະ ເປືອກເຂົ້າ O. sativa ທີ່ຖືກ ທັບ ຖົມ ໃນຍຸກ ນັ້ນ ຢ່າງໜ້ອຍ 2,000 ປີ ກ່ອນ .. ຮ່ອງຮອຍດັ່ງກ່າວໄດ້​ຖືກ​ບັນ​ທຶກ​ລົງໃນສະຖານບ​ບູ​ຮານ​ະ​ຄະ​ດີຂອງພາກຕາເວັນ ອອກສ່ຽງເໜືອ ຂອງລາຊາອານາຈັກໄທ, ຊຶ່ງເປັນເຂດເຊື່ອມຕໍ່ທາງດ້ານພູມສາດແລະ ປະຫວັດສາດ ກັບ ສປປ ລາວ ໃນຍຸກ ປະຈຸບັນ (Solheim 1972, White 1997). ເປັນທີ່ຮັບຮູ້​ກັນ ໂດຍ​ທົ່ວ ໄປວາ ສປປ ລາວ ຕັ້ງ​ຢູ່​ໃນ​ຂົງ​ເຂດທີ່ເປັນຕົ້ນ ກໍາເນີດຂອງເຂົ້າ O. sativa ຂອງອາຊີ(Chang 1976, Oka 1988, Khush 1997).

http://hukased.blogspot.com/2016/10/oryza.html
http://hukased.blogspot.com/2016/10/oryza.html

 
ການເຕົ້າໂຄວາມຫຼາກຫຼາຍ ແລະ ຄວາມສຳຄັນຂອງແນວພັນເຂົ້າພື້ນເມືອງ ໃນ ສປປ ລາວ ກຳລັງເປັນ​ທີ່​ຮູ້​ຈັກ​ກັນ​ດີ ສະນັ້ນ​ເລີ່ມ​ແຕ່​ປີ 1970 ຫາປີ 1990 ໄດ້ມີທີມງານສຳຫຼວດເຕົ້າໂຮມເຊື້ອພັນເຂົ້າ ຫຼາຍຄະນະ ໄດ້ເຂົ້າມາຈັດຕັ້ງປະຕິ ບັດການສຳ ຫຼວດ ຢູ່​ໃນ ສປປ ລາວ ໂດຍການສະ​ໜັບ​ສະ​ໜູນ​ຊອງ​ອົງການ USAID, ​ລັດເຊຍ, ​ຢີ່​ປຸ່ນແລະ ອົງການ/ປະເທດອື່ນໆ (Schiller et al2001, Inthapanya et al 1997). ແຕ່ປີ 1991 ຫາ 11994, ກິດຈະກຳຮ່ວມກັນ ລະຫວ່າງກະຊວງ ກະສິກຳ ແລະ ປ່າໄມ້ ກັບແຜນງານຄົ້ນຄວ້າເຂົ້າແຫ່ງຊາດ ໄດ້ມີການລິເລີ້ມຂຶ້ນໂດຍການສະໜັບສະໜູນ ຂອງປະເທດສະວິສ ແລະ ໄດ້ຈັດຕັ້ງປະຕິບັດ ໂດຍຜ່ານ ອີຣີ ກໍ່ໄດ້ເກັບສະສົມຕື່ມອີກ1,000 ກວ່າຕົວຢ່າງຈາກນິເວດເຂົ້າໄຮ່ ໃນຫົກແຂວງຂອງ ເຂດການຜະລິດກະສິກຳ ພາກເໜືອຂອງລາວ (Roder et al 1996). ແຕ່ວ່າ ຂໍ້ມູນຈຳເພາະຂອງຕົວຢ່າງ ສຳລັບການເຕົ້າ ໂຮມຄັ້ງນີ້, ສ່ວນໃຫຍ່ແມ່ນບໍ່ຄົບຖ້ວນ. ຍິ່ງໄປກວ່ານັ້ນ, ເນື່ອງຈາກວ່າໃນໄລຍະນັ້ນ​ຢູ່​ພາຍໃນປະເທດເຮົາຍັງບໍ່ທັນມີສາງເກັບ ມ້ຽນເມັດພັນທີ່ເໝາະສົມເທື່ອ ຈຶ່ງບໍ່ສາມາດຮັກສາເຊື້ອພັນໄວ້ໄດ້ ໂດຍປາສະຈາການປູກຟື້ນຊີບ. ສະນັ້ນ ແນວພັນທີ່ສະສົມ ມາຊຸດນີ້ ຈະບໍ່ສາມາດນຳໃຊ້ໄດ້ອີກຕໍ່ໄປ.__

http://hukased.blogspot.com/2016/10/oryza.html
​ຕົ້ນ​ກຳ​ເນີດ ຊອງ ເຂົາ​ອາ​ຊ​ຮ ຕະ​ກຸນ Oryza
 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ