ປະຫວັດ ແລະ ຖິ່ນກຳເນີດຂອງເຂົ້າ
ເຂົ້າເປັນພືດທີ່ເກົ່າແກ່ທີິ່ສຸດ ທີ່ມະນຸດເຮົາຮູ້ຈັກ ແລະ
ປູກເພື່ອເອົາຜົນຜະລິດເປັນອາຫານ ມາແຕ່ດົນນານ ບໍ່ຕ່ຳກວ່າ 5,000 ປີແລ້ວ. ເຂົ້າເປັນອາຫານທີ່ສຳຄັນຂອງໂລກ ໂດຍຈະເຫັນໄດ້ ຈາກພົນລະເມືອງຫຼາຍ ກວ່າເຄິ່ງໜຶິ່ງຂອງໂລກ
ແມ່ນກິນເຂົ້າເປັນອາຫານປະຈຳວັນ ໂດຍສະເພາະ ຊາວອາຊີ, ສຳລັບປະເທດເຮົາຖືວ່າ ເຂົ້າເປັນອາຫານຫຼັກທີ່ສຳຄັນຕົ້ນຕໍຂອງຄົນລາວ
ແລະ ຄົນລາວຮູ້ຈັກເຂົ້າມາແຕ່ສະໄໝບູຮານນະການ
ເຂົ້າເປັນພືດທີ່ຢໃນຕະກຸນຫຍ້າ (Gramineae) ເຊິື່ງລວມເອົາທັນຍາພືດອື່ນໆເຂົ້າໄວ້ນໍາອີກ
ເຊັ່ນ: ສາລີ, ເຂົ້າຝ້າງ, ອ້ອຍ ແລະ ອື່ນໆ ເຂົ້າມີຫລາຍຮ້ອຍຫລາຍພັນຊະນິດດ້ວຍກັນ.
ເວົ້າລວມແລ້ວເຂົ້າມີຖິ່ນກໍາເນີດມາແຕ່ພາກອາຊີຕາເວັນອອກສຽງໃຕ້ ເຊິ່ງມີປະເທດອິນເດຍ, ຈີນ ແລະ ປະເທດອື່ນໆ ເນື່ອງຈາກບັນດາເຫດຜົນລຸ່ມນີ້:
- ພູມອາກາດ: ຂົງເຂດນີື້ເປັນເຂດອົບອຸ່ນຊຸ່ມເຢັນ ເໝາະແກ່ການເຕີບໃຫຍ່ຂະຫຍາຍຕົວຂອງເຂົ້າ
- ດ້ານພືດສາດ: ຢູ່ຕາມໂຄກຕາມບຶງໃນຂົງເຂດນີ້ຍັງຄົ້ນພົບຕົ້ນເຂົ້າປ່າທີິ່ມີລັກສະນະຄືເຂົ້າທີິ່ເຮົາປູກ
- ດ້ານປະຫວັດສາດ: ບັນດາເອກະສານຕ່າງໆທາງປະຫວັດສາດ, ເອກະສານບູຮານ ວັດຖຸໃນເຂດເຂດນີ້ໄດ້ບັນທຶກຢ່າງຈະແຈ້ງກ່ຽວກັບຕົ້ນເຂົ້າ ແລະ ການດໍາລົງຊີວິດຂອງພົນລະເມືອງ ເຂດນີ້ແມ່ນຕິດພັນກັບເຂົ້າ.
- ດ້ານເນື້ອທີິ່: ສ່ວນຫລາຍເນື້ອທີິ່ປູກເຂົ້າໃນໂລກແມ່ນໄດູ້ຖືກເຕົ້າໂຮມຢູ່ທະວີບອາຊີ
| 162.4 | |
| 130.4 | |
| 50.4 | |
| 40.3 | |
| 19.9 | |
| 17.6 | |
| 11.5 | |
| 11.4 |
ການສົ່ງອອກເຂົ້າ
| Rice production – 2018 | |
|---|---|
| Country | millions of tonnes |
| 212.1 | |
| 172.6 | |
| 83.0 | |
| 56.4 | |
| 44.0 | |
| 32.2 | |
| 25.4 | |
| 19.1 | |
| 11.7 | |
| 10.8 | |
| World | 688.2 |
| Source: FAOSTAT of the United Nations[1] | |


No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ