google-site-verification: google0d91bc93cfc88895.html ກົງຫັນ Turbine ແລະ ວິ​ທີ​ການ​ເລືອກ​ກົງ​ຫັນ ຢ່າງ​ຖືກວິ​ທີ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, October 19, 2016

ກົງຫັນ Turbine ແລະ ວິ​ທີ​ການ​ເລືອກ​ກົງ​ຫັນ ຢ່າງ​ຖືກວິ​ທີ


1)    ງຫັນ Turbine
ເປັນອຸປະກອນທີ່ສຳຄັນ ທີ່ເຮັດຫນ້າທີ່ຮັບນ້ຳຈາກທໍ່ສົ່ງນ້ຳປ່ຽນເປັນພະລັງງານກົນ ຂັບເຄື່ອນກົງຫັນນ້ຳ ເຊິ່ງຕໍ່ເຂົ້າ ກັບເຄື່ອງກຳເນີດໄຟຟ້າ ກົງຫັນໄຟຟ້າຈຳແນກອອກເປັນປະເພດໃຫຍ່ໆ ໄດ້ 2 ປະເເພດຄື:
10.1)     ກົງຫັນແບບແຮງກະແທກ ຫລື ແຮງຍູ້ (Impulse Turbine) ເປັນກົງຫັນທີ່ຫມູນໂດຍອາໃສແຮງສີດຂອງນ້ຳຈາກທໍ່ສົ່ງນ້ຳທີ່ຮັບນ້ຳຈາກບ່ອນສູງ ຫລື ເສົານ້ຳສູງ ໄຫລລົງມາຕາມທໍ່ທີ່ ລົດຂະຫນາດມາຍັງຫົວສີດກະທົບກັບກົງຫັນໃຫ້ຫມູນ ແລະ ຕໍ່ແກນກັບເຄື່ອງກຳເນີດໄຟຟ້າຜະລິດໄຟຟ້າອອກໄປກົງຫັນ ແບບກະແທກ (ແຮງກະທົບຫລືແຮງູຍູ້) ແບ່ງເປັນ 3 ຊະນິດຄື:
(1). ແບບໃຊ້ກັບຫົວສີດນ້ຳຕ່ຳກຳລັງການຜະລິດນ້ອຍໃຊ້ແບບ Poncelet Wheel

http://hukased.blogspot.com/2016/10/turbine.html 
ຮູບທີ  40: ແບບໃຊ້ກັບຫົວສີດນ້ຳຕ່ຳກຳລັງການຜະລິດນ້ອຍໃຊ້ແບບ Poncelet Wheel
(2). ແບບໃຊ້ກັບເສົານ້ຳປານກາງ ໃຊ້ແບບເທີໂກ່ (Turgo Type)


http://hukased.blogspot.com/2016/10/turbine.htmlhttp://hukased.blogspot.com/2016/10/turbine.html

ຮູບທີ 42:ໃຊ້ແບບເທີໂກ່ (Turgo Type)
              (3). ແບບໃຊ້ກັບເສົານ້ຳສູງ ກໍາລັງຜະລິດຫລາຍ ໃຊ້ແບບເພລຕັນ (Pelton Type)


 
 http://hukased.blogspot.com/2016/10/turbine.html
ຮູບທີ 43: ແບບເພລຕັນ (Pelton Type)
10.2) ກົງຫັນແບບແຮງສະທ້ອນ (Reaction Turbine) ເປັນກົງຫັນທີ່ຫມູນໂດຍໃຊ້ແຮງດັນຂອງນ້ຳທີ່ເກີດຈາກຄວາມຕ່າງລະດັບຂອງນ້ຳດ້ານຫນ້າ ແລະ ດ້ານທ້າຍຂອງກົງຫັນ ກະທຳຕໍ່ໄບພັດລະດັບດ້ານທ້າຍນ້ຳຈະສູງກວ່າລະດັບເທິງຂອງປາຍທໍ່ປ່ອຍນ້ຳອອກສະເໝີກົງຫັນສະນິດນີ້ເຫມາະກັບ ອ່າງ ເກັບນ້ຳທີ່ມີຄວາມສູງປານກາງແລະຕ່ຳກົງຫັນແຮງດັນສະທ້ອນແບ່ງເປັນ 4 ແບບຄື:
(1). ກົງຫັນຟຣານຊິສ (Francis Turbine) ເປັນກົງຫັນທີ່ໃຊ້ການໄຫລຊ້າຂອງປະລິມານນ້ຳໃນໃບພັດເປັນແບບແສກ ແລະ ໄຫລອອກຂະຫນານກັບແກນເຊິ່ງສະແດງ ວ່າມີການປ່ຽນທິດທາງການໄຫລໃນຂະນະຜ່ານໃບພັດ ກົງຫັນຟຣານຊີສ ມີທັງແກນນອນ ແລະ ແກນຕັ້ງ
http://hukased.blogspot.com/2016/10/turbine.html 
ຮູບທີ 44: ກົງຫັນຟຣານຊິສ(Francis Turbine)
 
(2). ກົງຫັນເດເຣຍ (Deriaz Turbine)ຫລື ກົງຫັນແບບທີ່ມີການໄຫລຂອງທິດທາງສະຫລຽງກັບມູມແກນ ກົງ ຫັນແບບນີ້ໃຊ້ກັບກໍລະນີມີເສົານ້ຳສູງສ່ວນຂອງໃບພັດຈະເຄື່ອນທີ່ໄດ້ເມື່ອມີນ້ຳໄຫລຜ່ານ ແລະ ມີລັກຄ້າຍໆກັບ ກົງຫັນ ຟຣານຊີສ
 http://hukased.blogspot.com/2016/10/turbine.html
ຮູບທີ 45: ກົງຫັນເດເຣຍ (Deriaz Turbine)
          (3). ກົງຫັນຄາປານ (Kaplan Turbine)     ຫລືກົງຫັນແບບໃບພັດນ້ຳຈະໄຫລຜ່ານໃບພັດໃນທິດທາງຂະຫນານກັບແກນຂອງກົງຫັນໃຊ້ກັບງານທີ່ມີເສົານ້ຳຕ່ຳ ໃບພັດ ຂອງກົງຫັນຄາປານເປັນກົງຫັນທີ່ສາມາດປັບໄດ້ຕາມມູມຂອງໃບພັດໂດຍອັດຕະໂນມັດຕາມແຮງອັດ ຫລື ແຮງສີດແຮງນ້ຳ ໂດຍຈະສຳພັດກັບຄວາມແຮງທີ່ຫົວສີດນ້ຳ
 http://hukased.blogspot.com/2016/10/turbine.html
ຮູບທີ 46: ກົງຫັນຄາປານ (Kaplan Turbine)
          (4).​ກົງຫັນນ້ຳແບບຄອສໂຟຣ (Cross-flow turbine)   ອັນດຽວກັນ Banki ເປັນກົງຫັນນ້ຳທີ່ເຮັດວຽກ ໂດຍໃຫ້ນ້ຳໄຫລຜ່ານກົງຫັນໃນແນວຂວາງກັບກົງຫັນ ຫລື ຕັ້ງສາກກັບແກນຂອງກົງຫັນ ນ້ຳທີ່ໄຫລຜ່ານກົງຫັນໄຫລອອກ ທາງດ້ານກົງກັນຂ້າມຈຶ່ງເອີ້ນວ່າ ຕອສໂຟຣ ຫນຶ່ງໃນຜູ້ພັດທະນາກົງຫັນສະນິດນີ້ເປັນຊາວອັງກິດຊື່ DONAT BANKI ດັ່ງນັ້ນກົງຫັນສະນິດນີ້ໃນຢູໂລບຈຶ່ງຮູ້ຈັກກັນໃນຊື່ Banki Turbineໃບພັດເປັນຮູບໂຄ້ງເພື່ອໃຫ້ສຳມາດພັດກັບແນວ ນ້ຳໄຫລ ແລະ ຫົວສີດນ້ຳມີລັກສະນະເປັນລີ້ນບັງຄັບນ້ຳ(guide vane) ຂອງFrancis Turbine ຂໍ້ດີຂອງກົງ ຫັນແບບ ນີ້ຄື ປະສິດທີພາບຂອງກົງຫັນຂ້ອນຂ້າງຄົງທີ່ເມື່ອອັດຕາການໄຫລຜັນແປ ແລະ ມີລາຄາຖືກຄວາມສູງ ເສົານ້ຳຢູ່ລະຫວ່າງ 3-70 ແມັດກົງຫັນນ້ຳແບບນີ້ນິຍົມໃຊ້ງານກັບໂຄງການເຂື່ອນໄຟຟ້າພະລັງນ້ຳຂະໜາດນ້ອຍ ທີ່ມີປະລິມານການໄຫລເຂົ້າ ກົງຫັນບໍ່ຄົງທີ່



http://hukased.blogspot.com/2016/10/turbine.html
ຮູບທີ 47: ກົງຫັນນ້ຳແບບຄອສໂຟຣ (Cross-flow turbine)
ທີ່ມາຂໍ້ມູນ: ຄູ່ມືການພັດທະນາ ແລະ ການລົງທຶນໄຟຟ້າພະລັງນ້ຳ ກົມພັດທະນາພະລັງງານທົດແທນ ແລະອານຸລັກພະລັງງານ ກະຊວງພະລັງງານ(ປະເທດໄທ) ຫນ້າ 15-22
10.3)  ແນວທາງການພິຈາລະນາຄັດເລືອກກົງຫັນນໍ້າ
      ການເລືອກແບບຂອງກົງຫັນນ້ຳໃນຂັ້ນຕົ້ນພິຈາລະນາໄດ້ຈາກຄວາມສຳພັນຂອງຫົວສີດແລະກຳລັງຜະລິດຂອງກົງຫັນ ແບບ ຕ່າງໆ ແຕ່ຕ້ອງຄຳນຶງເຖິງຄວາມເຫມາະສົມທາງດ້ານເສດຖະກິດນຳໂດຍທົ່ວໄປກົງຫັນແບບຟຣານຊີສເພາະກໍ່ສ້າງໄດ້ ງ່າຍມີຄວາມເຊື່ອຖືສູງນິຍົມໃຊ້ກັນຫລາຍໃນກໍລະນີທີ່ມີຄວາມສູງເສົານ້ຳຫລາຍໂດຍທົ່ວໆໄປໃຊ້ແບບເພລຕອນ ແລະ ຖ້າຄວາມສູງເສົານ້ຳມີຕ່ຳຈະໄຊ້ແບບຄາປານ
ຂອບເຂດການດໍາເນີນງານຂອງກັງຫັນທີ່ແຕກຕ່າງກັນ
ໃນການເລືອກໃຊ້ເຄື່ອງກົງຫັນນ້ຳອາດເລືອກໃຊ້ແບບໃດໜຶ່ງກໍ່ໄດ້ ຊຶ່ງຈະນຳມາພິຈາລະນາປະກອບໄດ້ດັ່ງນີ້:
 
ກໍລະນີເສົານ້ຳສູງ: ເລືອກກົງຫັນ ເພລຕອນ ຫລື ຟຣານຊີສ ຄວາມພິຈາລະນາປະກອບຄື:
(1).ຄ່າລະດັບນ້ຳນອງທາງທ້າຍເຂື່ອນສູງກົງຫັນເພລຕັນບໍ່ສາມາດໃຊ້ຫົວສີດໃຕ້ລະດັບຂອງເຄື່ອງກົງຫັນໃຫ້
ເປັນປະໂຫຍດໄດ້
(2).ເມື່ອຕ້ອງການເດີນເຄື່ອງທີ່ມີໂຫລດຕໍ່ຢູ່ຫລາຍກົງຫັນເພລຕັນແບບໃຊ້ຫົວສີດຫລາຍອັນຈະໃຫ້ປະສິດ
ທິພາບຫລາຍກວ່າ
(3).ກົງຫັນຟຣານຊີສມີຄວາມໄວຮອບສູງແລະສາມາດປັບຄວາມໄວຕາມຂະຫນາດຂອງເຄື່ອງກຳເນີດໄປໄຟ້າ
ໄດ້ເຮັດໃຫ້ສາມາດເລືອກຊື້ເຄື່ອງກຳເນີດໄຟຟ້າທີ່ມີລາຄາຕ່ຳໄດ້
(4).ຖ້າທໍ່ສົ່ງນ້ຳມີຄວາມຍາວແລະລາດຊັດນ້ອຍ(ໄລຍະຮາບທາງນ້ຳໄຫລ)ຄວນໃຊ້ກົງຫັນເພລຕອນເພາະ ຄ່າໃຊ້ຈ່າຍ ໃນການກໍ່ສ້າງທໍ່ສົ່ງນ້ຳຕ່ຳເນື່ອງຈາກຄວາມດັນໃນເວລາປິດທໍ່ສົ່ງນ້ຳກະທັນຫັນທີ່ຕ່ຳ (Sudden ShutDown)
(5). ໃນກໍລະນີນ້ຳໄຫລຊ້າມັກຈະນິຍົມໃຊ້ກົງຫັນເພຕອນເພາະສາມາດກວດສອບແລະບຳລຸງຮັກສາໃບພັດໄດ້ງ່າຍ
(6). ກົງຫັນຣານຊີສຈະມີຄ່າກໍ່ສ້າງເຮືອນຈັກແພງກວ່າເພາະຕ້ອງໄດ້ເພີ່ມວຽກຂຸດຫລາຍກວ່າແຕ່ລາຄາຂອງກົງຫັນຣານຊີຈະຖືກກວ່າເພຕອນ
ກໍລະນີຄວາມສູງເສົານ້ຳຕ່ຳ: ​ການເລືອກກົຫັນຄາຣານຫລືກົງຫັນຣານຊີຄວນພິຈາລະນາຄື:
(1). ເມື່ອເສົານ້ຳມີການປ່ຽນແປງຕະຫລອດຄວນເລືອກກົງຫັນຄາຣານ
(2). ກົງຫັນຄາປານຄວາມໄວສູງເຮັດໃຫ້​​ລາຄາຂອງເຄື່ອງກຳເນີດໄຟຕ່ຳແຕ່ຕ້ອຫລຸດລະດັບທໍ່ປ່ອຍນ້ຳໃຫ້ຕ່ຳເຊິ່ງໃນນີ້ທໍ່ນ້ຳເຂົ້າກົງຫັນຈະຕ້ອງໃຫຍ່ຂື້ນຈຶ່ງເຮັດໃຫ້ຄ່າໃຊ້ຈ່າຍທາງດ້ານໂຍທາສູງຂື້ນ
(3). ​ການບຳລຸງຮັກສາກົງຫັນຣານຊີງ່າຍແລະສະດວກເພາະກໍ່ສ້າງແບບງ່າຍໆລາຄາຂອງເຄື່ອງກົງຫັນກໍ່ຖືກກວ່າກົງຫັນຄາຣານ
ລວມທັງສາມາດພິຈາລະນາເບື້ອງຕົ້ນໃນການຄັດເລືອກຊະນິດຂອງກົງຫັນນ້ຳທີ່ເຫມາະສົມດັ່ງສະແດງໃນຣາບລຸ່ມນີ້:



http://hukased.blogspot.com/2016/10/turbine.html
ເສັ້ນສະແດງທີ 27: ການຄັດເລືອກກົງຫັນໄຟຟ້າຂອງໂຄງການ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ