ດິນ
ດິນແມ່ນເກີດຈາກການຜຸພັງຂອງຫີນຕ່າງໆໂດຍໃຊ້ໄລຍະເວລາຍາວນານຫຼາຍປີ ເຊິ່ງຫີນທີ່ຜຸພັງເຫຼົ່ານີ້ມີຫຼາຍຂະໜາດ.
ເມື່ອປະສົມເຂົ້າກັບຊາກພືດ, ຊາກສັດ, ນໍ້າ ແລະ ອາກາດກໍ່ຈະກາຍເປັນເນື້ອດິນ.
ຄວາມສຳຄັນຂອງດິນຕໍ່ພືດ:
ດິນເຮັດໜ້າທີ່ເປັນສິ່ງຄໍ້າຈູນ ແລະ ຍຶດຈັບຮາກຂອງພືດ, ເປັນແຫຼ່ງໃຫ້ຄວາມຊຸ່ມຊື່ນ ຫຼື ແຫຼ່ງນໍ້າ, ໃຫ້ອາກາດ
ເພື່ອຫາຍໃຈແກ່ຮາກພືດ, ໃຫ້ແຮ່ທາດອາຫານຕ່າງໆທີ່ຈຳເປັນຕໍ່ການຈະເລີນເຕີບໂຕເຊັ່ນ: ໄນໂຕຣເຈນ, ຟົດສະຟໍ,
ໂພແຕັດຊຽມ ແລະ ທາດອື່ນໆ.
ປະເພດຂອງດິນ:
ດິນມີ 3 ປະເພດໃຫຍ່ໆຄື: ດິນໜຽວ, ດິນຊາຍ ແລະ ດິນຕົມ.
ດິນໜຽວ:
ປະກອບດ້ວຍດິນໜຽວ 60%, ຊາຍ 20% ແລະ ຊາຍແປ້ງ 20%. ມີເນື້ອດິນທີ່ລະອຽດຫຼາຍ ແລະ ເມື່ອປະສົມກັບ
ນໍ້າຈະມີຄວາມໜຽວ ຈົນສາມາດປັ້ນເປັນກ້ອນ ຫຼື ເສັ້ນຍາວໄດ້. ເປັນດິນທີ່ອູ້ມນໍ້າໄດ້ດີ, ມີຄວາມສາມາດໃນການ
ຍຶດຈັບ ແລະ ແລກປ່ຽນທາດອາຫານຂອງພືດໄດ້ປະລິມານສູງ, ດັ່ງນັ້ນຈຶ່ງເໝາະສົມສຳລັບການປູກເຂົ້າ ຫຼື ພືດທ ີ່
ມັກດິນຊຸ່ມຊື່ນສູງເພາະສາມາດເກັບນໍ້າໄວ້ໄດ້ດົນ.
ດິນຊາຍ:
ປະກອບດ້ວຍຊາຍ 80%, ຊາຍແປ້ງ 10% ແລະ ດິນໜຽວ 10%. ເປັນດິນທີ່ມີຄວາມສາມາດໃນການລະບາຍນໍ້າ
ແລະ ອາກາດໄດ້ດີ, ເຮັດໃຫ້ບໍ່ສາມາດກັກເກັບນໍ້າໄດ້ດີ, ມີຄວາມອຸດົມສົມບູນຕໍ່າ. ເຊິ່ງພືດທີ່ນິຍົມປູກໃນດິນປະເພດ
ນີ້ສ່ວນໃຫຍ່ເປັນພືດບໍ່ມັກນໍ້າຫຼາຍເຊັ່ນ: ຖົ່ວດິນ, ມັນດ້າງ ແລະ ອື່ນໆ.
ດິນຕົມ:
ປະກອບດ້ວຍ ຊາຍ 40%, ຊາຍແປ້ງ 40% ແລະ ດິນໜຽວ 20%. ເປັນດິນປະເພດທີ່ມີເນື້ອຂ້ອນຂ້າງລະອຽດ
ແລະ ເມື່ອສຳຜັດຈະໜຽວນຸ່ມໆຕິດມື, ມີການລະບາຍນໍ້າໄດ້ປານກາງ ຖືໄດ້ວ່າຈັດເປັນດິນທີ່ເໝາະສົມກັບການເພາະ
ປູກທີ່ສຸດ ເຊິ່ງສ່ວນໃຫຍ່ແມ່ນພົບດິນປະເພດນີ້ຕາມແຄມແມ່ນໍ້າຕ່າງໆ ແລະ ປະຊາຊົນກໍ່ນິຍົມນຳໃຊ້ເຂົ້າໃນການປູກ
ພືດຜັກຕ່າງໆເຊັ່ນ: ຜັກກາດ, ຜັກບົ້ງ, ມັນຝຣັ່ງ, ຫົວກະລົດ ແລະ ອື່ນໆ.
ຊັ້ນດິນ:
ນັກທໍລະນີວິທະຍາໄດ້ກຳນົດຊັ້ນດິນ ໂດຍໃຊ້ລັກສະນະທາງກາຍຍະພາບອອກເປັນ 5 ຊັ້ນຄື:
ກ. ຊັ້ນໂອ (O) ເປັນຊັ້ນດິນເທິງສຸດມັກມີສີດຳ ປະກອບດ້ວຍອິນຊີວັດຖຸຫຼາຍ ຫຼື ຮີວມັສ, ເຊິ່ງເປັນຊາກພືດ, ຊາກສັດ
ເຮັດໃຫ້ເປັນຊັ້ນດິນທີ່ມີຄວາມອຸດົມສົມບູນທີ່ສຸດ ມີສິ່ງທີ່ມີຊີວິດອາໄສຢູ່ຫຼາຍໃນຊັ້ນນີ້ເຊັ່ນ: ຂີ້ກະເດືອນ, ຕົວອ່ອນ
ຂອງແມງໄມ້ ແລະ ອື່ນໆ. ດິນຊັ້ນນີ້ ສ່ວນໃຫຍ່ພົບໃນພື້ນທີ່ປ່າທຳມະຊາດ.
ຂ. ຊັ້ນເອ (A) ເປັນດິນຊັ້ນເທິງເປັນຊັ້ນທີ່ມີນໍ້າຊຶມຜ່ານຫຼາຍທີ່ສຸດ, ດິນຊັ້ນເອສ່ວນໃຫຍ່ປະກອບດ້ວຍແຮ່ ແລະ ອິນ
ຊີວັດຖຸທີ່ຍ່ອຍສະຫຼາຍສົມບູນແລ້ວເຮັດໃຫ້ດິນມີສີເຂັ້ມ. ໃນພື້ນທີ່ກະສິກຳດິນຊັ້ນເອມີການຖືກໄຖພວນດິນ, ມີການ
ປັບປຸງ ຫຼື ປະສົມກັບອິນຊີວັດຖຸ ແລະ ປຸ໋ຍເຄມີຕ່າງໆໃນການຜະລິດ. ໂດຍປົກກະຕິໂຄງສ້າງຂອງດິນຊັ້ນເອຈະເປັນ
ກ້ອນກົມໆ ແຕ່ຖ້າດິນເກີດມີການອັດແໜ້ນໂຄງສ້າງຂອງດິນຊັ້ນນີ້ກໍ່ຈະກາຍເປັນແຜ່ນ.
ຄ. ຊັ້ນບີ(B) ເປັນດິນຊັ້ນລຸ່ມເນື້ອດິນ ແລະ ໂຄງສ້າງເປັນແບບກ້ອນສີ່ຫລ່ຽມ ຫຼື ເປັນແທ່ງ, ເຊິ່ງເກີດຈາກການຊະ
ລ້າງແຮ່ທາດຕ່າງໆຜ່ານຊັ້ນເອ ລົງມາສະສົມໃນຊັ້ນບີໃນເຂດອາກາດຮ້ອນຊຸ່ມດິນຊັ້ນນີ້ສ່ວນໃຫຍ່ຈະມີສີນໍ້າຕານແດງ
ເນື່ອງຈາກການສະສົມຂອງທາດເຫຼັກ.
ງ. ຊັ້ນຊີ(C) ເກີດຈາກການຜຸພັງຂອງຫີນກຳເນີດດິນ ໃນຊັ້ນນີ້ຈະບໍ່ມີການຕົກຕະກອນຂອງວັດຖຸຈາກການເຊາະລ້າງ
ແລະ ບໍ່ມີການສະສົມຂອງອິນຊີວັດຖຸ.
ຈ. ຊັ້ນອາ(R) ເປັນຊັ້ນຂອງວັດຖຸຕົ້ນກຳເນີດດິນ ຫຼື ຫີນດານເປັນຊັ້ນດິນທີ່ມີແຕ່ຫີນແຂງຮຽງຕົວກັນແໜ້ນເຮັດໃຫ້ບໍ່ມີ
ການສະສົມຂອງແຮ່ທາດ ແລະ ບໍ່ມີການຊຶມຜ່ານຂອງນໍ້າໄດ້.
ສາເຫດການເຊາະເຈື່ອນ ແລະ ຊຸດໂຊມຂອງດິນ
ກ. ການເຊາະເຈື່ອນຂອງດິນດ້ວຍນໍ້າ ເມື່ອຝົນຕົກເຮັດໃຫ້ນໍ້າມີປະລິມານຫຼາຍຕົກກະທົບໃສ່ໜ້າດິນໂດຍກົງ ເຮັດໃຫ້
ເກີດມີການເຊາະໜ້າດິນໃຫ້ລອຍໄປກັບນໍ້າເຊິ່ງລະດັບຄວາມຮຸນແຮງໃນການເຊາະລ້າງຈະກິນພື້ນທີ່ກວ້າງ ຫຼື ໜ້ອຍ
ຫຼາຍເທົ່າໃດແມ່ນຂຶ້ນກັບລະດັບຄວາມຮຸນແຮງຂອງຝົນ ແລະ ປະລິມານພືດທີ່ປົກຄຸມໜ້າດິນ.
ຂ. ການຕັດໄມ້ທຳລາຍປ່າ, ການເຜົາປ່າເພື່ອທຳການຜະລິດເຮັດໃຫ້ໜ້າດິນເປີດ ແລະ ຖືກເຊາະລ້າງໂດຍນໍ້າ ແລະ
ລົມ, ເມື່ອຝົນຕົກແຮງນໍ້າຈະເຊາະລ້າງເອົາດິນທີ່ອຸດົມສົມບູນໄປກັບນໍ້າເຮັດໃຫ້ດິນມີຄຸນນະພາບຊຸດໂຊມລົງ.
ຄ. ການປູກພືດ, ການກະກຽມດິນ ແລະ ປູກພືດທີ່ບໍ່ຖືກວິທີ ຈະກໍ່ໃຫ້ເກີດຄວາມເສຍຫາຍກັບດິນຫຼາຍຢ່າງເຊັ່ນ:
ໄຖພວນດິນໃນຂະນະທີ່ດິນແຫ້ງເຮັດໃຫ້ດິນທີ່ອຸດົມສົມບູນປິວລອຍໄປຕາມລົມ, ການປູກພືດບາງຊະນິດທີ່ເຮັດໃຫ້ດິນ
ເສຍຄວາມອຸດົມສົມບູນເຊັ່ນ: ຢາງພາລາ, ໄມ້ວິກ...ການເຜົາປ່າ ຫຼື ການເຜົາຕໍເຟືອງຈະເຮັດໃຫ້ຮີວມັດໃນດິນເຊື່ອມ
ສະພາບກໍ່ໃຫ້ເກີດຜົນເສຍໃນດິນ, ການໃຊ້ປຸ໋ຍເຄມີ ແລະ ຢາຂ້າແມງໄມ້ຈະທຳລາຍຈຸລິນຊີ ແລະ ໂຄງສ້າງຂອງ
ດິນເຮັດໃຫ້ດິນຊຸດໂຊມ ແລະ ອາດບໍ່ສາມາດນຳໃຊ້ໃນການເພາະປູກໄດ້ອີກເລີຍ.
ການອະນຸລັກດິນ
ກ. ການນຳໃຊ້ທີ່ດິນຢ່າງຖືກຕ້ອງ ແລະ ເໝາະສົມກໍ່ຄືການປູກພືດທີ່ຄຳນຶງເຖິງຊະນິດພັນທີ່ເໝາະສົມກັບສະພາບ
ດິນ, ການປູກພືດ ແລະ ໄຖພວນດິນຕາມລະດັບຄວາມຄ້ອຍຊັນຂອງດິນເພື່ອປ້ອງກັນການເຊາະລ້າງໜ້າດິນ.
ຂ. ການບຳລຸງດິນ ຄືການເພີ່ມທາດອາຫານໃຫ້ແກ່ດິນເຊັ່ນ: ນໍ້າສະກັດຊີວະພາບ, ຝຸ່ນບົ່ມ, ຝຸ່ນຄອກ, ການປູກພືດ
ຕະກຸນຖົ່ວ ແລະ ອື່ນໆ.
ຄ. ການປ້ອງກັນການຊຸດໂຊມຂອງດິນ ຄືການປູກພືດຄຸມດິນ, ການປູກພືດໝູນວຽນ, ການປູກພືດບັງລົມ, ການໄຖ
ພວນຕາມລະດັບຄວາມຄ້ອຍຊັນຂອງພື້ນດິນ, ການເຮັດຄັນຄູດິນປ້ອງກັນການໄຫຼ ແລະ ການເຊາະລ້າງໜ້າດິນ,
ລວມເຖິງການບໍ່ເຜົາປ່າ ຫຼື ເຮັດໄຮ່ເລື່ອນລອຍ.
ງ. ການໃຫ້ຄວາມຊຸ່ມຊື່ນແກ່ດິນ ຄືການລະບາຍນໍ້າອອກຈາກພື້ນທີ່ດິນທີ່ມີນໍ້າຖ້ວມຂັງ, ການຈັດການນໍ້າເຂົ້າສູ່ພື້ນ
ທີ່ດິນທີ່ແຫ້ງແລ້ງ ແລະ ການໃຊ້ພືດ ຫຼື ວັດສະດຸເຊັ່ນ: ຫຍ້າ, ເຟືອງເຂົ້າ, ໃບໄມ້ ແລະ ອື່ນໆມາຄຸມດິນ ຈະຊ່ວຍ
ໃຫ້ດິນມີຄວາມຊຸ່ມຊື່ນ ແລະ ມີຄວາມອຸດົມສົມບູນຂຶ້ນ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ