google-site-verification: google0d91bc93cfc88895.html ຕົ້ນອ່ຽນດ່ອນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 11, 2021

ຕົ້ນອ່ຽນດ່ອນ

ຕົ້ນອ່ຽນດ່ອນ ຫລື ປາໄຫລເຜືອກ(ພາສາໄທ) ມີອີສາຍາວ່າ ໂສມມາເລ ເປັນສະຫມຸນໄພທີ່ດີເລີດ ເພີ່ມຄວາມອຶດ ທົນໃຫ້ ທ່ານຊາຍໄດ້ດີເລີຍ ເປັນເປັນຕົວຢາຫນຶ່ງທີ່ຫລາຍໆ ບໍລິສັດຢານຳມາເປັນສ່ວນປະກອບຜະລິດເປັນຢາ ກະຕຸ້ນທາງເພດໃນປະຈຸບັນ (ຢາຫລວງ) ທ່ານ ສາມາດຫາຊື້ໄດ້ຕາມຮ້ານຂາຍຢາ ແລະ ຮ້ານຂາຍເຄື່ອງ ອອນໄລ

ຂໍ້ມູນທົ່ວໄປ

ຕົ້ນອ່ຽນດ່ອນ ຫລື ປາໄຫລເຜືອກ(ພາສາໄທ) ມີອີສາຍາວ່າ ໂສມມາເລ ເປັນສະຫມຸນໄພທີ່ດີເລີດ ເພີ່ມຄວາມອຶດ ທົນໃຫ້ ທ່ານຊາຍໄດ້ດີເລີຍ ເປັນເປັນຕົວຢາຫນຶ່ງທີ່ຫລາຍໆ ບໍລິສັດຢານຳມາເປັນສ່ວນປະກອບຜະລິດເປັນຢາ ກະຕຸ້ນທາງເພດໃນປະຈຸບັນ (ຢາຫລວງ) ທ່ານ ສາມາດຫາຊື້ໄດ້ຕາມຮ້ານຂາຍຢາ ແລະ ຮ້ານຂາຍເຄື່ອງ ອອນໄລ

ຊື່ວິທະຍາສາດ

Eurycoma harmandiana  Pierre

ຕະກຸນ

SIMAROUBACEAE

ຊື່ພາສາລາວ

ຕົ້ນອ່ຽນດ່ອນ

ຊື່ອື່ນໆ

ຢາຮາກດຽວ (ລາວ)

ປາໄຫຼເຜືອກ (ໄທ)

Kingdom

Plantae

Division

Magnoliophyta

Class

Magnoliopsida

Order

Sapindales

Family

Simaroubaceae

Genus

Eurycoma

Specific epithet Variety

harmandiana

ທີ່ມາຂອງຂໍ້ມູນ: ກົດຄ່ອຍໆ

ກ. ຄຸນປະໂຫຍດການນຳໃຊ້

ເປືອກຂອງຮາກອ່ຽນດ່ອນ ເປັນຢາລົດຄວາມຮ້ອນຂອງຮ່າງກາຍ ເພື່ອບັນເທົາອາການໄຂ້, ບຳລຸງຮ່າງກາຍ, ເປັນຢາປົວພະຍາດຕັບ ຕົ້ມກິນຕາງນ້ຳ ຫຼື ບອງເຫຼົ້າ. ຖ້າເປັນຝີໜອງໃຫ້ຝົນຮາກອ່ຽນດ່ອນທາ ຈະຊ່ວຍດູດຫົວຝີ ແລະ ດູດໜອງອອກ.

ຂ. ການຈຳແນກໂດຍທາງພຶດສາດ ແລະ ນິເວດວິທະຍາ

    ຕົ້ນອ່ຽນດ່ອນເປັນໄມ້ພຸ່ມສູງປະມານ 50 ຊມ. ມີຮາກແກ້ວດ່ຽວ ສີເຫຼືອງຍາວປະມານ 20-80 ຊມ. ລຳຕົ້ນສີດຳ ຫຼື ຕັບໝູເຂັ້ມ. ໃບເປັນໃບປະສົມຄ້າຍຄືຂົນນົກ, ຍາວ 8-20 ຊມ ຂະ ໜາດໃບຍ່ອຍ 5 ມມ x 8 ມມ. ຊໍ່ດອກເກີດຢູ່ປາຍຕົ້ນ ຍາວ 10-20 ຊມ ມີດອກນ້ອຍສີຊົມພູຫາສີແດງ, ໝາກສີດຳກົມມີຂໜາດ 5-8 ມມ x 4-7 ມມ. ຕົ້້ນອ່ຽນດ່ອນແມ່ນຄ້າຍຄືຕົ້ນຢິກບໍ່ຖ່ອງ ແຕ່ຕົ້ນຢິກບໍ່ຖ່ອງຈະສູງກ່ວາຫຼາຍ ຕົ້ນອ່ຽນດ່ອນ ສາມາດແຜ່ພັນໄດ້ເອງຕາມທຳມະຊາດ ໃນປະເທດລາວແຜ່ພັນທາງພາກໃຕ້.ນອກຈາກນັ້ນ ຍັງແຜ່ພັນຢູ່ໄທ, ກຳປູເຈຍ. ຕົ້ນອ່ຽນດອນມັກເກີດຕາມປ່າປະສົມ, ປ່າໂຄກ, ທົ່ງຫຍ້າບ່ອນທີ່ມີດິນຕື້ນແຫ້ງແລ້ງ.  ພືດຊະນີດອື່ນຂຶ້ນຮ່ວມກັນຄື: ໄມ້ຊາດ, ໄມ້ກຸງ, ຕົ້ນພອກ, ໄຜ່ບົງ ແລະ ຫຍ້າຄາ.

ຄ. ການປຸງແຕ່ງ

    ນຳຮາກທີ່ເກັບມາແລ້ວ ໄປລ້າງ ແລະ ຕາກແດດໃຫ້ແຫ້ງ. ຮາກອ່ຽນດ່ອນ ຕ້ອງໄດ້ນຳໃຊ້ໄວ້ເພື່ອໃຫ້ມີປະສິດທິ່ພາບສູງ. ສຳລັບການຜະລິດ ຜະລິດຄຸນນະພາບຕ່ຳທີ່ເປັນສີນ້ຳຕານແກ່ນັ້ນ, ສ່ວນໃຫຍ່ແມ່ນໃຊ້ເປືອກ ແລະ ເປືອກ. ເມື່ອຜະລິດແລ້ວຈະເກັບຮັກສາໃສ່ສານສະກັດ ເມຕາໂນນ (Methanol) ຫຼື ບູຕາໂນນ (Butanol) ໄວ້. ຜະລິດຕະພັນທີ່ປອດໄພ ແລະ ມີປະສິດທິພາບທີ່ສຸດ ແມ່ນຈະຜະລິດດ້ວຍນ້ຳສະກັດຈາກຮາກ ເຊິ່ງມີສີເປັນສີທອງຄຳ.

ງ. ການຂະຫຍາຍພັນ

    ສາມາດຂະຫຍາຍພັນຕາມທໍາມະຊາດດ້ວຍແກ່ນ  ສ່ວນການຂຸດເອົາຮາກມາປູກແມ່ນບໍ່ໄດ້ຜົນ

ຈ. ສ່ວນປະກອບດ້ານເຄມີ

    ຕົ້ນອ່ຽນດ່ອນປະກອບມີສານ ອານຄາລອຍ (alkaloid) ຫຼາຍຊະນິດທີ່ບັນຈຸຢູ່ຮາກຂອງມັນ.

 


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ