ສົ່ງເສີມເຄື່ອງປ່າຂອງດົງ
1. ການປູກ
ຢູ່ໃນລາວເຄື່ອງປ່າຂອງດົງທີ່ເປັນສິນຄ້າທັງໝົດ
ແມ່ນໄດ້ມາຈາກປ່າທຳມະຊາດ ແລະ ມີການເກັບກູ້ແບບທີ່ບໍ່ຮັບປະກັນຄວາມຍືນນານເປັນປະຈຳ.
ນອກຈາກໝາກແໜ່ງແລ້ວ, ຜະລິດຕະພັນເຄື່ອງປ່າຂອງດົງອື່ນ ແມ່ນມີການປູກຢ່າງຈຳກັດຫຼາຍ.
ມີຫຼາຍຊະນິດເຄື່ອງປ່າຂອງດົງ ທີ່ເປັນສິນຄ້າ ໄດ້ມາຈາກບ່ອນທີ່ຖາງປ່າເຮັດໄຮ່ (ເບິ່ງໃນຕາຕາລາງຂ້າງລຸ່ມ)
ແລະ ໃນຈຳນວນນີ້ ກໍມີຫຼາຍຊະນິດທີ່ສາມາດປູກເອງໄດ້. ຢ່າງໄດກໍກີ ການຂາດປະສົບການ ແລະ ການທົດສອບ
ວິທີການຂະຫຍາຍພັນ ທີ່ເປັນລະບົບ ໄດ້ເຮັດໃຫ້ ການນຳເອົາຊະນິດເລົ່ານັ້ນມາປູກຍັງພົບບັນຫາ
ລ/ດ |
ຊະນິດ |
ສົ່ງອອກ |
ຜະລິດຕະພັນ |
ປະລິມານ(ໂຕນຕໍ່ປີ) |
1 |
ປະເທດໄທ |
ຟອຍ |
200 |
|
2 |
ໝາກຕາວ(Arenga
westerhoutii) |
ປະເທດໄທ |
ຂອງຫວານ |
600 |
3 |
ປໍສາ (Broussonetia
papyrifera) |
ປະເທດໄທ |
ເຈ້ຍ |
500 |
4 |
ຍານ(Styrax tonkinensis) |
ປະເທດຝຣັ່ງ |
ນ້ຳຫອມ |
50 |
5 |
ເປືອກເມືອກ(Boehmeria
malabarica) |
ປະເທດຈີນ |
ກາວ ແລະ ທູບ |
700 |
6 |
ເກດສະໜາ (Aquilaria sp) |
ຕາເວັນອອກກາງ |
ທູບ |
20 |
7 |
ໜໍ່ຂົມ (Indosasa
chinensis) |
ປະເທດຈີນ |
ໜໍ່ສົດ |
200 |
8 |
ໝາກແໜ່ງ (Amomum sp) |
ປະເທດຈີນ |
ເປັນຢາ |
500 |
ຕາຕະລາງທີ ເຄື່ອງປ່າຂອງດົງຕົ້ນຕໍທີ່ໄດ້ມາຈາກການຖາງປ່າເຮັດໄຮ່
ໃນພາກເໜືອຂອງລາວ ພ້ອມຜົນຄໍາ ນວນບໍລິມາດສົ່ງອອກສຳລັບແຕ່ລະຜະລິດຕະພັນ
2. ການພັດທະນາພາກເອກະຊົນ
ເຖິງວ່າຊັກກະຍະພາບໃນການປຸງແຕ່ງ
ແລະ ການເພີ່ມມູນຄ່າ ເຄື່ອງປ່າຂອງດົງ ໃນປະຈຸບັນ ຍັງຈຳກັດກໍຕາມ, ອຸດສາຫະກຳເຄື່ອງປ່າຂອງດົງ
ກໍຍັງຢູ່ໃນລະດັບດີສົມຄວນຢູ່ ຢ່າເບິ່ງໃນແງ່ທີ່ເປັນປະເພດທີຍັງອ່ອນນ້ອຍດ້ານອຸດສະຫະກຳຢູ່.
ປະຈຸບັນມີໂຮງງານຜະລິດເຄື່ອງເຟີນີເຈີຫວາຍ ຂະໜາດນ້ອຍ ແລະ ກາງ ຢູ່ປະມານ 6-7 ແຫ່ງ ທີ່ຜະລິດ ເຄື່ອງໃຊ້ພາຍໃນ
ແລະ ສົ່ງອອກ. ມີເຄື່ອງຫັດຖະກຳຫຼາຍປະເພດ ທີ່ຜະລິດໂດຍຊົນເຜົ່າຕ່າງໆ ເພື່ອຂາຍໃຫ້ແກ່ນັກທ່ອງທ່ຽວ
ໃນແຫ່ງຕ່າງໆຂອງປະເທດ. ຜະລິດຕະພັນເລົ່ານີ້ ລວມມີເຄື່ອງຈັກສານ ແລະ ສາດໄມ້ປ່ອງ,
ເຈ້ຍສາ ແລະ ຮູບຄວັດ. ຕະຫຼາດຫັດຖະກຳນີ້ ເຊື່ອກັນວ່າ ຍັງມີການດຕີບໂຕໄວຢູ່
ແຕ່ເຄື່ອງຫັດຖະກຳນັ້ນ ຍັງມັກຂາຍໃນລາຄາຖືກຢູ່ ຍ້ອນຄຸນນະພາບຍັງຕ່ຳ ແລະ ຍັງຕ້ອງໄດ້ປັບຄຸນນະພາບຕືມ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ