google-site-verification: google0d91bc93cfc88895.html ເຄືອຕົດຫມາ (ໃບນ້ອຍ) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 16, 2021

ເຄືອຕົດຫມາ (ໃບນ້ອຍ)

ເຄືອຕົດຫມາ (ໃບນ້ອຍ)

ການນຳໃຊ້

  • ອາຫານ
  • ພືດເປັນຢາ
  • ພືດປະດັບ

 ຊື່ວິທະຍາສາດ / ຕະກຸນ

  • Paederia linearis Hook.f / RUBIACEAE

 ຊື່ພ້ອງ

  • Hondbesseion lineare (Hook.f.) Kuntze

 ຊື່ອື່ນ

  • ໄທ: ຕຳຍານຕົວຜູ້, ເຄືອຕົດໝາ, ຫຍ້າຕົດໝາ, ພັງໂຫມ, ຍ່ານພາໂຫມ, ຕົດໝູຕົດໝາ ແລະ ຫຍ້າຕົດໝູຕົດໝາ.
  • ອັງກິດ: Fever vine.

ສະຖານະພາບການອະນຸລັກ

Least Concern


ເຄືອຕົດຫມາລັກສະນະພືດສາດຂອງເຄືອຕົດຫມາ ລຳຕົ້ນເປັນເຄືອຂະໜາດນ້ອຍ, ເນື້ອໄມ້ອ່ອນ, ມີຂໍ້, ຂະໜາດເສັ້ນຜ່າສູນກາງ 2.8-5 ຊມ, ມີກິ່ນເໝັນ, ທຸກພາກສ່ວນມີຢາງສີຂາວ, ຍອດອ່ອນ, ກ້ານໃບ, ກ້ານຊໍ່ດອກ ແລະ ໝາກມີຂົນສັ້ນປົກຄຸມຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມຕາຂໍ້, ຮູບຫອກ, ກ້ວາງ 1-2 ຊມ, ຍາວ 7.1-12 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍແຫຼມ ຫຼື ຮຽວຍາວ, ແຜ່ນໃບໜາ, ຜິວໃບຂ້ອນຂ້າງເຂັ້ມ, ຜິວໃບລຽບທັງສອງດ້ານ ຫຼື ມີຂົນສັ້ນກະຈາຍຫ່າງໆ. ກ້ານໃບກົມ, ຍາວ 1.2-2.3 ຊມ. ຊໍ່ດອກອອກບໍລິເວນງ່າມໃບ ແລະ ປາຍຍອດ, ຍາວ 15-25 ຊມ. ດອກຍ່ອຍມີຈຳນວນຫຼາຍ, ອອກແບບກະຈຸກ, ຮູບຈວຍ. ກາບດອກມີ 5-6 ແສກ, ສີຂຽວ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ກີບດອກເຊື່ອມຕິດກັນເປັນຫຼອດຍາວ 2-4 ຊມ, ປາຍແຍກອອກເປັນ 5 ແສກ, ເປັນວັກຕື້ນ, ສີມ່ວງ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ເຕົ້າໄຂ່ຈັບລຸ່ມ. ໝາກຮູບໄຂ່ ຫຼື ຮູບກົມ, ກ້ວາງ 0.4-0.5 ຊມ, ຍາວ 0.5-0.7 ຊມ.


ລັກສະນະພືດສາດຂອງເຄືອຕົດຫມາ

ລຳຕົ້ນເປັນເຄືອຂະໜາດນ້ອຍ, ເນື້ອໄມ້ອ່ອນ, ມີຂໍ້, ຂະໜາດເສັ້ນຜ່າສູນກາງ 2.8-5 ຊມ, ມີກິ່ນເໝັນ, ທຸກພາກສ່ວນມີຢາງສີຂາວ, ຍອດອ່ອນ, ກ້ານໃບ, ກ້ານຊໍ່ດອກ ແລະ ໝາກມີຂົນສັ້ນປົກຄຸມຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມຕາຂໍ້, ຮູບຫອກ, ກ້ວາງ 1-2 ຊມ, ຍາວ 7.1-12 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍແຫຼມ ຫຼື ຮຽວຍາວ, ແຜ່ນໃບໜາ, ຜິວໃບຂ້ອນຂ້າງເຂັ້ມ, ຜິວໃບລຽບທັງສອງດ້ານ ຫຼື ມີຂົນສັ້ນກະຈາຍຫ່າງໆ. ກ້ານໃບກົມ, ຍາວ 1.2-2.3 ຊມ. ຊໍ່ດອກອອກບໍລິເວນງ່າມໃບ ແລະ ປາຍຍອດ, ຍາວ 15-25 ຊມ. ດອກຍ່ອຍມີຈຳນວນຫຼາຍ, ອອກແບບກະຈຸກ, ຮູບຈວຍ. ກາບດອກມີ 5-6 ແສກ, ສີຂຽວ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ກີບດອກເຊື່ອມຕິດກັນເປັນຫຼອດຍາວ 2-4 ຊມ, ປາຍແຍກອອກເປັນ 5 ແສກ, ເປັນວັກຕື້ນ, ສີມ່ວງ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ເຕົ້າໄຂ່ຈັບລຸ່ມ. ໝາກຮູບໄຂ່ ຫຼື ຮູບກົມ, ກ້ວາງ 0.4-0.5 ຊມ, ຍາວ 0.5-0.7 ຊມ.

ການນຳໃຊ້ເຄືອຕົດຫມາ

ອາຫານ:

  • ໃບ ແລະ ຍອດອ່ອນ: ກິນເປັນຜັກສົດກິນກັບແຈ່ວ, ກັບລາບ ແລະ ຕຳໝາກມ່ວງ ຫຼື ນຳມາຫຼວກກີນກັບແຈ່ວ.

ສັບພະຄຸນຂອງເຄືອຕົດຫມາ

  • ຮາກຂອງເຄືອຕົດຫມາ: ຝົນຍອດຕາແກ້ຕາຟາງ, ເຈັບຕາ ຫຼື ນຳມາຕົ້ມດື່ມແກ້ຕາມົວ ແລະ ຕາຟາງ, ຕົ້ມດື່ມເຮັດໃຫ້ປວດຮາກ, ຝົນທາແກ້ລິດຊີດວງທະວານໜັກ ແລະ ແກ້ອາການອາຫານບໍ່ຍ່ອຍ.
  • ເຄືອ: ແກ້ທາດພິການ, ເປັນຢາອາຍຸວັນນະ, ແກ້ພະຍາດຕີນຊ້າງ, ແກ້ຕົວຮ້ອນ, ຮັກສາອາການອັກເສບຂອງເງືອກ, ແກ້ຖອກທ້ອງ, ຊ່ວຍຂັບລົມໃນລຳໄສ້, ແກ້ທ້ອງອືດທ້ອງເຟີ້, ເປັນຢາລະບາຍອ່ອນ, ຊ່ວຍຂັບພະຍາດພິດ, ແກ້ບີອັກເສບ, ໃຊ້ທາແຜທີ່ຖືກງູກັດ ແລະ ຊ່ວຍຖອນຜິດງູ.
  • ໃບ: ເປັນຢາແກ້ອາການເຈັບແຂ້ວ (ໃບ, ໝາກ), ເປັນອາຫານບຳລຸງກຳລັງຄົນໄຂ້ ຫຼື ຄົນສູງອາຍຸ, ຕຳພອກແກ້ອາການເຈັບຫົວ, ແກ້ອາການເຈັບແສບເຈັບຮ້ອນ, ຊ່ວຍແກ້ພິດງູ, ເປັນຢາອາຍຸວັນນະ, ແກ້ທາດພິການ, ແກ້ຕານຊ້າງ, ແກ້ຕົວຮ້ອນ, ໄຂ້ສັ່ນ, ແກ້ອາການອັກເສບທີ່ເຫງືອກ, ເປັນຢາລະບາຍອ່ອນໆ, ແກ້ອາການອັກເສບຂອງບີ ແລະ ອາການຄັນຕາມຜິວໜັງ.
  • ຍອດອ່ອນ: ໃຊ້ປະສົມເຂົ້າຕຳລັບຢາແກ້ທ້ອງອືດ, ຂັບລົມໃນລຳໄສ້, ບຳລຸງທາດ, ແກ້ອາການເຈັບທ້ອງ, ຈຸກສຽດແໜ້ນທ້ອງ, ຊ່ວຍຂັບນິິ້ວ (ເຄືອ, ຍອດ), ແກ້ອາການອັກເສບທີ່ບໍລິເວນຄໍ ແລະ ປາກ, ເປັນຢາຂັບນ້ຳນົມຂອງແມ່ຍິງ.
  • ດອກ: ແກ້ໄຂ້ສັ່ນ ແລະ ຊ່ວຍຂັບນ້ຳນົມ.
  • ໝາກ: ແກ້ໄຂ້ສັ່ນ, ໄອຫືດ, ແກ້ອາການຫຼອດລົມອັກເສບ, ທ້ອງໃຄ່ ແລະ ຮັກສາລິດຊີດວງ.
  • ທັງຕົ້ນ: ເປັນຢາອາຍຸວັນນະ, ແກ້ອາການຕົວຮ້ອນ, ເປັນຢາຖອນພິດເຫຼົ້າ, ຢາສູບ ແລະ ພິດຈາກອາຫານ, ຊ່ວຍຂັບລົມ, ເປັນຢາແກ້ຖອກທ້ອງ, ຂັບພະຍາດພິດແມ່ທ້ອງ ແລະ ຕົ້ມດື່ມເປັນຢາຂັບປັດສະວະ.
  • ທຸກພາກສ່ວນ: ເປັນຢາແກ້ໄຂ້, ຊ່ວຍຂັບເສມຫະ, ແກ້ຟົກບວມໃນທ້ອງ ແລະ ຊ່ວຍບຳລຸງທາດ.

 ໄມ້ປະດັບ: ປູກເປັນໄມ້ປະດັບຕາມຮົ້ວຮາວບ້ານ ເນື່ອງຈາກມີຂະໜາດນ້ອຍ ແລະ ມີດອກທີ່ງົດງາມ.

       ນອກຈາກນີ້ແລ້ວຮາກຍັງສາມາດນຳມາຕຳກັບຂ້າວໜຽວເຮັດໃຫ້ເຂົ້າພວງຂຶ້ນເຊັ່ນ: ເຂົ້າເຂບ. ແລ້ວຍັງສາມາດນຳມາເປັນອາຫານສັດໄດ້ອິກກ.

1 comment:

  1. ໄດ້ສາລະຄວາມຮູ້ຫລາຍ ຂອບໃຈ.

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ