google-site-verification: google0d91bc93cfc88895.html ປໍສາ Broussonetia papyrifera - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 11, 2021

ປໍສາ Broussonetia papyrifera

ປໍສາ ປໍ​ສາ (ຊື່​ວິທະຍາ​ສາດ: Broussonetia papyrifera) ເປັນ​ພືດ​ໃນ​ວົງ Moraceae ເປັນ​ໄມ້​ຢືນ​ຕົ້ນ​ຂະໜາດ​ກາງ ເປືອກ​ຕົ້ນ​ສີ​ນ້ຳ​ຕານ ໃບ​ດ່ຽວ ແຜ່ນ​ໃບອ້າຄື​ມື​ນ້ອຍໆ ດອກ​ແຍກ​ເພດ​ແຍກ​ຕົ້ນ ດອກ​ຕົວ​ຜູ້​ເປັນ​ຊໍ່​ຫາງ​ກະ​ຣອກ ດອກ​ຕົວ​ເມຍ​ເປັນ​ຊໍ່​ກະ​ຈຸກ​ແໜ້ນ ຫມາກກົມ ສີ​ແດງ​ອົມ​ສົ້ມ ພາຍ​ໃນ​ມີ​ແກ່ນ​ສີ​ແດງ ຢາງ ຮາກ ໃບ ແລະ​ເປືອກ​ລຳ​ຕົ້ນ ຜູ້​ທີ່​ແພ້​ເມື່ອ​ຮັບປະທານ​ເຂົ້າໄປ​ເຮັດໃຫ້ເກີດອາການ​ທ້ອງ​ຣ່ວງ  ເປືອກ​ລຳຕົ້ນ​ໃຊ້​ເຮັດ​ເຈ້ຍ ເອີ້ນເຈ້ຍປໍ​ສາ ເສັ້ນ​ໃຍ​ຈາກ​ເປືອກ​ໃຊ້​ເຮັດ​ຜ້າ​ຕາປາ​ຊຶ່ງ​ໃຊ້​ໃນຟິຈິ ເປືອກ​ ແລະ​ ຫມາກ​ໃຊ້​ເປັນ​ຢາ​ໃນ​ປາ​ກີ​ສະຖານ[2] ສານສະກັດຈາກເອເທນນໍ​ຈາກ​ພືດ​ອົບ​ແຫ້ງ ​ມີ​ລິດ​ຢັບ​ຢັ້ງ​ເອນ​ໄຊ​ມ​໌​ໄທ​ໂຣ​ຊິ​ເນດ​ແລະ​ ຕ້ານ​ອ​ນຸ​ມູນ​ອິດສະຫລະ[3]


ປໍສາ

ປໍ​ສາ (ຊື່​ວິທະຍາ​ສາດ: Broussonetia papyrifera) ເປັນ​ພືດ​ໃນ​ວົງ Moraceae ເປັນ​ໄມ້​ຢືນ​ຕົ້ນ​ຂະໜາດ​ກາງ ເປືອກ​ຕົ້ນ​ສີ​ນ້ຳ​ຕານ ໃບ​ດ່ຽວ ແຜ່ນ​ໃບອ້າຄື​ມື​ນ້ອຍໆ ດອກ​ແຍກ​ເພດ​ແຍກ​ຕົ້ນ ດອກ​ຕົວ​ຜູ້​ເປັນ​ຊໍ່​ຫາງ​ກະ​ຣອກ ດອກ​ຕົວ​ເມຍ​ເປັນ​ຊໍ່​ກະ​ຈຸກ​ແໜ້ນ ຫມາກກົມ ສີ​ແດງ​ອົມ​ສົ້ມ ພາຍ​ໃນ​ມີ​ແກ່ນ​ສີ​ແດງ ຢາງ ຮາກ ໃບ ແລະ​ເປືອກ​ລຳ​ຕົ້ນ ຜູ້​ທີ່​ແພ້​ເມື່ອ​ຮັບປະທານ​ເຂົ້າໄປ​ເຮັດໃຫ້ເກີດອາການ​ທ້ອງ​ຣ່ວງ

ເປືອກ​ລຳຕົ້ນ​ໃຊ້​ເຮັດ​ເຈ້ຍ ເອີ້ນເຈ້ຍປໍ​ສາ ເສັ້ນ​ໃຍ​ຈາກ​ເປືອກ​ໃຊ້​ເຮັດ​ຜ້າ​ຕາປາ​ຊຶ່ງ​ໃຊ້​ໃນຟິຈິ ເປືອກ​ ແລະ​ ຫມາກ​ໃຊ້​ເປັນ​ຢາ​ໃນ​ປາ​ກີ​ສະຖານ[2] ສານສະກັດຈາກເອເທນນໍ​ຈາກ​ພືດ​ອົບ​ແຫ້ງ ​ມີ​ລິດ​ຢັບ​ຢັ້ງ​ເອນ​ໄຊ​ມ​໌​ໄທ​ໂຣ​ຊິ​ເນດ​ ແລະ​ ຕ້ານ​ອ​ນຸ​ມູນ​ອິດສະຫລະ[3]


ກ. ຄຸນປະໂຫຍດການນຳໃຊ້

ເປືອກປໍສາ ເປັນວັດຖຸດິບທີ່ສາມາດນຳມາຜະລິດເຈ້້ຍພື້ນເມືອງ ນຳໃຊ້ເປັນເຈັ້ຍຫໍ່ເຄື່ອງເຈັ້ຍຂຽນ, ເຮັດເຊືອກ ແລະ ຖົງປານ. ວິທີປຸງແຕ່ງເຈັ້ຍ: ກ່ອນອື່ນຕ້ອງລອກເປືອກອອກຈາກລຳຕົ້ນ, ຈາກນັ້ນ ກໍນຳເອົາມາຕົ້ມໃຫ້ເປື່ອຍ ແລ້ວຕຳໃຫ້ມຸ່ນ ແລ້ວນຳມາລວດໃສ່ແຜ່ນມຸ້ງ ຫຼື ແຜ່ນແພອື່ນໆ ທີ່ເໝາະສົມ ຈາກນັ້ນ ເອົາໄປຕາກໃຫ້ແຫ້ງ ເມື່ອແຫ້ງແລ້ວກໍລອກແຜ່ນເຈັ້ຍປໍສາອອກ ຈາກແຜ່ນແພໄດ້ ນີ້ເປັນວິທີການປຸງແຕ່ງເຈັ້ຍຂອງຄົນລາວມາແຕ່ດົນນານ. ໃນປະຈຸບັນນີ້ ໃນ ສປປ ລາວ ກໍມີເອກະຊົນທຳທຸລະກິດເຮັດເຈັ້ຍປໍສາເຊັ່ນ: ຢູ່ກຳແພງນະຄອນວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ. ໃນປະເທດໄທເຂົາໃຊ້ເຈັ້ຍປໍສາເຮັດເຈັ້ຍປົກໜ້າປື້ມ (ສຳຫລັບປື້ມສຳຄັນທີ່ຕ້ອງການຮັກສາໄວ້ດົນນານ) ນອກຈາກນັ້ນ ເຂົາຍັງເອົາເຈັ້ຍປໍສາ ໄວ້ຫໍ່ຂອງຂັວນ ເພື່ອເປັນການອວຍພອນແຂກຕ່າງປະເທດອີກດ້ວຍ.

ປໍສາ ປໍ​ສາ (ຊື່​ວິທະຍາ​ສາດ: Broussonetia papyrifera) ເປັນ​ພືດ​ໃນ​ວົງ Moraceae ເປັນ​ໄມ້​ຢືນ​ຕົ້ນ​ຂະໜາດ​ກາງ ເປືອກ​ຕົ້ນ​ສີ​ນ້ຳ​ຕານ ໃບ​ດ່ຽວ ແຜ່ນ​ໃບອ້າຄື​ມື​ນ້ອຍໆ ດອກ​ແຍກ​ເພດ​ແຍກ​ຕົ້ນ ດອກ​ຕົວ​ຜູ້​ເປັນ​ຊໍ່​ຫາງ​ກະ​ຣອກ ດອກ​ຕົວ​ເມຍ​ເປັນ​ຊໍ່​ກະ​ຈຸກ​ແໜ້ນ ຫມາກກົມ ສີ​ແດງ​ອົມ​ສົ້ມ ພາຍ​ໃນ​ມີ​ແກ່ນ​ສີ​ແດງ ຢາງ ຮາກ ໃບ ແລະ​ເປືອກ​ລຳ​ຕົ້ນ ຜູ້​ທີ່​ແພ້​ເມື່ອ​ຮັບປະທານ​ເຂົ້າໄປ​ເຮັດໃຫ້ເກີດອາການ​ທ້ອງ​ຣ່ວງ  ເປືອກ​ລຳຕົ້ນ​ໃຊ້​ເຮັດ​ເຈ້ຍ ເອີ້ນເຈ້ຍປໍ​ສາ ເສັ້ນ​ໃຍ​ຈາກ​ເປືອກ​ໃຊ້​ເຮັດ​ຜ້າ​ຕາປາ​ຊຶ່ງ​ໃຊ້​ໃນຟິຈິ ເປືອກ​ ແລະ​ ຫມາກ​ໃຊ້​ເປັນ​ຢາ​ໃນ​ປາ​ກີ​ສະຖານ[2] ສານສະກັດຈາກເອເທນນໍ​ຈາກ​ພືດ​ອົບ​ແຫ້ງ ​ມີ​ລິດ​ຢັບ​ຢັ້ງ​ເອນ​ໄຊ​ມ​໌​ໄທ​ໂຣ​ຊິ​ເນດ​ແລະ​ ຕ້ານ​ອ​ນຸ​ມູນ​ອິດສະຫລະ[3]


ຂ.   ການຈຳແນກໂດຍທາງພືດສາດ ແລະ ນິເວດວິທະຍາ

ປໍສາເປັນຕົ້ນຍືນຕົ້ນເປັນໄມ້ຫຼົ່ນໃບສູງ 3-20 ມ ແລະ ມີໜ້າຕ້າງພຽງເອິກ 5-50 ຊມ ເປືອກຂອງມັນໜາ, ກ້ຽງ, ສີເທົາ, ມີຢາງສີຂາວ. ໃບຫຍາບຊາ, ມີຮູບຮ່າງຕ່າງກັນເຊັ່ນ: ຕົ້ນອ່ອນເປັນແກກເລິກ ແລະ ຕົ້ນແກ່ ໃບເປັນຮູບໄຂ່ ຂອບໃບເປັນແຂ້ວ. ຂະໜາດຂອງໃບຍາວ 7-20 ຊມ ກ້ວາງ 6-8 ຊມ ແລະ ມີກ້ານໃບຍາວ 3-10 ຊມ. ກິ່ງງ່າອ່ອນມີສີຂຽວ, ມີຂົນ ແລະ ສ່ວນເປືອກແກ່ເປັນສີນ້ຳຕານ ມີເສັ້ນໄຍຫຼາຍ, ກິ່ງງ່າແກ່ມີເປືອກໜາເປັນສີນ້ຳຕານປົນເທົາ ແຕ່ວ່າຜ່ອຍບໍ່ທົນທານຕໍ່ລົມພັດ. ດອກຢູ່ຕົ້ນຜູ້ມີສີເຫຼືອງປົນຂາວ, ຊໍ່ດອກເປັນຮວງຍາວ 10-15 ຊມ. ຊໍ່ດອກຢູ່ຕົ້ນແມ່ເປັນຫົວມົນກົມມີເສັ້ນຜ່າສູນ 1.2-1.8 ຊມ.  ໝາກເປັນໝາກເນື້ອ, ມົນ, ສີສົ້ມ ແລະ ມີຂົນສີມ່ວງ ມີເສັ້ນຜ່າສູນກາງ 1-3 ຊມ ແລະ ບັນຈຸມີແກ່ນນ້ອຍໆ ສີແດງຊ້ຳເປັນຈຳນວນຫຼວງຫຼາຍ ແລະ ແຕ່ລະແກ່ນແມ່ນຈັບໃສກ້ານໝາກເປັນເນື້ອ ເຊິ່ງຍາວປະມານ 1.2 ຊມ. ໄມ້ປໍສາກະຈາຍພັນໄດ້ຕາມທຳມະຊາດ ແລະ ພົບໃນຫຼາຍປະເທດເຊັ໋ນ: ລາວ, ຈີນ, ຫວຽດນາມ, ຢີ່ປຸ່ນ, ອີນເດຍ, ໄທ ແລະ ມຽນມ້າ, ໃນປະເທດລາວພົບຢູ່ທຸກພາກພົບຫຼາຍໃນພາກເໜືອເຊັ່ນ: ແຂວງຊຽງຂວາງ, ຊຳເໜືອ, ຜົ້ງສາວີ, ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ ແລະ ແຂວງຫຼວງພະບາງ. ປໍສາມັກເກີດຕາມປ່າເລົ່າ, ປ່າໂລ່ງ, ປ່າອອ່ນ ຫຼື ປ່າປະສົມບໍລິເວນທີ່ມີຄວາມຊຸ່ມຊື້ນ ແລະ ດິນມີຄວາມອຸດົມສົມບູນດີ.

ປໍສາ ປໍ​ສາ (ຊື່​ວິທະຍາ​ສາດ: Broussonetia papyrifera) ເປັນ​ພືດ​ໃນ​ວົງ Moraceae ເປັນ​ໄມ້​ຢືນ​ຕົ້ນ​ຂະໜາດ​ກາງ ເປືອກ​ຕົ້ນ​ສີ​ນ້ຳ​ຕານ ໃບ​ດ່ຽວ ແຜ່ນ​ໃບອ້າຄື​ມື​ນ້ອຍໆ ດອກ​ແຍກ​ເພດ​ແຍກ​ຕົ້ນ ດອກ​ຕົວ​ຜູ້​ເປັນ​ຊໍ່​ຫາງ​ກະ​ຣອກ ດອກ​ຕົວ​ເມຍ​ເປັນ​ຊໍ່​ກະ​ຈຸກ​ແໜ້ນ ຫມາກກົມ ສີ​ແດງ​ອົມ​ສົ້ມ ພາຍ​ໃນ​ມີ​ແກ່ນ​ສີ​ແດງ ຢາງ ຮາກ ໃບ ແລະ​ເປືອກ​ລຳ​ຕົ້ນ ຜູ້​ທີ່​ແພ້​ເມື່ອ​ຮັບປະທານ​ເຂົ້າໄປ​ເຮັດໃຫ້ເກີດອາການ​ທ້ອງ​ຣ່ວງ  ເປືອກ​ລຳຕົ້ນ​ໃຊ້​ເຮັດ​ເຈ້ຍ ເອີ້ນເຈ້ຍປໍ​ສາ ເສັ້ນ​ໃຍ​ຈາກ​ເປືອກ​ໃຊ້​ເຮັດ​ຜ້າ​ຕາປາ​ຊຶ່ງ​ໃຊ້​ໃນຟິຈິ ເປືອກ​ ແລະ​ ຫມາກ​ໃຊ້​ເປັນ​ຢາ​ໃນ​ປາ​ກີ​ສະຖານ[2] ສານສະກັດຈາກເອເທນນໍ​ຈາກ​ພືດ​ອົບ​ແຫ້ງ ​ມີ​ລິດ​ຢັບ​ຢັ້ງ​ເອນ​ໄຊ​ມ​໌​ໄທ​ໂຣ​ຊິ​ເນດ​ແລະ​ ຕ້ານ​ອ​ນຸ​ມູນ​ອິດສະຫລະ[3]



ຄ. ການປຸງແຕ່ງ

ການອະນາໄມ ເອົາຜິວເປືອກນອກອອກ ມັນເປັນວຽກຂອງຜູ້ຍິງ. ເປືອກທີ່ອະນາໄມແລ້ວ ຈະມີສີເຫຼືອງປົນຂາວ ແລະ ຈະຖືກນຳໄປຕາກໃຫ້ແຫ້ງ ເພື່ອຫຼີກລຽງເຊື້ອລາເຂົ້າທຳລາຍ ຈຶ່ງນຳເອົາໄປຕົ້ມ. ມີບາງໂຮງງານໄດ້ໃຊ້ໄຮໂດຣເຈັນເປຣົກຊາຍ (Hydrogen peroxide) ປະສົມເຂົ້ານໍາເພື່ອຟອກເປືອກໃຫ້ຂາວ. ນໍາເປືອກປໍສາທີ່ຕົ້ມແລ້ວ ໄປບົດໃຫ້ລະອຽດເປັນເຫຍື່ອດ້ວຍມື ແລະ ລ້າງນ້ຳໃຫ້ສະອາດ. ຫຼັງຈາກນັ້ນ ນຳໄປຢາຍບາງໆໃສ່ໜ່າງມຸ້ງ ຫຼື ແຜ່ນຜ້າຝ້າຍ ທີ່ມີກອບໄມ້ໄຜ່ ແລ້ວນຳໄປຕາກໃຫ້ແຫ້ງ ຈຶ່ງນຳເອົາແຜ່ນເຈ້ຍທີ່ແຫ້ງແລ້ວນັ້ນ ມາຂັດໃຫ້ລຽບດ້ວຍກ້ອນຫີນ. ການລອກ ແລະ ການອະນາໄມຕິວເປືອກ ເປັນຂະບວນການທີ່ຍາກ, ແຕ່ວ່າ ການນຳໃຊ້ເຕັກນິກໃໝ່ເຂົ້າມາຊ່ວຍເຊັ່ນ: ນຳເອົາຕົ້ນປໍສາສົດໆ ມາຕົ້ມກ່ອນການລອກເປືອກ ແລະ ນໍາໃຊ້ເຄື່ອງຈັກລອກເປືອກ ແລະ ອະນາໄມຈະຊ່ວຍໃຫ້ໄດ້ຜົນຜະລິດຫຼາຍຂຶ້ນ ທັ້ງຄຸນນະພາບຂອງຜະລິດຕະພັນ ກໍດີຂຶ້ນຕື່ມ.

ປໍສາ ປໍ​ສາ (ຊື່​ວິທະຍາ​ສາດ: Broussonetia papyrifera) ເປັນ​ພືດ​ໃນ​ວົງ Moraceae ເປັນ​ໄມ້​ຢືນ​ຕົ້ນ​ຂະໜາດ​ກາງ ເປືອກ​ຕົ້ນ​ສີ​ນ້ຳ​ຕານ ໃບ​ດ່ຽວ ແຜ່ນ​ໃບອ້າຄື​ມື​ນ້ອຍໆ ດອກ​ແຍກ​ເພດ​ແຍກ​ຕົ້ນ ດອກ​ຕົວ​ຜູ້​ເປັນ​ຊໍ່​ຫາງ​ກະ​ຣອກ ດອກ​ຕົວ​ເມຍ​ເປັນ​ຊໍ່​ກະ​ຈຸກ​ແໜ້ນ ຫມາກກົມ ສີ​ແດງ​ອົມ​ສົ້ມ ພາຍ​ໃນ​ມີ​ແກ່ນ​ສີ​ແດງ ຢາງ ຮາກ ໃບ ແລະ​ເປືອກ​ລຳ​ຕົ້ນ ຜູ້​ທີ່​ແພ້​ເມື່ອ​ຮັບປະທານ​ເຂົ້າໄປ​ເຮັດໃຫ້ເກີດອາການ​ທ້ອງ​ຣ່ວງ  ເປືອກ​ລຳຕົ້ນ​ໃຊ້​ເຮັດ​ເຈ້ຍ ເອີ້ນເຈ້ຍປໍ​ສາ ເສັ້ນ​ໃຍ​ຈາກ​ເປືອກ​ໃຊ້​ເຮັດ​ຜ້າ​ຕາປາ​ຊຶ່ງ​ໃຊ້​ໃນຟິຈິ ເປືອກ​ ແລະ​ ຫມາກ​ໃຊ້​ເປັນ​ຢາ​ໃນ​ປາ​ກີ​ສະຖານ[2] ສານສະກັດຈາກເອເທນນໍ​ຈາກ​ພືດ​ອົບ​ແຫ້ງ ​ມີ​ລິດ​ຢັບ​ຢັ້ງ​ເອນ​ໄຊ​ມ​໌​ໄທ​ໂຣ​ຊິ​ເນດ​ແລະ​ ຕ້ານ​ອ​ນຸ​ມູນ​ອິດສະຫລະ[3]


ງ. ການຂະຫຍາຍພັນ

ປໍສາ ເປັນຜະລິດຕະພັນຈາກປ່າ ທີ່ມີການນໍາອອກມາປູກ ເປັນພືດໄລຍະຍາວຮ່ວມກັບໄມ້ໃຫ້ໝາກ, ໄມ້ສັກ ຫຼື ຕົ້ນກາເຟຢ່າງປະສົມຜົນສຳເລັດສູງ. ປົກກະຕິປໍສາຂະກຍາຍພັນດ້ວຍ    ແໜງ ຮາກ ແລະ ດ້ວຍການປັກຊຳດ້ວຍກິ່ງ, ແຕ່ກໍສາມາດຂະຫຍາຍພັນດ້ວຍແກ່ນໄດ້ເຊັ່ນກັນ. ການປູກຢູ່ແຂວງໄຊຍະບູລີ ແລະ ແຂວງຫຼວງພະບາງ ສວນຫຼາຍແມ່ນປູກງ່າຍ ຈະເລີນເຕີບໂຕໄວ ເກີດໄດ້ດີເກີບທຸກບ່ອນ ແລະ ສາມາດເກັບກູ້ເປືອກປໍສາໄດ້ ເມື່ອອາຍຸປໍສາໄດ້ 15 ເດືອນ ພາຍຫຼັງການປູກ. ປໍສາ ສາມາດແຕກແໜງໃໝ່ຈາກຕໍ ແລະ ຮາກໄດ້ດີ ພຽງແຕ່ຖາກດິນອອກໃຫ້ແສງແດດສາມາດສ່ອງເຂົ້າໄປເຖິງຮາກກໍສາມາດເປັນການກະຕຸ້ນການແຕກງອກອອກມາໄດ້ຢ່າງງ່າຍດາຍ. ການປູກປໍສາດີທີ່ສຸດ ແມ່ນເດືອນພຶດສະພາ ຫາ ເດືອນຕຸລາ ໃນດິນຮວ່ນປົນຊາຍທີ່ມີຄວາມຊຸ່ມຊື່ນ ໃນໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນ 1 x 1 ມ. ຖ້າປູກໃນປ່າເລົ່າ ມັນຈະຊ່ວຍເພື່ອອິນຊີວັດຖຸໃນດິນ ແລະ ກໍທັງຄຸມວັດສະພືດໄດ້ພ້ອມ. ການປູກໃກ້ກັບເສັ້ນທາງຈະຊ່ວຍເຮັດໃຫ້ຂົນສົ່ງໄດ້ສະດວກຂຶ້ນ.

ປໍສາ ປໍ​ສາ (ຊື່​ວິທະຍາ​ສາດ: Broussonetia papyrifera) ເປັນ​ພືດ​ໃນ​ວົງ Moraceae ເປັນ​ໄມ້​ຢືນ​ຕົ້ນ​ຂະໜາດ​ກາງ ເປືອກ​ຕົ້ນ​ສີ​ນ້ຳ​ຕານ ໃບ​ດ່ຽວ ແຜ່ນ​ໃບອ້າຄື​ມື​ນ້ອຍໆ ດອກ​ແຍກ​ເພດ​ແຍກ​ຕົ້ນ ດອກ​ຕົວ​ຜູ້​ເປັນ​ຊໍ່​ຫາງ​ກະ​ຣອກ ດອກ​ຕົວ​ເມຍ​ເປັນ​ຊໍ່​ກະ​ຈຸກ​ແໜ້ນ ຫມາກກົມ ສີ​ແດງ​ອົມ​ສົ້ມ ພາຍ​ໃນ​ມີ​ແກ່ນ​ສີ​ແດງ ຢາງ ຮາກ ໃບ ແລະ​ເປືອກ​ລຳ​ຕົ້ນ ຜູ້​ທີ່​ແພ້​ເມື່ອ​ຮັບປະທານ​ເຂົ້າໄປ​ເຮັດໃຫ້ເກີດອາການ​ທ້ອງ​ຣ່ວງ  ເປືອກ​ລຳຕົ້ນ​ໃຊ້​ເຮັດ​ເຈ້ຍ ເອີ້ນເຈ້ຍປໍ​ສາ ເສັ້ນ​ໃຍ​ຈາກ​ເປືອກ​ໃຊ້​ເຮັດ​ຜ້າ​ຕາປາ​ຊຶ່ງ​ໃຊ້​ໃນຟິຈິ ເປືອກ​ ແລະ​ ຫມາກ​ໃຊ້​ເປັນ​ຢາ​ໃນ​ປາ​ກີ​ສະຖານ[2] ສານສະກັດຈາກເອເທນນໍ​ຈາກ​ພືດ​ອົບ​ແຫ້ງ ​ມີ​ລິດ​ຢັບ​ຢັ້ງ​ເອນ​ໄຊ​ມ​໌​ໄທ​ໂຣ​ຊິ​ເນດ​ແລະ​ ຕ້ານ​ອ​ນຸ​ມູນ​ອິດສະຫລະ[3]


ສ. ສ່ວນປະກອບທາງເຄມີ

  • ໝາກບັນຈຸທາດລິກນິນ (Lignin)     4.75%
  • Calcium carbonate,
  • ກົດ, 
  • ທາດໄຂມັນ, 
  • ໂປຼຕີຊ (Protease) (ເອັນໄຊຍ່ອຍໂປຼຕີນ), 
  • ໄຊມາຊາ (Cymasa)
  • ຊາໂປໂຊນາຍ (Saponoside). ປະມານ 0.15%.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ