google-site-verification: google0d91bc93cfc88895.html ການເຮັດຝຸ່ນບົ່ມ Composting - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, August 06, 2019

ການເຮັດຝຸ່ນບົ່ມ Composting

ການເຮັດຝຸ່ນບົ່ມ Compostingຝຸ່ນບົ່ມແມ່ນສ່ວນປະກອບຂອງທໍາມະຊາດທີ່ມີລາຄາຖືກທີ່ສຸດ! ການໃຊ້ຝຸ່ນບົ່ມແມ່ນງ່າຍດາຍ. ເປັນວິທີທີ່ຈະຮັກສາສວນໃຫ້ມີສຸຂະພາບແຂງແຮງ. ສະໜອ

ຝຸ່ນບົ່ມແມ່ນສ່ວນປະກອບຂອງທໍາມະຊາດທີ່ມີລາຄາຖືກທີ່ສຸດ! ການໃຊ້ຝຸ່ນບົ່ມແມ່ນງ່າຍດາຍ. ເປັນວິທີທີ່ຈະຮັກສາສວນໃຫ້ມີສຸຂະພາບແຂງແຮງ. ສະໜອງສານອາຫານທີ່ສໍາຄັນໃຫ້ແກ່ພືດ ແລະ ຍັງປັບປຸງດິນໂດຍການຮັກສານໍ້າ, ອາກາດໃນດິນຊ່ວຍໃຫ້ຮາກຂອງພືດຫາຍໃຈສະດວກ. ຊ່ວຍກະຕຸ້ນການເຮັດວຽກຂອງແບັກທີເຣຍ. ວິທີທີ່ດີທີ່ສຸດໃນການໃສ່ຝຸ່ນກໍ່ຄື ປະສົມຝຸ່ນໃສ່ກັບໜ້າດິນສ່ວນເທິງສຸດໜາປະມານ 20-30 cm.ແຕ່ທ່ານກໍ່ສາມາດນໍາໃຊ້ຝຸ່ນເພື່ອປົກໜານກໍ່ໄດ້. ການປົກໜານໃຫ້ໜາຢ່າງໜ້ອຍ 5 cm. ເຮັດເປັນຊັ້ນໆຂອງຝຸ່ນແຫ້ງປົກເທິງໜ້າດິນເພື່ອຮັກສາຄວາມຊຸ່ມ,ປ້ອງກັນບໍ່ໃຫ້ຫຍ້າຂຶ້ນໃນສວນ.

ສ່ວນປະກອບຂອງຝຸ່ນບົ່ມ:
        ສິ່ງເສດເຫຼືອສີຂຽວ ຈໍານວນ 50%
  • ຫຍ້າ ແລະ ວັດຊະພືດອື່ນໆ
  • ເສດຜັກຈາກເຮືອນຄົວ
  • ອາຈົມຂອງສັດ (ຂີ້ໄກ່ ແລະ ຂີ້ຄວາຍ)
  • ຂົນສັດ
  • ກາກກາເຟບົດ
         ສິ່ງເສດເຫຼືອສີນໍ້າຕານ ຈໍານວນ 50%:
  • ເຈ້ຍ
  • ເຈ້ຍແຂງ
  • ກາບໄມ້
  • ເຟືອງ ແລະ ແກບ
  • ໃບໄມ້ແຫ້ງ, ດິນ

ຈົ່ງລະມັດລະວັງ, ຢ່າປົນສິ່ງທີ່ທ່ານບໍ່ຕ້ອງການເອົາໄປໃສ່ໃນສວນລົງໃນບໍ່ບົ່ມຝຸ່ນ. ຫ້າມ ປົນອາຫານທີ່ປຸງແຕ່ງສຸກແລ້ວ (ລວມທັງຊີ້ນ ແລະ ປາ), ເນື້ອໄມ້ຂະໜາດໃຫຍ່, ຢາງ, ເຫຼັກ, ແກ້ວ, ຜ້ານີລົງ ຫຼື ໄຍສັງເຄາະຕ່າງໆ.

ວິທີເຮັດຝຸ່ນບົ່ມ:

  • ເຮັດເປັນຊັ້ນທັບຊ້ອນກັນ ເຊິ່ງແຕ່ລະຊັ້ນມີຄວາມສູງ 20-30 ຊັງຕີແມັດ (ສິ່ງເສດເຫຼືອທີ່ເປັນສີນໍ້າຕານໜຶ່ຊັ້ນ, ດິນປົນກັບຂີ້ໄກ່ / ຂີ້ຄວາຍໜຶ່ງຊັ້ນ, ສິ່ງເສດເຫຼືອສີຂຽວໜຶ່ງຊັ້ນ ແລະ ລື້ມຄືນແບບເກົ່າໄປເລື້ອຍໆ).
  • ເຕີມນໍ້າສະກັດຊີວະພາບລົງໄປເພື່ອຊ່ວຍກະຕຸ້ນການຍ່ອຍສະຫຼາຍຂອງອົງຄະທາດຕ່າງໆ. ປະສົມນໍ້າສະກັດຊີວະພາບປະມານ 10 ຊີຊີ (ເບິ່ງຢູ່ໜ້າຕໍ່ໄປ) ກັບນໍ້າ 10 ລິດ. ຖອກເຕີມໃສ່ກອງ ຝຸ່ນບົ່ມທຸກໆສອງອາທິດ.
  • ຮັກສາຝຸ່ນບົ່ມໄວ້ໃນບ່ອນທີ່ຮົ່ມ ແລະ ແຫ້ງ, ເຊັ່ນ: ເກັບຮັກສາໄວ້ບໍລິເວນທີ່ບັນຈຸຝຸ່ນເຊິ່ງອ້ອມດ້ວຍຮົ້ວໄມ້ໄຜ່ແລະ ມຸງຫຼັງຄາ.
  • ປີ້ນກອງຝຸ່ນບົ່ມສອງຄັ້ງຕໍ່ເດືອນ, ແລະ ເຕີມນໍ້າໃສ່ເລັກນ້ອຍເວລາປີ້ນກອງຝຸ່ນບົ່ມ. ພະຍາຍາມຮັກສາຄວາມຊຸ່ມຂອງກອງຝຸ່ນແຕ່ບໍ່ໃຫ້ມັນປຽກ. ຝຸ່ນບົ່ມທີ່ດີຈະບໍ່ມີກິ່ນເໝັນ. ຖ້າຮູ້ສຶກວ່າມັນມີກິ່ນເໝັນແຮງສະແດງວ່າມັນປຽກໂພດຕ້ອງປີ້ນຫຼາຍເທື່ອຂຶ້ນຕື່ມ.
  • ຕາມທໍາມະດາການບົ່ມຝຸ່ນຈະໃຊ້ເວລາປະມານສາມເດືອນ ເພື່ອພ້ອມສໍາລັບເອົາໄປນໍາໃຊ້ໄດ້.ຕ້ອງນໍາໃຊ້ພຽງແຕ່ຝຸ່ນບົ່ມທີ່ບົ່ມແລ້ວເທົ່ານັ້ນ! ຝຸ່ນບົ່ມທີ່ບົ່ມແລ້ວຈະມີໂຄງສ້າງຂອງອົງປະກອບຕ່າງໆທີ່ສອດຄ່ອງ ແລະ ກົມກືນກັນ, ມີກິ່ນດິນທີ່ດີ ແລະ ເມັດພືດທໍາມະຊາດຈະເລີ່ມແຕກໜໍ່.
ການເຮັດຝຸ່ນບົ່ມ Compostingຝຸ່ນບົ່ມແມ່ນສ່ວນປະກອບຂອງທໍາມະຊາດທີ່ມີລາຄາຖືກທີ່ສຸດ! ການໃຊ້ຝຸ່ນບົ່ມແມ່ນງ່າຍດາຍ. ເປັນວິທີທີ່ຈະຮັກສາສວນໃຫ້ມີສຸຂະພາບແຂງແຮງ. ສະໜອ

ຄອກຝຸ່ນບົ່ມ ໃນສວນຄົວໂຮງຮຽນ:

  • ຄອກຝຸ່ນບົ່ມໃນສວນຂອງໂຮງຮຽນສາມາດເຮັດຈາກໄມ້ໄຜ່ ຫຼື ໄມ້ທົ່ວໄປ ເຊິ່ງເຮັດເປັນຄອກທີ່ມີຄວາມຍາວຂ້າງລະ 2 ແມັດ, ກ້ວາງປະມານ 1 ແມັດ ແລະ ສູງປະມານ 1 ແມັດ. ເປີດດ້ານໜ້າໄວ້ເພື່ອຄວາມສະດວກໃນການພິປີ້ນ.
  • ແບ່ງໂຄງສ້າງຂອງຄອກອອກເປັນສອງຄອກແຍກກັນ.
  • ເພື່ອສ້າງຮົ່ມໃຫ້ຄອກ, ເອົາໄມ້ໄຜ່ມາເຮັດເປັນໂຄງໃສ່ອ້ອມຂ້າງຄອກ ແລະ ທາງເທິງຄອກ, ປ່ອຍໃຫ້ພືດທີ່ເປັນເຄືອເຊັ່ນ: ເຄືອໝາກຖົ່ວ ຫຼື ເຄືອໝາກອຶຂຶ້ນຕາມໂຄງໄມ້ໄຜ່ເພື່ອເປັນຮົ່ມ.
  • ພາຍຫຼັງສ້າງຄອກແລ້ວ, ທ່ານຕ້ອງເກັບລວບລວມສິ່ງເສດເຫຼືອຈາກພືດຂຽວໃຫ້ຫຼາຍເທົ່າທີ່ເປັນໄປໄດ້.ຖາມຕາມອ້ອມແອ້ມບ້ານ ແລະ ຕາມຊຸມຊົນເຊິ່ງມັກຈະມີເສດພືດຜັກ ເຊິ່ງເປັນແຫຼ່ງເສດຂີ້ເຫຍື້ອຊີວະພາບຢູ່ສະເໝີ.
  • ພະຍາຍາມເຕີມເສດພືດຜັກໃສ່ຄອກທຳອິດ ຕາມວິທີທີ່ໄດ້ອະທິບາຍຢູ່ຂ້າງເທິງນັ້ນ ພາຍໃນມື້ທໍາອິດທີ່ທ່ານເລີ່ມຕົ້ນການເຮັດສວນ ເພື່ອວ່າທ່ານຈະໄດ້ຝຸ່ນບົ່ມທີ່ບົ່ມສຸກດີໃນ 3 ເດືອນ.
  • ເມື່ອຄອກທີໜຶ່ງເຕັມແລ້ວ, ທ່ານບໍ່ຕ້ອງເຕີມເສດຜັກໃດໆໃສ່ອີກ. ໃຫ້ເລີ່ມຕົ້ນເຕີມໃສ່ຄອກທີສອງ. ຖ້າວ່າທ່ານຍັງສືບຕໍ່ເຕີມເສດຂີ້ເຫຍື້ອຊີວະພາບລົງໃສ່ຄອກທີໜຶ່ງຢູ່ຕະຫຼອດ, ທ່ານຈະບໍ່ໄດ້ຝຸ່ນບົ່ມທີ່ສຸກ ແລະ ສົມບູນດີຈັກເທື່ອ.
  • ເມື່ອຝຸ່ນໃນຄອກທີໜຶ່ງສຸກແລ້ວທ່ານສາມາດນໍາໃຊ້ໄດ້ເລີຍ. ແຕ່ທ່ານຄວນຮັກສາຝຸ່ນທີ່ພື້ນຄອກໄວ້ປະມານ5-10 cm. ແລະ ທ່ານກໍ່ເລີ່ມເຕີມຂີ້ເຫຍື້ອຊີວະພາບລົງໃນຄອກທີໜຶ່ງນີ້ອີກ, ຢຸດເຕີມໃສ່ຄອກທີສອງເພື່ປະໄວ້ໃຫ້ມັນສຸກ.
  • ຕາມປົກກະຕິແລ້ວຄົນທົ່ວໄປຈະຮູ້ສຶກຂີ້ດຽດຝຸ່ນບົ່ມ, ເພາະວ່າມັນເປື້ອນ, ມັນເປັນເຊື້ອເຫັດລາ, ມີກິ່ນເໝັນ ແລະ ມັນກໍ່ມີສິ່ງທີ່ມີຊີວິດຊະນິດນ້ອຍໆເຕັມໄປໝົດ ເຊັ່ນ: ແບັກທີເຣຍ, ໄຮ, ໜອນ, ຫອຍທາກ, ແມງລີ້ນໝາ, ແມງໄມ້ນ້ອຍ ແລະ ຂີ້ເຂັບ. ແຕ່ວ່າຝຸ່ນບົ່ມ ແລະ ຂັ້ນຕອນຂອງການບົ່ມຝຸ່ນເປັນສິ່ງທີ່ມະຫັດສະຈັນຫຼາຍມັນຄືຂະບວນການທາງຊີວະພາບທີ່ໜ້າ
  • ສົນໃຈຊິ່ງເກີດຂຶ້ນຢູ່ທຸກແຫ່ງຂອງໂລກ. ສັງເກດ ແລະ ຊື່ນຊົມຂະບວນການຂອງການສະຫຼາຍຕົວຂອງອົງຄະທາດຕ່າງໆທີ່ເປັນຖານຂອງສິ່ງທີ່ມີຊີວິດທັງໝົດ ເມື່ອທ່ານໄດ້ຝຸ່ນບົ່ມທີ່ສຸກແລ້ວ, ຈົ່ງສໍາພັດມັນ, ດົມກິ່ນມັນບີບມັນເຂົ້າກັນ ແລະ ກະຈາຍມັນອອກອີກ ແລະ ຈົ່ງພູມໃຈທີ່ໃນທີ່ສຸດ ທ່ານກໍ່ໄດ້ຮັບຜົນຜະລິດທີ່ແສນຈະງ່າຍດາຍແຕ່ເປັນວັດຖຸທີ່ແສນຈະມີຄຸນຄ່າ.

ວິທີນໍາໃຊ້ຝຸ່ນບົ່ມ:

  • ໃຊ້ປົກຄຸມ: ວາງອ້ອມຕົ້ນພືດ ເຮັດເປັນຊັ້ນໜາປະມານ 1 ຊັງຕີແມັດ ເພື່ອຮັກສາຄວາມຊຸ່ມຊື່ນຂອງດິນ
  • ໃຊ້ປະສົມເປັນດິນປູກ: ປະສົມໜຶ່ງສ່ວນຂອງຝຸ່ນບົ່ມກັບດິນຊັ້ນເທິງສອງສ່ວນ ເພື່ອໃຫ້ໄດ້ດິນປູກທີ່ດີ
  • ໃຊ້ເພື່ອປັບປຸງດິນ: ໃສ່ຝຸ່ນບົ່ມໃນໜານຜັກຕ່າງໆ ເພື່ອປັບປຸງຄຸນນະພາບຂອງດິນ
    ການເຮັດຝຸ່ນບົ່ມ Compostingຝຸ່ນບົ່ມແມ່ນສ່ວນປະກອບຂອງທໍາມະຊາດທີ່ມີລາຄາຖືກທີ່ສຸດ! ການໃຊ້ຝຸ່ນບົ່ມແມ່ນງ່າຍດາຍ. ເປັນວິທີທີ່ຈະຮັກສາສວນໃຫ້ມີສຸຂະພາບແຂງແຮງ. ສະໜອ

    No comments:

    Post a Comment

    ​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ