google-site-verification: google0d91bc93cfc88895.html ການ​ປູກ​ເຫັດ​ເຟືອງ Volvariella volvacea - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 18, 2019

ການ​ປູກ​ເຫັດ​ເຟືອງ Volvariella volvacea

ເຫັດ​ເຟືອງ ການ​ປູກ​ເຫັດ​ເຟືອງ ວິ​ທີ​ການ​ປູກ​ເຫັດ​ເຟືອງ ຂັ້ນ​ຕອນ ແລະ ວິ​ທີ​ການ​ປູກ​ເຫັດ​ເຟືອງ ການ​ປູກ​ເຫັດ​ເຟືອງ​ໃສ່​ກະ​ຕ່າ ເຫັດ​ເຟືອງ ກິນ​ເຫັດ ປູກ​ເຫັດ ລ້ຽງ​ເຫັດ

ເຫັດເຟືອງ ( ຊື່ວິທະຍາສາດ : Volvariella volvacea ) ແມ່ນປະເພດ ເຫັດທີ່ ກິນໄດ້. ມີວັດທະນະ ທຳ ຢູ່ໃນພື້ນທີ່. ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ໃຊ້ເປັນສ່ວນປະກອບໃນການປຸງອາຫານອາຊີ. ຊື່ແມ່ນແຕກຕ່າງກັນແມ້ແຕ່ຢູ່ໃນຫລາຍປະເທດ. ແຕ່ຍັງ ໝາຍ ຄວາມວ່າ ເຫັດເຟືອງແມ່ນ ຄືກັນ. ເຫັດເຟືອງມັກຈະພົບເຫັນໃນຮູບແບບສົດໆ. ແຕ່ວ່າກະປnedອງຫຼືຮູບແບບແຫ້ງແມ່ນພົບຢູ່ນອກລະດູເກັບກ່ຽວເຊັ່ນກັນ
ຮູບລັກສະນະຂອງເຫັດອ່ອນແມ່ນຮູບໄຂ່ແລະມີເປືອກ. ເມື່ອເຕີບໃຫຍ່ ຫອຍແຕກ ຫອຍທີ່ຍັງເຫຼືອຢູ່ສ່ວນກົກຂອງ ລຳ ຕົ້ນ ດ້ານນອກຂອງບໍລິເວນອ້ອມແອ້ມສ່ວນຫຼາຍມັກຈະເປັນສີຂາວຫຼືສີຂີ້ເຖົ່າຈາງ. ຫມວກເຫັດໃນເວລາທີ່ອອກດອກຢ່າງເຕັມສ່ວນ, ເສັ້ນຜ່າກາງ 4 .10 ຊັງຕີແມັດ, ຈຸດໃຈກາງຂອງຫມວກແມ່ນຂົນດີ, ສີນ້ ຳ ຕານ - ດຳ ຫຼືແດງ - ຂົນ. ຄີສີຂາວແລະຫຼັງຈາກນັ້ນປ່ຽນເປັນສີບົວຈືດໆ ບໍ່ຕິດກັບ rod ລຳ ສັ້ນແລະບໍ່ເທົ່າກັນ, ລຳ ຕົ້ນ 4-10 ຊມ, ເສັ້ນຜ່າກາງ 0.5–1 ຊມ, ສີຜິວ, ມີຂົນສີຂາວ. ໂຄງສ້າງແມ່ນຫຍາບ, ຂາວພ້ອມກັນ. ຢູ່ເຄິ່ງກາງຂອງເພົາທີ່ເປັນຮູ ດອກເຜິ້ງຮູບໄຂ່ສີບົວ, ຂະ ໜາດ 5–6 × 7–9 m, ພື້ນຜິວກ້ຽງ
ເຫັດເຟືອງ ທຳ ມະຊາດປູກຕາມ ເຟືອງ ເຂົ້າ ເປັນກຸ່ມ 2 ດອກ 6 ດອກແລະຈະເກັບກ່ຽວໃນໄລຍະທີ່ບໍ່ໄດ້ຮັບການພັດທະນາຢ່າງເຕັມທີ່. ຍັງຄົງເປັນຕຸ່ມຮອບກ່ອນທີ່ຫົວເຫັດຈະອອກມາ. [1] ມັນຕ້ອງໃຊ້ເວລາປະມານ 4-5 ມື້ເພື່ອຈະເລີນເຕີບໂຕມັນເຮັດວຽກໄດ້ດີທີ່ສຸດໃນສະພາບອາກາດເຂດຮ້ອນທີ່ມີຝົນຕົກ ໜັກ. ເຫັດຊະນິດນີ້ບໍ່ເຄີຍປູກກ່ອນສະຕະວັດທີ 19. [2]
ເຫັດເຟືອງແມ່ນຄ້າຍຄືກັນກັບ ເຫັດ ຊະນິດອື່ນໆ , ເຊິ່ງເປັນເຫັດທີ່ຫຍາບຄາຍ ( ຊື່ທາງວິທະຍາສາດ : Amanita phalloides , ໝວກ ຕາຍ), ເຊິ່ງເປັນເຫັດທີ່ເປັນພິດ. ສາມາດຈັດປະເພດຕາມສີສັນຂອງເຫັດເຟືອງແມ່ນສີບົວອ່ອນ ແຕ່ເຫັດຂອງເຫັດມີສີຂາວ. ປະຊາຊົນຈໍານວນຫຼາຍບໍ່ຮູ້ກ່ຽວກັບຂໍ້ມູນນີ້. ການເກັບເຫັດທີ່ຂຶ້ນກັບກິນ ໂດຍການເຂົ້າໃຈວ່າມັນແມ່ນເຫັດ ເຮັດໃຫ້ເກີດການເສຍຊີວິດ [3]
ການຈັດປະເພດວິທະຍາສາດ
ອານາຈັກ :ເຊື້ອລາ
ໝວດ:Basidiomycota
ຊັ້ນ:Agaricomycetes
ອັນດັບ:ນັກກະເສດ
ຈັ່ງແມ່ນ:Pluteaceae
ນາມສະກຸນ:Volvariella
ຊະນິດ:V. volvacea
ຊື່ Binomial
Volvariella volvacea
Bulliard ex Fries ) 
ຄໍາສັບຄ້າຍຄືກັນ
  • Volvaria volvacea
  • Agaricus volvaceus
  • Amanita virgata
  • Vaginata virgata

ຫລາຍ​ທ່ານ​ອ່ານ​ແລ້ວອາດ​ສົງ­ໄສ​ວ່າ​ປູກ​ເຫັດ​ໃສ່​ກະ­ຕ່າເປັນ​ແນວ­ໃດ?  ໄດ້​ຮັບ​ຜົນ​ດີ ຫລື ບໍ່ ແຕ່​ກໍ່ເປັນ​ວິ­ທີ​ທີ່​ເຮັດ​ໄດ້​ງ່າຍສະ­ດວກສະ­ອາດ ແລະ ໄດ້ຮັບ​ຜົນ​ຜະ­ລິດ​ສູງ​ຊາວ​ກະ­ສິ­ກອນ ສາ­ມາດ​ທົດ​ລອງ​ປູກ​ໄດ້ 
   ສຳ­ລັບ​ວິ­ທີ​ການ​ແມ່ນ​ງ່າຍບໍ່​ຫຍຸ້ງ­ຍາກ ໂດຍ​ກຽມ​ອຸ­ປະ­ກອນວັດ​ສະ​ດຸ​ທີ່​ໃຊ້​ໃນ​ການ​ປູກ​ທີ່​ໃຊ້ລວມ​ມີ 9 ຢ່າງ​ຄື: 

  1. ກະ­ຕ່າ​ພລາ​ສ​ຕິກ: ເປັນກະ­ຕ່າ​ມົນ​ສຳ­ເລັດ​ຮູບ​ມີ​ຕາ​ຫ່າງໃຫ້​ໄດ້​ປະ­ມານ 1ນີ້ວ, ກົ້ນ​ກະຕ່າ​ຕ້ອງ​ຫ່າງ​ສາ­ມາດ​ລະ­ບາຍ ນ້ຳ​ໄດ້​ດີ ແລະ ເຫັດ​ສາ­ມາດ​ລອດອອກ​ມາ​ໄດ້​ທຸກ​ດ້ານ​ຂອງ​ກະຕ່າ​ລວມ​ທັງ​ດ້ານ​ລຸ່ມ
  2. ວັດ​ສະ​ດຸ​ປູກ:  ຂີ້​ເລື່ອຍ, ເປືອກ​ມັນ­ຕົ້ນ, ເຟືອງ, ເປືອກຖົ່ວ­ເຫລືອງ, ຂີ້​ອ້ອຍ. 
  3. ອາ­ຫານ​ເສີມ: ຜັກ​ຕົບ​ຈະຊ່ວຍ​ໃຫ້​ເຊື້ອ​ເຫັດ​ຈະ­ເລີນ​ເຕີບໂຕ​ໄດ້​ດີກ່ອນ​ທີ່​ເຊື້ອ​ເຫັດ​ຈະ​ເຕີບໂຕ​ໃນ​ວັດ​ສະ​ດຸ​ປູກ​ອາ­ຫານເສີມ​ຕ້ອງ​ເປັນ​ວັດ​ສະ​ດຸ​ທີ່​ຍ່ອຍໄດ້​ງ່າຍ​ເກັບ​ຄວາມ​ຊຸ່ມ​ໄດ້​ດີ ເຊິ່ງ​ເປັນ​ແຫລ່ງ​ອາ­ຫານ​ພະ­ລັງງານ​ຂອງ​ເຊື້ອ​ເຫັດ ເຊິ່ງ​ຕັດ​ເປັນ ຕ່ອນ​ນ້ອຍໆ​ໃນ​ຮູບ​ສະ­ຫລຽງສາ­ມາດ​ໃຊ້​ໄດ້​ທັງ​ຕົ້ນ​ໃບ​ຮາກ. ນອກ­ຈາກ​ຜັກ​ຕົບ​ແລ້ວ​ອາດ​ໃຊ້ແປ້ງ ສາ­ລີ, ຮໍາ​ອ່ອນ ຫລື ອາ   ຫານ​ເສີມ​ສຳ­ເລັດ​ຮູບ​ມາ​ປະ­ສົມກັບ​ເຊື້ອ​ເຫັດກ່ອນ​ປູກ. 
  4. ເຊື້ອ​ເຫັດ​ເຟືອງ​ທີ່​ດີ ຖ້າເປັນ​ເຊື້ອ​ແບບ​ຖົງ​ສາ­ມາດ​ປູກ​ໄດ້ 3ກະ­ຕ່າ. 
  5. ພລາ​ສ​ຕິກ​ຄຸມ​ວັດ​ສະ​ດຸການ​ປູກ​ເຫັດ ຖ້າ​ປູກ​ໃນ​ສຸ່ມ​ໄກ່ກໍ່​ໃຫ້​ໃຊ້​ແບບ​ເຫມາະ​ທີ່​ຈະ​ຄຸມກວ້າງ​ປະ­ມານ 1ແມັດ ມາ​ຄຸມ   ຕິດ­ຕໍ່​ກັນ. 
  6. ອຸ­ປະ­ກອນ​ອຳ­ນວຍ​ຄວາມສະ­ດວກ: ໄມ້, ໄຖ່, ບົວ​ຫົດ​ນ້ຳ, ໄມ້​ທຸບ​ກ້ອນ​ເຊື້ອ​ເຫັດ​ກະ­ຕ່າ, ມີດ,  ທີ່​ຕັດ​ວັດ​ສະ​ດຸ​ປູກ. 
  7. ໂຄງ​ໄມ້​ໃຜ່ ຫລື ສຸ່ມ​ໄກ່ໃຊ້​ໄວ້​ກວມ​ກະ­ຕ່າ​ປູກ​ເຫັດ​ກ່ອນ​ທີ່​ຈະ​ໃຊ້​ພລາ​ສ​ຕິກ​ຄຸມ. 
  8. ໂຄງ​ເຫລັກ​ສຳ­ລັບ​ຈັດ​ວາງກະ­ຕ່າ: ເຮັດ​ດ້ວຍ​ເຫລັກ​ແປ໋ບ​ສູງ 2ແມັດ ຫລັງ­ຄາ​ເປັນ​ຮູບ​ໂຄ້ງຍົກ​ໃຫ້​ສູງ​ຈາກ​ພື້ນ 20ຊັງ​ຕີ​ແມັດ ຫລື ອາດ​ຈະ​ສ້າງ​ຖາ­ວອນ​ແລ້ວແຕ່​ຈຸດ­ປະ­ສົງ​ຂອງ​ການ​ປູກ. 

ຂັ້ນ​ຕອນ​ການ​ປູກ:         

   1. ຖ້າ​ໃຊ້​ຂີ້​ເລື່ອຍ: ຕັກ​ໃສ່​ກະຕ່າ​ທີ່​ກຽມໂດຍ​ໂຮຍ​ໃຫ້​ສູງ​ປະມານ 1-2ນີ້ວ ຫລື ສູງ​ຈາກ​ພື້ນກະ­ຕ່າ 2ຊ່ອງ​ວ່າງ​ໃຊ້​ໄມ້​ກົດລົງ​ໃຫ້​ແຫນ້ນ​ສຳ­ລັບ​ວັດ­ຖຸ​ອື່ນ​ກໍ່ເຮັດ​ຄື​ກັນ. 
   2. ຕັກ​ອາ­ຫານ​ເສີມ (ຜັກຕົບ) ມາ​ໃສ່​ໂດຍ​ໃຫ້​ຕິດ​ກັບ​ຂອບກະ­ຕ່າ​ຫນາ​ປະ­ມານ 1ນີ້ວ​ບໍ່​ໃຫ້ຫລາຍ​ເກີນ​ໄປ​ເພາະ​ຈະ​ເຮັດ​ໃຫ້ ເຫັດ​ເນົ່າ​ເຊື້ອ​ເຫັດ​ບໍ່​ຈະ­ເລີນ​ດີ. 
   3. ນຳ​ເຊື້ອ​ເຫັດ​ອອກ​ຈາກ​ຖົງປະ­ສົມ​ກັບ​ແປ້ງ​ສາ­ລີ 1ບ່ວງແລ້ວ​ແບ່ງ​ເປັນ 3ສ່ວນ. ເອົາເຊື້ອ​ເຫັດ​ສ່ວນ​ທີ 1ມາ​ໃສ່​ຊັ້ນ​ອາຫານ​ເສີມ  ໂດຍ​ແບ່ງ​ອອກ​ໃຫ້​ເປັນຕ່ອນ​ນ້ອຍໆ​ເທົ່າ​ຫົວ​ໂປ້​ມື​ໃຫ້ທົ່ວ.


   ຂັ້ນ​ຕອນ​ທີ 4 ແລະ 5 ເຮັດ​ຄືແບບ​ຂັ້ນ​ຕອນ​ທີ 1, 2, 3 ໂດຍ ຕອນ​ສຸດ​ທ້າຍ​ໂຮ່ຍ​ຂີ້​ເລື່ອຍ ຫລື ວັດ​ສະ​ດຸ​ອື່ນ​ຫນາ​ປະ­ມານ 1 ນິ້ວ ຕ່ໍາ​ກວ່າ​ປາກ​ກະ­ຕ່າ 1 ຝາ​ມື.


   ຫລັງ​ຈາກ​ເຮັດ​ຫມົດ​ຕາມ​ຂັ້ນຕອນ​ແລ້ວ​ກໍ່​ໃຫ້​ເອົາ​ນ້ຳ​ສະ­ອາດມາ​ຫົດ​ຈົນ​ຊຸ່ມ (ຫ້າມ​ໃຊ້​ນ້ໍາ​ປະປາ​ເພາະ​ມີ​ຄໍ​ລີນ, ນ້ຳ​ທີ່​ມີ​ລົດ ເຄັມ, ສົ້ມ​ຈະ​ເຮັດ​ໃຫ້​ເຊື້ອ​ເຫັດ​ບໍ່ອອກ­ດອກ​ຫລາຍ) ຈິ່ງ​ນໍາ​ມາ​ໄວ້ທີ່​ເຮືອນ​ເພາະ​ຖ້າ​ໃຊ​ສຸ່ມ​ໄມ້​ໃຜ່ແມ່ນ​ວາງ​ບໍ່​ໃຫ້​ກະ­ຕ່າ​ໃກ້​ເກີນ ໄປ​ຕ້ອງ​ຫ່າງ​ປະ­ມານ 1 ຄືບ. ຖ້າຢູ່​ໃນ​ໂຮງ​ເຮືອນ​ຕ້ອງ​ຄວບ​ຄຸມ ອຸນ­ຫະ­ພູມ​ໃຫ້​ຢູ່​ໃນ​ລະ­ຫວ່າງ 37-40 ອົງ­ສາ(1-8 ມື້) ແລະ ຕ້ອງ​ກວດ​ອຸນ­ຫະ­ພູມ​ໃຫ້​ໄດ້​ລະດັບ​ຢູ່​ສະ­ເຫມີ​ຫາກ​ອຸນ­ຫະ­ພູມ​ສູງຕ້ອງ​ເປີດ​ລະ­ບາຍ​ອາ­ກາດ​ກົງກັນ​ຂ້າມ​ຖ້າ​ອຸນ­ຫະ­ພູມ​ຕ່ໍາ​ຕ້ອງ ປິດ​ຜ້າ​ໃຫ້​ສະ­ຫນິດ​ໃຫ້​ສັງ­ເກດເບິ່ງ​ນ້ໍາ​ຢູ່​ພລາ​ສ​ຕິກ​ຄຸມ ຖ້າ​ເຫັນວ່າ​ມີ​ນ້ຳ​ຄ້າງ​ຖື​ວ່າ​ໃຊ້​ໄດ້ ຖ້າ​ບໍ່​ມີໃຫ້​ຫົດ​ນ້ໍາ​ອ້ອມ​ໂຮງ​ເຮືອນ​ໃຫ້ ຊຸ່ມ.


   ຫລັງ​ຈາກ​ນັ້ນ ປະ­ມານ​ມື້​ທີ 8 ຂອງ​ການ​ເພາະ​ຈະ​ເຫັນ​ເຊື້ອ ເຫັດ​ສີ­ຂາວ​ເກີດ​ຂຶ້ນ​ແຕ່​ບໍ່​ຕ້ອງເປີດ​ຜ້າ​ເພາະ​ຈະ​ເຮັດ​ໃຫ້​ເຊື້ອ ເຫັດ​ຟໍ ແລະ ຢຸດ​ການ​ຈະ­ເລີນເຕີບ​ໂຕຕ້ອງ​ປະ​ໄວ້​ປະ­ມານ 10-11 ມື້ ຈາກ​ນັ້ນ​ຈິ່ງ​ຄ່ອຍ​ເກັບ​ຜົນຜະ­ລິດ​ໄດ້. 
   ວິ­ທີ​ການ​ເກັບ: ແມ່ນ​ໃຊ້​ປາຍມີດ­ຕັດ​ຕົ້ນ​ເຫັດ ເຊິ່ງ​ເລືອກ​ເອົາດອກ​ທີ່​ໃຫຍ່ ໂດຍ​ພະ­ຍາ­ຍາມ​ບໍ່ ໃຫ້​ຖືກ​ດອກ​ທີ່​ຍັງ​ເຫລືອ ເຊິ່ງຈະ​ເຮັດ​ໃຫ້​ເຫັດ​ຟໍ​ຢຸດ​ການ​ຈະເລີນ​ເຕີບ​ໂຕ​ສາ­ມາດ​ເກັບ​ໄດ້ 2-5 ຄັ້ງ, ທັງ​ນີ້ ກໍ່​ຂຶ້ນ​ວັດ​ສະ​ດຸໃນ​ການ​ປູກ ແລະ ວິ­ທີ​ການ​ຮັກສາ ເຊິ່ງ​ກະ­ຕ່າ​ຫນຶ່ງ​ເກັບ​ເຫັດ​ໄດ້ປະ­ມານ1-2 ກິ​ໂລ.

ເຫັດ​ເຟືອງ ການ​ປູກ​ເຫັດ​ເຟືອງ ວິ​ທີ​ການ​ປູກ​ເຫັດ​ເຟືອງ ຂັ້ນ​ຕອນ ແລະ ວິ​ທີ​ການ​ປູກ​ເຫັດ​ເຟືອງ ການ​ປູກ​ເຫັດ​ເຟືອງ​ໃສ່​ກະ​ຕ່າ ເຫັດ​ເຟືອງ ກິນ​ເຫັດ ປູກ​ເຫັດ ລ້ຽງ​ເຫັດ

ເຫັດ​ເຟືອງ ການ​ປູກ​ເຫັດ​ເຟືອງ ວິ​ທີ​ການ​ປູກ​ເຫັດ​ເຟືອງ ຂັ້ນ​ຕອນ ແລະ ວິ​ທີ​ການ​ປູກ​ເຫັດ​ເຟືອງ ການ​ປູກ​ເຫັດ​ເຟືອງ​ໃສ່​ກະ​ຕ່າ ເຫັດ​ເຟືອງ ກິນ​ເຫັດ ປູກ​ເຫັດ ລ້ຽງ​ເຫັດ

ເຫັດ​ເຟືອງ ການ​ປູກ​ເຫັດ​ເຟືອງ ວິ​ທີ​ການ​ປູກ​ເຫັດ​ເຟືອງ ຂັ້ນ​ຕອນ ແລະ ວິ​ທີ​ການ​ປູກ​ເຫັດ​ເຟືອງ ການ​ປູກ​ເຫັດ​ເຟືອງ​ໃສ່​ກະ​ຕ່າ ເຫັດ​ເຟືອງ ກິນ​ເຫັດ ປູກ​ເຫັດ ລ້ຽງ​ເຫັດ



ທີ່​ມາ:

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ