google-site-verification: google0d91bc93cfc88895.html ລັກສະນະທົ່ວໄປ ແລະ ວົງຈອນຊີວິດຂອງເຊື້ອຣາສະກຸນ Phytophthora - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 18, 2019

ລັກສະນະທົ່ວໄປ ແລະ ວົງຈອນຊີວິດຂອງເຊື້ອຣາສະກຸນ Phytophthora


ເຊື້ອຣາ​ສະກຸນ phytophthora ​ເປັນສະກຸນ​ນຶ່ງບັນຈຸ​ຢູ່​ໃນ 9 ສະກຸນ​ທີ່​ເປັນ​ສາຍ​ເຫດກໍ່​ໃຫ້​ເກີດ​ພະຍາດ​ພືດ ​ໃນ​​ເຫຼົ່າ Oomycetes ​​ເຊິ່ງ​ມີ​ລັກສະນະ​ຮູບ​ຮ່າງ ​ແລະ ຈະ​ເລີ​ນ​ເຕີບ​ໂຕ​ຄ້າຍຄື​ເຊື້ອຣາ (Fungus-like) ​ແລະ ຖືກ​ກໍານົດ​ໃຫ້​ເປັນ​ພວກ Stramenopiles ​ເຊິ່ງ​ແມ່ນພວກ​ທີ່​ສ້າງ Zoospore ມີ​ຫາງ 2 ຫາງ ທີ່​ມີ​ຄວາມ​ຍາວ​ບໍ່​ເທົ່າ​ກັນ, ການ​ສ້າງ Zoospore ຂອງ​ເຊື້ອຣາ​ສະກຸນ Phytophthora ເກີດ​ຈາກ​ການ​ແບ່ງ​ຕົວ​ຂອງທາດ​ຈຸ​ລັງ (Cytoplasm) ພາຍ​ໃນ Sporangia, Zoospore ບໍ່ມີຂອບ​ຈຸ​ລັງ (Cell wall) ​ແຕ່​ມີເຈ້ຍ​ຫຸ້ມ​ຈຸ​ລັງ (Plasmamembrane) ​ເມື່ອ Zoospore ລອຍ​ນໍ້າ ຫຼື ​ເຄື່ອນ​ທີ່​ໄປ​ພົບ​ຕົ້ນພືດ​ກາ​ຝາກ​ຈະ​ປ່ອຍ​ຫາງ​ຖີ້ມ ​ແລະ ​ເຂົ້າປໍ້ (Encyst) ພ້ອມກັບ​ມີ​ການ​ສ້າງຂອບ​ຈຸ​ລັງທີ່​ມີ​ສ່ວນ​ປະກອບ​ຂອງ​ເຊ​ລລຸຍ​ໂລ​ສ (Cellulose) ພາຍ​ໃນ 5-10 ນາທີ ສະ​ປໍ​ຈະ​​ແຕກ​ງອກ​ເປັນ​ເສັ້ນ​​ໄຍ​ແລ້ວ​ເຂົ້າທໍາລາຍ​ພືດ​ໂດຍ​ກົງ, ວົງ​ຈອນ​ຊີວິດ​ຂອງເຊື້ອຣາ​ສະກຸນ  Phytophthora ມີ​ປະມານ 50% ຂອງ​ຊະນິດ ​ແມ່ນ​ເປັນ​ພວກ​ປະສົມ​ຕົວ​ເອງ (Homothallic) ​ເມື່ອ​ມັນ​ເຂົ້າທໍາລາຍ​ພືດແລ້ວ ​ຈະ​ມີ​ການ​ປະສົມພັນ​ດ້ວຍ​ຕົວ​ເອງ​ເກີດ​ເປັນ Oospores ທີ່​ມີ​ຂອບ​ຈຸ​ລັງໜາຢູ່​ພາຍ​ໃນ​ແພ​ຈຸ​ລັງພືດ, ສ່ວນ​ທີ່​ເຫຼືອ​ເປັນ​ພວກ​ທີ່​ມີ​ຄູ່​ປະສົມ​ພັນ​ຕ່າງ​ກັນ (Heterothallic) ລະຫວ່າງ 2 ​ເຊື້ອບວກ ​ແລະ ​ເຊື້ອລົບ (A1 ​ແລະ A2) ​ເມື່ອ​ປະສົມ​ເຂົ້າກັນ​ແລ້ວ​ຈະ​ເກີດ​ເປັນ Oospores ​ ​ມີ​ຄວາມ​​ທົນທານ​ຕໍ່ສະພາບ​ແວດ​ລ້ອມທີ່​ບໍ່​ເໝາະສົມໄດ້​ດີ ​ແລະ ​ມີ​ຊີວິດ​ຢູ່​​ຕາມ​ຊາກເສດ​ພືດ ຫຼື ທາດ​ອົງຄະ​ທາດ​ໃນ​ດິນໄດ້ຫຼາຍປີ ​ແລະ ມັນ​ເປັນ​ສ່ວນ​ຂະຫຍາຍ​ພັນ​ທີ່​ມີ​ອາຍຸ​ຍາວ​ກວ່າ​ສະ​ປໍ​ຊະນິດ​ອື່ນ. ນອກຈາກ​ Oospores ​ແລ້ວ ການ​ປະສົມ​ພັນ​ທີ່​ບໍ່ອາ​ໃສ​ເພດທີ່ຖືກ​ສ້າງ​ຂຶ້ນ​ເປັນ​ຈໍານວນ​ຫຼາຍ​ໃນ​ພືດ​ກາ​ຝາກ ​ເຊັ່ນ: Sporangia ຂອງ Phytophthora ບາງ​ຊະນິດ ​ເມື່ອ​ແກ່ແລ້ວ ສະ​ປໍ​ຈະ​ຫຼຸດອອກ​ຈາກ​ກ້ານ​ໄດ້​ງ່າຍ ​ເຮັດ​ໃຫ້​ສາມາດ​ແພ່ກະຈາຍ​ໄປ​ຕາມ​ສາຍ​ລົມ​ໄດ້​ໄກ, ສ່ວນ Sporangia ທີ່ບໍ່ຫຼຸດອອກ​ຈາກ​ກ້ານ​ແມ່ນ​ອາ​ໃສ​ນໍ້າ​ເປັນ​ໂຕ​ພາ​ໄປ, ການ​ເຄື່ອນທີ່​ຂອງ Zoospores ທີ່​ມີ​ສອງ​ຫາງສາ​ມາດລອຍ​ນໍ້າ​ໄປ​ຕາມ​ແຮງ​ດຶງ​ດູດ​ຂອງ​ສານ​ເຄມີ​ ທີ່​ປ່ອຍ​ອອກ​ມາ​ຈາກ​ຮາກ​ພືດ​ທີ່​ເກີດ​ຢູ່​ໃນ​ບໍລິ​ເວນ​ນັ້ນ. ​ເຊື້ອຣາ​ສະກຸນ Phytophthora ປ່ຽນ​ແປງ​ລັກສະນະ​ຮູບ​ຮ່າງ​ໄດ້​ 4 ​ແບບ​ເມື່ອອາ​ໃສ​ຢູ່​ໃນ​ທໍາມະຊາດຄື: Sporangia, Zoospores, Chlamydospores, Oospores ສ່ວນ​ຫຼາຍ​ແມ່ນ​ອາ​ໃສ​ຢູ່​ດິນແລະ ຊາກ​ເສດ​ພືດ​ຕ່າງໆ ​ເຊິ່ງ Chlamydospores, Oospores ​ແມ່ນ​ຈະ​ຢູ່​ຂ້າມ​ລະດູ​ (ທະວີ ສະກຸນ​ສິລິ, 2549). ການ​ສືບ​ພັນ​ຂອງ​ເຊື້ອຣາ ມີ 2 ​ແບບ​ຄື: ​ແບບ​ອາ​ໃສ​ເພດ ​ແລະ ບໍ່​ອາ​ໃສ​ເພດ ຖ້າ​ມີສາຍບວກ ​ແລະ ສາຍ​ລົບ (​ເພດ​ຜູ້ ​ແລະ ​ເພດ​ແມ່) ຢູ່​ໃນ​ໂຄ​ໂລ​ນີດຽວກັນ, ການ​ສືບ​ພັນ​ທັງ​ສອງ​ແບບ​ເກີດ​ຂຶ້ນ​ໄດ້​ງາຍ​ເຊິ່ງ​ເອີ້ນ​ເຊື້ອຣາ​ພວກ​ນີ້ວ່າ Homothallic fungus  ​ແລະ ອີກ​ພວກນຶ່ງ​ແມ່ນມີສາຍບວກ ​ແລະ ສາຍ​ລົບຕ່າງ​ໂຄ​ໂລ​ນີກັນ​ ການ​ປະສົມ​ພັນ​ຈະ​ເກີດ​ຂຶ້ນ​ໄດ້​ຕ້ອງ​ມີ​ການ​ຊັກ​ນໍາ​ເຊັ່ນ: ການ​ນໍາ​ມາ​ລ້ຽງ​ໃນ​ອາຫານ​ລ້ຽງ​ເຊື້ອ​ຢູ່​ຫ້ອງ​ທົດ​ລອງ​ເຊິ່ງ​ເອີ້ນ​ເຊື້ອຣາ​ພວກ​ນີ້ວ່າ Heterothallic fungus (ວິ​ໄຈ ຮັກ​ວິທະຍາສາດ, 2546).



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ