ຊື່ວິທະຍາສາດ: Zanthoxylum limonella
ຊື່ທົ່ວໄປເປັນພາສາ ອັງກິດ: Indian ivy-rue, Prickly ash, Sichuan pepper
ຂ້ອຍແມ່ນຕົ້ນໝາກແຄ່ນ ເປັນໄມ້ຢືນຕົ້ນ ມີອາຍຸຫຼາຍປີ, ຕາມເປືອກ ຂອງລຳຕົ້ນແລະ ກິ່ງງ່າຂອງຂ້ອຍເຕັມແຕ່ໜາມ ທັງແຂງທັງແຫຼມ, ຄວາມພິເສດອີກອັນໜຶ່ງຂອງຂ້ອຍແມ່ນທຸກພາກສ່ວນຂອງຕົ້ນມີກິ່ນຫອມ, ມີລົດຊາດເຜັດ ແລະ ຮຶນ. ຂ້ອຍມີການກະຈາຍພັນຢູ່ປະເທດລາວ, ຫວຽດນາມ, ໄທ, ກຳບູເຈຍ, ອິນເດຍ ແລະ ຈີນ.ຊະນິດອື່ນນອນໃນສະກຸນດຽວກັນ ກໍ່ມີຈຳນວນບໍ່ຫນ້ອຍ ທີ່ພົບຢູ່ ບ່ອນທີ່ມີອາກາດຮ້ອນ ໃນເຂດອົບອຸ່ນ ແລະ ເຂດພູມອາກາດເກືອບຮ້ອນ ແລະ ຊຸ່ມໃນທົ່ວໂລກ.ສຳລັບປະເທດລາວພົບຫຼາຍຢູ່ທີ່ພາກເໜືອ ຕັ້ງແຕ່ແຂວງຫຼວງພະບາງຈົນເຖິງແຂວງຜົ້ງສາລີ ຂ້ອຍມັກເກີດຕາມປ່າເຫຼົ່າ, ໄຮ່ຮ້າງ ຫຼື ເກີດປົນກັບຕົ້ນເຂົ້າຢູ່ຕາມໄຮ່ໃໝ່.ຂ້ອຍມີລຳຕົ້ນ ສູງ 7-10 ມ. ເສັ້ນຜ່າ ກາງ 15-20 ຊມ. ໃບ ແມ່ນໃບປະສົມແບບຂົນນົກ, ມີ 5-23 ຄູ່, ເນື້ອໃບມີຈຸດຕ່ອມນ້ຳມັນ ໃສໆ ແລະ ສ່ອງຊອດແຈກຢາຍຢູ່ທົ່ວໆ ຄຽງຄູ່ໄປກັບຂົນແຂງດົກໜາ ແລະ ໃບຍ່ອຍຍາວ 3-8 ຊມ, ກ້ວາງ 2-4 ຊມມີຂອບເປັນແສກຕື້ນແບບແຂ້ວເລື່ອຍ. ດອກສີຂາວ ອອກເປັນຊໍ່ເກີດຢູ່ປາຍຍອດ ຫຼືຫຼືບໃບ. ໝາກອ່ອນມີສີຂຽວ, ເມື່ອແກ່ແລ້ວ ອອກສີດຳ, ເວລາ ແຫ້ງໝາກຈະແຕກເປັນປ່ຽງບໍ່ເທົ່າກັນ ແລະ ແກ່ນກໍຍັງຫ້ອຍຢູ່ນຳດ້ວຍໄລຍະໜຶ່ງກ່ອນຈະຕົກລົ່ນອອກຢ່າງຊິ້ນເຊີງ. ຖ້າໝາກແຫ້ງເທົ່າໃດຍິ່ງມີຄວາມຫອມ ແລະ ມີລົດຊາດຮຶນ ແລະເຜັດເທົ່ານັ້ນ ຊຶ່ງເປັນ ເອກກະລັກຂອງຂ້ອຍ ທີ່ຜູ້ຄົນນິຍົມແຕ່ໃດໆມາ. ດອກອອກໃນເດືອນກໍລະກົດເຖິງເດືອນສິງຫາ. ໝາກອອກໃນເດືອນກັນຍາ ເຖິງເດືອນ ຕຸລາ.ຕົ້ນໝາກແຄ່ນເປັນທີ່ຮູ້ຈັກດີຂອງ ຊາວລາວພາກເໜືອເຊັ່ນເພິ່ນນຳໃຊ້ຂ້ອຍເປັນຢາຫຼາຍຢ່າງດັ່ງ: ນຳໃຊ້ຮາກ ເປັນຢາປົວແຂ້ວແມງ ໂດຍຖາກເອົາເປືອກຮາກມາຫຍ້ຳອົມໄວ້ໄລຍະໜຶ່ງ; ຮາກ, ເປືອກ ແລະ ໃບ ຍັງໃຊ້ເປັນຢາປົວປະດົງຂໍ້ອີກ, ໃບໃຊ້ເປັນຢາແກ້ພິດດ້ວຍການຕົ້ມອາບ. ນອກຈາກນັ້ນ ຍັງນຳໃຊ້ປຸງແຕ່ງອາຫານເຊິ່ງເປັນເອກກະລັກຂອງຊາວພາກເໜືອ ຄື: ໃບອ່ອນໃຊ້ກັບລາບ ກັບກ້ອຍ ແລະ ໃຊ້ຫໍ່ໝົກປະເພດຊີ້ນເປັນສ່ວນຫຼາຍ. ໝາກໃຊ້ປຸງແຕ່ງແຈ່ວ, ປຸງແຕ່ງອາຫານປະເພດໝົກ ແລະ ປະເພດເອາະຫຼາມ ດັ່ງນີ້ເປັນຕົ້ນ.
ຫມາກແຄ່ນ |
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ