google-site-verification: google0d91bc93cfc88895.html ຕົ້ນ ດອກແຄຂົນ [Ton Khae Khon] - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, August 06, 2019

ຕົ້ນ ດອກແຄຂົນ [Ton Khae Khon]


ຕົ້ນ ດອກແຄຂົນ [Ton Khae Khon]
ຊື່ວິທະຍາສາດ: Markhamia stipulata
Markhamia stipulata tree
Scientific classification
Kingdom:
(unranked):
(unranked):
(unranked):
Order:
Family:
Tribe:
Genus:
Species:
M. stipulata
Synonyms[1]
  • Bignonia stipulate (Wall.) Roxb.
  • Dolichandrone cauda-felina (Hance) Benth. ex Hemsl.
  • Dolichandrone stipulata (Wall.) Benth. ex C.B.Clarke
  • Markhamia cauda-felina (Hance) Craib
  • Markhamia indica P.H. Hô
  • Markhamia pierrei Dop
  • Markhamia stipulata (Wall.) Seem. ex K. Schum.
  • Spathodea cauda-Felina Hance
  • Spathodea stipulata Wall.
  • Spathodea velutina Kurz

ຂ້ອຍແມ່ນຕົ້ນດອກແຄຂົນ ເປັນໄມ້ຢືນຕົ້ນ, ມີອາຍຸຫຼາຍປີ ແລະ ມີການກະຈາຍພັນຢູ່ປະເທດລາວ, ຫວຽດນາມ, ກຳປູເຈຍ, ໄທ, ມ່ຽນມ້າ, ພາກໃຕ້ຂອງຈີນ ແລະອິນເດຍ. ຂ້ອຍມັກເກີດຕາມປ່າໂຄກ, ປ່າປະສົມ ແລະ ປ່າດົງດິບອີກ. ລຳຕົ້ນຂອງຂ້ອຍ ສູງ 10-15 ມ, ເສັ້ນຜ່າກາງ 50-80 ຊມ, ເປືອກລຽບ ອອກສີເທົາແກມເຫຼືອງ. ໃບ ແມ່ນໃບປະສົມແບບຂົນນົກ ປາຍຄີກ, ຍາວ 23-25 ຊມ, ໃບຍ່ອຍມີຮູບຂອບຂະໜານແກມຮູບຫອກ, ປາຍໃບແຫຼມ, ກົກໃບມົນ, ກ້ານໃບຍ່ອຍ ຍາວ 1 ຫາ 4 ຊມ.ພິເສດ ໃບອ່ອນ ມີຂົນດົກໜາ ກວ່າສ່ວນອ່ືນໆ ທັງໃບຍ່ອຍອ່ອນກໍ່ໂກບງໍເຂົ້າຫາກັນຕ່າງຈາກ ຊະນິດອື່ນໃນຕະກຸນດຽວກັນ. ດອກ ອອກເປັນຊໍ່ ຍາວ 4-5 ຊມ. ດອກຈູມອອກສີແດງອົມມ້ວງ ແກມເຫຼືອງ, ເວລາບານ ຈຶ່ງອອກສີເຫຼືອງເຂັ້ມ ຫຼື ເຫຼືອງຈືດໆ.ກາບດອກ ມີ 5 ກາບ, ຕີນກາບດອກ ເຊື່ອມຕິດ ກັນເປັນ ຫຼອດ ຮູບກະດິ່ງ ແລະ ກີບດອກ ມີ 5 ກີບ ເຊື່ອມຕິດກັນເປັນຫຼອດ ຮູບກະດິ່ງເຊັ່ນດຽວ, ສ່ວນປາຍສຸດຂອງກີບດອກ ແຍກເປັນ 5 ແສກ ບິດບ້ຽວ ບໍ່ເທົ່າກັນ, ເກສອນຜູ້ມີ 4 ອັນ. ເຕົ້າໄຂ່ ໜຶ່ງອັນ.ໝາກ ເປັນຝັກຍາວແປ, ຍາວ 40-50 ຊມ, ໝາກຂອງຂ້ອຍ ເວລາແກ່ ມີຂົນແລບດົກໜາເປັນຈຸ້ມໆ, ໝາກ ມີສີຂ້ອນຂ້າງສີກ່ຳເປື້ອນ ເຮັດໃຫ້ຜູ້ຄົນຍ່າງ ກາຍເວລາເຫັນຂ້ອຍ ນອກເສຍຈາກວ່າ ເຄີຍໄດ້ຮູ້ຈັກລົດຊາດຂອງຂ້ອຍແລ້ວ, ເວລາແກ່ ມັນຈະແຕກ ອອກເປັນ 2 ປ່ຽງ. ແກ່ນ ມີປີກບາງສີຂາວຫຸ້ມໄວ້. ຂ້ອຍອອກດອກເດືອນກັນຍາເຖິງເດືອນທັນວາ. ໝາກແກ່ ເດືອນກຸມພາ ເຖິງເດືອນມີນາ ຊຶ່ງຈະເຫັນແມ່ຄ້າມາຈາກຊົນນະບົດໂດຍສະເພາະ ວາງຂ້ອຍຂາຍຢູ່ຕາມ ທ້ອງຕະຫຼາດ. ຂ້ອຍມີປະໂຫຍດຫຼາຍຢ່າງ ເຊັ່ນ: ໃຊ້ເປັນຢາ ໂດຍຖາກເອົາ ເປືອກຂອງລຳຕົ້ນມາອົມເພື່ອປົວອາການປາກເປັນກາງ, ແຊ່ເປືອກດິບ ແລ້ວກິນເປັນຢາປົວອາການເຫຼືອງ.ສ່ວນດອກ ເພິ່ນເອົາມາປຸງແຕ່ງອາຫານເອກກະລັກຢ່າງໜຶ່ງ ເຊັ່ນ ໜຶ້ງດອກແລ້ວຊຸບ ປະສົມກັບຜັກອື່ນ ຫຼື ຊຸບ ແຕ່ມັນ,ປຸງແຕ່ງເປັນແຈ່ວ, ຕຳໃສ່ຂີງແລ້ວຂົ້ວ ຫຼື ເຮັດອົ່ວດອກແຄ ຊຶ່ງ ເປັນອາຫານທີ່ແຊບຊ້ອຍ ແລະ ຮູ້ກັນຢ່າງກວ້າງຂວາງ. ສ່ວນໝາກເພິ່ນເອົາມາເຜົາແລ້ວຕໍາແຈ່ວເຊັ່ນດຽວກັນ. ນອກຈາກທີ່ເປັນຜັກ ທີ່ຊາວລາວ ມັກບໍລິໂພກແລ້ວຊຸມຊົນໃນເຂດພາກອີ່ສານຂອງ ປະເທດໄທ ກໍນິຍົມບໍລິໂພກດອກແຄເຊັ່ນດຽວກັນ.






No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ