google-site-verification: google0d91bc93cfc88895.html ຕົ້ນ ແຂມ Thysanolaena latifolia - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 18, 2019

ຕົ້ນ ແຂມ Thysanolaena latifolia



ຕົ້ນ ແຂມ [Ton Khaem]
ຊື່ວິທະຍາສາດ: Thysanolaena latifolia
ຊື່ທົ່ວໄປເປັນພາສາ ອັງກິດ: tiger grass, broom grass

ຕົ້ນແຂມ ມີການກະຈາຍພັນຢູ່ ປະເທດ ອິນເດຍ, ຈີນ, ມ່ຽນມ້າ, ໄທ, ລາວ, ຫວຽດນາມ, ກຳບູເຈຍ, ມາເລເຊຍ ແລະ ຟີລິບປິນ.

ຕົ້ນແຂມ ເປັນພືດຫຍ້າອາຍຸຫຼາຍປີ, ຢູ່ໃນຕະກຸນດຽວກັນກັບ ພວກຕົ້ນໄຜ່, ຕົ້ນເຂົ້າ ແລະ ຫຍ້າແຜດ. ລໍາຕົ້ນເກີດເປັນສຸມ, ມີເຫງົ້າໃຕ້ດິນ, ລຳຕົ້ນເປັນທໍ່ກົມໂກນກາງ, ມີຂໍ້ ແລະ ປ້ອງ ຊຶ່ງປົກຫຸ້ມດ້ວຍຂົນ ສີຂາວ ແກມສີທອງ. ຂ້ອຍມີການກະຈາຍພັນຢູ່ ຫຼາຍປະເທດ ຄື: ອິນເດຍ, ຈີນ, ມ່ຽນມ້າ, ໄທ, ລາວ, ຫວຽດນາມ, ກຳບູເຈຍ,ມາເລເຊຍ ແລະ ຟີລິບປິນ. ຂ້ອຍມັກເກີດຕາມປ່າເຫຼົ່າ, ຕາມເຈີ້ຍພູ, ຕາມແຄມແມ່ນ້ຳບ່ອນມີດິນຊຸດໂຊມ. ລຳຕົ້ນຂອງຂ້ອຍ ສູງ 3-4 ມ. ໃບ ເປັນໃບດ່ຽວ, ຮຽງສະຫຼັບກັນ,ເນື້ອໃບທັງຫຍາບ ທັງແຂງ, ຂອບໃບເປັນແສກໆ, ປາຍໃບແຫຼມ, ກົກໃບມົນ ຫຼື ເປັນຮູບຫົວໃຈ, ໃບ ເປັນແຜ່ນ ຮູບແຂບ, ຍາວ 25-55 ຊມ., ກ້ວາງ 4-7 ຊມ. ກາບໃບ ກ້ຽງແລະ ຫຸ້ມເອົາລຳ. ດອກ ອອກເປັນຊໍ່ ຂະໝາດໃຫຍ່, ອອກຢູ່ປາຍຍອດ. ດອກອອກໃນເດືອນຕຸລາ ເຖິງເດືອນທັນວາ. ໝາກອອກໃນເດືອນທັນວາ ແກ່ໃນເດືອນມັງກອນເຖິງເດືອນກຸມພາ. ເຖິງວ່າ ຕົ້ນແຂມເປັນພືດທີ່ເກີດໃນປ່າກໍ່ຕາມ ຕົ້ນນີ້ ຍັງມີການຕິດພັນກັບການດຳລົງຊີວິດຂອງຄົນຊາວເອເຊຍມາແຕ່ຊ້ານານ. ຂ້ອຍຄິດວ່າ ຢູ່ໃນເຮືອນຊານຂອງພວກເຈົ້າ ຕ້ອງມີຟອຍກວດ ທີ່ເຮັດດ້ວຍຕົ້ນແຂມ ແລະ ແມ່ນຊໍ່ດອກ ແລະກ້ານຊໍ່ດອກອີກ ທີ່ເພິ່ນໄດ້ນຳມາມັດເຂົ້າກັນ ເຮັດຟອຍກວາດຕາມຫຼາຍແບບອີງຕາມຮີດຂອງຄົນ ພາກໃຕ້ ຫຼື ພາກເໜືອ ເພື່ອການໃຊ້ໃນຄອບຄົວ ແລະ ຂາຍເປັນສິນຄ້າ,ອັນເປັນການສ້າງລາຍໄດ້ໃຫ້ແກ່ຊຸມຊົນຊາວຊົນນະບົດ ຫຼາຍພໍສົມຄວນ. ນອກນັ້ນຊໍ່ດອກແຂມ ຍັງເປັນສິນຄ້າສົ່ງອອກ ໄປປະເທດໄກ້ຄຽງ ເພ່ືອ ປຸງແຕ່ງເປັນຟອຍກວດຕາມຮູບແບບຂອງເຂົາເຈົ້າເອງ. ໜໍ່ອ່ອນຍັງນຳມາປຸງແຕ່ງເປັນອາຫານ ເຊັ່ນ: ເຮັດແກງ, ເຮັດຊຸບ ແລະ ຕົ້ມກັບແຈ່ວ. ພ້ອມກັນນັ້ນ ເພິ່ນຍັງໃຊ້ຍອດອ່ອນ ແລະ ໃບ ລ້ຽງ
ສັດ ເຊັ່ນ: ງົວ, ຄວາຍ. ສຸດທ້າຍ ຕົ້ນແຂມຍັງຖືກນຳມາປູກເປັນໄມ້ປະດັບ ປະສົມກັບພັນພືດໄມ້ ປະດັບປະເພດອື່ນໄດ້ຢ່າງກົມກຽວທີ່ສຸດ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ