ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som]
ຊື່ວິທະຍາສາດ: Cratoxylum formosum
ຊື່ທ້ອງຖິ່ນ:
- Laotian: ໄມ້ຕີ້ວ [mâi tȋːw]
- Malay: mampat
- Thai: ผักติ้ว Phak tiu
- Vietnamese: thành ngạnh đẹp (subsp. prunifolium : thành ngạnh vàng)
| Scientific classification | |
|---|---|
| Kingdom: | Plantae |
| Clade: | Angiosperms |
| Clade: | Eudicots |
| Clade: | Rosids |
| Order: | Malpighiales |
| Family: | Hypericaceae |
| Genus: | Cratoxylum |
| Species: |
C. formosum
|
| Binomial name | |
| Cratoxylum formosum
Benth. & Hook. f. ex Dyer
| |
ຕົ້ນຜັກຕິ້ວສົ້ມ, ເປັນໄມ້ຢືນຕົ້ນທີ່ມີອາຫຼາຍປີ, ມີເນື້ອໄມ້ແຂງແກ່ນ, ເປືອກລຳຕົ້ນມີໝາມແຂງ ແລະ ມີຢາງສີແດງ. ໃບອອ່ນ ອອກສີນ້ຳຕານແດງ ມີລົດສົ້ມສະນັ້ນຈິ່ງເອີ້ນວ່າຕິ້ວສົ້ມເພື່ອຈຳແນກ ອອກຈາກ ຊະນິດໜຶ່ງອີກ ຊຶ່ງເອີ້ນວ່າຕົ້ນຕິ້ວຂົນ. ຂ້ອຍມີການກະຈາຍພັນຢູ່ຫຼາຍປະເທດຄື: ລາວ, ກຳບູເຈຍ, ມາເລເຊຍ, ໄທ, ອິນໂດເນເຊຍ,ຈີນ, ຫວຽດ ນາມ, ບຼູໄນ, ຟີລິບປິນ, ສິງກະໂປ ແລະ ມ່ຽນມ້າ. ສະພາບແວດລ້ອມທີ່ຂ້ອຍມັກເກີດ ແມ່ນຢູ່ໃນປ່າປະສົມ, ປ່າດົງດິບແລ້ງ ແລະ ບາງຄັ້ງພົບຕາມປ່າໂຄກ.ລໍາຕົ້ນຂອງຂ້ອຍສູງ 10-15 ມ, ເສັ້ນຜ່າກາງ 40-50 ຊມ. ໃບ ແມ່ນໃບດ່ຽວ ຈັບພາບກັນ, ໃບ ມີຮູບສ້ວຍ, ໃບໜາ ແລະ ໜຽວ, ຜິວໃບກ້ຽງ, ຂອບໃບລຽບ, ປາຍໃບແຫຼມ.ຂະໜາດໃບຍາວ 9-16.5 ຊມ, ກ້ວາງ 4-4.7 ຊມ. ດອກ ອອກເປັນຊໍ່ ເກີດຕາມຫຼືບໃບ, ຕາມກິ່ງ, ດອກ ສີຂາວແກມສີບົວ. ໝາກ ມີຮູບສ້ວຍ, ຍາວ 1-1.6 ຊມ, ເສັ້ນຜ່າກາງ 0.4-0.6 ຊມ. ກາບດອກຕິດຢູ່ນຳໝາກເລີຍຈົນກ່ວາໝາກຈະແກ່ ແລະ ແຫ້ງຄາຕົ້ນເລີຍ. ດອກ ອອກໃນເດືອນມີນາເຖິງເດືອນມິຖຸນາ. ໝາກ ອອກໃນເດືອນກໍລະກົດເຖິງເດືອນຕຸລາ. ໃບອ່ອນ ແລະ ຍອດອ່ອນຂອງຂ້ອຍກິນເປັນຜັກກັບລາບກັບກ້ອຍ,ພັນເຂົ້າປຸ້ນ ແລະ ປຸງໃສ່ແກງເພື່ອເອົາລົດສົ້ມ. ນອກຈາກໃຊ້ເປັນຜັກແລ້ວ ຮາກ ແລະໃບ ຍັງໃຊ້ຕົ້ມກິນ ເປັນຢາຊ່ວຍຍ່ອຍອາຫານ, ຢາກິນເຂົ້າແຊບ, ແກ້ອາການອິດເມື່ອຍຫຼັງຄອດລູກ. ໃບ ຕຳປະສົມນ້ຳມັນໝາກພ້າວ ໃຊ້ທາແກ້ໂລກຜິວໜັງ. ສ່ວນ ຢາງຈາກເປືອກລຳຕົ້ນ ໃຊ້ທາແກ້ຕຸ່ມຄັນຄາຍ ແລະ ໃຊ້ເປັນສີຍ້ອມຜ້ານຳອີກ.
![ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] ຊື່ວິທະຍາສາດ: Cratoxylum formosum ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] ຊື່ວິທະຍາສາດ: Cratoxylum formosum](https://blogger.googleusercontent.com/img/b/R29vZ2xl/AVvXsEhIqSBHVLreWR44926cUyjMrP2xRIWMcLyXV7oZ5D8JxV_2O-BK8cthWkeQ6SYtKWcJoPC6AthfrdqvashcHnZvZ-pKQ2WXGoEYsKqY88bLNYDSf6zX-Uq3PJaMqbztqhkHRHLLWBNG-InI/s640/%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599+%25E0%25BA%259C%25E0%25BA%25B1%25E0%25BA%2581%25E0%25BA%2595%25E0%25BA%25B4%25E0%25BB%2589%25E0%25BA%25A7%25E0%25BA%25AA%25E0%25BA%25BB%25E0%25BB%2589%25E0%25BA%25A1+%255BTon+Phak+Tew+Som%255D.jpg)
![ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] ຊື່ວິທະຍາສາດ: Cratoxylum formosum ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] ຊື່ວິທະຍາສາດ: Cratoxylum formosum](https://blogger.googleusercontent.com/img/b/R29vZ2xl/AVvXsEj8Q5TMf9R2-dxlkKE1QBLJuxHDGf7QNXY9hM-0VtVsXDLAD3sMd8eEXttkhA4teKyrxrwDN-TIh8d0MEdpYISKLTJn9R74AhXa6WTS4ZokR6Ohv_nafDIFLjLiXVArHPnWOe-HE_RkBpg8/s640/%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599%25E2%2580%258B%25E0%25BA%2595%25E0%25BA%25B4%25E0%25BB%2589%25E0%25BA%25A7.jpg)
![ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] ຊື່ວິທະຍາສາດ: Cratoxylum formosum ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] ຊື່ວິທະຍາສາດ: Cratoxylum formosum](https://blogger.googleusercontent.com/img/b/R29vZ2xl/AVvXsEgULc0BuSKnbp2tnGDC2Gtrxb5tqfJiUza56slAuJinlBh_dHwCjP8CLXzaMFXrx12lbE8Y5BFxzUn5P-4YyFcktmfsuGyzj0CmS6t23k_UVZLRRsK8KAoYB6VCna6-9ppcKNKEHBP5LHfa/s640/%25E0%25BB%2583%25E0%25BA%259A%25E2%2580%258B%25E0%25BA%2595%25E0%25BA%25B4%25E0%25BB%2589%25E0%25BA%25A7.jpg)
![ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] ຊື່ວິທະຍາສາດ: Cratoxylum formosum ຕົ້ນ ຜັກຕິ້ວສົ້ມ [Ton Phak Tew Som] ຊື່ວິທະຍາສາດ: Cratoxylum formosum](https://blogger.googleusercontent.com/img/b/R29vZ2xl/AVvXsEinArzOSiZoWWyqevA_HicU5Annvgdl_wnkz88dzFeTuM15dVnth3h7d5dLl1Xw2o3EH5j1GbG_0GAABfZ_Vi_mR_JBUlxQa0GUoEj9fd3n88jQadQRMemtrtPKhyphenhyphen2WOmu8vckmeBmV7_Mu/s640/%25E0%25BA%2594%25E0%25BA%25AD%25E0%25BA%2581%25E2%2580%258B%25E0%25BA%2595%25E0%25BA%25B4%25E0%25BB%2589%25E0%25BA%25A7.jpg)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ