google-site-verification: google0d91bc93cfc88895.html ການສືກສາພະຍາດພືດຢູ່ໃນໂລກ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 18, 2019

ການສືກສາພະຍາດພືດຢູ່ໃນໂລກ


ການ​ສືກສາທີ່ກ່ຽວຂ້ອງ
ມີນັກວິທະຍາສາດຫຼາຍທ່ານໄດ້ສືກສາພະຍາດພືດຢູ່ໃນໂລກ. ບັນດານັກຄົ້ນຄວ້າທີ່ສໍາຄັນມີ Alexopoulos, ​et al (1996) ໄດ້ສືກສາ ພືດອາໄສຂອງເຊື້ອຣາສະກຸນ Phytophthora ​ພົບ​ວ່າ ເຊື້ອຣາສະກຸນ Phytophthora ຫຼາຍຊະນິດເປັນ​ສາຍ​ເຫດ​ຂອງ​ພະຍາດຂອງ​ພືດຫຼາຍຊະນິດ​ ​ເຊິ່ງ​ເປັນ​ພະຍາດ​​ຂອງ​​ໄມ້​ເນື້ອອ່ອນ ​ແລະ ​ໄມ້​ເນື້ອ​ແຂງ ແລະ ມີຜົນກະທົບຕໍ່​ການ​ຜະລິດ​ຖົ່ວລຽນທົ່ວ​​ໂລກມີຫຼາຍນັກຄົ້ນຄວ້າທີ່ໄດ້ສືກສາພະຍາດພືດໃນເຂດອາຊີຕາເວັນອອກສຽງໃຕ້ເຊັ່ນ: ໄດ້ມີການສືກສາການບົ່ງມະຕິພະຍາດພືດກັບພືດອາໄສຫຼາຍຊະນິດ ພົບ​ວ່າພືດອາໄສຢູ່ຂອງເຊື້ອຣາສະກຸນ  Phytophthora  ມີຕົ້ນຖົ່ວລຽນ, ໂກໂກ້, ພິກ​ໄທ​ດໍາ, ໝາກນັດ, ມັນຝະລັ່ງ, ໝາກກ້ຽງ ​ແລະ ຢາ​ງພາລາ ໃນ​ປະ​ເທດ​ໄທ (Somsiri, et al., 2004). ໃນປີ 1908 ​ເຊື້ອຣາສະກຸນ Phytophthoraໄດ້​ທໍາລາຍ​ຕົ້ນໝາກພ້າວ ຢູ່​ປະ​ເທດ​ຟິ​ລິປິ​ນ (Portales, 2004)  ໃນປີດຽວກັນ Emer, O.G ແລະ ຄະນະໄດ້ສືກສາການບົ່ງມະຕິພະຍາດຂອງຕົ້ນໄມ້ ແລະ ຕົ້ນຖົ່ວລຽນພົບວ່າ ເຊື້ອຣາສະກຸນ  Phytophthora ​ແມ່​ນພະຍາດ​ເຫງົ້າ​ເນົ່າ​ຂອງ​ຕົ້ນໄມ້​​ ແລະ ຕົ້ນຖົ່ວລຽນ​ເຊິ່ງເປັນໝາກ​ໄມ້​ທີ່​ນິຍົມ​ປູກ​ຫຼາຍໃນ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້​ ແລະ ເປັນ​ພືດ​ທີ່​ສາມາ​ດ ສ້າງ​ລາຍຮັບ​ເຂົ້າປະ​ເທດ​​ໂດຍ​ສະ​ເພາະ​ແມ່ນ​ ປະ​ເທດອິນ​ໂດ​ເນ​ເຊຍ, ຟິລິປິ​ນ, ​ໄທ ​ແລະ ຫວຽດນາມ​ ແລະ ເປັນບັນຫາທີ່ສໍາຄັນຂອງການປູກຖົ່ວລຽນແມ່ນ ພະຍາດ​ເຂົ້າ​ທໍາລາຍ​ຕົ້ນຖົ່ວ ລຽນ ທີ່ເຮັດ​ໃຫ້​ຜົນ​ຜະລິດ​ຕົກ​ຕໍ່າ, ສາຍເຫດຕົ້ນຕໍແມ່ນເຊື້ອຣາ P. palmivora.
        ເຊື້ອຣາສະກຸນ  Phytophthora ໄດ້ສົ່ງຜົນກະທົບທາງດ້ານເສດເສດຖະກິດຢູ່​ໃນ​ເຂດອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ມີ ປະ​ເທດ​ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟິລິປິ​ນ ​ແລະ ປະ​ເທດ​ໄທ ​​ເຊື້ອຣາ​ສະກຸນ​ດັ່ງກ່າວ​ໄດ້​ທໍາລາຍ​ພືດ​ຫຼາຍຊະນິດ​ເປັນຕົ້ນແມ່ນຕົ້ນໂກໂກ້, ຕົ້ນຖົ່ວລຽນ, ຕົ້ນຢາງພາລາ, ຕົ້ນໝາກພ້າວ, ຕົ້ນໝາກພິກ​ໄທ, ຕົ້ນໝາກກ້ຽງ ​ແລະ ມັນຝະລັ່ງ (Drenth, A., Sendal, B., 2004) ແລະ ທັງເປັນ​ເປັນ​ສາຍ​ເຫດ​ພະຍາດ​ພືດ​ທີມີ​ພືດ​ກາ​ຝາກ​ຫຼາຍຊະນິດ ໃນປະ​ເທດ​ໄທ​ (Sangchot, ​et al., 2004), ດັ່ງ​ໃນຕາຕະລາງ​ທີ 3.



ຊະນິດຂອງເຊື້ອາສະກຸນ Phytophthora ແລະ ພືດອາໄສຂອງປະເທດໄທ
ນອກຈາກການສືກສາຄວາມຫຼາກຫຼາຍຂອງພະຍາດພືດແລ້ວ ຍັງໄດ້ມີການສືກສາສິ່ງ ແວດລ້ອມ ໂດຍສະເພາະແມ່ນ​ສະພາບ​ແວດ​ລ້ອມ​ທີ່ເໝາະສົມ​ຕໍ່ການ​ຂະຫຍາຍຕົວ​ຂອງ​ເຊື້ອ ຣາສະກຸນ Phytopthora ​ເຫັນ​ວ່າ ​ເຊື້ອຣາມັກ​ອາ​ໃສ​ໃນ​ເຂດ​ພື້ນທີ່​ຕໍ່າ​ຂອງ​ເຂດ​ອົບ​ອຸ່ນທີ່​ມີ​ຝົນຕົກໜັກ ຫຼື ຝົນຕົກ​ຕະຫຼອດປີ ​ແລະ ມີ​ຄວາມ​ຊຸ່ມ​ສູງເພື່ອ​ສ້າງ​ຖົງ​ຫຸ້ມສະ​ປໍ (Sporangium), ການ​ແຕກໜໍ່ຂອງ​ຖົງຫຸ້ມ​ສະ​ປໍ Sporangiospores ​ແລະ Zoospores (Drenth, A., et al. 2004).
ການສືກສາອາຫານລ້ຽງເຊື້ອຣາສະກຸນ Phytopthora ເຫັນວ່າ ມີຄວາມຕ້ອງການອາຫານທີ່ເໝາະສົມເພື່ອແຍກໃຫ້ບໍລິສຸດ (Jeffers, 2006). ການແຍກເຊື້ອຣາ Phytopthora ໃຫ້ບໍລິສຸດແມ່ນຕ້ອງນໍາ​ໃຊ້​ວິທີ Single hypha ​ແລະ ອາຫານ​ Potato Carot Agar ເປັນອາຫານ​ທີ່​ຊ່ວຍ​ກະ​ຕຸ້ນ​ການ​ຜະລິດ​ອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ແມ່ ແລະ ເພດຜູ້ຂອງ​ເຊື້ອຣາ​ສະກຸນ Pythium ແລະ Phytophthora (Burgess, L.W. et al., 2008).
ນອກຈາກນັ້ນຍັງໄດ້ສືກສາຜົນກະທົບຂອງເຊືອຣາສະກຸນ Phytophthora ທີ່ມີຜົນກະ ທົບຕໍ່ກັບພືດເສດຖະກິດເຊັ່ນ: ໃນ​ປະ​ເທດ​ອິນ​ໂດ​ເນ​ເຊຍແມ່ນ​ເຊື້ອຣາດັ່ງກ່າວເປັນພະຍາດພືດ​ທີ່​ສໍາຄັນ​ທາງດ້ານ​ກະສິກໍາແລະ ອຸດສາ​ຫະກໍາ ເຊິ່ງ​ເກີດ​ຂື້ນກັບພືດ​ສວນ​ມີ​ປະມານ 10 ຊະນິດ (Agus, P., et al., 2004), ດັ່ງ​ໃນ​ຕາຕະລາງທີ 4.
ຊະນິດຂອງເຊື້ອ
ພືດອາໄສ
Host rang
ຊື່​ວິທະຍາສາດ
Sciencetific name
ລັກສະນະອາການ
Symtom

 Phytophthora cactorum
ແອບເປີ້ນ
Malus domestica
ເນົ່າ
ອາໂວຄາໂດ
Persea americana
ຮາກເນົ່າ, ລໍາຕົ້ນແຕກແຫງ
P. capsici
ໝາກເຜັດ
Capcicum sp.
ໝາກເນົ່າ
ໝາກພິກໄທ
Piper betle
ເຫງົ້າເນົ່າ
P. cinnamoni
Cinchona
Cinchona sp.
ລໍາຕົ້ນແຕກແຫງ
ໝາກແໜ່ງ
Cinnamomum sp.
ລໍາຕົ້ນແຕກແຫງ
P. citricola
Cinchona
Cinchona sp.
ຍອດຕາຍໃນຊ່ວງ
ໄລຍະຕົ້ນກ້າ
P. citrophthora
ສະກຸນ
ໝາກກ້ຽງ
Citrus sp.
ເຫງົ້າເນົ່າ ແລະ ນໍ້າຢາງໄຫຼ
P. colocasiae
ເຜືອກ
Colocasia esculenta
ໃບໝ້

ຊະນິດຂອງເຊື້ອ
ພືດອາໄສ
Host range
ຊື່​ວິທະຍາສາດ
Scientific name
ລັກສະນະອາການ
Symptom

P. infastans
ມັນຝະລັ່ງ
Solanum tuberosum
ໃບ​ໄໝ້
 P. nicotianae
ຢາສູບ
Nicotiana tabacum
ກ້ານ​ດໍາ
ະກຸນ
ໝາກກ້ຽງ
Citrus sp.
ເຫງົ້າເນົ່າ
ໝາກນັດ
Ananas comosus

ລໍາຕົ້ນເນົ່າ ແລະ ຮາກເນົ່າ
Roselle
Hibiscus sabdariffa
ເຫົ້ງາເນົ່າດໍາ

P. nicotianae
ວະນິລາ
Vanilla sp.
ຝັກ​ເນົ່າ
ຕົ້ນໂກໂກ້
Theobroma cacao
ຝັກ​ເນົ່າ ແລະ ລໍາຕົ້ນ
ແຕກແຫງ
P. nicotianae

ະກຸນ
ໝາກກ້ຽງ
Citrus sp
ນໍ້າຢາງໄຫຼຕາມລໍາຕົ້ນ
P. plamivora
ຕົ້ນພ້າວ
Cocos nucifera
ຕາ​ເນົ່າ

P.porri
ໝາກຖົ່ວລຽນ
Durio zibethenus
ລໍາຕົ້ນ​ແຕກ
ດອກເຜີ້ງ
Dendrobium sp.
ເນົ່າດໍາ
ຕົ້ນໝາກຮຸ່ງ
Carica papaya
ຮາກເນົ່າ ແລະ
ໝາກເນົ່າ
ຢາງພາລາ
Hevea brasiliensis
ແຊກ​ດໍາ ແລະ ໃບຫຼົ່ນ
ຜັກ​ບົ່ວ​ໃບ
Allium cepa
ໝ້

ນອກຈາກນັ້ນ, ໄດ້ມີການສືກສາຜົນກະທົບທາງດ້ານເສດຖະກິດຂອງເຊື້ອາ​ໃນ​ສະກຸນ Phytophthora ທີ່ທໍາລາຍພືດເຫັນວ່າ ໄດ້ສ້າງຄວາມເສຍຫາຍຕໍ່ກັບພືດຫຼາຍຊະນິດໃນ​​ປະ​ເທດ ອິນ​ໂດ​ເນ​ເຊຍ, ຟິລິປິ​ນ, ​ໄທ ​ແລະ ຫວຽດນາມ ໄດ້ສ້າງຄວາມເສຍຫາຍປະມານ 20-25% (Drenth, A., Sendall, B., 2004).  ການສືກສາພະຍາດຂອງໄມ້ໃຫ້ໝາກ ແລະ ພືດຜັກພົບວ່າ ເຊື້ອຣາສະກຸນ Phytopthora ເປັນ​ພະຍາດ​ພືດ​ຂອງ​ໄມ້​ໃຫ້ໝາກ ​ແລະ ພືດ​ຜັກ​ ນອກຈາກນັ້ນ, ​ເຊື້ອສະກຸນ​ດັ່ງກ່າວຍັງ​ເປັນ​ພະຍາດ​ພືດ​ຂອງ​ໄມ້​ດອກ​, ໄມ້​ປະດັບດັ່ງການສືກສາການ​ປູກ​ໄມ້​ປະ ດັບໃສ່ກະ​ຖັງ​​ເຫັນວ່າເຊື້ອຣາ P​. parasitica ສ່ວນ​ຫຼາຍມັກ​ເກີດ​ກັບ​ໄມ້​ດອກ​ໄມ້​ປະດັບ​ທີ່​ປູກ​ໃນ​ກະຖັງ ​ແລະ ເຊື້ອຣາ P​. parasitica ​ໄດ້ຖືກ​ບັນ​ລະ​ຍາຍລັກສະນະ​ຂອງ​ຊະນິດ​ໄວ້​ໃນ​ປີ 1919, ​ໃນ​ປະຈຸ​ບັນ​ພົບ​ເຊື້ອຣາດັ່ງກ່າວມີ​ຫຼາຍ​ໃນ​ພືດ​ຜັກ ​ແລະ ​ໄມ້​ປະດັບ ນອກຈາກນັ້ນຍັງ​ເປັນ​ພະຍາດ​ພືດທີ​ເກີດ​ກັບ​ຕົ້ນອ່ອນແລະ ຕົ້ນພືດທີ່​ກໍາລັງໃຫ້ຜົນ​ຜະລິດລວມມີ ຕົ້ນໂກໂກ້ ແລະ ຕົ້ນຖົ່ວລຽນ ທີ່ປູກຢູ່ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອົດ​ສະ​ຕາ​ລີ (Margery, L.D., ​et al., 2006).
ການສືກສາສາຍເຫດ ແລະ ສະພາບການລະບາດພະຍາດຂອງຕົ້ນຖົ່ວລຽນໃນປະເທດໄທເຫັນວ່າ ພະຍາດ​ຮາກເນົ່າ​ຂອງ​ຖົ່ວລຽນ ​ເຊິ່ງ​ມີ​ສາຍ​ເຫດ​ມາ​ຈາກ​ເຊື້ອຣາ P. palmivora  ​ໄດ້​ເກີດ​ຂື້ນໃນ​ປະ​ເທດ​ໄທ​ ​ປີ 1966 (Phavakul and Jangsri, 1969) ແລະ ພະຍາດຂອງຖົ່ວລຽນ ແມ່ນເຊື້ອຣາ P. palmivora  ເຊິ່ງເປັນ​ສາຍ​ເຫດຫນື່ງທີ່ເຮັດ​ໃຫ້​ເກີດ​ຮາກ​ເນົ່າ ​ແລະ ໝາກ​ເນົ່າຂອງ​ຖົ່ວລຽນເຊິ່ງ​ເປັນ​ບັນຫາທີ່​ສໍາຄັນ​ຂອງ​ປະ​ເທດ​ໄທ (Pongpisutta, 1998). ຫຼັງຈາກນັ້ນໄດ້ມີການສືກສາການບົ່ງມະຕິພະຍາດຂອງຕົ້ນຖົ່ວລຽນເຫັນວ່າ ເກີດຈາກເຊື້ອ P. palmivora ເຊິ່ງສາມາດ​ເກີດຂື້ນ​​ໄດ້ທັງໃນ​ຊ່ວງ​ກ່ອນ ​ແລະ ຫຼັງການ​ເກັບ​ກ່ຽວ, ພະຍາດຈະສະແດງອາການຢູ່ຮາກ ​ແລະ ​ເຫງົ້າ​ເນົ່າ, ​ໃບ​ໄໜ້, ງ່າ​ຕາຍ ລໍາຕົ້ນ​ແຕກ, ໝາກ​ເນົ່າ ແລະ ຖ້າ​ເກີດ​​ໃນ​ຊ່ວງ​ເປັນ​ເບ້ຍ​ອ່ອນ​ເຮັດ​ໃຫ້​ຍອດ​ຕາຍ ​ແລະ ​ໃບ​​ໄໜ້ ມີເປີເຊັນຄວາມ​ເສຍ​ຫາຍ​ປະມານ 50% (Chan and Lim, 1987) ແລະ Lim, (1998a) ໄດ້ສືກສາການວິນິດໄສພະຍາດຂອງຕົ້ນຖົ່ວລຽນເຫັນວ່າ ເຊື້ອ P. palmivora ເປັນ​ສາຍ​ເຫດທີ່​ເຮັດ​ໃຫ້​ເກີດພະຍາດ​ຂອງ​ຕົ້ນແລະ ​ເບ້ຍ​ຖົ່ວລຽນເຊິ່ງ​ມີ​ລັກສະນະ​ອາການ​ໃບ​ໄໝ້, ຮາກ​ເນົ່າ, ​ເປືອກ​ແຕກ ແລະ ​​​​ດ້ການສືກສາ​ພະຍາດ​ຂອງ​ຖົ່ວລຽນກ່ອນ ​ແລະ ຫຼັງການ​ເກັບ​ກ່ຽວ​ເຫັນ​ວ່າ ເຊື້ອ P. palmivora ​ເປັນສາຍ​ເຫດ​ເຮັດ​ໃຫ້ໝາກ​ເນົ່າທັງ​ກ່ອນ ​ແລະ ຫຼັງການ​ເກັບ​ກ່ຽວຂອງຖົ່ວລຽນ ສົ່ງຜົນ​ເສຍ​ຫາຍ​ ປະມານ 10-12% (Lim, 1998b).  
ເມື່ອເຫັນເຖິງບັນຫາຂອງພະຍາດພືດທີ່ເກີດຈາກເຊື້ອຣາ P. palmivora ຈື່ງມີນັກຄົ້ນ ຄວ້າໄດ້ສືກສາວິທີການປ້ອງກັນ ແລະ ກໍາຈັດເຊັ່ນ: ການສືກສາປະສິດທິພາບ​ຝຸ່ນ​ຊີວະ​ພາບເພື່ອປ້ອງກັນ ແລະ ກໍາຈັດ​ເຊື້ອ P. palmivoraເຫັນ​ວ່າ ການ​ໃສ່​ຝຸ່ນ​ຊີວະ​ພາບ, ​ເຮັດ​ຮ່ອງ​ລະບາຍ​ນໍ້າ​ເພື່ອ​ບໍ່​ໃຫ້​ມີ​ນໍ້າ​ຂັງ, ຖົມ​ໂຄນ​ຕົ້ນຖົ່ວລຽນ​ໃຫ້​ສູງ​ຂື້ນເພື່ອ​ປ້ອງ​ກັນ​ນໍ້າ​ຂັງແມ່ນ​​​ວິທີ​ຊ່ວຍ
​ຫຼຸດຜ່ອນ​ການ​ເກີດ​ພະຍາດ ​ແລະ ການ​ນໍາ​ໃຊ້​ເປືອກ​ຖົ່ວ​ເຫຼືອງ ​ແລະ ​ເມັດ​ຝ້າຍ​​ຈະ​ຊ່ວຍ​ເພີ່ມ​ຝຸ່ນ​ອົງຄະ​ທາດ​ໃນ​ດິນ ແລະ ຢັບຢັ້ງການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ເຊື້ອ P. palmivora (Dutta and Hedge, 1995). ຫຼັງຈາກນັ້ນໄດ້ສືກສາການຄວບຄຸມເຊື້ອຣາ P. cinnamomi ເຫັນ​ວ່າ ການ​ໃສ່​ຝຸ່ນ​ຂີ້ສັດບົ່ມກັບ​ຕົ້ນ​ພືດ​​ຈະ​ຊ່ວຍ​ຄວບ​ຄຸມ​ການ​ເກີດ​ພະຍາດຮາກ​ເນົ່າ​ ແລະ ການ​ໃຊ້​ຝຸ່ນ​ຂີ້​ໄກ່ໝັກ​ໄວ້ 5 ອາທິດ​ແມ່ນ​ຈະ​ຊ່ວຍ​ຄວບ​ຄຸມ​ຄວາມ​ຮຸນ​ແຮງ ​ແລະ ການ​ພັດທະນາ​ຂອງ​ພະຍາດໃນ​ເບ້ຍ​ອ່ອນ​ຂອງ​ພືດ Lupinus albul  ດີ​ກວ່າ​ການໝັກ​ທີ່​ໃຊ້​ເວລາ 2 ອາທິດ ແລະ ການໃສ່ຝຸ່ນ​ຂີ້ງົວ, ຝຸ່ນຂີ້​​ແກະ ​ແລ​ະ ຝຸ່ນ​ຂີ້ມ້າ​ແມ່ນ​ບໍ່ສາມາດ​ຢັບຢັ້ງປະລິມານ​ຂອງ​ເຊື້ອຣາ P. cinnamomi  ​ແຕ່ຈະ​ຊ່ວຍ​ເພີ່ມ​ຝຸ່ນ​ອົງຄະ​ທາດໃນ​ດິນ, ຈາກ​ການ​ວິ​ເຄາະກິດຈະ​ກໍາ​ຂອງສີ່​ງທີ່​ມີ​ຊີວິດ​ຢູ່ບໍລິເວນດິນໃກ້ ກັບຮາກຂອງພືດພົບວ່າ ມີຈຸລະຊີບອາໃສຢູ່ຫຼາຍຊະນິດ ໂດຍສະເພາະແມ່ນ Actinomycetes, Pseudomonad fluorescent, ເຊື້ອຣາ​ທີ່​ພົບ​ມີ​ຄວາມ​ສໍາພັນ​ກັບ​ການ​ເກີດ​ພະຍາດ​ເຊີ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ນໍາ​ໃຊ້​ຂີ້ສັດ​ໃນ​ການ​ປູກ​ພືດ​ແມ່ນ​ສາມາດ​ຫຼຸດຜ່ອນການ​ເກີດ​ພະຍາດກັບຕົ້ນພືດ​ໄດ້ (Aryantha, et al., 2000) ແລະ Vawdrey, et al., (2004) ໄດ້ສືກສາການ​ປູກໝາກຮຸ່ງ​ຢູ່​ເທິງຄູໂດຍໃຊ້​ຜ້າ​ຢາງພຼາດຕິກ​ປົກ​ຄຸມໜານປູກ ເພື່ອ​ຄວບ​ຄຸມພະ​ຍາດ​ຮາກ​ເນົ່າຂອງໝາກຮຸ່ງ​ ທີ່​ເກີດ
ຈາກເຊື້ອຣາ P. palmivora ເຫັນ​ວ່າຕົ້ນຮຸ່ງ​ທີ່​ປູກຢູ່​ເທິງຄູສູງ 0,75ແມັດ ​ແມ່ນ​ສາມາດ​ປ້ອງ​ກັນ​ພະຍາດ​ຮາກ​ເນົ່າຂອງຕົ້ນໝາກຮຸ່ງ​ທີ່​ເກີ​ດຈາກ​ເຊື້ອ P. palmivora ໄດ້​ປະມານ ​38,4%  ຕໍ່ມາໄດ້​​ມີການສືກສາຫຼັກການປ້ອງກັນ ແລະ ກໍາຈັດ​ພະຍາດ​ພືດ​ທີ່​ເກີດ​ຈາກ​ເຊື້ອາ​ ໃນ​ສະກຸນ Phytophthora ເຫັນວ່າ ຫຼັກການ​ສໍາຄັນ​ໃນ​ການ​ຈັດການ​ເຊື້ອາ​ສະກຸນ Phytophthora ແມ່ນພື້ນທີ່​ປູກ​ຕ້ອງລະບາຍ​ນໍ້າ​ໄດ້​ດີ, ມີ​ລະ​ບົບໃຫ້​ນໍ້າ​ທີ່​ດີ, ປັບປຸງ​ດິນ​ໃຫ້​ມີ​ຄວາມ​ອຸດົມສົມບູນ, ນໍາ​ໃຊ້​ພັນ​ຕ້ານທານ, ນໍາ​ໃຊ້​ການ​ປ້ອງ​ກັນ​ພືດ​ແບບ​ຊີວະ​ວິທະຍາ ​ແລະ ນໍາ​ໃຊ້​ສານ​ເຄມີ​ຄວບ​ຄຸມ (Drenth, A., David, I.G., 2004). ການສືກສາ​​ການນໍາ​ໃຊ້ Phosphonate ຄວບ​ຄຸມ​ພະຍາດ Phytophthora patch canker  ຂອງຕົ້ນຖົ່ວລຽນ ທີ່​ປະ​ເທດ​ຟິລິປິ​ນ ພົບວ່າຢາເຄມີ Phosphonate ຫຼື PO3ແມ່ນ​ເປັນຢາ​ເຄມີ​ກຸ່ມຫນື່ງທີ່​​ເປັນ​ຢາຂ້າ​ເຊື້ອ (Fungicide) ເຊິ່ງສາມາດ​ຂ້າ​ເຊື້ອາໃນ​ຕະກຸນ Peronosporales ແລະ Pythiiales, ຢາເຄມີ​ດັ່ງກ່າວ​ປະກອບ​ດ້ວຍພວກ​ເກືອ​ຕ່າງໆ ​ເຊັ່ນ: Na, Mg, Cu, Zn, Al ຂອງ Phosphorus acid ແລະ ມີສ່ວນປະສົມພື້ນຖານຂອງ Mono di-Potasium Phosphonate, ຈາກ​ການ​ສືກກສາ​ພົບ​ວ່າ ການ​ນໍາ​ໃຊ້ Potasium Phosphonate 1g ຕໍ່ນໍ້າ 1 ລິດ ​ແມ່ນຈະ​ສາມາດ​ຢັບ​ຢັ້ງການ​ເພີ່ມ​ປະຊາກອນ​ຂອງ​ເຊື້ອ P. cinnamomi (Aryantha and David, I.G., 2004) ແລະ ການ​ສືກສາການກໍາຈັດພະຍາດ Phytophthora patch canker ​​ທີ່ເກີດ​ຈາກ​ເຊື້ອ  P. palmivora ໂດຍ​ນໍາ​ໃຊ້ຢາ Phosphonateເຫັນ​ວ່າ​ ພະຍາດ​ດັ່ງກ່າວ​ສາມາດ​ຄວບ​ຄຸມ​ໄດ້​ ໂດຍການ​ສັກ Phosphonate ​ໃສ່​ລໍາຕົ້ນຂອງຕົ້ນຖົ່ວລຽນ 16 g ຕໍ່ຕົ້ນ​ເຮັດ​ໃຫ້​ພະຍາດຫຼຸດລົງ ​ແລະ ຜົນ​ຜະລິດ​ຈະ​ເພີ່ມ​ຂື້ນ​, ການ​ນໍາ​ໃຊ້​ວິທີ​ການ​ສັກຢາດັ່ງກ່າວນັ້ນຈະ​ມີຄ່າ​ໃຊ້​ຈ່າຍໜ້ອຍກວ່າ​ໃຊ້​ວິທີ​ການ​ພົ່ນຢາ​ໃສ່​ຕົ້ນຖົ່ວລຽນ (Cyril, B., et al., 2012)​.  
ສໍາລັບການສືກສາໃນປະເທດລາວເຫັນວ່າ ຂໍ້​ມູນ​ຂອງການ​ສືກສາພະຍາດ​ພືດໃນ ສປປ ລາວ​ ​ແມ່ນ​ຍັງ​ມີ​ໜ້​ອຍ​ ຖ້າ​ສົມທຽບ​ໃສ່​ກັບບັນດາປະ​ເທດ​ໃນເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເຊັ່ນ: ປະ​ເທດ​ໄທ, ຫວຽດນາມ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ​ແລະ ປະ​ເທດ​ອື່ນໆ. ການ​ສືກສາ​ພະຍາດ​ພືດ​ກໍ່​ໄດ້​ເລີ່​ມທີ່​ສູນ​ປ້ອງ​ກັນ​ພືດ, ກົມປູກຝັງ ​ແລະ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ ເຊິ່ງມີລາຍລະອຽດດັ່ງນີ້: Chittarath, et al., (2011) ໄດ້​​ສືກສາການລະບາດ​ພະຍາດ​ຂອງຕົ້ນຖົ່ວ ລຽນພົບວ່າ ເກີດ​ຈາກ​ເຊື້ອຣາ P. palmivora ເຊີ່ງເປັນ​ບັນຫາ​ຂອງ​ຊາວ​ກະສິກອນ​ຢູ່​ເຂດ ​ເມືອງ​ບາ​ຈຽງ ​ແລະ ​ເມືອງ​ປາກ​ຊ່ອງ​ ແຂວງ​ຈໍາປາ​ສັກ. Magarey, et al., (2011) ​ໄດ້​ສໍາ​ຫຼວດ ​ແລະ ເກັບ​ກໍາ​ຂໍ້​ມູນ​ສະພາບ​ການລະບາດ​ພະຍາດ​ຂອງ​ອ້ອຍ​ເຫັນວ່າ ເປັນພະຍາດ​ໃບ​ຂາວທີ່​ເກີດ​ຈາກ​ເຊື້ອ​ໄຟ​ໂຕຼພຼາດມາ, ພະຍາດ​ດັ່ງກ່າວ​ແມ່ນ​ສົ່ງ​ຜົນ​ກະທົບ​ຕໍ່ຊາວ​ກະສິກອນ​ປູກ​ອ້ອຍ ທີ່​​ເມືອງ​ໄຊ​ບູລີ ​ແລະ ​ເມືອງ​ອາດ​ສະພັງ​ທອງ ແຂວງ​ສະຫວັນ​ນະ​ເຂດ ແລະ Vongphachan, et al., (2011) ​ໄດ້​ສືກສາ​ຫາ​ສາຍ​ເຫດການ​ຕາຍ​ຂອງຕົ້ນໝາກນາວ ​ແລະ ໝາກກ້ຽງ ​ເຊິ່ງ​ພະຍາດ​ດັ່ງກ່າວ​ແມ່ນພະຍາດ Huanglongbinh ທີ່​ມີ​ສາຍ​ເຫດ​ມາ​ຈາກ​ເຊື້ອ​ແບັກ​ທີ​ເລຍ ທີ່​ເມືອງ​ວັງ​ວຽງ ແຂວງວຽງຈັນ. ຫຼັງຈາກນັ້ນ Songvilay, et al., (2013) ​ໄດ້​ສືກສາການບົ່ງມະຕິການຕາຍຂອງຕົ້ນໝາກຖົ່ວຝັກ​ຍາວ​ພົບວ່າ ເປັນພະຍາດ​ເຫງົ້າເນົ່າ​ທີ່​ເກີດ​ຈາກ​ເຊື້​ອຣາ Sclerotium rolfsii ຕໍ່ມາ Phengsintham, et al., (2013) ​ສືກສາ​ເຊື້ອຣາ Cercosporiod fungi ​ໃນ​ລາວ​ ​ແລະ ​ໄດ້ລົງຕີພີມໃນວາລະສານ 113 ຊະນິດ ​ແລະ 16 ​ຊະນິດ​​ເປັນ​ຊະນິດ​ພັນ​ໃໝ່.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ