ພະຍາດພືດເກີດຈາກສອງປັດໃຈຄື: ເກີດຈາກສິ່ງມີຊີວິດມີ ເຊື້ອຣາ,
ເຊື້ອແບັກທີເລຍ, ນຶ່ງ ໄວລັດ ແລະ
ໄຟໂຕພຼາດມາ ແລະ ສິ່ງບໍ່ມີຊີວິດທີ່ເກີດຈາກຄວາມເປັນກົດເປັນດ່າງ, ແສງ, ສະພາບອາກາດບໍ່ເໝາະສົມ ແລະ ອື່ນໆ.
ພະຍາດພືດແມ່ນສາຍເຫດນຶ່ງທີ່ທໍາລາຍພືດຂອງຊາວກະສິກອນ ເຮັດໃຫ້ມີຜົນກະທົບຕໍ່ຜົນຜະລິດ
ທາງດ້ານປະລິມານ ແລະ ຄຸນນະພາບ (ປະເທືອງ ສະຫວ່າງວົງ, 1995).
ພະຍາດແຫ້ມ (Late blight) ຂອງມັນຝະລັ່ງ ທີ່ເກີດຈາກເຊື້ອຣາ Phytophthora infestans
ໄດ້ເຮັດໃຫ້ເກີດເປັນບັນຫາທີ່ສໍາຄັນຫຼາຍຂອງໂລກ ເພາະມັນໄດ້ທໍາລາຍ
ມັນຝະລັ່ງ ທີ່ເປັນອາຫານຫຼັກຂອງຄົນຢູໂຣບ. ໃນປີ 1945-1949 ຢູ່ບັນດາປະເທດຢູໂຣບ ໄດ້ເກີດເຊື້ອຣາ Phytophthora infestans ທໍາລາຍມັນຝະລັ່ງຢ່າງຮຸນແຮງ
ແລະ ເຮັດໃຫ້ຜົນຜະລິດມັນຝະລັ່ງຕົກຕໍ່າ, ເຮັດໃຫ້ປະຊາຊົນຢູ່ບັນດາປະເທດຢູ່ໂຣບໃນຊ່ວງນັ້ນ
ໄດ້ອຶດຫີວ ແລະ ລົ້ມຕາຍເປັນຈໍານວນຫຼວງຫຼາຍເປັນຕົ້ນແມ່ນ ປະເທດທີ່ຢູ່ເຂດຢູໂຣບຕອນເໜືອ
ໂດຍສະເພາະແມ່ນໄອແລນ ມີການຂາດແຄນມັນຝະລັ່ງ ປະຊາກອນປະມານ 1,5 ລ້ານຄົນ ຈໍາເປັນຕ້ອງຍ້າຍ ແລະ ອົບພະຍົບໄປຢູ່ປະເທດອື່ນເຊັ່ນ:
ປະເທດອົດສະຕາລີ ແລະ ສະຫະລັດອາເມລິກາ, ປະມານ 8,5 ລ້ານຄົນ ຕ້ອງອຶດຫີວ ແລະ ປະຊາກອນຫຼາຍກວ່າ 1 ລ້ານຄົນຕ້ອງລົ້ມຕາຍຍ້ອນການຂາດອາຫານ
(ສືບສັກ ສົນທິລັດ, 1797). ນອກຈາກນັ້ນ, ເຊື້ອຣາສະກຸນ Phytophthora ໄດ້ທໍາລາຍພືດຫຼາຍຊະນິດໃນເຂດອາຊີຕາເວັນອອກສຽງໃຕ້ເຊັ່ນ: ຕົ້ນໂກໂກ້, ຕົ້ນຖົ່ວລຽນ, ຕົ້ນຢາງພາລາ, ຕົ້ນໝາກພ້າວ, ຕົ້ນພິກໄທ, ພືດຕະກຸນໝາກກ້ຽງ, ມັນຝະລັ່ງ ເຮັດໃຫ້ເກີດຄວາມເສຍຫາຍທາງດ້ານເສດຖະກິດປະມານ
5-25%. ສະເລ່ຍແລ້ວຄວາມເສຍຫາຍຂອງພືດໃນປະເທດ ອິນໂດເນເຊຍ,
ຫວຽດນາມ, ໄທ, ຟິລິປິນ ແລະ ປະເທດມາເລເຊຍ
ຄິດເປັນມູນຄ່າການເສຍຫາຍ ເປັນຈໍານວນຫຼາຍລ້ານດອນລາ (Andre Drenth and
Barbara Sendall, 2004). ໃນປະຈຸບັນນີ້ພະຍາດພືດແມ່ນ ບັນຫານຶ່ງທີ່ສໍາຄັນໃນການຜະລິດກະສິກໍາ
ແລະ ສິ່ງແວດລ້ອມ ແລະ ແມ່ນປັດໃຈທີ່ສໍາຄັນຂອງໂລກ ໃນການຄໍ້າປະກັນສະບຽງອາຫານ ແລະ ຄວາມປອດໄພທາງ
ດ້ານຊີວະວິທະຍາ (Tony Cooke et al, 2009).
Sunday, August 18, 2019
ປະຫວັດຄວາມເປັນມາ ຂອງພະຍາດພືດ
Tags
# ບົດຄວາມ
# ບົດນຳສະເຫນີ
# ພະຍາດ
Share This
ພະຍາດ
ກຸ່ມ
ບົດຄວາມ,
ບົດນຳສະເຫນີ,
ພະຍາດ
Subscribe to:
Post Comments (Atom)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ