ຄູ່ມືໃນການສ້າງສວນກ້າ
ແລະ ການຜະລິດເບ້ຍໄມ້
Guideline for Seedling Production
ສາລະບານ
ເນື້ອໃນ ໜ້າ
I.
ບົດແນະນໍາ
II.
ປະເພດຂອງສວນກ້າເບ້ຍໄມ້
III. ການຄັດເລືອກສວນກ້າເບ້ຍໄມ້
IV.
ການອອກແບບສວນກ້າເບ້ຍ
V. ພື້ນຖານວັດຖຸອຸປະກອນທີ່ຈໍາເປັນໃນການສ້າງສວນກ້າ
VI. ການຜະລິດເບ້ຍໄມ້
VII. ຕາຕະລາງການຫວ່ານແກ່ນແລະຍ້າຍບົງ
VIII. ຕາຕະລາງ
ຕົວຢ່າງ ເປີເຊັນການແຕກງອກ
IX.
ປະເພດດິນຮ່າຍເບົ້າ
X. ການບົວລະບັດຮັກສາເບ້ຍໄມ້
XI. ການຂົນສົ່ງເບ້ຍໄມ້
XII.
ສະຫລຸບສັງລວມ
ຂໍ້ປະຕິບັດທີ່ດີສຸດສຳລັບການຈັດການສວນກ້າເບ້ຍ
XIII.ຕົວຢ່າງ ຕາຕະລາງເວລາຂອງແຕ່ລະຂັ້ນຕອນຊະນິດພັນໄມ້ທີ່ໄດ້ຄັດລືອກເຂົ້າໃນໂຄງກາ
XIV. ຕົວຢ່າງ ລະບົບນິເວດທີ່ເໝາະສົມ
ແລະ ການປະຕິບັດຕໍ່ຊະນິດແກ່ນໄມ້ທີ່ຄັດເລືອກ
ຂໍ້ແນະນຳ
ເຕັກນິກ ແລະ ວິທີການຜະລິດເບ້ຍໄມ້ໃນສວນກ້າເບ້ຍ
I.
ບົດແນະນຳ
ເປົ້າໝາຍຫຼັກຂອງສວນກ້າແມ່ນການຜະລິດເບ້ຍໄມ້ທີ່ມີຄຸນນະພາບດີ,ແຂງແຮງ,ປາດສະຈາກພະຍາດບົ້ງແມງ,ເຊື້ອລາທໍາລາຍ ແລະ
ມີເປີເຊັນການລອດຕາຍສູງໃນເມື່ອປູກແລ້ວ. ການຜະລິດເບ້ຍໄມ້ໃນ ຈຳນວນຈຳກັດແຕ່ມີຄຸນນະພາບດີ, ມີເປີເຊັນການລອດຕາຍສູງໃນເນື້ອທີ່ປູກ ແລະມີການຈະເລີນເຕີບໂຕໄວ, ແຂງແຮງດີຈະດີກວ່າການຜະລິດຈຳນວນຫລວງຫລາຍແຕ່ຄຸນນະພາບບໍ່ຮັບປະກັນ. ເບ້ຍໄມ້ທີ່ມີຄຸນນະພາບຕໍ່າໂອກາດຂອງການລອດຕາຍກໍ່ຕໍ່າໃນເນື້ອທີ່ປູກ. ຫຼັງຈາກປູກແລ້ວມັນເຮັດໃຫ້ຜູ້ປູກບໍ່ພໍໃຈ,
ຂາດຕວາມເຊື່ອຖືແລະກໍເປັນການສິ້ນເປືອງ ແຮງງານ,ເວລາ,ວັດຖຸອຸປະກອນ,ເງິນຄໍາ ແລະ ອື່ນໆ.
-
ເບ້ຍໄມ້ທີ່ບໍ່ມີຄຸນນະພາບໃນສວນກ້າ ບໍ່ຄວນນຳໃຊ້ປູກຫຼືຂາຍອອກ. ຄວນຜລິດແຕ່ເບ້ຍໄມ້ທີ່ດີມີຄຸນນະພາບ
ແລະ ແຂງແຮງດີເທົ່ານັ້ນ, ຈື່ງຈະເຮັດໃຫ້ໂອກາດການລອດຕາຍຂອງຕົ້ນໄມ້ທີ່ປູກສູງ.
- ຫົວຂໍ້ທີ່ສຳຄັນຢູ່ລຸ່ມນີ້ແມ່ນຄວນຈະໄດ້ຮັບຄວາມເອົາໃຈໃສ່ ແລະ ພິຈະລະນາ
ໃນການຜະລິດເບ້ຍໄມ້.
1). ແກ່ນແນວພັນທີ່ດີຈະຕ້ອງມາຈາກແຫຼ່ງທີ່ດີ ແລະ ຕົ້ນພັນທີ່ດີ.
2). ການເຮັດການກະຕຸ້ນແກ່ນຂອງໄມ້ແຕ່ລະຊະນິດໃຫ້ຖືກຕ້ອງຕາມຫຼັກວິຊາການ.
3). ການຫວ່ານແກ່ນຂອງແຕ່ລະຊະນິດພັນໄມ້ໃຫ້ຖືກຕ້ອງຕາມກຳນົດເວລາ
ແລະ ວິທີການ.
4). ດິນທີ່ນໍາມາຮາຍເບົ້າຈະຕ້ອງເປັນດິນທີ່ມີສານອາຫານເຮັດໃຫ້ເບ້ຍໄມ້ແຂງແຮງ,ທົນທານຕໍ່ພະຍາດເຊື້ອລາ
ແລະ ຈະເລີນເຕີບໂຕໄວ.
5). ຂະຫນາດຂອງຖົງຍາງທີ່ຈະນໍາມາໃຊ້ຮາຍເບົ້າຈະຕ້ອງໃຫ້ເໝາະສົມກັບແຕ່ລະຊະນິດພັນໄມ້,ອາຍຸການ
ແລະ ຂະໜາດຂອງເບ້ຍໄມ້ທີ່ຕ້ອງການ.
6). ເບ້ຍໄມ້ທີ່ຈະນໍາໄປປູກ ຈະຕ້ອງມີອາຍຸ ແລະ ຂະໜາດ
ທີ່ເໝາະສົມຕາມເຕັກນິກທີ່ກໍານົດໄວ້.
7).ການເສຍຫຍ້າ, ໃຫ້ປຸ໋ຍ ແລະ ຫົດນ້ຳແມ່ນໃຫ້ຕ້ອງພໍເໝາະ ແລະ
ຕໍ່ເນື່ອງ.
8).ປາສະຈາກມົດແມງ, ເຊື້ອລາແລະ ສັດຕູພືດອື່ນໆທີ່ເປັນໄພຕໍ່ເບ້ຍໄມ້.
9). ກ່ອນນໍາເບ້ຍໄມ້ອອກປູກ ຕ້ອງຮັບປະກັນວ່າເບ້ຍໄມ້ມີຄວາມແຂງແຮງ
ແລະ ທົນທານຕໍ່ສະພາບດິນຟ້າອາກາດຢູ່ໃນເນື້ອທີ່ຈະປູກໄມ້.
10).ການປ້ອງກັນບໍ່ໃຫ້ເບ້ຍໄມ້ຫ່ຽວແຫ້ງ ແລະ ປົກຫຸ້ມ ປ້ອງກັນລົມໃນຊ່ວງການຂົນສົ່ງ.
11). ການຈະເລີນເຕີບໂຕໄວ ແລະ ການລອດຕາຍສູງໃນການປູກໃສ່ບ່ອນທີ່ເໝາະສົມກັບຊະນິດພັນນັ້ນໆ.
I.
ປະເພດຂອງສວນກ້າເບັ້ຍ.
ສວນກ້າເບັ້ຍໄມ້ສາມາດຈັດອອກເປັນສອງປະເພດຄື:
1.
ສວນກ້າເບັ້ຍໄມ້ແບບຖາວອນ
2.
ສວນກ້າແບບຊົ່ວຄາວ
1.1 ສວນກ້າແບບຖາວອນແມ່ນສວນກ້າທີ່ສ້າງຂຶ້ນ.
·
ເພື່ອທໍາການຜະລິດເບັ້ຍໄມ້ໃນການຕອບສະໜອງໃຫ້ແກ່ການປູກໄມ້ເປັນເວລາຫຼາຍປີ.
·
ການກໍ່ສ້າງແມ່ນນໍາໃຊ້ວັດຖຸທີ່ມີຄວາມໝັ້ນຄົງ
ແລະ ມີອາຍຸການໃຊ້ງານເປັນເວລາຫຼາຍປີ
·
ມີການຜລິດເບ້ຍໄມ້ໃນຈໍານວນຫຼາຍນັບແຕ່
20,000 ເບ້ຍຂື້ນໄປ
2.1 ສວນກ້າແບບຊົ່ວຄາວ
· ແມ່ນເພື່ອການຜະລິດເບ້ຍໄມ້ໃນການຕອບສະໜອງໃຫ້ແກ່ການປູກໃນສະເພາະເນື້ອທີ່ຢູ່ໃນເຂດນັ້ນໆເມື່ອປູກສໍາເລັດແລ້ວກໍເລີກໄປ.
·
ສ້າງຂື້ນແບບປະຖົມປະຖານ
ແລະ ນໍາໃຊ້ວັດສະດຸກໍສ້າງນໍາໃຊ້ສິ່ງທີ່ມີຢູ່ໃນທ້ອງຖິ່ນ.
·
ຈໍານວນການຜະລິດຂະໜາດນ້ອຍພຽງພໍຕໍ່ກັບຈໍານວນທີ່ຕ້ອງການປູກໃນເຂດນັ້ນໆ.
·
ການນໍາໃຊ້ສະເພາະຊົ່ວຄາວເມື່ອໝົດເນື້ອທີ່ປູກແລ້ວກໍລົບລ້າງ
ຫຼື ຍ້າຍໄປສ້າງໄກ້ກັບເນື້ອທີ່ປູກໄມ້ໃໝ່.
II.
ການຄັດເລືອກພື້ນທີ່ສວນກ້າ
ກ່ອນທີ່ຈະລົງມືຜະລິດເບ້ຍໄມ້
ການຄັດເລື້ອກພື້ນທີ່ທີ່ເໝາະສົມນັ້ນຖືວ່າມີຄວາມສໍາຄັນທີ່ສຸດແລະ
ມີຄວາມໝັ້ນໃຈວ່າ ວ່າເບ້ຍໄມ້ຈະມີການເລີນເຕີບໂຕແບບມີປະສິດຕິພາບ. ບັນດາເງື່ອນໄຂຕ່າງໆເຫຼົ່ານີ້ຄວນຈະຕ້ອງໄດ້ຮັບພິຈະລະນາ.
· ແຫຼ່ງນ້ຳທີ່ໝັ້ນຄົງຈາກຫ້ວຍ, ໜອງ ຫຼື ນ້ຳສ້າງກໍຕ້ອງໃຫ້ເປັນນ້ຳທີ່ສະອາດແລະ
ໃນໄລຍະແຫຼ່ງນໍ້າກໍ່ໃຫ້ມີນໍ້າຕອສະຫນອງຢ່າງພຽງພໍກັບຄວາມຕ້ອງການ.
· ການເຂົ້າຫາສວນກ້າໃນລະດູຝົນໄດ້, ບໍ່ຫ່າງໄກຈາກສວນປູກ, ໄກ້ລູກຄ້າ, ຫລີກລ້ຽງນ້ຳຖ້ວມຂັງ ແລະ ມີທາງລົດເຂົ້າເຖິງ.
· ມີແຮງງານ
ແລະ ການຕອບສະໜອງວັດຖຸອຸປະກອນໃຫ້ແກ່ກິດຈະກໍາຕ່າງໆໄດ້ຢ່າງພຽງພໍ
· ສາມາດຊອກຫາໄດ້
ດິນດໍາ ຫຼື ດິນຊັ້ນໜ້າ, ຊາຍ, ແກບ ແລະ ວັດຖຸດິບສຳລັບເຮັດປຸ໋ຍໝັກເພື່ອສ້າງເປັນດີນຮາຍເບົ້າມີເນື້ອທີ່ໃຫ້ພຽງ
ກ້ວາງພໍກັບການຂະບວນການຍ້າຍສວນກ້າໄດ້ອີກໃນອານາຄົດຖ້າມີຄວາມຕ້ອງການ.
I.
ການອອກແບບ
ແລະ ວັດຖຸອຸປະກອນ
ຂະນາດຂອງສວນກ້າແມ່ນຂຶ້ນກັບຈຳນວນເບ້ຍໄມ້ທີ່ຈະກ້າ
ແລະມີບາງຊະນິດໄມ້ຈຳນວນນຶ່ງທີ່ຈະລ້ຽງຮັກສາໄວ້ຢູ່ໃນສວນກ້າຂ້າມປີອີກຕໍ່ໄປ.
ນີ້ແມ່ນຕົວຢ່າງການຄິດໄລ່ເຖິງຄວາມຕ້ອງການພື້ນທີ່ເທົ່າໃດ.
·
1000 ຖົງຂະນາດ
3.5’’ X 7’’ ຕ້ອງການໜານຍາວ 5ມ x ກ້ວາງ 1ມ = 5ມ2
·
1000 ຖົງຂະນາດ
4’’ X 8’’ ນິ້ວຕ້ອງການໜານຍາວ
8ມ x ກ້ວາງ 1ມ = 8ມ2
·
1200 ຖົງຂະນາດ
3.5’’ X 7’’ ນິ້ວຕ້ອງການໜານຍາວ
6ມ x ກ້ວາງ 1ມ2
6ມ2
ຕົວຢ່າງເບ້ຍໄມ້ຈໍານວນ
30.000 ຖົງ ຂະນາດ 3,5”x 7’’ ຄວາມຕ້ອງການເນື້ອທີ່ແມ່ນ 150ມ2 ໜານຂະໜາດ 6ມ x 1 ຕ້ອງການໜານ 15 ໜານ. ແຕ່ຕ້ອງເຮັດຫນານເພີ່ມຕື່ມອີກ ປະມານ20-25%ຂອງຈໍານວນໜານທີ່ຄິດໄລ່ເພື່ອຮອງຮັບ
ເບ້ຍໄມ້ອາດມີການແຕກງອກຫຼາຍເກີນຄວາມຕ້ອງການຂອງປີນັ້ນໆ
ແຕ່ຈະຕ້ອງຮັກສາລ້ຽງເບ້ຍໄມ້ທີ່ເຫຼືອປູກໃນປີນັ້ນໄວ້ປູກໃນປີຕໍ່ໄປ.
V.
ພື້ນຖານບາງຢ່າງທີ່ຈຳເປັນໃນການສ້າງສວນກ້າ
ແລະ ຄວາມຕ້ອງການທາງດ້ານວັດຖຸອຸປະກອນ.
5.1 ຄວາມຕ້ອງການພື້ນຖານຂອງສວນກ້າ
·
ທາງ
ແລະ ທາງຮ່ອມ
·
ຮົ້ວເພື່ອປ້ອງກັນສັດ
ແລະ ຕ້ອງອັດປະຕູຢູ່ທຸກເທື່ອເມືອມີການເຂົ້າອອກ
·
ສາງສຳລັບອຸປະກ່ອນ
ແລະ ແກ່ນໄມ້
·
ເຮັດເຮືອນຮົ່ມເພື່ອປ້ອງກັນແສງແດດໃສ່ໜານ.
·
ບ່ອນຕາກແກ່ນ
·
ບ່ອນຜະລິດປຸ໋ຍໝັກ
·
ໜານກ້າເບ້ຍ
·
ບ່ອນຜັກຜ່ອນ
·
ເຮັດຮອງລະບາຍນ້ຳ, ຕິດຕັ້ງຖັງນ້ຳ ແລະ ຈັກສູບນ້ຳ
5.2 ວັດຖຸອຸປະກອນທີ່ຕ້ອງໃຊ້ປະຈໍາວັນຂອງສວນກ້າເບ້ຍ
·
ແກ່ນແນວພັນ
·
ດິນດຳຊັ້ນໜ້າ
ຫຼື ດີນທີ່ອຸດົມ
·
ຊາຍແຄມນ້ຳ
·
ຂີ້ງົວ
ຫຼື ຂີ້ຄວາຍ
·
ປຸ໋ຍເຄມີ
- ປຸ໋ຍຄອກ
- ຖົງຢາງສີດໍາສໍາລັບຮ່າຍເບົ້າ ຂະໜາດຕ່າງໆ
- ສຽມ, ຊ້ວານ, ຈົກ, ຄາດ
- ລໍ້ຊຸກເພື່ອຂົນເຄື່ອງຮັບໃຊ້ພາຍໃນສວນກ້າ
- ມີດການງ່າ, ມີດ, ພ້າ
- ອຸປະກອນໃນການຂົນສົ່ງເບ້ຍໄມ້
- ໄມ້ໄຜ່ສຳລັບກໍ່ສ້າງຕ່າງໆ
- ຜ້າຢາງຂາວ
- ຕະໜ່າງດຳກັນແສງແດດ ຂະນາດຕ່າງໆ 50%-70%
5.3 ອຸປະກອນທີ່ຈໍາເປັນຂອງສວນກ້າ
1.ຊ້ວນ, 2.ຄຸ, 3.ຊ້ວນດໍາ, 4. ກະບອກໄມ້ສໍາລັບຮ່າຍເບົ້າ,
5.ບົວ, 6.ເຂິງຮອນດີນ, 7.ເມີດຕັດຮາກ 8.ລໍ້ຍູ້, 9.ຈົກ
VI. VI. ການຜະລິດເບ້ຍໄມ້ແກ່ນໄມ້:
ການຜະລິດເບ້ຍໄມ້ແມ່ນມີຈຸດປະສົງຢາກໃຫ້ເບ້ຍໄມ້ດີມີຄຸນນະພາບແລະ
ມີການຈະເລີນເຕີບໂຕໄວມີຄວາມແຂງແຮງທົນທານຕໍ່ພະຍາດບົ້ງແມງໃນເມື່ອປູກຢູ່ໃນສວນປູກແລ້ວ. ເພື່ອທີ່ຈະໄດ້ຮັບຜົນຄືແນວນັ້ນແກ່ນແນວພັນໄມ້ທຸກຊະນິດທີ່ຈະນໍາມາກ້ານັ້ນຈະຕ້ອງເປັນແກ່ນທີ່ດີມີຄຸນນະພາບ
ແລະ ຈາກແຫ່ງທີ່ດີ. ກົງກັນຂ້າມຖ້າເຮົານໍາໃຊ້ແກ່ນທີ່ບໍ່ມີຄຸນນະພາບມັນຈະເຮັດໃຫເຮົາເສຍເວລາ
ແລະ ວັດຖຸ.
6.1 ການຫວ່ານແກ່ນ
ເວລາຂອງການນໍາເອົາເບ້ຍໄມ້ອອກປູກແມ່ນຄຳນຶງໃສ່ຂະນາດຂອງເບ້ຍໄມ້ທີ່ກຳນົດໄວ້
ວ່າຈະໃຫ້ມັນໃຫ່ຍສໍ໋າໃດ ແລະ ເວລາໃດເຮົາຄວນຈະຫ່ວານແກ່ນ. ແກ່ນໄມ້ທີ່ເກັບຮັກສາດົນບໍ່ໄດ້ນັ້ນຈະຕ້ອງຫ່ວານທັນທີຫຼັງຈາກເກັບມາ,
ແຕ່ສຳລັບແກ່ນທີ່ເກັບຮັກສາໄດ້ດົນອາດຈະເກັບໄວ້ຢູ່ສາງກ່ອນຈົນກວ່າທີ່ຕ້ອງການກ້າຈຶ່ງເອົາອອກມາກ້າ. ຢູ່ໃນປະເທດລາວເຮົາການນຳເອົາເບ້ຍໄມ້ອອກປູກແມ່ນຕົ້ນຂອງລະດູຝົນໃນຊ່ວງເດືອນພຶດສະພາຫາເດືອນສິງຫາເບ້ຍໄມ້ສ່ວນຫຼາຍຈະມີອາຍຸຢູ່ໃນສວນກ້າ 4 – 6 ເດືອນ, ນັບຕັ້ງແຕ່ມື້ທີ່ຫ່ວານຫາມື້ທີ່ນຳເອົາອອກໄປປູກ
ອີກອັນນຶ່ງເບ້ຍທີ່ຕົກຄ້າງໜານຢູ່ໃນສວນກ້າເປັນເວລາ 1 ປີເບ້ຍໄມ້ເລົ່ານີ້ຈະເລີນເຕີບໂຕສູງຫລາຍກ່ວາ 40 - 50 ຊມ.ແລະ ອາດຈະໃຫ່ຍເກີນໄປ ແລະ ບໍ່ເໝາະສົມທີ່ຈະນໍາໄປປູກ.
6.2 ຮູບແບບ ແລະ ວິທີການໃນການຫ່ວານແກ່ນ
6,2,1. ການຫ່ວານ(ກ້າ) ແກ່ນໂດຍກົງໃສ່ຖົງຢາງ
- ແກ່ນທີ່ມີເປີເຊັນການແຕກງອກສູງ
- ແກ່ນທີ່ໃຫ່ຍເຊັ່ນ: ແກ່ນແຕ້ຂ່າ.
- ສໍາລັບແກ່ນນ້ອຍມີເປີເຊັນການແຕກຫງອກສູງສາມາດຫ່ວານ3ແກ່ນໃສ່ໃນ1ຖົງ
ຂໍ້ດີຂອງການກ້າແກ່ນໃສ່ເບົ້າໂດຍຕົງ:
- ເບ້ຍໄມ້ຫຼັງຈາກແຕກງອກແລ້ວບໍ່ຈຳເປັນທີ່ໄດ້ເຮັດການຍ້າຍບົງອີກປອຍປະໃຫ້ມັນໃຫ່ຍ(ໄມ້ແຕ້ຄ່າ,ໄມ້ແຕ້ຮໍ
ທີ່ເປີເຊັນການແຕກງອກສູງ)
- .ປະຫຍັດເວລາ.
- ປະຫຍັດເງິິນ.
- ເບ້ຍໄມ້ສາມາດຈະເລີນເຕີບໂຕຢ່າງຕໍ່ເນື່ອງໂດຍບໍ່ໄດ້ຖືກລົບກວນ.
ຂໍ້ເສຍຂອງການກ້າແກ່ນໃສ່ເບົ້າ:
-
ເສຍເບົ້າໃນເມື່ອແກ່ນບໍ່ຮັບປະກັນໃນການແຕກງອກ
-
ເສຍດິນຮາຍເບົ້າ
-
ເສຍແຮງງານ
6.2.2 ການຫ່ວານແກ່ນໃສ່ໜານກ້າ
·
ແກ່ນທີ່ມີການແຕກງອກຕໍ່າກ່ວາ
80%.
·
ແກ່ນນ້ອຍ.
·
ແກ່ນທີ່ເກັບຮັກສາໃນສາງດົນ.
·
ບໍ່ຮັບປະກັນໃນການແຕກງອກວ່ານ້ອຍຫຼາຍປານໃດ.
ຂໍ້ດີຂອງການຫວ່ານແກ່ນໃສ່ຫນານກ້າ
·
ສາມາດຄັດເລື້ອກເອົາເບ້ຍໄມ້ທີ່ດີ
ແລະ ແຂງແຮງສຳລັບການຍ້າຍບົງ.
·
ທຸກເບົ້າຈະຖືກບົງໂດຍບໍ່ຫລົງລືມເບ້ຍໄມ້
·
ການຈະເລີນເຕີບໂຕຂອງເບ້ຍໄມ້ສະມໍ່າສະເຫມີ
·
ເຮັດໃຫ້ການນໍາອອກຈໍາໜ່າຍຫຼືອອກໄປປູກໄດ້ໃນເວລາທີ່ໄກ້ຄຽງກັນ
ຂໍ້ເສຍຂອງການຫວ່ານແກ່ນໃສ່ຫນານກ້າ.
·
ໃສ່ແກ່ນຈໍານວນຫຼາຍ
ເເເພື່ອຮັບປະກັນໃຫ້ໄດ້ຈໍານວນເບ້ຍໄມ້ທີ່ຕ້ອງການ.
·
ການລົກອອກຍ້າຍບົງອາດບໍ່ໝົດເຮັດໃຫ້ເບ້ຍໄມ້ຕົກຄ້າງຢູ່ໃນໜານຫຼາຍ
·
ສີ້ນເປືອງແຮງງານເພາະ
ມີຫຼາຍຂັ້ນຕອນໃນການຜລິດເບ້ຍ.
6.3. ຂໍ້ແນະນໍາກ່ຽວກັບການຫ່ວານແກ່ນ:
- ກ່ອນການຫ່ວານແກ່ນ, ຫົດນ້ຳເບົາໆໃສ່ດິນທີ່ປະສົມ ແລະ ເອົາໄມ້ກວດໜ້າໜານໃຫ້ຮາບພຽງ.
- ຫ່ວານແກນໂດຍກົງ ຫຼື ປະສົມກັນກັບຊາຍແຫ້ງ 1ຕໍ່2 ຈະເຮັດໃຫ້ແກ່ນທີ່ຫ່ວານສະມໍ່າສະເມີ.
·
ຄວາມໜາແໜນຂອງການຫ່ວານແກ່ນແມ່ນສາມາດໄດ້ມາຈາກການທົດລອງຂອງການແຕກງອກ.
- ແກ່ນທີ່ຫ່ວານແລ້ວໃຫ້ເອົາຊາຍຫ່ວານປົກໃຫ້ສະມໍ່າສະເຫມີ ແລະ ໜາສອງເທົ່າຂອງເມັດຊາຍ.ຈາກນັ້ນກໍໃຫ້ເອົາໄມ້ແປ້ນລູບໃຫ້ພຽງ
ແລ້ວປົກດ້ວຍເຟືອງແຫ້ງ.
- ຫົດນ້ຳດ້ວຍບັ້ງສິດທີ່ມີ່ອາຍຝອຍໆບາງໆ, ມີຮົມ, ເຟືອງທີ່ປົກຫຸ້ມນັ້ນມັນຈະຊ່ວຍໃນການປ້ອງກັນຄວາມແຫ້ງ
ແລະ ເຮັດໃຫ້ມັນບໍ່ຊຸ່ມເກີນໄປ.
- ໃຫ້ຕິດປ້າຍທີ່ມີວັນທີເດືອນປີຂອງການຫ່ວານແກ່ນ ແລະ ຊື່ຊະນິດພັນໄມ້.
- ໃຫ້ຍົກຍ້າຍເຟືອງອອກພາຍຫຼັງການແຕກຫງອກແລ້ວ, ໃຫ້ຢູ່ໃນຮົ່ມ ແລະ ເອົາອອກ 2-3ຊົ່ວໂມງຕໍ່ມື້ເພື່ອກະກຽມໃນການຍ້າຍບົງໃສ່ຖົງ.
6.4.
ໜານກ້າແກ່ນ
·
ທຳມະດາແລ້ວໜານກ້າແກ່ນແມ່ນສຳລັບກ້າແກ່ນທີ່ມີຈຳນວນຫຼາຍ, ໜານກ້າຈະຕ້ອງເຮັດເປັນໜານຂະໜາດ 5ມ - 10ມ
ແລະ ກ້ວາງຂະໜາດ 11.2ມ ພື້ນປູກດ້ວຍຫີນກ້ອນນ້ອຍຈາກນັ້ນກໍໃຫ້ປົກດ້ວຍດິນຊັ້ນໜ້າທີ່ປະສົມກັບຊາຍໃນອັດຕາສ່ວນ
1:1 ເພື່ອໃຫ້ການດູດຊຶມນ້ຳງ່າຍ.
·
ການຫ່ວານແກ່ນທີ່ໃຫ່ຍຫຼັງການຫວ່ານໃຫ້ເອົາໄມ້ກົດແກ່ນລົໃຫ້ເລິກໃນພື້ນໜານແລ້ວໃຫ້ຫວ່ານຊາຍປົກໃຫ້ຖ້ວມແກ່ນໃຫ້ໜາແຕ່
5ຊມ - 10ຊມ ສຳລັບແກ່ນນ້ອຍເຊັ່ນແກ່ນໄມ້ຂະຍຸງໃນຈຳນວນ 2000 – 4000
ແກ່ນຕໍ່ມ2 ຫຼັງຈາກຫ່ວານຊາຍປົກພໍໃຫ້ຖ້ວມແກ່ນແລ້ວເອົາໄມ້ແປ້ນລູບໜ້າໜານໃຫ້ພຽງອີກເທື່ອນຶ່ງ
ນີ້ກໍເພື່ອເຮັດໃຫ້ແກ່ນຢຶດຕິດແໜ້ນໃນໜານໃນເວລາຫົດນໍ້າ.
·
ໃຫ້ຕິດປ້າຍໃສ່ໜານກ່ຽວກັບວັນທີເດືອນປີຫ່ວານແກ່ນ ແລະ ຊື່ຊະນິດພັນໄມ້.
·
ໃຫ້ຫົດນ້ຳໜານທຸກໆມື້ໆສອງເທື່ອເຊົ້າ,
ແລງ ແລະ ໃຫ້ຢູ່ໃນຮົ່ມ.
·
ສີດຢາກັນເຊື້ອລາ
ແລະ ແມງໄມ້ເພື່ອປ້ອງກັນມົດ ແລະ ແມງເຂົ້າມາທໍາລາຍແກ່ນໂດຍສະເພາະແມ່ນຢູ່ໃນຊ່ວງແກ່ນຈະເລີ່ມແຕກງອກ.
·
ກວດກາຕິດຕາມຢ່າງເປັນປະຈໍາ.
6.5 ຂໍ້ແນະນໍາການກ້າແກ່ນໂດຍກົງໃສ່ຖົງຢາງ
·
ໃຫ້ຫົດນ້ຳແບບພໍຊຸມຊືນໃສ່ຖົງຢາງກ່ອນຈະປັກຊໍາແກ່ນ.
·
ຍອດຫຼືເນກແກ່ນໃສ່ເຄິ່ງກາງເບົ້າໃຫ້ເລີກ5-10
ມມ
·
ແກ່ນໃຫ່ຍຕົວຢ່າງແກ່ນໄມ້ແຕ້ຄ່າແມ່ນໃຫ້ເອົາທາງດ້ານຮາກອອກແລະກົດລົງໃນເບົ້າໃຫ້ຖ້ວມ
·
ການຫົດນ້ຳແມ່ນພາຍຫຼັງຈາກການຍອດຫຼືແກ່ນ
ແລະ ໃຫ້ຮົມ.
·
ຕິດປ້າຍໃສ່ໜານໂດຍການຂຽນມື້,ວັນ,ເດືອນ,ປີທີ່ລົງແກ່ນ,ຊະນິດພັນໄມ້.
· ຫຼັງຈາກແຕກງອກໄດ້
3-5 ວັນໃຫ້ຍ້າຍບົງເບ້ຍໄມ້ຈາກເບົ້າທີ່ແຕກງອກ2ເບ້ຍຂື້ນໄປ ໄປໃສ່ເບົ້າທີ່ບໍ່ມີການແຕກງອກເລີຍ
ນີ້ກໍເພື່ອໃຫ້ເບົ້າທຸກອັນມີເບ້ຍໄມ້ເຕັມຢ່າງສະມໍ່າສະເໝີ.
ຊະນິດພັນໄມ້
|
11
|
12
|
1
|
2
|
3
|
4
|
.5
|
6
|
7
|
8
|
ໝາຍເຫດ
|
|
1
|
ໄມ້ດູ່
|
sw
|
swt
|
t
|
||||||||
2
|
ໄມ້ແຕ້ຄ່າ
|
sw
|
ຫວ່ານໂດຍຕົງໃສ່ເບົ້າ
|
|||||||||
3
|
ໄມ້ສັກ
|
sw
|
swt
|
t
|
||||||||
4
|
ໄມ້ຂະຍຸງ
|
sw
|
swt
|
t
|
||||||||
5
|
ໄມ້ຍາງ
|
sw
|
swt
|
t
|
ໝາຍເຫດ: sw:ການຫວານແກ່ນ,swt: ຫວານ ແລະຍ້າຍບົງ,t: ການຍ້າຍ
VII.
ຕົວຢ່າງ
ເປີເຊັນການແຕກງອກຂອງໄມ້ບາງຊະນິດ
ລ/ດ
|
ຊະນິດພັນໄມ້
|
ຈ/ນແກ່ນ/ກລ
|
%ແຕກຫງອກ
|
ຈ/ນເບ້ຍ/ກລ
|
ຈ/ນກລ/ມ2
|
ຈ/ນເບ້ຍ/ມ2
|
1
|
ໄມ້ສັກ
|
1500
|
15
|
225
|
1
|
225
|
2
|
ໄມ້ຂະຫຍຸງ
|
30.000
|
20
|
6.000
|
0,4
|
2500
|
3
|
ໄມ້ດູ່
|
3000
|
15
|
450
|
0,8
|
400
|
4
|
ໄມ້ຍາງ
|
400
|
30
|
120
|
2
|
250
|
5
|
ໄມ້ເກດສະໜາ
|
4000
|
70
|
2800
|
0.4
|
1111
|
6
|
ໄມ້ແຕ້ຄ່າ
|
200
|
90
|
180
|
3,5
|
IX. ດີນສຳລັບຮ່າຍເບົ້າ
ດີນທີ່ດີເໝາະສົມສຳລັບຮ່າຍເບົ້າຈະພຸຜຸ່ຍ,ມີອາກາດ,ນ້ຳ ແລະທາດອາຫານ ທັງໝົດເລົ່ານີ້ຈະປັດໃຈທີ່ສຳຄັນໃນການພັດທະນາເບ້ຍໄມ້ ແລະລະບົບຮາກຂອງມັນ.ດິນຈະຕ້ອງມີໂຄງສ້າງທີ່ດີໃນທາງດ້ານກາຍຍະພາບ ແລະ ເຄມີຄືບໍ່ມີຄວາມເປັນກົດ ແລະດ່າງເກີນໄປ.
9.1 ດິນຮ່າຍເບົ້າທຳມະດາແລ້ວຈະປະກອບມີຄື:
·
ດິນປ່າໄມ້ຊັ້ນໜ້າ
·
ດິນແຄມນໍ້າ, ດິນຊາຍ ແລະ ອຸດົມດ້ວຍສານອາຫານດິນຊາຍຈະເຮັດໃຫ້ນໍ້າລະບາຍໄດ້ດີ ແລະ ອາກາດແຕ່ວ່າຫຼາຍໂພດຈະເຮັດໃຫ້ນໍ້າໜັກຂອງດິນເບົ້າເພີ່ມຂື້ນ
ແລະ ຝຸ່ນປຸ໋ຍຈະຫລຸດລົງ
· ທາດອິນຊີ,ຮັກສາຄວາມຊຸ່ມຊື່ນ ແລະ ສານອາຫານແລະ ຊ່ວຍໃຫ້ດິນເຂົ້າກັນເປັນກ້ອນດ້ວຍລະບົບຮາກ.
ດິນຫນຽວ ກໍສາມາດເຮັດໄດ້ຄືກັນແຕ່ມີຄຸນລັກສະນະໜ້ອຍກວ່າຫຼາຍ
9.2ການຄິດໄລ່ຫາຈຳນວນດິນຮາຍເບົ້າຕໍ່ຈຳນວນເບ້ຍທີ່ຕ້ອງການກ້າ.
ຍົກຕົວຢ່າງ: ໄມ້ດູ່
ເບົ້າຂະນາດ
3.5X7
ນິ້ວຈະມີບໍລິມາດຢູ່ 1052.3ຊມ3 200 ເບົ້າຈະບັນຈຸຢູ່ໃນໜານທີ່ຂະໜາດ
1ມ2 ນີ້ໝາຍເຖິງ
1052.3
ຊມ3X200ເບົ້າ=210,460 ຊມ3
ຕ້ອງການດິນຮ່າຍເບົ້າຈຳນວນ 1 ມ3 ແລະ
ສາດຮ່າຍເບົ້າໄດ້953
ເບົ້າ.ສຳລັບເບົ້າຂະໜາດ4x8 ນິ້ວຈະມີບໍລິມາດ 15708 ຊມ3 ສາມາດຮ່າຍໄດ້ 636 ເບົ້າ.ອັດຕາສ່ວນປະສົມຂອງດິນຮ່າຍເບົ້າ.ໂດຍປົກກະຕິແລ້ວອັດຕາສ່ວນປະສົມຂອງດິນຮ່າຍເບົ້າບໍ່ສາມາດຈະກຳນົດສູດຕາຍໂຕໄດ້ເພາະດິນທີ່ນຳມາປະສົມໂຄງປະກອບສ້າງມັນຄືກັນ,ດີນບາງບ່ອນອາດຈະປະກອບດ້ວຍຊາຍມີອັດຕາສ່ວນທີ່ປົນກັນກັບດິນນ້ອຍຫຼືກໍຫຼາຍເກີນໄປສະນັ້ນສູດປະສົມຈຶ່ງຂື້ນກັບໂຄງປະກອບສາງຂອງດີນ
ແລະ ຊະນິດພັນໄມ້ທີ່ຈະກ້ານັ້ນເປັນປັດໃຈໃຫ່ຍ.ສ່ວນປະສົມສຳລັບດີນຮ່າຍເບົ້າຈະປະກອບມີ ດິນປ່າໄມ້ຊັ້ນໜ້າ(Top soil ຫຼືForest soil),ຊາຍ,ແກບເຜົາ
ຫຼື ປຸຍໝັກ ແລະອັດຕາສ່ວປະສົມໂດຍທົ່ວໄປແມ່ນ ດິນ 3ສ່ວນຕໍ່ຊາຍ 1 ສ່ວນ
ປຸ່ຍໝັກຫຼືແກບເຜົ່າແມ່ນ1 ສ່ວນ(3-1-1)
ບັນຫາທີ່ໝັກເກີດໃນເວລາການບົງເບັ້ຍໃສ່ຖົງຢາງ
- ດິນຢູ່ປາກຖົງບໍ່ແໜ້ນດີ, ປາກຖົງຍຸບ, ນໍ້າບໍ່ຖືກໃນເບົ້າ
2. ການເຈາະຮູບໍ່ໄດ້ມາດຕະຖານ(ບໍ່ຖຶກຕ້ອງຕາມເຕັກນິກ)
3. ຮ່າຍເບົ້າຫລົມໂພດ
4.ຮ່າຍເບົ້າຍັດແໜ້ນໂພດ
5.ເບົ້າທີ່ປະຕິບັດບໍ່ຖືກວິທີ
9.3. ການຍ້າຍບົງ
ການຍ້າຍບົງແມ່ນການຕອບສະໜອງໃຫ້ເບ້ຍໄມ້ໄດ້ຮັບເນື້ອທີ່,ທາດອາຫານ,ແສງ
ແລະ ນໍ້າພຽງພໍເພື່ອການຈະເລີນເຕີບໂຕຂອງມັນ
ເພາະວ່າເບ້ຍໄມ້ທີ່ຖຶກຍ້າຍບົງໃສ່ເບົ້າຈະມີຊ່ອງຫວ່າງ ລະຫວ່າງເບ້ຍຕໍ່ເບ້ຍ ກ້ວາງຂື້ນ
ແລະ ຍັງເຮັດໃຫ້ມີອາກາດໝູນວຽນ ແລະ ລຸລວງດີ ສະນັ້ນຈຶ່ງເປັນການປ້ອງກັນພະຍາດເຊື້ອລາໂດຍສະເພາະ
ໂລກຂໍ້ເນົ່າໄດ້ອີກ.
-ການຍ້າຍບົງແມ່ນວຽກທີ່ມີຄວາມລະມັດລະວັງສູງເຮັດໃຫ້ຖືກຕ້ອງຕາມເວລາ
ກັບດີນຟ້າອາກາດແລະ ສະພາບຂອງເບ້ຍໄມ້ທີ່ເໝາະສົມ ແລະການຍ້າຍບົງນີ້ຈະຕ້ອງເຮັດຢ່າງຕໍ່ເນື່ງຈົນກ່ວາເບັ້ຍໄມ້ທີ່ແຕກງອກນັ້ນຖືກຍ້າຍບົງໝົດເພາະແກ່ນໄມ້ທີ່ກ້ານັ້ນບໍ່ສາມາດທີ່ຈະແຕກງອກອອກເວລາດຽວກັນມົດ.ແລະ ເຮັດໄດ້ພາຍລັງຈາກກາແຕກງອກຂອງແກ່ນໄມ້ທີ່ມີໃບ 1ຄູ່ພ້ອມກີບລ້ຽງ.ການຍ້າຍບົງນີ້ແມ່ນມີຈຸດປະສົງຄື:
·
ເຮັດໃຫ້ມີຊອງຫວ່າງ, ເບ້ຍໄມ້ສມາດມີການຈະເລີນເຕີບໂຕໄວ.
·
ໄດ້ຮັບແສງແດດພຽງພໍແລະທົ່ວເຖິງ.
·
ໄດ້ຮັບປະລິມານນ້ຳແລະທາດອາຫານ.
·
ປ້ອງກັນໂລກພະຍາດແລະເຊື້ອລາ
9.4 ຂໍ້ແນກນຳກ່ຽວກັບການຍ້າຍບົງ
·
ກະຕຽມເບົ້າໃຫ້ຮຽບຮອ້ຍຄືບໍ່ໃຫ້ເບົ້າແໜ້ນຫຼືຫຼົມເກີນໄປຖ້າດິນບໍ່ເຕັມໃຫ້ເພີມດິນໃສ່ຕື່ມ
·
ເອົາໄມ້ເຈາະເຮັດຮູເລິກປະມານ5ຊມຄວາມກ້ວາງໃຫ້ພໍເໝາະກັບຮາກຂອງເບ້ຍໄມ້ເຂົ້າໄດ້.
·
ກ່ອນຍ້າຍບົງຈະຕ້ອງໄດ້ຫົດນ້ຳກ່ອນໃສ່ໜານກ້າເສຍກ່ອນເພື່ອໃຫ້ການຖອນເບ້ຍໃຫ້ອອກງາຍ.
·
ໃຫ້ຕຽມຊາມຫຼືຄຸ
ແລະ ໃສ່ນ້ຳນ້ອຍນຶ່ງເພື່ອບໍ່ໃຫ້ເບັ້ຍໄມ້ຫ່ຽວແຫ້ງ ແລະອາດຈະຕາຍໄດ້ຫຼັງຈາກບົງ.
·
ໃຫ້ເອົາໄມ້ຈີ້ມຮາກແລະເອົາມືກຳນຶ່ງຄອຍໆຈັບຍອດແລ້ວຄອຍໆຖອນອອກແລະລະວັງບໍ່ໃຫ້ຮາກມັນຖຶກທຳລາຍແລະໃບຂາດ.
·
ຫຼັງຈາກການລົກຖອນແຕ່ລະເບ້ຍແມ່ນໃຫ້ເອົາໃສ່ລົງໃນຄຸຫຼືຊາມ.
·
ການຖອນລົກແຕ່ລະຄັ້ງບໍ່ໃຫ້ຖ່ອນຫຼາຍເກີນໄປໃຫ້ພໍເໝາະກັບການ
·
ບົງຖ້າຖອນຫຼາຍບົງອາດຈະບໍ່ໝົດແລະ
ເຮັດໃຫ້ເບ້ຍໄມ້ເສຍຫາຍໄດ້,ສະນັ້ນເບ້ຍໄມ້ທີ່ຖອນອອກບົງທຸກເທື່ອຈະຕ້ອງບົງໃຫ້ໝົດກ່ອນຈຶ່ງໄປຖອນອີກ.
·
ຖ້າຫາກຮາກຍາວເກີນໄປກໍໃຫ້ຕັດອອກເພື່ອບໍ່ໃຫ້ຮາກພັບຂື້ນໃນເມື່ອເວລາບົງ.
·
ຫລັງເອົາເບັ້ຍໄມ້ລົງໃນຂຸ້ມແລ້ວທຸກເທື່ອຈະຕ້ອງກົດດິນອ້ອມຂ້າງເບ້ຍໃຫ້ຕິດກັບຮາກເພື່ອບໍ່ໃຫ້ມີຊ່ອງວາງຂອງອາກາດຢູ່ໃນຂຸມ.
·
ໃຫ້ເລືອກເອົາແຕ່ເບ້ຍທີ່ດີແລະແຂງແຮງເທົ່ານັ້ນໃນການບົງ,ສ່ວນບ້ຍທີ່ອ່ອນແອບໍ່ແຂງແຮງໃຫ້ເອົາຖິ້ມ.
·
ຫຼັງຈາກບົງທຸກຄັ້ງຈະຕ້ອງຫົດນ້ຳເປັນລະຍະໆໄປເພື່ອປ້ອງກັນບໍ່ໃຫ້ເບ້ຍໄມ້ແຫ້ງຕາຍ.ໜານທີ່ບົງຈະຕ້ອງໃຫ້ຮົມກຳບັງປະມານ70%ແລະໃຊ້ຜ້າຫຼືຝາໄມ້ໄຜ່ເຮັດເປັນຝາເພື່ອກັນລົມປ້ອງກັນການລະເຫີຍຂອງເບັ້ຍໄມ້.
·
ຫລັງຈາກບົງແລ້ວໃຫ້ຕິດປ້າຍບອກວັນເວລາແລະຊະນິດໄມ້ທີ່ບົງໃສ່ຂອບໜານທຸກເທື່ອ.
X. ການບົວລະບັດຮັກສາເບ້ຍໄມ້
ເບ້ຍໄມ້ທຸກເບ້ຍກ່ອນທີ່ຈະນໍາໄປປູກຫຼືອອກຈໍາໜ່າຍໄດ້ນັ້ນຈະຕ້ອງໄດ້ຜ່ານການບົວລະບັດຮັກສາເປັນຢ່າງດີ
ແລະ ຕ້ອງຕາມຂັ້ນຕອນຂອງເຕັກນິກວິຊາການ ນີ້ກໍເພື່ອເຮັດໃຫ້ວຽກງານການປູກໄມ້ມີຄວາມສໍາເລັດຜົນທີ່ດີ.
ການບົວລະບັດຮັກສາເບ້ຍໄມ້ແມ່ນມີຫຼາຍຂັ້ນຕອນຄື
ນັບຕັ້ງແຕ່ແກ່ນໄມ້ຖືກຫວ່ານລົງໄປໃສ່ໜານກ້າຈົນເຖິງຂັ້ນຕອນສຸດທ້າຍຄືການນໍາເອົາເບ້ຍໄມ້ອອກໄປສູ້ສວນປູກໄມ້.ການບົວລະບັດຮັກສາແຕ່ລະຂັ້ນຕອນມີລາຍລະອຽດດັ່ງລຸ່ມນີ້ຄື:
10.1 ການໃຫ້ນ້ຳ
ການຫົດນ້ຳແກ່ເບັ້ຍໄມ້ມັນມີຄວາມຈຳເປັນທີ່ສຸດສຳລັບການຈະເລີນເຕີບໂຕຂອງມັນ
ແຕ່ການຫົດນ້ຳຈະຕ້ອງປະຕິບັດໃຫ້ຖຶກຕ້ອງຕາມລະບຽບຫຼັກການອງວິຊາການ. ການຫົດນ້ຳແມ່ນຂຶ້ນກັບດີນຟ້າອາກາດ ແລະ
ໂຄງຮ່າງປະກອບສ້າງຂອງດິນ ແລະ ສະພາບຕົວຈິງຂອງເບ້ຍໄມ້.ຖ້າການໃຫ້ນໍ້າແກ່ເບ້ຍໄມ້ຫາກບໍ່ຖຶກວິທີ
ມັນກໍຈະມີຜົນສະທ້ອນອັນບໍ່ດີໃຫ້ແກ່ເບ້ຍໄມ້ຂອງເຮົາໄດ້
ຕົວຢ່າງ:
1.
ຖ້າໃຫ້ຫຼາຍເກີນໄປກໍຈະເຮັດໃຫ້ດິນໃນເບົ້າປຽກຈື້ນ ອັນຈະເຮັດໃຫ້ເກີດພະຍາດເຊື້ອລາ.
2. ຖ້າໃຫ້ນ້ອຍກໍຈະໃຫ້ເບ້ຍໄມ້ຂາດນໍ້າ
ແລະ ດິນໃນເບົ້າແຂ່ງກະແດ້ງອັນເຮັດໃຫ້ເບ້ຍໄມ້ຈະເລີນເຕີບ
ໂຕບໍ່ໄດ້ດີເທົ່າທີ່ຄວນຫຼືອາດເຮັດຫ້ຽວແຫ້ງຕາຍ.
ຂໍ້ແນນຳການໃຫ້ນ້ຳ
·
ປົກກະຕິແລ້ວການໃຫ້ນ້ຳແກ່ເບັ້ຍໄມ້ແມ່ນເຮັດ
2 ເທື່ອຕໍ່ມື້ຕອນເຊົ້າ
ແລະ ຕອນບ່າຍ.ແຕ່ກໍ່ຕ້ອງອີງຕາມສະພາບຂອງດິນຟ້າອາກາດ
ແລະ ສະພາບຕົວຈິ່ງຂອງເບັ້ຍໄມ້.
·
ຫົດນ້ຳໃນແຕ່ລະເທື່ອແມ່ນຕ້ອງໃຫ້ລົງເລິກເຖິງຮາກ
ແລະ ໃຫ້ສະຫມໍ່າສະເໝີທົ່ວເຖິງ.
·
ຫຼັງຈາກການຫົດແລ້ວແຕ່ລະຄັ້ງຈະຕ້ອງໄດ້ກວດການເບິ່ງວ່າມັນພຽງພໍຫຼືບໍ່ໂດຍການເອົາໄມ້ຈີ້ມເບິ່ງດີນໃນເບົ້າກໍລະນີຫາກບໍ່ພຽງພໍກໍໃຫ້ທຳການຫົດຕື່ມ.
·
ອູປະກອນການຫົດນ້ຳອາດຈະປະກອບມີບົວຫົດນ້ຳ,ປ້ອມນ້ຳທີ່ໃຊ້ສາຢາງດແຕ່ລະຢ່າງຈະຕ້ອງເຮັດໃຫ້ນ້ຳບໍ່ເປັນເມັດໃຫ່ຍອັນຈະພາໃຫ້ເບັ້ຍໄມ້ຖຶກທຳລາຍຫຼື
ລົ້ມກໍ່ໄດ້.
ບັນຫາຂອງການໃຫ້ນ້ຳ
ການຫົດນ້ຳເບ້ຍໄມ້ບາງທີນ້ຳທີ່ຫົດໄປນັ້ນບໍ່ດູດສັບເຂົ້າໄປໃນດິນເຖິງວ່າຈະໃຫ້ນ້ຳເທົ່າໃດກໍບໍ່ມີຜົນນ້ຳມີແຕ່ສະລ້າງໄປຊື່ໆອັນເປັນສາເຫດໃຫ້ເບ້ຍໄມ້ຂາດນ້ຳລໍ່ລ້ຽງໃນເວລາຖຶກແສງແດດເບ້ຍໄມ້ກໍຈະຫ່ຽວແຫ້ງ.ສາເຫດແມ່ນເກີດມາຈາກດິນທີ່ປະສົມຮ່າຍເບົ້າອັດຕາສ່ວນຂອງດິນຫຼາຍເກີນໄປ,ການແກ້ໄຂແມ່ນໃຫ້ເອົາໄມ້ຈີ້ມເພື່ອບົງດີນ.
10.2 ການໃຫ້ປຸ໋ຍແກ່ເບ້ຍໄມ້
ປຸ໋ຍມີຄວາມຈໍາເປັນຕໍ່ເບ້ຍໄມ້ ໃນເມື່ອເຫັນວ່າມີຄວາມຈໍາເປັນທີ່ຕ້ອງໄດ້ໃສ່
ໂດບປົກກະຕິແລ້ວຖ້າເຮົາມີການກະກຽມດີ ແລະ ຖືກຕ້ອງຕາມເຕັກນິກວິຊາການທີ່ວາງອອກນັ້ນເພື່ອຮ່າຍເບົ້າ,
ເບ້ຍໄມ້ກໍຈະມີການຈະເລີນເຕີບໂຕ ແລະ ແຂງແຮງດີຢູ່ສະເມີ
ແຕ່ກໍລະນີທີເບ້ຍໄມ້ຫາກມີບັນຫາສໍາລັບການຈະເລີນເຕີບໂຕນັ້ນ,ເຮົາຈະຕ້ອງໄດ້ສຶກສາຫາຂໍ້ມູນ
ແລະ ສາເຫດວ່າມັນເປັນຍ້ອນຫຍັງ ກ່ອນທີ່ຈະຕັດສີນໃຈໃສ່ປຸ໋ຍທີ່ຖືກຕ້ອງຕາມຄວາມຕ້ອງການຂອງພືດ,
ບໍ່ດັ່ງນັ້ນການໃສ່ປຸ໋ກໍຈະບໍ່ໄດ້ຜົນ ແລະ ເປັນການສິ້ນເປື້ອງເງີນຄໍາໄປຊື່ໆ.
10.3 ຄວາມໝາຍ
ແລະ ຄຸນປະໂຫຍດຂອງສູດປຸ໋ຍ (N.P.K) ແຕ່ລະຊະນິດມີດັ່ງລຸ່ມນີ້:
ການຈະເລີນເຕີບໂຕຂອງເບ້ຍໄມ້ແມ່ນມຄວາມຕ້ອງການຂອງທາດnutrients
ຫຼາຍທີ່ສຸດໃນການດູດຊັບຂອງຮາກ,ອາກາດ ແລະ ນ້ຳກໍແມ່ນປັດໃຈທີຈຳເປັນ.ບາງທາດທີ່ສຳຄັນຂອງທາດ nutrientsຄື:(N)ໄນຕໂລເຈນ nitrogen, (P) ຟອດສະຟໍລັດ (K) ໂພເຕຊຽມ potassium. (N), (P) and
(K).ໃນເວລາທີ່ພືດບໍ່ມີຄວາມພຽງພໍທາດອາຫານຈະເຮັດໃຫ້ສີຂອງໃບ, ຮາກແລະ ລຳຕົ້ນປ່ຽນແປງ.ໃບຂອງເບ້ຍໄມ້ຕ້ອງການໃຫ້ມີສີຂຽວແກ່ແລະແຂງແຮງຕະລອດເວລາ.ແຕ່ເຖິງຢ່າງໃດກໍຕາມ,
ການໃຫ້ນໍ້າ ແລະ ໃຫ້ຮົ່ມມັນກໍສາມາດມີຜົນສະທ້ອນຄືກັນ.
ບາງທາດອາຫານຂາດເຂີນ
ຊື່ຂອງທາດ
|
ຖ້າຂາດ ຈະເຮັດໃຫ້ມີຄວາມບົກຜ່ອງໃນດ້ານຕ່າງໆຂອງພືດ
|
N
|
ໃບແກ່ຈະເປັນສີເຫຼືືອງເບ້ຍໄມ້ຈະໃຫ່ຍຊ້າ
|
P
|
ການຈະເລີນເຕີບໂຕຊ້າ
|
K
|
ຂອບໃບເກົ່າປຽນເປັນສີເຫຼືອງ,ສີນໍ້າຕານແລ້ວມີຈຸດດ່າງດຳ
|
Ca
|
ໃຫ່ຍຊ້າ,ຕາໄມ້ຕາຍ ແລະ ຮາກແກ້ວບໍ່ແຂງແຮງ
|
Mg
|
ຖ້າKຫລາຍເກີນໄປ ແລະ ໃບແກ່ຈະເຫຼືອງລະຫວ່າງທໍລ້ຽງໃບ ແລະ ເສັ້ນຂອບຂ້າງ
|
S
|
ຈະເຮັດໃຫ້ການຈະເລີນເຕີບໂຕຊ້າ ແລະ
ໃບອ່ອນເປັນສີຂ່ຽວອ່ອນ,ມາດ ແລະ ຂົດງໍ
|
ປຸ໋ຍຈະຕ້ອງມີອາຍຸການໃຊ້ງານຕະຫລອດແຕ່ຕ້ອງອ່ານຂໍ້ແນະນຳຢູ່ສະເໝີກ່ອນນຳໃຊ້ມັນຕໍ່ພືດNPKຈະປະສົມເຂົ້າໃນດິນປະສົມເຂົ້າໃນເບົ້າໃນເວລາຍ້າຍບົງການໃຫ້ປຸ໋ຍຕໍ່ເບ້ຍໄມ້ແມ່ນຫຼັງຈາກເລີ່ມການແຕກງອກ
6 ອາທິດແລະຫຼັງຈາກທຸກໆເດືອນ. ຈໍານວນປຸ໋ຍທີ່ໃຫ້ແມ່ນຂຶ້ນກັບທາດ N ທີ່ມີຢູ່ໃນດິນ
ຄວາມຕ້ອງການຂະໜາດຂອງເບ້ຍໄມ້ແລະ
ໄລຍະເວລາຂອງເບ້ຍໄມ້ທີ່ຕ້ອງການຈະເລີນເຕີບໂຕຢູ່ໃນສວນກ້າ,ຊະນິດພັນແລະຂະໜາດຂອງເບົ້າ.ປຸ໋ຍແມ່ນເພື່ອໃຊ້ສ່ວນໃຫ່ຍເຂົ້າເຮັດໃຫ້ຕົ້ນໄມ້ໃຫ່ຍໄດ້ຂໜາດທີ່ຖືກຕ້ອງສຳລັບນຳເອົາອອກປູກ
ແລະ ບໍ່ຄວນເລັ່ງໃສ່ແຕ່ລວງສູງ ແລະຕົ້ນທີ່ອ່ອນແອ.ຫຼັງການໃສ່ປຸ໋ຍທຸກເທື່ອຈະຕ້ອງລ້າງປຸ໋ຍທີ່ຕົກຄ້າງຢູ່ໃນໃບໂລດຖ້າບໍ່ດັ່ງນັ້ນມັນກໍຈະໄໝ້.
ການໃຫ້ປຸ໋ຍແມ່່ນໃຫ້ພຽງແຕ່ໜຶ່ງຫຼືສອງເທື່ອເທົ່ານັ້ນແລະໃນຊ່ວງ6ອາທິດກ່ອນນຳອອກປູກແມ່ນບໍ່ໃຫ້ປຸ໋ຍ.
·
Nກະຕຸ້ນໃບແລະຮາກໃຫ້ໃຫຍ່ແຕ່ມັນພັດເຮັດໃຫ້ການພັດທະນາຂອງ
N-fixing bacteria ນ້ອຍລົງ.ໃຫ້ປະສົມ 20-30 ກລາມຂອງ N.P.K 46.0.0 ສົມກັບນໍ້າ5ລິດ ແລະ ຫົດອ້ອມເບ້ຍໄມ້ປະມານ500 ເບ້ຍຫຼື 100 ກລາມຕໍ່ນໍ້າ
20 ລິດຫົດອ້ອມເບ້ຍປະມານ 1000 ເບ້ຍ.
· P ປົກກະຕິແລ້ວຈະມີນ້ອຍຢູ່ໃນດິນ,ແຕ່ມັນພັດມີຄວາມສຳຄັນຫຼາຍຕໍ່ການຈະເລີນເຕີບໂຕຂອງຮາກແລະການກະຕຸ້ນໃຫ້ມີການພັດທະນາຂອງ
N-fixing bacteria leguminous
ຂອງພືດ P ບໍ່ສາມາດລະລາຍໃນນໍ້າໄດ້ແຕ່ເຂົາເຈົ້າໃຫ້ຫ່ວານເປັນເມັດໂລດໃສ່ກັບດິນຫຼື
ກໍໃຫ້ບົດປະສົມລົງໃສ່ກັບດິນຮ່າຍເບົ້າ
·
K ມັນຈະບໍ່ຄ້າຍຄືກັນກັບ
deficiency ແຕ່ມັນບັນຈຸຢູ່ໃນ
NPK 15-15-15
ສ່ວນປະສົມ 100ກລາມໃສ່ນໍ້າ 20ລິດ ແມ່ນພຽງພໍສໍາລັບຫົດ
1000 ເບັ້ຍ.
10.4 ການກຳຈັດຫ້ຍາ
ວັດສະພືດແມ່ນໂຕການແຂ່ງຂັນການຍາດແຍງທາດNutrients,ນໍ້າ, ແສງແລະ ຈະຕ້ອງໄດ້ໝັ່ນກວດ
ກາທຸກໆພື້ນທີ່ທີ່ມີຢູ່ໃນສວນກ້າ.ມັນເປັນສີ່ງທີ່ດີສຸດສຳລັບການປ້ອງກັນການສູນເສຍການຈະເລີນເຕີບໂຕຂອງເບຍໄມ້ດີກວ່າທີ່ຈະລອງພິດລອງຖຶກຕາມຫຼັງ.ລົກຫຍ້າອອກທຸກເທື່ອເມື່ອເຮົາເຫັນວ່າມັນຮົກແລະ
ຢ່າງໜ້ອຍໜຶ່ງຄັ້ງຕໍ່ເດືອນ,ກ່ອນລົກໃຫ້ຫົດນໍ້າກ່ອນທຸກທີເພື່ອໃຫ້ມັນລົກງ່າຍ.ໝອກແລະໄຄມັນເປັນເຄື່ອງໝາຍຊີ້ບອກເຖິ່ງວ່າມີການໃຫ້ນໍ້າຫຼາຍເກີນໄປເຮັດໃຫ້ດີນແໜ້ນ,ຊຶ່ງຈະຕ້ອງໄດ້ເຮັດໃຫ້ການໃຫ້ນໍ້າຢ່າງຖຶກຕ້ອງເໝາະສົມຫຼືໃຫ້ເອົາໄມ້ຈີ້ມດິນໜ້າເບົ້າເພື່ອເຮັດໃຫ້ອົກຊີເຈນເຂົ້າຜ່ານເຖິງຮາກໄດ້.
10.5. ການຕັດຮາກ
ຫຼັງຈາກປະມານ1 – 4ເດືອນ,ອີງຕາມຊະນິດພັນ,ຮາກຂອງເບ້ຍໄມ້ຈະຍາວຫລຸດພົ້ນອກຈາກເບົ້າ,ສະນັ້ນມັນຈຶ່ງຈຳເປັນທີ່ຈະຕ້ອງໄດ້ຕັດມັນອອກ,ການຕັດຮາກນີ້ແມ່ນມີຄວາມຈຳເປັນສຳລັບໄມ້ຊະນິດໃຫຍ່ໄວຫຼື
ສຳລັບເບ້ຍໄມ້ທີ່ຕົກຄ້າງຢູ່ໃນສວນກ້າໜານບາງຊະນິດພັນໄມ້ກໍບໍ່ສາມາດຈະຕັດຮາກໄດ້ເພາະມັນຈະຕາຍ.ການຕັດຮາກຊ້າມັນຈະເຮັດໃຫ້ຮາກລຸດດັນລົງໄປໃນດິນພື້ນຂອງຮາກແລະ
ເມື່ອຍົກເບ້ຍໄມ້ອອກມັນກໍ່ຈະຕາຍ.ຜ້າຢາງອາດສາມາດປູກຮອງພື້ນໜານໄດ້ເພື່ອປ້ອງກັນບໍ່ໃຫ້ຮາກເບ້ຍໄມ້ອອກລົງດິນໄດ້.
1 ຈຸດດີຂອງການຕັດຮາກ
·
ຫລຸດຜ່ອນການຈະເລີນເຕບໂຕເກີນຂອງເບັ້ຍໄມ້
·
ເຮັດໃຫ້ການນຳເບ້ຍໄມ້ອອກປູກໄດ້ສະດວກ
·
ເຮັດໃຫ້ຮາກມີການພັດທະນາ
·
ຈຳກັດການຂະຍາຍໂຕຂອງຮາກ
·
ເຮັດໃຫ້ເບ້ຍໄມ້ແຂງແຮງ
ຂໍ້ແນນຳການຕອນຮາກ
·
ໃຫ້ຈັບຍົກເບ່ິ່ງເບັ້ຍໄມ້ວ່າຮາກປົ່ງອອກ
ແລະ ຫລຸດພົ້ນອອກຈາກຖົງຢາງແລ້ວບໍ່.
·
ໃຫ້ໃຊ້ມີດຕັດຕັດຮາກທີ່ມັນລຸດພົ້ນເບົ້າອອກມາ
·
ຫຼາຍຊະນິດພັນໄມ້ທີ່ຈະຕ້ອງໄດ້ຕັດທຸກເດືອນ
·
ການຕັດຮາກແມ່ນໃຫ້ເຮັດຊ່ວງບ່າຍຫຼື
ຟ້າມືດຄຶ້ມ
·
ຫຼັງຈາກຕັດຮາກແລ້ວຕ້ອງໃຫ້ຮົ່ມ
ແລະ ໃຫ້ນໍ້າໂລດ
·
ການຕັດຮາກແມ່ນເຮັດຄັ້ງສຸດທ້າຍແມ່ນກ່ອນນຳເບັ້ຍໄມ້ອອກປູກ2-3ອາທິດ
10.6. ການໃຫ້ຮົ່ມ ແລະ ບ່ອນເກັບຮັກສາ
ຮົ່ມແມ່ນຈະຕ້ອງໄດ້ໃຫ້ໃນຊ່ວງໄລຍະການແຕກງອກຂອງແກ່ນໄມ້ເພື່ອປ້ອງກັນການແຫ້ງຂອງເບ້ຍໄມ້.
ເບ້ຍໄມ້ທີ່ຫາກໍ່ຍ້າຍບົງແຮງຈໍາເປັນຢ່າງຍິ່ງໃນການໃຫ້ຮົ່ມເພື່ອປ້ອງກັນແສງແດດ.ຮົ່ມມັນຈະຊ່ວຍຫລຸດຜ່ອນການລະເຫີຍອາຍ
ແລະ ຫລຸດອຸນຫະພູມລົງ.ຕະໜ່າງກັນແສງແມ່ນສາມາດໃຫ້ສູງແຕ່30-60ຊມໃນໜານກ້າ ແລະ 2ມໃນໜານທົ່ວໄປເພື່ອສະດວກໃນການເຮັດວຽກ.
ຕາໜ່າງກັນແສງແມ່ນກໍ່ຊາລອນສີດຳທີ່ມັກໃຊ້ກັນໃນປັດຈຸບັນແຕ່ກໍສາມາດນຳໃຊ້ວັດສະດຸກຈາກທຳມະຊາດໄດ້ເຊັ່ນວກະແຕ
ແລະ ໃບໝາກພ້າວຫຼືຫ້ຍາຄາກໍໄດ້.
ໂດຍທົ່ວໄປແລ້ວຊາລອນຈະໃຫ້ຮົມຕັ້ງແຕ່
50% ຫາ75%. ຮົ່ມຈະມີຕັ້ງແຕ50%ຫາ80%ມັນຈະເພີ້ມຂື້ນແຕ່ລະຂັ້ນລະ 10% ມັນຈະມີຄວາມຈຳເປັນທີ່ຈະຕ້ອງໃຫ້ຮົ່ມແກ່ເບ້ຍໄມ້ໃນ່ວງຢູ່ໃນສວນກ້າ.
ຄວາມແໜ້ນໜາຂອງແສງຂອງຮົ່ມແມ່ນຂື້ນກັບຄວາຕ້ອງການຂອງຊະນິດພັນໄມ້.
ບາງຊະນິດພັນໄມ້ຕ້ອງການແສງຄືກັນກັບພັນໄມ້ຫຼາຍໆຕະກຸນ Dipterocarceae ແລະບໍ່ສາາດທີ່ຈະເລີນເຕີບໂຕໄດ້ໃນພະວະການ
ທີມີແສງແດດກ້າໄດ້ບາງຊະນິດໄມ້ເຊັນ Shimawallichii ຕ້ອງການແສງພໍເໝາະແລະຖ້າເກັບໄວ້ດົນເກີນໄປໃນທີ່ຮົ່ມຈະເຮັດໃຫ້ການຈະເລີນເຕີບໂຕຂອງເບັ້ຍໄມ້ຊ້າ.ໃນທົ່ວໄປແລ້ວທ່ສຳຄັນແມ່ນບໍ່ຄວນເກັບຮັກສາເບັ້ຍໄມ້ໃນທີ່ຮົມເກີນໄປຫຼັງຈາກການຍ້າຍບົງແລ້ວ.
ຂໍ້ແນຳການໃຫ້ຮົ່ມ
- ໃຫ້ຮົ່ມໃນໄລຍະເວລາທີ່ເບ້ຍໄມ້ຍັງນ້ອຍ ແລະ ຫາກໍຍ້າຍບົງ
- ຫລຸດຜ່ອນຮົ່ມລົງໃນເມື່ອເບ້ຍໄມ້ໃຫຍ່ຂື້ນແລະໃບປົ່ງໃໝ່.ມື້ທຳອິດອາດເປີດແສງ2ຊົ່ວໂມງໃນຕອນເຊົ້າ,2ມື້
ເປີດ3ຊມແລະຕໍ່ໆໄປຈົນເທິ່ງ10 ມື້ຫຼັງຈາກນັ້ນແມ່ນບໍ່ໃຫ້ເລີຍ.
- ຮົ່ມຈະຕ້ອງເຮັດແບບທີ່ສາມາດຍົກຍ້າຍງ່າຍໃນເມື່ອມີຄວາມຕ້ອງການ
10.7 ບົ້ງແມງ ແລະ ເຊື້ອລາ
ໃນເມື່ອສວນກ້າເບ້ຍໄມ້ມີສະພາບທີ່ດີ
ແລະ ເບ້ ຍໄມ້ມີຄວາມແຂງແຮງ,ບາດກ້າວທຳອິດແມ່ນຈະຕ້ອງເຮັດການປ້ອງກັນພະຍາດແມງໄມ້ ແລະ
ເຊື້ອລາ.ແຕ່ວ່າບາງເທື່ອຄວາມຊຸ່ມ່ຊືນແລະສະພາບເງື່ອນໄຂໃຫ້ເກີດຄວາມອົບເອົ້າເຊັນດ່ຽວກັນເຮັດໃຫ້ເຊື້ອລາຖຶກພັດທະນາເກີດຂື້ນກັບລຳຕົ້ນຂອງເບ້ຍໄມ້ອ່ອນແອທີ່ຕິດກັບດິນ.
ເຊື້ອລາເຂົ້າທຳລາຍເອີນວ່າໂລກຂໍ໊ເນົ່າສາເຫດແມ່ນເກີດມາຈາກດີນຊັ້ນໜ້າຂອງໜານກ້າ,ດີນຊຸ່ມ,ດີນalkaline,ບໍ່ມີອາກາດ ຫມູນວຽນແລະແສງສະຫວ່າງນ້ອຍໃນເມື່ອຮາກມີການຕິດເຊື້ອເກີດຂື້ນແມ່ນໃຫ້ກຳຈັດແລະທຳລາຍທັນທີການຮັບຮອງເອົາເຕັກນິກສວນກ້າແມ່ນກຳນົດຢູ່ໃນຄູມືນີ້ແລະການຕິດຕາມກວດກາຄວນເຮັດຢ່າງຖຶກຕ້ອງເໝາສົມເພື່ອປ້ອງກັນພະຍາດ.ບາງເທື່ອຢາຂ້າພະຍາດເຊື້ອລາເຊັນຢາCAPTAN
or BENLATE ນຳໃຊ້ໄດ້ໃນກໍລະນີຂັບຂັນໃນກໍລະນີທີ່ດິນບໍ່ສາມາດ
sterilizedແມງໄມ້ເຂົ້າທຳລາຍສາມາດປ້ອງກັນໄດ້ໂດຍການກວດກາຢ່າງເປັນປົກກະຕິແລະການທຳລາຍການເພາະເຊື້ອແຜ່ພັນຂອງມັນ
ແລະທຳລາຍດ້ວຍຮູບການຈູດເຜົ່າທຳລາຍ. ການກວດສອບໃນແຕລະມື້ຄວນຈະເຮັດຢ່າງລະອຽດ.
ໃນເມື່ອເວລາເບ້ຍໄມ້ຖືກຜົນກະທົບຫຼືທໍາລາຍແລະ ໃຫ້ເອົາບ່ອນທີ່ຖືກທຳລາຍນັ້ນອອກດ້ວຍຮູບການທຳລາຍແລະ
ຈູດຖີ້ມ.
- ຫ້າມນຳໃຊ້compostຫຼື ປຸ໋ຍໃສ່ໃນດິນຫວ່ານ
- ໃຫ້ໃຊ້ດິນຊາຍທີ່ລະບາຍນໍ້າໄດ້ດີ
- ຫ້າມຫວ່ານແກ່ນເລີກເກີນໄປ
- ໃຫ້ຫວ່ານແກ່ນບໍ່ໃຫ້!ແໜ້ນເກີນໄປ
- ຫວ່ານໃນຊ່ວງລະດູແລ້ງ
- ບໍ່ຄວນໃຫ້ນໍ້າຫຼາຍເກີນໄປ
- ໃຫ້ລະມັດລະວັງໃນການຍ້າຍບົງ
- ໃຫ້ເປີດຮົມອອກໃນເມື່ອບໍ່ມີຄວາມຈຳເປັນ
- ບໍ່ໃຫ້ເພີ່ມເຕີມປຸ໋ຍຫຼື ປຸ໋ຍຄອກຫຼາຍໃສ່ໃນດິນຮາຍເບົ້າ
10.8
ການກະກຽມເບ້ຍໄມ້ໃນການປູກ
ເບ້ຍໄມ້ທຸກເບ້ຍກ່ອນທີ່ຈະນໍາອອກໄປປູກຫຼືຈໍາໜ່າຍຂາຍອອກໄດ້ນັ້ນ
ເບ້ຍໄມ້ຈະຕ້ອງຮັບປະກັນທາງດ້ານຄຸນນະພາບດີ, ປາສະຈາກພະຍາດບົ້ງແມງຕ່າງໆ,ມີຄວາມແຂງແຮງທົນທານແລະສາມາດຈະເລີນເຕີບໂຕໄດ້ຢູ່ໃນເນື້ອທີ່ປູກເພື່ອທີ່ຈະໄດ້ແນວນັ້ນເຮົາຈະຕ້ອງໄດ້ເອົາໃຈໃສ່ປະຕິບັດໄປຕາມທຸກຂັ້ນຕອນຂອງເຕັກນິກວິຊາການທີ່ວາງອອກໄປນັ້ນຢ່າງເຄັ່ງຂັດ.
10.9 .ການເຮັດເບ້ຍໄມ້ໃຫ້ລຶ້ງເຄີຍກັບສະພາບແວດລ້ອມ
ຫຼັງຈາກທີ່ເບ້ຍໄມ້ໄດ້ຖືກລ້ຽງດູ
ແລະບົວລະບັດຮັກສາເປັນຢ່າງດີໃນໄລຍະ 5 – 6ເດືອນຢູ່ໃນສວນກ້າ. ຖ້າຫາກເຮົານໍາເອົາເບ້ຍໄມ້ດັ່ງກ່າວໄປປູກໂດຍປາສະຈາກການຈັດໃຫ້ມັນລຶ້ງເຄີຍກັບທໍາມະຊາດແລ້ວເບ້ຍໄມ້ກໍຈະຊອກຫຼືຕາຍໄປ.ສະນັ້ນການເຮັດໃຫ້ເບ້ຍໄມ້ມີຄວາມລຶ້ງເຄີຍກັບທຳມະຊາດ(ສະພາບແວດລ້ອມໃນເນື້ອທີ່ປູກໄມ້)
ມັນຈຶ່ງມີຄວາມຈໍາເປັນແລະສໍາຄັນທີ່ສຸດຕໍ່ວຽກງານການປູກໄມ້ເພາະວ່າມັນແມ່ນການລຸດຜ່ອນການໃຫ້ນໍ້າ,ຮົ່ມແລະຝຸນປຸ໋ຍລົງເທື່ອລະນ້ອຍເພື່ອເຮັດໃຫ້ເບ້ຍໄມ້ມີຄວາມແຂງແຮງທົນທານຕໍ່ສະພາບແວດລ້ອມທໍາມະຊາດໃນສວນປູກ.
1.
ການລຸດຜ່ອນການໃຫ້ນໍ້າ
·
ຈາກປົກກະຕິ
ມື້ໜຶ່ງໃຫ້ສອງເທື່ອມາເປັນ ມື້ລະເທື່ອແລ້ວ3ມື້ 1 ເທື່ອ ແລະ ຫລຸດລົງຕາມລໍາດັບຈົນເຖິ່ງມື້ນໍາອອກໄປປູກ.ເພື່ອໃຫ້ຕົ້ນໄມ້ມີຄວາມຄົງທົນ
2.
ເລີກຮົ່ມ ແລະ ໃຫ້ແສງ
·
ກ່ອນໜ້າໜຶ່ງເດືອນຈະນໍາເອົາໄປປູກ
ນີ້ເພື່ອໃຫ້ເບ້ຍໄມ້ແຂງແຮງ
3.
ເລີກໃຫ້ປຸ໋ຍ
·
ດັດໃຫ້ຕົ້ນໄມ້ຊອກຫາກິນເອງຕາມທໍາມະຊາດເພື່ອເອົາຕົວລອດ
10.10 ການຈັດສັນ ຫຼື
ການຈັດເກດຂອງເບ້ຍໄມ້
1)
ສະພາບລວມ:
ການຈັດເກດເບ້ຍໄມ້ແມ່ນການຄັດເລື້ອກເອົາເບ້ຍທີ່ໃຫ່ຍແຂງແຮງ
ແລະ ມີຄວາມສູງເທົ່າທຽມກັນຈັດວາງກັນເປັນຊັ້ນລົງມາໄປຕາມລໍາດັບ,
ນີ້ກໍ່ແມ່ນເພື່ອເຮັດໃຫ້ເບ້ຍໄມ້ໄດ້ຮັບແສງແດດ,ນໍ້າ
ແລະປຸ໋ຍທົ່ວເຖິ່ງກັນອັນຈະເຮັດໃຫ້ມັນຈະເລີນເຕີບໂຕແຂງແຮງທຸກຕົ້ນ
ນອກຈາກນັ້ນກໍເປັນການສະດວກໃຫ້ການນໍາອອກໄປປູກເພາະເຮົາຈະເລີ່ມຕົ້ນເບ້ຍທີ່ໃຫ່ຍກ່ອນໝູ່ອອກໄປກ່ອນ.
2)
ຈຸດປະສົງ:
·
ເພື່ອເຮັດໃຫ້ເບ້ຍໄມ້ທີ່ຍັງນ້ອຍຫຼືອ່ອນແອໄດ້ມີໂອກາດຈະເລີນເຕີບໂຕແລະແຂງແຮງພາຍຫຼັງມັນ
ໄດ້ຮັບແສງແດດ
ແລະ ນໍ້າທົ່ວເຖິງ.
·
ເພື່ອເປັນການກໍາຈັດພະຍາດເຊື້ອລາ.
·
ເຮັດໃຫ້ເບ້ຍໄມ້ຈະເລີນເຕີບໂຕໄວແລະແຂງແຮງທົນທານຕໍ່ສະພາບແວດລ້ອມ.
·
ເພື່ອກໍາຈັດແລະຄັດເລື້ອກເບ້ຍໄມ້ທີ່ອ່ອນແອ
ແລະ ມີບັນຫາອອກທໍາລາຍຖີ່ມ.
·
ເບ້ຍທີ່ໃຫ່ຍໄດ້ມາດຖານສາມາດນໍາເອົາໄປປູກກ່ອນໄດ້.
·
ຈະໄດ້ຮູ້ຈໍານວນຕົວຈິ່ງຂອງເບ້ຍໄມ້ທີ່ຜລິດໄດ້ທັງໝົດວ່າມີເທົ່າໃດ?
3)
ເງື່ອນໄຂ
ແລະ ວິທີການ
3.1) ເງື່ອນໄຂໃນການຈັດເກດ
·
ໃນເມື່ອເບ້ຍໄມ້ມີອາຍຸປະມານ45ວັນຫຼັງຈາກບົງ
·
ມີຄວາມສູງສະເລັຍປະມານ
10-15 ຊມ
·
ເຫັນວ່າມີໃບຕິດຈອດກັນຢ່າງແໜ້ນໜາ
ແລະ ບໍ່ມີຊ່ອງວ່າງໃຫ້ແສງແດດ.
·
ມີຕົ້ນນ້ອຍຈໍານວນຫຼວງຫຼາຍທີ່ຖືກກົດບັງແສງຈາກຕົ້ນທີ່ໃຫ່ຍ.
3.2) ວິທີການຈັດສັນ
·
ໃຫ້ຂົນຍ້າຍເບ້ຍໄມ້ທັງໝົດອອກຈາກໜານໃຫ້ໝົດການຈັດຊັ້ນຂອງເບັ້ຍໄມ້ມີຄວາມໝາຍການກວດກ່ອນ.
· ໃຫ້ຂັດເລື້ອກເອົາເບ້ຍທີ່ໃຫ່ຍສຸດລຽນໃສ່ຫົວແຖວກ່ອນຈາກນັ້ນກໍຕາມມາດ້ວຍເບ້ຍທີ່ນ້ອຍທັດລົ່ງມາຕາມລໍາດັບເລືອຍໆໄປຈົນສຸດ.
· ໃຫ້ກວດກາແລະສັງເກດເບີ່ງໃຫ້ລະອຽດເບ້ຍໄມ້ທີ່ບໍ່ແຂງແຮງແລະອ່ອນແອທີ່ມັນບໍ່ສາມາດທີ່ຈະຈະເລີນເຕີບໂຕໄດ້ອີກແລະເບ້ຍທີ່ຖືກເຊື້ອລາຫຼືພະຍາດເຂົ້າທໍາລາຍແລ້ວ,
ໃຫ້ເອົາອອກຖິ້ມເຖິງວ່າຈະເປັນເບ້ຍທີ່ໃຫ່ຍແລ້ວກໍຕາມ.
·
ເບ້ຍໄມ້ທີ່ມີຮາກຍາວພົ້ນອອກຈາກເບົ້າກໍໃຫ້ທໍາການຕັດອອກດ້ວຍມີຄັດເຕີ້ກ່ອນ
ຈຶ່ງນໍາອອກໄປລຽງ.
·
ຫຼັງຈາກຈັດເກດແລ້ວກໍໃຫ້ຟ້າວຫົດນໍ້າໂລດ
ໃນປະລິມານທີ່ເໝາະສົມເພື່ອໃຫ້ເບ້ຍໄມ້ຟື້ນຕົວໄວ.
·
ຫຼັງຈາກໄດ້
3 ອາທິດກໍໃຫ້ເປີດຜ້າກັນແສງອອກ ເພື່ອໃຫ້ເບ້ຍໄມ້ແຂ່ງແຮງທົນທານກັບສະພາບແວດລ້ອມ.
ເບັ້ຍໄມ້ທີ່ດີສຸດຫຼືເກດ A
- ຄວາມສູງຈະຕ້ອງແມ່ນ 40-60 ຊມ
- ຍອດແມ່ນ1-2ເທື່ອ
- ລຳຕົ້ນແຂງແຮງເປັນເນື້ອໄມ້ຈະຕ້ອງມີຂໍ້ຮາກເຖິ່ງ 4-5ມມ
- ລຳຕົ້ນທີ່ຊື່ງຕົງປັດສະຈາກການທຳລາຍຊຶງມັນບໍ່ແຕກເປັນງ່າມ ຫຼາຍລຳຕົ້ນ
- ເຮືອນຍອດດົກໜາ
- ລະບົບຮາກຈະປະກອບມີຮາກນ້ອຍ ແລະ ໜາແໜ້ນ
- ບໍ່ມີພະຍາດຫຼືຈາກການທຳລາຍຂອງແມງໄມ້ ຫຼື ເຊື້ອລາແລະແຂງແຮງໃບຂຽວດີ
Annex3ມາດຕະຖານເບັ້ຍໄມ້ທີ່ປູກຢູ່ໃນໂຄງການ
ລ/ດ
|
ຊະນິດພັນໄມ້
|
ອາຍຸທີ່ອອກປູກໄດ້
(ເດືອນ)
|
ສູງ
ຊມ
|
ຂໍຮາກ
ມມ
|
ໝາຍເຫດ
|
1
|
ໄມ້ດູ່
|
6
|
25
|
4-5
|
|
2
|
ໄມ້ແຕ້ຄ່າ
|
5-7
|
25-30
|
5-6
|
|
3
|
ໄມ້ຍາງ
|
16
|
50
|
5-6
|
|
4
|
ໄມ້ສັກ
|
8
|
25-30
|
6-7
|
|
5
|
ໄມ້ຂະຍຸງ
|
8
|
25
|
4-5
|
|
6
|
ໄມ້ອື່ນໆ....
|
7
|
25-30
|
4-6
|
XI. ການຂົນສົ່ງ
ກ່ອນການສົ່ງເບັ້ຍອອກໄປປູກຢູ່ພາກສະໜາມມັນຕ້ອງການໃຫ້ນໍ້າ2-3ມື້ແລະໃຫ້ຫົດນໍ້າກ່ອນເບົາ.ໃຫ້ລະວັງບໍ່ຕ້ອງໃຫ້ນໍ້າຫຼາຍຈົນເກີນໄປບໍ່ດັ່ງນັ້ນເບ້ຍໄມ້ຈະລົ້ມໃນເວລາຂົນສົ່ງອອກສູ່ສວນປູກ.ໃຫ້ລະວັງໃນເວລາຂົນຂຶ້ນລົດແລະຂົ່ນສົ່ງ,ສິ່ງສຳຄັນທີ່ສຸດແມ່ນໃນຊ່ວງຂອງການຂົນຂື້ນລົດແລະລົງລົດທີ່ເຫັນວ່າມີຄວາມສ່ຽງທີ່ເຮັດໃຫ້ເບ້ຍໄມ້ເສຍຫາຍຫຼາຍກ່ວາໃນໄລຍະຍະຂອງການຂົ່ນສົ່ງຢູ່ໃນຖະນົນຫົນທາງ,ນີ້ກໍແມ່ນການບໍ່ມີຄວາມລະມັດລະວັງຈາກຄົນງານທີ່ຈັບເບ້ຍໄມ້ແບບບໍ່ຖຶກຕ້ອງຕາມເຕັກນິກທີ່ວາງອອກ.ສ່ວນການເສຍຫາຍໃນໄລຍະຂົນສົ່ງໃນຖະຫນົນຫຼືຫົນທາງນັ້ນແມ່ນມີນ້ອຍຖ້າຫາກເຮົາຫາກເຮົາມີການປົກຫຸ່ມດີ
ແລະ ບໍ່ແລ່ນລົດໄວເກີນໄປ.
ຂໍ້ທີ່ຄວນເອົາໃຈໃສ່ໃນການຂົ້ນສົ່ງເບ້ຍໄມ້ໄປສົ່ງທີ່ສະໜາມປູກໄມ້
XII. ສະຫລຸບສັງລວມ ຂໍ້ປະຕິບັດທີ່ດີສຸດສຳລັບການຈັດການສວນກ້າເບັ້ຍ
1.
ການສ້າງສວນກ້າເບ້ຍໄມ້
ແລະ ວັດຖຸອຸປະກອນຮັບໃຊ້
- ສະຖານທີ່ທີ່ເໝາະສົມ
o
ບໍ່ໄກຈາກບ່ອນປູກ
o
ມີວັດຖຸດິບທີ່ຈໍາເປັນຕອບສະໜອງ
o
ມີແຮງງານ
o
ມີຫົນທາງເຂົ້າເຖິ່ງຕະຫລອດລະດູ
- ແກ່ນແນວພັນ
o
ແກ່ນແນວພັນທີ່ດີມີຄຸນນະພາບ
o
ແຫຼ່ງແກ່ນດີ
o
ເປີເຊັນການແຕກງອກສູງ
- ເບົ້າ
o ເບົ້າສີດໍາ
o ຂະໜາດທີ່ເໝາະສົມກັບຊະນິດຂອງເບ້ຍໄມ້ແຕ່ລະຊະນິດ.
o ມີຄວາມຄົງທົນໃນອາຍຸການໃຊ້ງານ.
- ດິນປະສົມສຳລັບຮາຍເບົ້າ ແລະກ້າ
-ດິນທີ່ມີຄວາມອຸດົມສົມບຸນດ້ວຍທາດບໍາລຸງລ້ຽງເບ້ຍໄມ້.
-ດິນທີ່ມີຄວາມສະອາດປັດສະຈາກຫີນ
ແລະ ສີ່ງເຈືອປົນ.
-ມີແກບເຜົ່່າທີ່ເປັນຖ່ານດີ.
-ອາກາດສາມາດຖ່າຍເທໄດ້ສະດວກ.
-ຕ້ອງຜ່ານການຮ່ອນຕອງຈາກຕະໜາງ 2
ມມ.
2. ການຫວ່ານແກ່ນ
- ໃຊ້ແກ່ນທີ່ດີມີຄຸນນະພາບ.
- ໃຊ້ດິນປະສົມກ້າແກ່ນທີ່ດີກັບນໍ້າ ແລະ ອາກາດທີ່ດີ.
- ປັບໜ້າໜານກ້າໃຫ້ດີ.
- ໃຫ້ນໍ້າໃຫ້ເໝາະສົມ.
- ປ້ອງກັນແສງແດດ,ຝົນ,ເຊື້ອລາ ແລະ ແມງໄມ້ເຂົ້າທຳລາຍ.
- ໃຫ້ຈົດ ແລະ ບັນທຶກເກັບກຳໃຫ້ດີ.
3. ການຍ້າຍບົງ
- ການຍ້າຍບົງຈະປະຕິບັດໄດ້ໃນເມື່ອກີບລ້ຽງເປີດອອກເຕັມທີ່ ແລະ
ຮາກຝອຍຍັງບໍ່ທັນອອກ.
- ຍ້າຍບົງໃນທີ່ມີຮົມ ແລະ ໃຫ້ຄອຍໆຈັບເອົາແຕ່ໃບໃນເວລາຍ້າຍ.
- ທຸກເທື່ອຕ້ອງໃຫ້ຮາກຊຸ່ມຢູ່ສະເມີ.
- ໃຫ້ເກັບເບັ້ຍໄມ້ໃສ່ບ່ອນທັນໃດໃນເມື່ອຫຼັງຈາກຍ້າຍບົງແລ້ວ
4. ຮົມ
- ໃຫ້ເກັບເບ້ຍໄມ້ທີ່ມີຮົ່ມ50% ໃນທັນໃດຫຼັງຈາກຍ້າຍບົງແລ້ວ.
- ປົກປ້ອງເບ້ຍໄມ້ຈາກແສງແດດກ້າ.
- ໃຫ້ຍ້າຍເບ້ຍອອກຈາກຮົ່ມອອກເທື່ອລະນ້ອຍ.
5. ການໃຫ້ນໍ້າ
- ເຮັດໃຫ້ເບົ້າຊຸ່ມແຕ່ບໍ່ໃຫ້ປຽກ
- ການໃຫ້ນໍ້າເຮັດໃຫ້ເບ້ຍໄມ້ບໍ່ຖືກທຳລາຍ ແລະ ດິນໃນເບົ້າບໍ່ເສຍຫາຍ
- ພະຍາຍາມບໍ່ເຮັດໃຫ້ສວນກ້າປຽກຫຼາຍ, ກວດຄືນເບິ່ງເບ້ຍໄມ້ຫຼັງຈາກໃຫ້ນໍ້າແລ້ວ່າມັນຖຶກນໍ້າທົ່ວເຖິ່ງກັນໝົດບໍ່
ແລະ ປຽກລົງເຖິ່ງຮາກບໍ
6. ການຈັດເກດ
- ຈະຕ້ອງຈັດລະດັບ ແລະ ຂະໜາດຂອງເບັ້ຍໄມ້ໃນໜານສວນກ້າ
7. ການເຮັດໃຫ້ເບັ້ຍໄມ້ແຂງແຮງທົນທານ
- ຄອ່ຍໆລຸດຜ່ອນການໃຫ້ນໍ້າ,ຮົ່ມ ແລະ ປຸ໋ຍຕໍ່ເບ້ຍໄມ້ຈົນເຖິງມື້ເອົາອອກປູກ
8. ການກວດກາພະຍາດບົ້ງແມງ
ແລະ ເຊື້ອລາ
- ບໍ່ໃຫ້ມີນໍ້າຖ້ວມຂັງຢູ່ໃນສວນກ້າ.
- ໃຫ້ມີອາກາດຫມູນວຽນອ້ອມເບ້ຍໄມ້ຕະຫລອດ.
- ບໍ່ໃຫ້ມີສັດຫຼືແມງໄມ້ຢູ່ໃນສວນກ້າ.
9. ການຂົນສົ່ງສູ່ພາກສະໜາມ
- ໃຫ້ສົ່ງແຕ່ເບັ້ຍທີດີມີຄຸນນະພາບໄດ້ມາດຕະຖານອອກປູກ.
- ໃຫ້ປົກປ້ອງເບັ້ຍໄມ້ເປັນຢ່າງດີໃນເວລາຂົ້ນສົ່ງສະນັ້ນເບ້ຍໄມ້ຈຶ່ງບໍ່ຖືກເສຍຫາຍ.
10. ການບັນທຶກຢູ່ໃນສວນກ້າ
- ສວນກ້າເບ້ຍຈະຕ້ອງມີການບັນທຶກຢ່າງຖືກຕ້ອງຂອງທຸກໆກິດຈະກໍາ.
- ແຫຼ່ງແກ່ນທີ່ດີມີຄຸນນະພາບ, ສາຍພັນທີດີຈະຕ້ອງຮັບປະກັນຈາກແຫຼ່ງແກ່ນທີ່ເກັບຕາມການສັ່ງຈອງທີ່ຕ້ອງການຈາກຕົ້ນແມ່ພັນທີ່ດີມີຄຸນນະພາບ.
- ດິນປະສົມສຳລັບຮ່າຍເບົ້າຈະຕ້ອງແມ່ດີນທີເບ້ຍໄມ້ເກີດຂື້ນນັ້ນຈະຕ້ອງປັບເຂົ້າກັບສະພາບຂອງຊະນິດ ແລະ ປະເພດຂອງເບ້ຍໄມ້ທີ່ຈະຜລິດ.
- ຫຼັກການໃນການໃຫ້ນໍ້າ,ຈຳນວນແລະໄລຍະຂອງການໃຫ້ນໍ້າໃຫ້ແກ່ເບັ້ຍໄມ້ມັນແມ່ນວຽກຫນຶ່ງທີ່ຄວນເອົາໃຈໃສ່ວຽກງານສວນກ້າເບ້ຍຫຼັກການໃນການໃຫ້ແສງ,ຂື້ນກັບແສງແລະຮົ່ມຂອງຊະນິດພັນໄມ້ທີ່ຕ້ອງການເພື່ອປັບເຂົ້າກັບຄວາມຕ້ອງການໃນຊ່ວງການຈະເລີນເຕີບໂຕຂອງເບ້ຍໄມ້.
- ຫຼັກການໃນການໃຊ້ຢາປາບສັດຕູພືດທີ່ລະບາດຢູ່ສວນກ້າ ປະເພດຂອງພະຍາດ,ຊະນິດຂອງຢາ ແລະ ຮູບແບບວິທີການຊີດຢາ.
XIII .ຕົວຢ່າງ
ຕາຕະລາງເວລາຂອງແຕ່ລະຂັ້ນຕອນຊະນິດພັນໄມ້ທີ່ໄດ້ຄັດລືອກເຂົ້າໃນໂຄງການ
s/n
|
ຊະນິດພັນໄມ້
|
ເວລາເກັບແກ່ນ(ເດືອນ)
|
ເວລາກ້າແກ່ນ(ເດືອນ)
|
ເວລາຍ້າຍບົງ(ມື້)
|
ເວລາອອກປູກ(ເດືອນ)
|
ເບັ້ຍໄມ້ອອກປູກ(ເດືອນ)
|
1
|
Afzelia
xylocarpa
(ໄມ້ແຕ້ຄ່າ)
|
11-2(+12)
|
1-2
|
12ມ
|
5-8
|
6
or 12
|
2
|
Pterocarcarpus.
(ໄມ້ດູ່)
|
12-2
|
12-1
|
20-30ມ
|
8-12
|
8-12
|
3
|
Dipterocarpus.
(ໄມ້ຍາງ)
|
3-5
|
3-5
|
20-30ມ
|
5-8
|
6-8
|
4
|
Tectonagrandis
(ໄມ້ສັກ)
|
11-2
|
11-1
|
20-30ມ
|
5-8
|
6-8
|
5
|
Dalbergia
cochin.
(ໄມ້ຂະຍຸງ)
|
11-12
|
11-1
|
20-30
|
5-8
|
6-8
|
XIV. ຕົວຢ່າງ ລະບົບນິເວດທີ່ເໝາະສົມ ແລະ ການປະຕິບັດຕໍ່ຊະນິດແກ່ນໄມ້ທີ່ຄັດເລືອກ
ລ/ດ
|
ຊະນິດພັນໄມ້
|
ຄວາມສູງ
|
ປະລິມານຝົນmm
|
ອຸນນະພູມ
|
ແກ່ນ/1000/ກລ
|
ການກະຕຸ້ນ
|
%ແຕກງອກ
|
1
|
ໄມ້ແຕ້ຄ່າ
|
500-1000
|
700-2500
|
25-30
|
0,11-0,2
|
ແຊ່ນໍ້າເຢັນ
|
90-95
|
2
|
ໄມ້ດູ່
|
800
|
1000-2500
|
23-27
|
25-30
|
ແຊ່ນໍ້າຮ້ອນ
|
30-35
|
3
|
ໄມ້ຍາງ
|
800
|
1100-2200
|
25-35
|
0,3-0,4
|
ບໍ່ມີການກະຕຸ້ນ
|
20-25
|
4
|
ໄມ້ສັກ
|
700
|
1200-2500
|
25-30
|
1,5-1,8
|
ແຊ່ນໍ້າເຢັນ
|
20-25
|
5
|
ໄມ້ຂະຍຸງ
|
500-800
|
1000-2500
|
25-35
|
20-50
|
ແຊ່ນໍ້າເຢັນ
|
30-40
|
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ