google-site-verification: google0d91bc93cfc88895.html ເຊື້ອຣາໃນສະກຸນ Phytopthora - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 18, 2019

ເຊື້ອຣາໃນສະກຸນ Phytopthora


ເຊື້ອຣາ​ໃນ​ສະກຸນ Phytopthora


ເຊື້ອຣາ​ໃນ​ສະກຸນ Phytopthora  ​​ເປັນ​ເຊື້ອພະ​ຍາດ​ທີ່​ທໍາລາຍ​ພືດ ​ເຮັດ​ໃຫ້​ພືດ​ເນົ່າ​ຢ່າງ​ຮຸນແຮງ​, ​ເຊື້ອຣາ​ສະກຸນ Phytopthora​​ ມີ​ຄວາມໝາຍ​ໃນພາສາ​ລາ​ຕິນວ່າ​ຜູ້​ທໍາ​ລາຍ Anton de Bary, (1876)​.  ການຈັດ​ຈໍາ​ແນ​ກ​ເຊື້ອຣາ​ດັ່ງກ່າວແມ່ນ​ໄດ້​ອີງ​ຕາມທ່ານ Erwin, et al., (1983) ; Lucas, et al., (1991) ;  Hawksworth, et al., (1995) ​ແລະ  Beakes, (1998)  ເຊິ່ງໄດ້ລຽງລໍາດັບຕາມຂັ້ນອະນຸກົມວິຖານແຕ່ໃຫຍ່ຫານ້ອຍດັ່ງນີ້:
                        Kingdom Chromista
                                       Phylum Oomycota
                                                   Class Oomycetes
                                                               Order Peronoporales
                                                                           Family Pythiaceae
                                                                                       Genus Phytophthora

 ລັກສະນະ​ທົ່ວ​ໄປ ​ແລະ ວົງ​ຈອນ​ຊີວິດຂອງເຊື້ອສະກຸນ Phytophthora

        ເຊື້ອຣາ​ສະກຸນ phytophthora ​ເປັນສະກຸນ​ນຶ່ງບັນຈຸ​ຢູ່​ໃນ 9 ສະກຸນ​ທີ່​ເປັນ​ສາຍ​ເຫດກໍ່​ໃຫ້​ເກີດ​ພະຍາດ​ພືດ ​ໃນ​​ເຫຼົ່າ Oomycetes ​​ເຊິ່ງ​ມີ​ລັກສະນະ​ຮູບ​ຮ່າງ ​ແລະ ຈະ​ເລີ​ນ​ເຕີບ​ໂຕ​ຄ້າຍຄື​ເຊື້ອຣາ (Fungus-like) ​ແລະ ຖືກ​ກໍານົດ​ໃຫ້​ເປັນ​ພວກ Stramenopiles ​ເຊິ່ງ​ແມ່ນພວກ​ທີ່​ສ້າງ Zoospore ມີ​ຫາງ 2 ຫາງ ທີ່​ມີ​ຄວາມ​ຍາວ​ບໍ່​ເທົ່າ​ກັນ, ການ​ສ້າງ Zoospore ຂອງ​ເຊື້ອຣາ​ສະກຸນ Phytophthora ເກີດ​ຈາກ​ການ​ແບ່ງ​ຕົວ​ຂອງທາດ​ຈຸ​ລັງ (Cytoplasm) ພາຍ​ໃນ Sporangia, Zoospore ບໍ່ມີຂອບ​ຈຸ​ລັງ (Cell wall) ​ແຕ່​ມີເຈ້ຍ​ຫຸ້ມ​ຈຸ​ລັງ (Plasmamembrane) ​ເມື່ອ Zoospore ລອຍ​ນໍ້າ ຫຼື ​ເຄື່ອນ​ທີ່​ໄປ​ພົບ​ຕົ້ນພືດ​ກາ​ຝາກ​ຈະ​ປ່ອຍ​ຫາງ​ຖີ້ມ ​ແລະ ​ເຂົ້າປໍ້ (Encyst) ພ້ອມກັບ​ມີ​ການ​ສ້າງຂອບ​ຈຸ​ລັງທີ່​ມີ​ສ່ວນ​ປະກອບ​ຂອງ​ເຊ​ລລຸຍ​ໂລ​ສ (Cellulose) ພາຍ​ໃນ 5-10 ນາທີ ສະ​ປໍ​ຈະ​​ແຕກ​ງອກ​ເປັນ​ເສັ້ນ​​ໄຍ​ແລ້ວ​ເຂົ້າທໍາລາຍ​ພືດ​ໂດຍ​ກົງ, ວົງ​ຈອນ​ຊີວິດ​ຂອງເຊື້ອຣາ​ສະກຸນ  Phytophthora ມີ​ປະມານ 50% ຂອງ​ຊະນິດ ​ແມ່ນ​ເປັນ​ພວກ​ປະສົມ​ຕົວ​ເອງ (Homothallic) ​ເມື່ອ​ມັນ​ເຂົ້າທໍາລາຍ​ພືດແລ້ວ ​ຈະ​ມີ​ການ​ປະສົມພັນ​ດ້ວຍ​ຕົວ​ເອງ​ເກີດ​ເປັນ Oospores ທີ່​ມີ​ຂອບ​ຈຸ​ລັງໜາຢູ່​ພາຍ​ໃນ​ແພ​ຈຸ​ລັງພືດ, ສ່ວນ​ທີ່​ເຫຼືອ​ເປັນ​ພວກ​ທີ່​ມີ​ຄູ່​ປະສົມ​ພັນ​ຕ່າງ​ກັນ (Heterothallic) ລະຫວ່າງ 2 ​ເຊື້ອບວກ ​ແລະ ​ເຊື້ອລົບ (A1 ​ແລະ A2) ​ເມື່ອ​ປະສົມ​ເຂົ້າກັນ​ແລ້ວ​ຈະ​ເກີດ​ເປັນ Oospores ​ ​ມີ​ຄວາມ​​ທົນທານ​ຕໍ່ສະພາບ​ແວດ​ລ້ອມທີ່​ບໍ່​ເໝາະສົມໄດ້​ດີ ​ແລະ ​ມີ​ຊີວິດ​ຢູ່​​ຕາມ​ຊາກເສດ​ພືດ ຫຼື ທາດ​ອົງຄະ​ທາດ​ໃນ​ດິນໄດ້ຫຼາຍປີ ​ແລະ ມັນ​ເປັນ​ສ່ວນ​ຂະຫຍາຍ​ພັນ​ທີ່​ມີ​ອາຍຸ​ຍາວ​ກວ່າ​ສະ​ປໍ​ຊະນິດ​ອື່ນ. ນອກຈາກ​ Oospores ​ແລ້ວ ການ​ປະສົມ​ພັນ​ທີ່​ບໍ່ອາ​ໃສ​ເພດທີ່ຖືກ​ສ້າງ​ຂຶ້ນ​ເປັນ​ຈໍານວນ​ຫຼາຍ​ໃນ​ພືດ​ກາ​ຝາກ ​ເຊັ່ນ: Sporangia ຂອງ Phytophthora ບາງ​ຊະນິດ ​ເມື່ອ​ແກ່ແລ້ວ ສະ​ປໍ​ຈະ​ຫຼຸດອອກ​ຈາກ​ກ້ານ​ໄດ້​ງ່າຍ ​ເຮັດ​ໃຫ້​ສາມາດ​ແພ່ກະຈາຍ​ໄປ​ຕາມ​ສາຍ​ລົມ​ໄດ້​ໄກ, ສ່ວນ Sporangia ທີ່ບໍ່ຫຼຸດອອກ​ຈາກ​ກ້ານ​ແມ່ນ​ອາ​ໃສ​ນໍ້າ​ເປັນ​ໂຕ​ພາ​ໄປ, ການ​ເຄື່ອນທີ່​ຂອງ Zoospores ທີ່​ມີ​ສອງ​ຫາງສາ​ມາດລອຍ​ນໍ້າ​ໄປ​ຕາມ​ແຮງ​ດຶງ​ດູດ​ຂອງ​ສານ​ເຄມີ​ ທີ່​ປ່ອຍ​ອອກ​ມາ​ຈາກ​ຮາກ​ພືດ​ທີ່​ເກີດ​ຢູ່​ໃນ​ບໍລິ​ເວນ​ນັ້ນ. ​ເຊື້ອຣາ​ສະກຸນ Phytophthora ປ່ຽນ​ແປງ​ລັກສະນະ​ຮູບ​ຮ່າງ​ໄດ້​ 4 ​ແບບ​ເມື່ອອາ​ໃສ​ຢູ່​ໃນ​ທໍາມະຊາດຄື: Sporangia, Zoospores, Chlamydospores, Oospores ສ່ວນ​ຫຼາຍ​ແມ່ນ​ອາ​ໃສ​ຢູ່​ດິນແລະ ຊາກ​ເສດ​ພືດ​ຕ່າງໆ ​ເຊິ່ງ Chlamydospores, Oospores ​ແມ່ນ​ຈະ​ຢູ່​ຂ້າມ​ລະດູ​ (ທະວີ ສະກຸນ​ສິລິ, 2549). ການ​ສືບ​ພັນ​ຂອງ​ເຊື້ອຣາ ມີ 2 ​ແບບ​ຄື: ​ແບບ​ອາ​ໃສ​ເພດ ​ແລະ ບໍ່​ອາ​ໃສ​ເພດ ຖ້າ​ມີສາຍບວກ ​ແລະ ສາຍ​ລົບ (​ເພດ​ຜູ້ ​ແລະ ​ເພດ​ແມ່) ຢູ່​ໃນ​ໂຄ​ໂລ​ນີດຽວກັນ, ການ​ສືບ​ພັນ​ທັງ​ສອງ​ແບບ​ເກີດ​ຂຶ້ນ​ໄດ້​ງາຍ​ເຊິ່ງ​ເອີ້ນ​ເຊື້ອຣາ​ພວກ​ນີ້ວ່າ Homothallic fungus  ​ແລະ ອີກ​ພວກນຶ່ງ​ແມ່ນມີສາຍບວກ ​ແລະ ສາຍ​ລົບຕ່າງ​ໂຄ​ໂລ​ນີກັນ​ ການ​ປະສົມ​ພັນ​ຈະ​ເກີດ​ຂຶ້ນ​ໄດ້​ຕ້ອງ​ມີ​ການ​ຊັກ​ນໍາ​ເຊັ່ນ: ການ​ນໍາ​ມາ​ລ້ຽງ​ໃນ​ອາຫານ​ລ້ຽງ​ເຊື້ອ​ຢູ່​ຫ້ອງ​ທົດ​ລອງ​ເຊິ່ງ​ເອີ້ນ​ເຊື້ອຣາ​ພວກ​ນີ້ວ່າ Heterothallic fungus (ວິ​ໄຈ ຮັກ​ວິທະຍາສາດ, 2546)
ເຊື້ອຣາ​ໃນ​ສະກຸນ Phytopthora

ການ​ສືບ​ພັນ ​ແລະ ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ເຊື້ອຣາ​ສະກຸນ Phytophthora
                    ການຈະເລີເຕີບໂຕຂອງເຊື້ອຣາສະກຸນ Phytophthora ແມ່ນ​ການຂະຫຍາຍຕົວ ຂອງ​ເສັ້ນ​​ໄຍທີ່ມີ​ແກ່ນ​ຈຸ​ລັງ ​ເຊີ່ງ​ເລີ່​ມຈາກ​ເສັ້ນ​ໄຍຂອງ​ຮ່າງກາຍທີ່​ມີ​ຈໍານວນ​ສີ​ໂສມ​ເທົ່າ​ກັບ 2n,  ຈາກ​ນັ້ນຈະ​ຮ່ວມ​ຕົວ​ກັນ​ເພື່ອ​ສ້າງ​ອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ແມ່​ ​ແລະ ​ເພດ​ຜູ້, ອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ແມ່ຈະ​ເກີດ​ຂຶ້ນ​ໃນ​ໄລຍະ​ທໍາ​ອິດ ​ແລະ ຈະ​ຂະຫຍາຍ​ອະ​ໄວ​ຍະ​ວະສືບ​ພັນ​ເພດ​ແມ່ອອກ​ໂດຍ​ການ​ແບ່ງ​​ແກ່ນຈຸ​ລັງນ້ອຍໆ ອອກ​ເປັນ​ຄູ່ໆ ຈາກ​ນັ້ນອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ແມ່ ​ແລະ ອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ຜູ້ຈຶ່ງ​ມີ​ການ​ແບ່ງ​ຈຸ​ລັງ​ແບບ​ໄມ​ໂອ​ຊິ​ສ (Meiosis) ​ແລ້ວ Oosphere ​ເລີ່​ມມີ​ການ​ຂະຫຍາຍຕົວ ​ແລະ ​ແກ່ນຂອງ​ຈຸ​ລັງ​ສືບ​ພັນ​ເພດ​ຜູ້​ຈະ​ເຄື່ອນ​ຍ້າຍ​ຈາກ​ອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ຜູ້​ເຂົ້າ​ໄປ​ຫາ​ຈຸ​ລັງ​ສືບ​ພັນ​ເພດ​ແມ່​ໂດຍ​ການ​ເຈາະ​ທະລຸ​ເຂົ້າ​ໄປ​ຫາ Oosphere ຫຼັງຈາກນັ້ນ, ຈະມີການຮ່ວມຕົວກັນຂອງແກ່ນຈຸລັງສືບພັນເພດ​​ແມ່ແລະເພດຜູ້ຈະ​ກາຍ​ເປັນ Oospore ​ຢູ່ໃນ Oosphere, ​​ແລ້ວ​ Oosphere ຈະ​ສ້າງຂອບ​ຫຸ້ມ​ທີ່ໜາຫຸ້ມ​ໄວ້​, ແລ້ວ​ຈະ​ເລີ​ນ​ເຕີບ​ໂຕໃຫ້​ກາຍ​ເປັນ​ໄລຍະ​ທີ່​ມີ​ສີ​ໂສມ 2n, ຢູ່​ໃນ​ໄລຍະ​ນີ້ຈະ​ມີ​ການ​ແບ່ງ​ຕົວ​ເພື່ອ​ໃຫ້​ໄດ້​ຫຼາຍໆ ​ແກ່ນ ​ເພື່ອ​ໃຫ້​ໄດ້​ຫຼາຍໆ ສະ​ປໍຢູ່​ໃນ​ຖົງ​ຫຸ້ມ​ສະ​ປໍ​ອັນນຶ່ງ ​ແລະ ສຸດ​ທ້າຍ​ຈຸ​ລັງ​ທີ່​ມີ​ສີ​ໂສມ 2n ຈະ​ກາຍ​ເປັນ​ຈຸ​ລັງ​ທີ່​ມີ​ແກ່ນ​ຈຸ​ລັງ​ອັນ​ດຽວ ​ແລະ ມີ​ຫາງ​ລອຍ (Flagella) ສອງຫາງ​ສໍາລັບ​ໄວ້​ເຄື່ອນທີ່​.

ເຊື້ອຣາ​ໃນ​ສະກຸນ Phytopthora

                  A. ເສັ້ນ​​ໄຍທີ່ມີ​ແກ່ນ​ຈຸ​ລັງ
                  B. ການຮ່ວມ​ຕົວ​ກັນ​ເພື່ອ​ສ້າງ​ອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ແມ່​ ​ແລະ ​ເພດ​ຜູ້
                  C. ອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ແມ່ຈະ​ເກີດ​ຂຶ້ນ​ໃນ​ໄລຍະ​ທໍາ​ອິດ
                  D. ອະ​ໄວ​ຍະ​ວະສືບ​ພັນ​ເພດ​ແມ່ຈະ​ຂະຫຍາຍ​ອອກ​ໂດຍ​ການ​ແບ່ງ​​ແກ່ນຈຸ​ລັງນ້ອຍໆ
           ອອກ​ເປັນ​ຄູ່ໆ
                  E, F. ອະ​ໄວ​ຍະ​ວະ​ສືບ​ພັນ​ເພດແມ່ ແລະ ເພດ​ຜູ້ ​ແບ່ງ​ຈຸ​ລັງ​ແບບ​ໄມ​ໂອ​ຊິ​ສ
G. Oosphere ​ເລີ່​ມມີ​ການ​ຂະຫຍາຍຕົວ ​ແລະ ​ແກ່ນຂອງ​ຈຸ​ລັງ​ສືບ​ພັນ​ເພດ​ຜູ້​ຈະ​
     ເຄື່ອນຍ້າຍ​ຈາກ​ອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ຜູ້​ເຂົ້າ​ໄປ​ຫາ​ຈຸ​ລັງ​ສືບ​ພັນ​ເພດ​ແມ່​  
H. ການ​ເຈາະ​ທະລຸ​ເຂົ້າ​ໄປ​ຫາ Oosphere ໂດຍແກ່ນຈຸລັງເພດຜູ້
                  I. ມີການຮ່ວມຕົວກັນຂອງແກ່ນຈຸລັງສືບພັນເພດ​​ແມ່ແລະເພດຜູ້ຈະ​ກາຍ​ເປັນ
           Oospore
                  J. Oospore ຈະ​ສ້າງຂອບ​ຫຸ້ມ​ທີ່ໜາຫຸ້ມ​ໄວ້
                  K. ການຈະ​ເລີ​ນ​ເຕີບ​ໂຕ​ໃຫ້​ກາຍ​ເປັນ​ໄລຍະ​ທີ່​ມີ​ສີ​ໂສມ 2n
                  L. ການ​ແບ່ງ​ຕົວ​ເພື່ອ​ໃຫ້​ໄດ້​ຫຼາຍໆ ​ແກ່ນ, ​ຫຼາຍໆ ສະ​ປໍຢູ່​ໃນ​ຖົງ​ຫຸ້ມ​ສະ​ປໍ​ອັນນຶ່ງ
                  M. ຈຸ​ລັງ​ທີ່​ມີ​ສີ​ໂສມ 2n ​ມີ​ແກ່ນ​ຈຸ​ລັງ​ອັນ​ດຽວ ​ແລະ ມີ​ຫາງ​ລອຍ (Flagella)
ອາຫານ​ລ້ຽງ​ເຊື້ອຣາ​ສະກຸນ Phytophthora  
ອາຫານ​ລ້ຽງ​ເຊື້ອຣາ​ສະກຸນ Phytophthora ​ທີ່​ຜະລິດຖົງ​ຫຸ້ມ​ສະ​ປໍ ​ແລະ zoospore ມີອາຫານ Bean seed, Frozen Pea Medium, Hemp seed Broth or Agar, Prune Juice Broth ​ແລະ ອາຫານ​ທີ່​ມີ​ສ່ວນ​ປະກອບ​ຂອງ​ເກືອ​ເຊັ່ນ: Wills’ Mineral Salts Solution (Wills, 1954b), (Schmitthenner, 1973) Salts Solution ​ແລະ (Salts Solution of Chen and Zentmyer, (1970) ນອກຈາກນັ້ນ, ຍັງມີອາຫານທີ່ສະເພາະ​​ໃນການຜະລິດຖົງຫຸ້ມສະປໍແລະ zoospore ຂອງເຊື້ອຣາສະກຸນ Phytophthora ບາງຊະນິດເຊັ່ນ: (Cuppett and Lilly, 1973) ສໍາລັບລ້ຽງເຊື້ອຣາ Phytophthora infestans, Sucrose-Asparagine-EDTA (Elliott, 1972) ແມ່ນສໍາລັບລ້ຽງເຊື້ອຣາ Phytophthora catorumແລະ ອື່ນໆ.
    ​ເຊື້ອຣາ​ສະກຸນ Phytophthora ສາ​ມາດສ້າງຖົງຫຸ້ມສະປໍຢູ່ໃນອາຫານ​ແຂງ, ໃນນໍ້າທີ່ລະລາຍເກືອແລະ ດິນສະກັດ​ມີດັ່ງລຸ່ມນີ້:  ກຸ່ມ​ທີ່​ຜະລິດ​ຖົງ​ຫຸ້ມ​ສະ​ປໍ​ໃນ​ອາຫານແຂງ​ມີເຊື້ອຣາ P. acecae, P. botryosa, P.boehmeriae, P. cactorum, P. capsici, P. clandestine,
P. iranica, P. heveae, P. hibernalis, P. ilicis, P. infestans, P. inflata, P. megakarya, P. mirabilis, P. nicotinae (= parasitica), P. palmivora, P. parasitica var. nicotianae, P. phaseoli, P. porri, P. primulae, P. primulate,
P. syringgae ແລະ ກຸ່ມ​ທີ່​ສາມາດຜະລິດ​ຖົງ​ຫຸ້ມ​ສະ​ປໍ​ໃນນໍ້າລະລາຍເກືອແລະ ​ດິນສະກັດ​ມີຄື: P. cajani, P. canmbivora, P. cinnamomi, P.clandestina, P. citricola, P. cryptogea, P.dreschsleri, P. erythroseptica, P. fragariae, P. gonapodyides, P. lateralis,
P. medicaginis (= megasperma f. sp. medicaginis), P. megasperma, P. quinnea sojae (= megasperma f. sp. glycinea), P. trifolii (megasperma f. sp. trifolii).
          ໄລຍະເວລາ ແລະ ອຸນຫະພູມແມ່ນປັດໄຈນຶ່ງທີ່ສ້າງ sporangiumໄດ້ດີເຊັ່ນ: ເວລາ 14 ຊົ່ໂມງໃນອຸຫະພູມ 18-22 ອົງສາ, ອຸນຫະພູມຕໍ່າສຸດ 9-15 ອົງສາແມ່ນໃຊ້ເວລາ 48 ຊົ່ວໂມງ (Alexopoulos, C.J., et al., 1996), ດັ່ງໃນຕາຕະລາງທີ 1

/
ຊະນິດ
< 30
30-35
>35
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
/
P. eriugena
P. fragariae
P. hibernalis
P. infestans
P. laterralis
P. megakarya
P. megasperma
P. mirabilis
P. phaseoli
P. primulae
P. pseudotsugae
P. quinines
P. syringgae
P. vignae
P. boehmeriae
P. botryose
P. cactorum
P. cambivora
P. cinnamomi
P. cinnamomi  var. parvispora
P. citricola
P. citrophthora
P. clandestine
P. cryptogea
P. erythroseptica, var. erythroseptica, var. pisi


















ຊະນິດ
< 30
30-35
>35
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52
53
54
55
56
P. gonapodyides
P. heveae
P. humicola
P. inflate
P. japonica
P. katsurae
P. macrochlamdospora
P. medicaginis
P. megasperma
P. mexicana
P. palmivora  var. herocystica, var. palmivora
P. porri
P. richardiae
P. sojae
P. tentaculata
P. trifolii
P. vignae
P. acecae
P. cajani
P. capsici
P. colocasiae
P. drechsleri
P. insolita
P. inanica
P. japonica
P. meadii
P. melonis
P. nicotianae
P. parasitica
P. sinensis
P. undulata














ຕາຕະລາງທີ​ 1: ອຸນຫະພູມ​​ການ​ຂະຫຍາຍຕົວ​ຢູ່​ໃນ​ອາຫານ​ລ້ຽງ​​ເຊື້ອຣາສະກຸນ Phytophthora


ການຈັດຈໍາແນກເຊື້ອສະກຸນ Phytophthora ໂດຍອີງໃສ່ລັກສະນະຂອງຖົງຫຸ້ມສະປໍ Sporangia ແລະ ອະໄວຍະວະສືບພັນເພດຜູ້ Antheridialແມ່ນແບ່ງອອກເປັນ 6 ກຸ່ມ (Andre and Sendall, B., 2001) , ດັ່ງໃນຕາຕະລາງທີ 2



Group   Sporangia
Antheridial attachment
Example
I
II
III
IV
V
IV
Papillate
Papillate
Semi-papillate           
Semi-papillate                Nonpapillate                          Non- papillate                  
Paragynous
Amphignous
Paragynous
Amphignous 
Paragynous
Amphignous                                                    
P. cactorum, P. clandestina               P. capsici, P. palmivora
P. inflata, P. multivesiculata P. infestans, P. ilicis
P. megasperm, P. sojae P.cinnamomi, P. drechsleri



Amphigynous: ອະ​ໄວ​ຍະ​ວະ​ສືບພັນ​ເພດ​ຜູ້​ເລີ່​ມຕົ້ນຈະ​ເລີ​ນ​ເຕີບ​ໂຕ​ຈາກອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ແມ່ ຫຼື ອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ຜູ້​ຈະ​ສ້າງ​ຂຶ້ນຕິດ​ກັບ​ອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ແມ່

Paragynous: ອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​ຜູ້​ຈະ​ສ້າງ​ຂຶ້ນ​ຢູ່​ດ້ານ​ນອກ​ຂອງ​ອະ​ໄວ​ຍະວະ​ສືບ​ພັນ​ເພດ​ແມ່

ລັກສະນະ​ໂຄງ​ສ້າງ​ຂອງຖົງ​ຫຸ້ມ​ສະ​ປໍ ຂອງເຊື້ອຣາ​ສະກຸນ Phytophthora
ລັກສະນະຂອງ Sporangium ​ໃນ​ສະກຸນ Phytophthora ​ໄດ້​ຈັດ​ແບ່ງ​ເປັນ 3 ກຸ່ມ ​ເຊິ່ງ​ມີລາຍ​ລະອຽດດັ່ງ​ລຸ່ມ​ນີ້: ກຸ່ມ​ທີ 1: ປາຍ​ຂອງ Sporangium ບໍ່ມີ​ປາກ​ເປີດ ຫຼື ຫົວ​ຈຸກ (Nonpapillate) ຫຼື ບໍ່ມີ​ປາຍຍອດ​ເປັນ​ຂອບນູນຂຶ້ນ, ມີ​ການ​ແຕກ​ຂອງ ​ Sporangium ໃໝ່ຈາກ Sporangium ​ເປົ່າ ຫຼື ບໍ່ຫຼຸດອອກ (Nondeciduous), ກຸ່ມ​ທີ 2: Sporangium ມີ Papillate ນູນຂຶ້ນ ​ແລະ ໜາ​ເປັນ​ຈຸກ, ​ບໍ່ມີ​ການ​ແຕກ​ຂອງ Sporangium ​ໃໝ່ຈາກ Sporangium ເປົ່າ, ປົກກະຕິ​ຈະ​ຫຼຸດອອກ  (Deciduous) ອີກ​ພວກ​ນຶ່ງ​ໃນ​ກຸ່ມ​ນີ້ Papillate ຈະ​ນູນພຽງ​ເລັກ​ນ້ອຍ​ບໍ່​ເກີນ 3,5 ​ μm,  Sporrangium ຈະບໍ່ຫຼຸດອອກ ແລະ ກຸ່ມ​ທີ 3: Papillate ນູນຂຶ້ນ​ເຫັນ​ໄດ້​ຊັດ​ເຈນ ປະມານ 4 ​ μm ຫຼື ຫຼາຍກວ່ານັ້ນ, ​ໂດຍປົກກະຕິ Sporangium ຈະ​ຫຼຸດອອກ.


ຄວາມ​ແຕກ​ຕ່າງ​ດ້ານສັນຖານວິທະຍາ ລະຫວ່າງ ເຊື້ອສະກຸນ Phytophthora ແລະ ເຊື້ອສະກຸນ Pythium

       ລັກສະນະຮູບຮ່າງສັນຖານວິທະຍາ ລະຫວ່າງເຊື້ອສະກຸນ Phytophthora ແລະເຊື້ອສະກຸນ Pythium ແມ່ນມີຄວາມຄ້າຍຄືກັນ ສະນັ້ນ, ​ເມື່ອ​ວິ​ໄຈທາງ​ດ້ານ​ສັນຖານ​ວິທະຍາ​ຂອງ​ເຊື້ອທັງ​ສອງ​ສະກຸນ​ຕ້ອງ​ມີ​ຄວາມ​ຊໍາ​ນິຊໍາ​ນານ ​ແລະ ຄວນສຶກສາ​ໃຫ້​ລະອຽດຄື: ເສັ້ນເຊື້ອສະກຸນ Phytophthora  ຂ້ອນຂ້າງວ້າງຂະໜາດສະເລ່ຍ 14 ​ μm, ວ້າງສຸດ 16 ​​ μm ແລະ ບໍ່ມີຂີດຂັ້ນ (Septum), Sporangium ​​ເປັນຮູບໝາກນາວ (Limoniform) , ຮູບໄຂ່ປາຍ​ຕັດ (Obpyriform) ຫຼື ຮູບໄຂ່ (Ovoid), Zoospore ເກີດໃນ Sporangiumເມື່ອແກ່ເຕັມທີ່ແລ້ວ Zoospore ຈະອອກມາທາງ Papillate, Zoospore ມີຫາງ (Flagella), ​2 ຫາງ ຂອບ Oogonium  ມີ 2 ແບບຄື: ແບບກ້ຽງ ແລະ ແບບບໍ່ກ້ຽງ ຫຼື ເປັນຕຸ່ມແຕ່ບໍ່ມີໝາມ, ຂອບຂອງ Oogonium ອາດຈະໜາຂຶ້ນ ແລະ ມີສີນໍ້າຕານ, ສ່ວນ Antheridiumເປັນແບບ Amphigynousແລະແບບ  Paragynous (ຂະຈອນສັກ ແລະ ຄະນະ, 2550).
ລັກສະນະ​ທີ່ສໍາຄັນຂອງເຊື້ອາສະກຸນ Pythium ເສັ້ນແມ່ນບໍ່ມີຂີດຂັ້ນ (Septum), Sporangium ມີລັກສະນະມົນ, ບໍ່ຄ່ອຍພົບ  Sporangium ​​ເປັນຮູບໝາກນາວ (Lemoniform),   ຮູບໄຂ່ຕັດປາຍ (Obpyriform) ຫຼື ຮູບໄຂ່ (Ovoid) ແລະ ໃນເຊື້ອາສະກຸນ Pythium ສ່ວນຫຼາຍຈະເປັນພວກປະສົມຕົວເອງ (Homothallic fungi), ສະປໍຈະງອກເປັນເສັ້ນ ຫຼື ອາດສ້າງສະປໍທີ່ມີຫາງທີ່ສາມາດລອຍນໍ້າໄດ້ (ອະມົນລັດ ພູໄພບູນ, 2550).
ການແຍກເຊື້ອຣາ ສະກຸນ  Phytophthora
ການແຍກເຊື້ອາສະກຸນ  Phytophthoraໂດຍປົກກະຕິຈະໃຊ້ 2 ວິທີຄື: ​ໃຊ້ເຫຍື່ອລໍ້ (Baiting) ແລະແຍກຈາກຊິ້ນສ່ວນຂອງພືດ, ການເກັບຕົວຢ່າງດິນແມ່ນ​ເກັບໃກ້ຕົ້ນທີ່ເປັນພະຍາດ, ໃກ້ຮາກພືດທີ່ຍັງແຂງແຮງ ແລະ ດິນທີ່ມີຄວາມຊຸ່ມເລິກປະມານ 5 ຊມ. ເຊື້ອາສະກຸນ Phytophthora ທຸກໆ ຊະນິດສາມາດຂະຫຍາຍໂຕໄດ້ໃນອາຫານລ້ຽງເຊື້ອາຫຼາຍຊະນິດເມື່ອ ບົ່ມໃນອຸນຫະພູມ 15-25 ອົງສາໃນຫ້ອງມືດຈະສ້າງ Sporangiumໃນອາຫານແຂງມີຄື: ເຊື້ອຣາ P. capsici, P. heveae, P. megakarya, P. nicotianae ແລະ P. palmivara ແລະ ສ້າງ sporangiumໃນອາຫານແຫຼວມີຄື: ເຊື້ອຣາ P. cambivora, P. cinnamomi, P. citricola, P. cryptogea ແລະ P. drechsleri  Drenth, A., et al., (2004).
ຄວາມ​ຫຼາກຫຼາຍຂອງ​ເຊື້ອຣາ ສະກຸນ  Phytophthora
ພະຍາດພືດທີ່ເກີດຈາກເຊື້ອາສະກຸນ Phytophthora ເປັນພະຍາດພືດທີ່ມີມາແຕ່ດົນ ແລະ ມີພືດກາຝາກຫຼາຍຊະນິດ, ໃນປະຈຸບັນພະຍາດດັ່ງກ່າວແມ່ນຍັງຄົງລະບາດຢູ່ທົ່ວໄປ. ເຊື້ອາໃນສະກຸນ  Phytophthoraແມ່ນເຊື້ອາພະຍາດພືດຊະນິດທີ່ມີຢູ່​​ໃນດິນມີທັງໝົດປະມານ 64 ຊະນິດ ທີ່ໄດ້ບັນ​ລະ​ຍາຍ​ລັກສະນະ​ແລ້ວ​ ​ແລະທັງ 64 ຊະນິດແມ່ນເປັນເຊື້ອາສາຍເຫດເຮັດ​ໃຫ້​ເກີດພະຍາດພືດ. ການ​ສຶກສາ​ການຈັດ​ຈໍາ​ແນ​ກ ເຊື້ອາສະກຸນ  Phytophthora (Waterhouse, 1973) ໄດ້​ລາຍ​ງານທັງໝົດມີ 48 ຊະນິດ, ລັກສະນະ​ຂອງ​ເຊື້ອ ທີ່​ໄດ້ຖືກ​ຈັດ​ຈໍາແນ​ກ​​ແມ່ນ ​ອີງຕາມ​ລັກສະນະ​ຮູບ​ຮ່າງ​ພາຍ​ນອກ​ເຊັ່ນ ​ຖົງຫຸ້ມ​ສະ​ປໍ​, ຂະໜາດຂອງ​ຖົງຫຸ້ມ​ສະ​ປໍ ​ແລະ ອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​​ແມ່ ​ແລະ ​ເພດ​ຜູ້, ຂະໜາດຂອງອະ​ໄວ​ຍະ​ວະ​ສືບ​ພັນ​ເພດ​​ແມ່ ​ແລະ ​ເພດ​ຜູ້. ຕໍ່ມາ Donald, E., Olaf, k.R., (1996) ກໍໄດ້​ສືບຕໍ່ຈັດ​ຈໍາ​ແນ​ກຕາມ​ລັກສະນະ​ຮູບ​ຮ່າງ​ພາຍ​ນອກຂອງເຊື້ອາສະກຸນ Phytophthora ທີ່ພົບໃນທົ່ວໂລກໄດ້​ບັນຍາຍ​ລັກສະນະ​ຂອງ​ຊະນິດມີ ປະມານ 64 ຊະນິດ ​​ເຊິ່ງເຊື້ອໃນສະກຸນ  Phytophthora ທຸກຊະນິດ ແມ່ນມີຄວາມຕ້ອງການຄວາມຊຸ່ມສູງເພື່ອສ້າງສະປໍ, ການແຕກໜໍ່ຂອງຖົງສະປໍ Sporangiospores ແລະ Zoospores. 



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ