google-site-verification: google0d91bc93cfc88895.html ເຕັກນິກການປະສົມພັນປາໄນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, March 21, 2020

ເຕັກນິກການປະສົມພັນປາໄນ

ເຕັກນິກການປະສົມພັນປາໄນ Phylum: Chordata Class: Actinopterygii Order: Cypriniformes Family: Cyprinidae (ຢູ່ໃນວົງຂອງປາປາກ) Genus: Cyprinus Species: Cyprinus carpio  • ຊື່ວິທະຍາສາດ: Cyprinus carpio • ຊື່ສາມັນ: common carp • ຊື້ທ້ອງຖີ່ນ: – ປາໃນ, ປາໃນຄຳ – ປາຫລີ – ປາຂີນ – ປາຫລືຮື້ – ປາຫລືໂກ • ຈີນ: Lei yu, Li yu • ຢີ່ປຸ່ນ: Koi • ອີນໂດເນເຊຍ: Green verieties – Tambra – Tombro • ອີນໂດ: Orange – colored verieties : – Ikan mass – Masmassan – Lauk mas – Rajo Emeh • ມາເລເຊຍ: Lei Koh • ຫວຽດນາມ: – Ca chep – Ca gay – Pa nev


ເຕັກນິກການປະສົມພັນປາໄນ

Phylum: Chordata
Class: Actinopterygii
Order: Cypriniformes
Family: Cyprinidae (ຢູ່ໃນວົງຂອງປາປາກ)
Genus: Cyprinus
Species: Cyprinus carpio
• ຊື່ວິທະຍາສາດ: Cyprinus carpio
• ຊື່ສາມັນ: common carp
• ຊື້ທ້ອງຖີ່ນ:
– ປາໃນ, ປາໃນຄຳ
– ປາຫລີ
– ປາຂີນ
– ປາຫລືຮື້
– ປາຫລືໂກ
• ຈີນ: Lei yu, Li yu
• ຢີ່ປຸ່ນ: Koi
• ອີນໂດເນເຊຍ: Green verieties
– Tambra
– Tombro
• ອີນໂດ: Orange – colored verieties :
– Ikan mass
– Masmassan
– Lauk mas
– Rajo Emeh
• ມາເລເຊຍ: Lei Koh
• ຫວຽດນາມ:
– Ca chep
– Ca gay
– Pa nev

ຄຸນປະໂຫຽດຂອງການລ້ຽງປາໄນ

     ປາໄນ ເປັນປາທ່ີນິຍົມກັນລ້ຽງມາແຕ່ດົນນານ ຕາມທ້ອງຖ່ີນຕ່າງໆ ໃນລາວ ແລະ ມີຢູ່ຕາມແມ່ນໍ້າ ລໍາເຊຫ້ວຍຮ່ອງ, ຄອງບຶງ, ເປັນປາທ່ີລ້ຽງງ່າຍ ທົນຕ່ໍສະພາບແວດລ້ອມໄດ້ດີ. ຊີ້ນປາກິນງ່າຍລະລາຍດີ ບ່ໍເປັນອັນຕະລາຍຕໍ່ສຸຂະພາບ ໂດຍສະເພາະຜູ້ສູງອາຍຸ ເພາະປາເປັນອາຫານທ່ີມີທາດບໍາລຸງສູງ, ເຮັດໃຫ້ຮ່າງກາຍແຂງແຮງ, ຖ້າມີບ່ອນລ້ຽງທ່ີເໝາະສົມ ແລະ ຮູ້ຈັກວິທີການລ້ຽງທ່ີດີຈະສາມາດ ຕອບສະໜອງອາຫານໃຫ້ຄອບຄົວໄດ້ຢ່າງພຽງພໍ, ລ້ຽງຫລາຍສາມາດຂາຍສ້າງລາຍໄດ້ໃຫ້ແກ່ຄອບຄົວອີກດ້ວຍ.
ເຕັກນິກການປະສົມພັນປາໄນ Phylum: Chordata Class: Actinopterygii Order: Cypriniformes Family: Cyprinidae (ຢູ່ໃນວົງຂອງປາປາກ) Genus: Cyprinus Species: Cyprinus carpio  • ຊື່ວິທະຍາສາດ: Cyprinus carpio • ຊື່ສາມັນ: common carp • ຊື້ທ້ອງຖີ່ນ: – ປາໃນ, ປາໃນຄຳ – ປາຫລີ – ປາຂີນ – ປາຫລືຮື້ – ປາຫລືໂກ • ຈີນ: Lei yu, Li yu • ຢີ່ປຸ່ນ: Koi • ອີນໂດເນເຊຍ: Green verieties – Tambra – Tombro • ອີນໂດ: Orange – colored verieties : – Ikan mass – Masmassan – Lauk mas – Rajo Emeh • ມາເລເຊຍ: Lei Koh • ຫວຽດນາມ: – Ca chep – Ca gay – Pa nev

ສະຖານທ່ີເໝາະສົມການລ້ຽງປາໄນ

  • ອຸນຫະພູມທ່ີເໝາະສົມລະຫ່ ວາງ  24 - 35 ອົງສາເຊ
  • ເປັນບ່ອນທ່ີໃກ້ແຫລ່ງນໍ້າເຊ່ັນ: ຫວ້ຍ, ຮ່ອງ, ໜອງ, ບຶງ, ຊົນລະປະທານ. ຫ່າງຈາກບ່ອນທ່ີມີທາດເຄມີໄຫລຊຶມ.
  •  ບ່ອນລ້ຽງເປັນດິນໜຽວ ຫລື ດິນປົນຊາຍດີທ່ີສຸດເປັນດິນຕົມບ່ໍຄວນເປັນເຂດດິນເຄັມ ແລະ ເປັນກົດສູງ, ລະດັບຄວາມເປັນກົດເປັນດ່າງລະຫວ່າງ 5-9 PH, ເປັນບ່ອນທ່ີບ່ໍມີນໍ້າອອກບ່ໍ
  • ປາໄນສາມາດລ້ຽງໄດ້ໃນນາເຂົ້າ, ໃນອ່າງຊີເມັນທ່ີມີຂະໜາດ 4x4 ແມັດ. ຂຶ້ນໄປລ້ຽງໃນກະຊັງ ແຕ່ດີທ່ີສຸດ ແມ່ນລ້ຽງໃນໜອງ, ໜອງຕ້ອງເປັນດິນຕົມມີຂະໜາດ: ລວງກ້ວາງ 8 ແມັດ, ລວງຍາວ 10 ແມັດ ຫລື ໃນເນື້ອທ່ີ 80 ຕາແມັດ. ຂຶ້ນໄປຄວາມເລິກຂອງໜອງ 1 -1,50ແມັດ, ແຄມໜອງຕ້ອງມີຄວາມເນີນແບບກົ້ນໝໍ້ຂາງ ຖ້າໜອງເລິກ 1 ແມັດ. ຄວາມເນີນຕ້ອງມີ ລະຫວ່າງ 1,5 ແມັດ, ຖ້າໜອງເລິກ 1,50 ແມັດ. ຄວາມເນີນຕ້ອງມີລະຫວ່າງ 2 ແມັດ.
ລັກສະນະໜອງລ້ຽງປາໄນທ່ີຖືກຕ້ອງຄວນໃຫ້ມີຄວາມເນີນຫລາຍ ຫລື ອາດສ້າງເປັນຄືກົ້ນ ໝໍ້ຂາງ
ເຕັກນິກການປະສົມພັນປາໄນ Phylum: Chordata Class: Actinopterygii Order: Cypriniformes Family: Cyprinidae (ຢູ່ໃນວົງຂອງປາປາກ) Genus: Cyprinus Species: Cyprinus carpio  • ຊື່ວິທະຍາສາດ: Cyprinus carpio • ຊື່ສາມັນ: common carp • ຊື້ທ້ອງຖີ່ນ: – ປາໃນ, ປາໃນຄຳ – ປາຫລີ – ປາຂີນ – ປາຫລືຮື້ – ປາຫລືໂກ • ຈີນ: Lei yu, Li yu • ຢີ່ປຸ່ນ: Koi • ອີນໂດເນເຊຍ: Green verieties – Tambra – Tombro • ອີນໂດ: Orange – colored verieties : – Ikan mass – Masmassan – Lauk mas – Rajo Emeh • ມາເລເຊຍ: Lei Koh • ຫວຽດນາມ: – Ca chep – Ca gay – Pa nev

ເຕັກນິກການປະສົມພັນ

  • ປາໄນ ສາມາດປະສົມພັນໄດ້ແຕ່ ເດືອນ 2 ຫາເດືອນ 8 ແຕ່ ມີໄຂ່ ແກ່ ສົມບູນແມ່ນແຕ່ ເດືອນ 4-6 ປາໄນເປັນປາໄຂ່ ຕິດ, ປະສົມພັນໄດ້ງ່າຍ, ສາມາດປະສົມໄດ້ທຸກເຂດແຂວງແຕ່ ເໜືອເຖິງໃຕ້.
  • ປາໄນສາມາດປະສົມພັນກັນເອງໄດ້ໂດຍທ່ີບ່ໍໄດ້ສັກຢາກະຕຸ້ນກ່ໍໄດ້, ພຽງແຕ່ ເຮົາກຽມພ່ໍແມ່ພັນໃຫ້ມີຄວາມພ້ອມ ແລະ ຍ້າຍບ່ອນເພ່ີມ ຫລື ຫຸຼດລະດັບນໍ້າເດີມກ່ໍຈະປະສົມພັນກັນ ເອງແຕ່ ເພ່ືອໃຫ້ການຜະລິດລູກປາໄດ້ຮັບຜົນສູງເຮົາຄວນດໍາເນີນຕາມຂັ້ນຕອນດ່ັງນີ້:

   1. ການກະກຽມອຸປະກອນທ່ີຈໍາເປັນ

  • ກະຊັງຟັກໄຂ່ ທ່ີເຮັດດ້ວຍແພນີລົງ ແລະ ແພແຍ່ງຂຽວ
  • ຮັງໄຂ່ ເຮັດດ້ວຍເຊືອກຟາງ ຫລື ນຳໃຊ້ຮາກຜັກຕົບ, ຮາກໄຄ້ ກໍ່ໄດ້ເຊັ່ນກັນ
  • ເຂັມສັກຢາເບີ້ 22 ແລະ 24 ຢ່າງລະ 1 ດວງ
  • ແພເຊັດ, ຊິງຊ່ັງນໍ້າໜັກ, ແອປໍ້າ ຫລື ເຄື່ອງເພີ່ມອົກຊີໃຫ້ນ້ຳ (ຖ້າປະສົມໃສ່ອ່າງ), ຊາມໃຫ່ຍ
  • ປາພ່ໍແມ່ ພັນ  (ຕາມມາດຕາສ່ວນປາແມ່ 1 ໂຕ ຕ່ໍປາຜູ້ 2 ໂຕ )
  • ຟອຍກ້ານພ້າວ (ຖ້າປະສົມພັນໃສ່ອ່າງ)
  • ຢາກະຕຸ້ນພ່ໍແມ່ ພັນເຊ່ັນ: ຕ່ອມໃຕ້ສະໝອງປາທ່ີໄດ້ຈາກປາປະເພດຕ່າງໆ ຫລື ຮໍໂມນສັງເຄາະຊຸບປີຼແຟັກ ( Suprefact ) ຢາໂມທີລຽມ (Motilium M), ນໍ້າກ່ັນ, ຢາຊຸບຟຼີແຟັກ (Suprefact) ຢາເມັດ ໂມທີລຽມ ( Motiluim M) ນໍ້າກ່ັນ 

2. ການກະກຽມສະຖານທ່ີປະສົມພັນ

ປາໄນສາມາດປະສົມພັນໃນອ່າງ ຫລື ປະສົມໃສ່ໜອງ ກ່ໍໄດ້ຮັບຜົນຄືກັນ ຖ້າຈະປະສົມໃສ່ ອ່າງຕ້ອງມີອ່າງຂະໜາດ ສູງ 1 ແມັດ, ກ້ວາງ 2 ແມັດ, ຍາວ 2 ແມັດຂຶ້ນໄປ ແລະ ຕ້ອງກະກຽມ ຄວາມພ້ອມຕ່າງໆດ່ັງນີ້:
  • ລ້າງອ່າງຂ້າເຊື້ອດ້ວຍດ່າງທັບທິມ, ຢາເຫລືອງ, ຫລື ເກືອ (ໃຊ້ຢ່າງໃດຢ່າງໜ່ືງ) ປະໄວ້ໃຫ້ໄດ້ 2 ອ່າງ
  • ເອົານໍ້າໃສ່ ອ່າງທັງສອງທ່ີລ້າງສະອາດແລ້ວໃຫ້ໄດ້ 50 ຊັງຕີແມັດ
  • ເອົາຮັງໄຂ່ ໃສ່ບ່ອນປະສົມພັນ ແລະ ສ້າງຝົນທຽມໃສ່ ໃນອ່າງປະສົມພັນຖ້າຈະປະສົມພັນໜອງກ່ໍຕ້ອງອະນາໄມບ່ອນທ່ີປະສົມພັນຄັກແນ່ ເຊ່ັນ: ການຂ້າເຊື້ອ, ຂ້າສັດຕູຂອງລູກປາທ່ີຈະເບາະອອກມາໃໝ່ໆ ໃຫ້ລະອຽດ
ເຕັກນິກການປະສົມພັນປາໄນ Phylum: Chordata Class: Actinopterygii Order: Cypriniformes Family: Cyprinidae (ຢູ່ໃນວົງຂອງປາປາກ) Genus: Cyprinus Species: Cyprinus carpio  • ຊື່ວິທະຍາສາດ: Cyprinus carpio • ຊື່ສາມັນ: common carp • ຊື້ທ້ອງຖີ່ນ: – ປາໃນ, ປາໃນຄຳ – ປາຫລີ – ປາຂີນ – ປາຫລືຮື້ – ປາຫລືໂກ • ຈີນ: Lei yu, Li yu • ຢີ່ປຸ່ນ: Koi • ອີນໂດເນເຊຍ: Green verieties – Tambra – Tombro • ອີນໂດ: Orange – colored verieties : – Ikan mass – Masmassan – Lauk mas – Rajo Emeh • ມາເລເຊຍ: Lei Koh • ຫວຽດນາມ: – Ca chep – Ca gay – Pa nev

3. ການກຽມພ່ໍແມ່ພັນ

  • ຄັດເລືອກພ່ໍແມ່ພັນ ທ່ີມີຄວາມພ້ອມເຊ່ັນ: ຕົວແມ່ ມີໄຂ່ແກ່ ໂດຍໃຊ້ມືລູບທ້ອງຈະຮູ້ສຶກອ່ອນນຸ້ມ, ເມ່ືອຫງາຍທ້ອງຂຶ້ນຈະເຫັນທ້ອງເບັງໃຫ່ຍເປັນຮູບຕົວ ( U ), ບ່ໍມີບາດແຜ, ບ່ໍພິການ, ມີອາຍຸ 6 ເດືອນ ຫາ 8 ເດືອນ ຂຶ້ນໄປ, ປາຜູ້ : ຕົນຕົວ ແລະ ແກ້ມຊາ, ເອົາມືບີບທ້ອງຈະເຫັນ ນໍ້າເຊື້ອໄຫລອອກມາງ່າຍໆ ນໍ້າເຊື້ອເປັນສີຂາວຂຸ້ນແມ່ນນໍ້າເຊື້ອທ່ີດີ. 
  • ແຍກພ່ໍແມ່ ພັນໄວ້ບ່ອນຕ່າງກັນ 12 -16 ຊ່ົວໂມງ ແລະ ບ່ໍໃຫ້ອາຫານແລ້ວຈ່ືງນໍາປາມາສັກຢາກະຕຸ້ນ (ຢາກະຕຸ້ນພ່ໍແມ່ ພັນ ແລະ ວິທີການຄິດໄລ່ ຢາເພ່ືອສັກກະຕຸ້ນຄືກັບປາທ່ົວໄປ)
  • ເຮັດຝົນທຽມໃສ່ ອ່າງເປັນໄລຍະໆ ເພ່ຶອກະຕຸ້ນໃຫ້ພ່ໍ-ແມ່ ພັນມີຄວາມຫ້າວ.
  • ການປະສົມພັນວິທີນີ້ ແມ່ນຈະປະໄວ້ໃຫ້ພ່ໍແມ່ ພັນປະສົມພັນກັນເອງ ປະມານ 8 -12 ຊ່ົວໂມງ ປາເລີ່ມມີປະຕິກິລິຍາຕໍ່ກັນ ເມ່ືອປາປະສົມພັນກັນ ເຮົາກໍປະໃຫ້ປາປະສົມພັນກັນ 3 ຊ່ົວໂມງ, ໃຫ້ສັງເກດເບິ່ງວ່າ ເມື່ອເຫັນປາບ່ໍໄລ່ກັນ ບໍ່ຝັ້ນກັນຄືຕອນທຳອິດ ກໍ່ໃຫ້ເອົາພ່ໍແມ່ພັນອອກ.
ເຕັກນິກການປະສົມພັນປາໄນ Phylum: Chordata Class: Actinopterygii Order: Cypriniformes Family: Cyprinidae (ຢູ່ໃນວົງຂອງປາປາກ) Genus: Cyprinus Species: Cyprinus carpio  • ຊື່ວິທະຍາສາດ: Cyprinus carpio • ຊື່ສາມັນ: common carp • ຊື້ທ້ອງຖີ່ນ: – ປາໃນ, ປາໃນຄຳ – ປາຫລີ – ປາຂີນ – ປາຫລືຮື້ – ປາຫລືໂກ • ຈີນ: Lei yu, Li yu • ຢີ່ປຸ່ນ: Koi • ອີນໂດເນເຊຍ: Green verieties – Tambra – Tombro • ອີນໂດ: Orange – colored verieties : – Ikan mass – Masmassan – Lauk mas – Rajo Emeh • ມາເລເຊຍ: Lei Koh • ຫວຽດນາມ: – Ca chep – Ca gay – Pa nev

5. ການຟັກໄຂ

ຟັກໃສ່ ອ່າງຊີເມັນ
  • ນໍາຮັງໄຂ່ ໄປຟັກໃສ່ ອ່າງທ່ີ 2 ທ່ີກຽມໄວ້ແລ້ວເປີດແອປໍ້າ ຫລື ປ້ໍາລົມໃສ່ ເພ່ືອເພ່ີມອົກຊີໃນອ່າງ ແລະ ເຮັດໃຫ້ອັດຕາການເບາະຂອງໄຂ່ ປາຫລາຍຂຶ້ນ, ໄຂ່ ປາໄນຈະເບາະເປັນໂຕພາຍໃນ 48-50 ຊ່ົວໂມງ.
  • ຫລັງຈາກໄຂ່ ເບາະແລ້ວຈ່ືງເອົາຮັງໄຂ່ ອອກຈາກບ່ອນຟັກຫລັງຈາກນັ້ນປະໄວ້ 4-5 ວັນ ຈ່ຶງນໍາລູກປາໄປອະນຸບານໃສ່ ໜອງທ່ິມີການກຽມໜອງຢ່າງຄັກແນ່
ຟັກໄຂ່ ຢູ່ໃນໜອງ:
ກາງກະຊັງແພນີລົງບາງ ໃສ່ຊັ້ນນອກ ແລ້ວກາງກະຊັງດາງຂຽວໃສ່ ຊັ້ນໃນ, ເມ່ືອປາເບາະ ເປັນໂຕແລ້ວ ຈ່ຶງເອົາຮັງໄຂ່ ອອກຈາກບ່ອນຟັກ, ລູກປາບາງໂຕອາດຈະບ່ໍລອດຕາກະຊັງດາງຂຽວອອກມາ ຢູ່ໃນກະຊັງແພນີລົງ, ດ່ັງນັ້ນຈ່ືງພະຍາຍາມເອົາປາໃນກະຊັງອອກມາໃຫ້ຢູ່ໃນກະຊັງແພນີລົງ, ແຕ່ພະຍາຍາມຢ່າໃຫ້ປໍ້ໄຂ່ ທ່ີແຕກແລ້ວ ແລະ ໄຂ່ ທ່ີບ່ໍແຕກ ຄ້າງໃນກະຊັງອອກມາໃນກະຊັງຊັ້ນນອກ ເພາະຈະເປັນເຫດເຮັດໃຫ້ເກີດເປັນນໍ້າເປື້ອນແລ້ວພາໃຫ້ລູກປາຕາຍ

6. ການອະນຸບານລູກປາ.

  • ກຽມໜອງອະນຸບານກ່ອນເອົາລູກປາລົງອະນຸບານ 4-5 ວັນເຊ່ັນ: ອະນາໄມໜອງໃຫ້ສະອາດ, ຫວ່ານປູນຂາວໃຫ້ທ່ົວໜອງຕາມອັດຕາສ່ວນ 10 ຕາແມັດ. ຕ່ໍປູນ 1 ກິໂລກຼາມ, ຫວ່ານຝຸ່ນຄອກໃນ ອັດຕາສ່ວນ 1-1,5 ກິໂລກຼາມ ຕ່ໍ 10 ຕາແມັດ, ເອົານໍ້າໃສ່ 30 ຊັງຕີແມັດ. ປະໄວ້ຈົນນໍ້າຂຽວຈ່ຶງ ເຕີມນໍ້າໃສ່
  • ມື້ທີ 5 ຍ້າຍລູກປາໄປອະນຸບານໃນໜອງທ່ີກຽມໄວ້ (ໜອງອະນຸບານເໝາະສົມຄວນມີຂະໜາດ ເຄ່ິງໄລ່ ຫາ 1 ໄລ່ ( 800 -1600 ຕາແມັດ) ຄວາມເລິກປະມານ 1 ແມັດ, ລະດັບນໍ້າເລ່ີມຈາກ 30 ຊັງຕີແມັດ. ແລ້ວຄ່ອຍເພ່ີມຂຶ້ນໃຫ້ໄດ້ 70 ຊັງຕີແມັດ ຫາ 1 ແມັດ, ອັດຕາການປ່ອຍລູກປາອະນຸ ບານເໝາະສົມແມ່ນ 600 - 800 ໂຕຕ່ໍຕາແມັດ.
ເຕັກນິກການປະສົມພັນປາໄນ Phylum: Chordata Class: Actinopterygii Order: Cypriniformes Family: Cyprinidae (ຢູ່ໃນວົງຂອງປາປາກ) Genus: Cyprinus Species: Cyprinus carpio  • ຊື່ວິທະຍາສາດ: Cyprinus carpio • ຊື່ສາມັນ: common carp • ຊື້ທ້ອງຖີ່ນ: – ປາໃນ, ປາໃນຄຳ – ປາຫລີ – ປາຂີນ – ປາຫລືຮື້ – ປາຫລືໂກ • ຈີນ: Lei yu, Li yu • ຢີ່ປຸ່ນ: Koi • ອີນໂດເນເຊຍ: Green verieties – Tambra – Tombro • ອີນໂດ: Orange – colored verieties : – Ikan mass – Masmassan – Lauk mas – Rajo Emeh • ມາເລເຊຍ: Lei Koh • ຫວຽດນາມ: – Ca chep – Ca gay – Pa nev

  • ເມ່ືອປາມີອາຍຸ 10-15 ວັນ. ກ່ໍຄວນກວດເຊັກອັດຕາການລອດຕາຍຂອງລູກປາດ້ວຍວິທີໃຊ້ມຸ້ງຖ່ີ ຊ້ວານ ຕາມແຄມໜອງຖ້າຫາກພົບລູກປາເປັນຈໍານວນຫລາຍກ່ໍສະແດງວ່າລູກປາມີການ ລອດຕາຍສູງ, ແຕ່ ຖ້າພົບແມງເຂົ້າສານເປັນຈໍານວນຫລາຍເຮົາຄວນຫາທາງແກ້ໄຂດ່ວນ, ດ້ວຍວິທີ ໃຊ້ນໍ້າມັນກາຊວນ ຫລື ນ້າມັນພືດຫົດລົງບ່ອນອະນຸບານລູກປາໃນອັດຕາສ່ວນ 2-3 ລິດ ຕ່ໍ 1 ໄລ່ , ປະໄວ້ 1 ວັນຈ່ືງເອົາຮໍາອ່ອນໂຮຍໃຫ້ນໍ້າມັນຈັບເປັນກ້ອນກັນເຂົ້າແລ້ວໃຊ້ກະຕ່ອງຕັກອອກໃຫ້ໝົດ.
  • ຮັກສາລະດັບນໍ້າຢ່າງໜ້ອຍ 30 ຊັງຕີແມັດ. ແຕ່ ບ່ໍຄວນເກີນ 1 ແມັດ, ອະນຸບານໄປຈົນປະມານ 50-60 ວັນ. ຖ້າບ່ອນອະນຸບານມີອາຫານທໍາມະຊາດພຽງພໍ ແລະ ເໝາະສົມລູກປາກ່ໍຈະເຕີບໂຕ ໄວ ແລະ ສາມາດນໍາໄປລ້ຽງໃນໜອງລ້ຽງໄດ້. ການໃຫ້ອາຫານປາໄລຍະອະນຸບານເອົາຮໍາອ່ອນ ບົດລະອຽດປົນກັບອາຫານ, ໄກ່ນ້ອຍ ຫລື ອາຫານໝູນ້ອຍ
ເຕັກນິກການປະສົມພັນປາໄນ Phylum: Chordata Class: Actinopterygii Order: Cypriniformes Family: Cyprinidae (ຢູ່ໃນວົງຂອງປາປາກ) Genus: Cyprinus Species: Cyprinus carpio  • ຊື່ວິທະຍາສາດ: Cyprinus carpio • ຊື່ສາມັນ: common carp • ຊື້ທ້ອງຖີ່ນ: – ປາໃນ, ປາໃນຄຳ – ປາຫລີ – ປາຂີນ – ປາຫລືຮື້ – ປາຫລືໂກ • ຈີນ: Lei yu, Li yu • ຢີ່ປຸ່ນ: Koi • ອີນໂດເນເຊຍ: Green verieties – Tambra – Tombro • ອີນໂດ: Orange – colored verieties : – Ikan mass – Masmassan – Lauk mas – Rajo Emeh • ມາເລເຊຍ: Lei Koh • ຫວຽດນາມ: – Ca chep – Ca gay – Pa nev

ຂໍ້ແນະນໍາ:

  • ກໍລະນີປະສົມພັນໃສ່ໃນໜອງ, ຕ້ອງກາງກະຊັງໃສ່ ໃນໜອງແລ້ວວາງຮັງໄຂ່ ລົງໃນກະຊັງແລ້ວເອົາພ່ໍແມ່ ພັນທ່ີໄດ້ສັກຢາແລ້ວປ່ອຍລົງໄປໃນກະຊັງຕາມມາດຕາສ່ວນປາແມ່ 1ໂຕ. ປາຜູ້ 2 ໂຕ, ເມ່ືອປາໄຂ່ແລ້ວ ຈ່ຶງນໍາຮັງໄຂ່ ໄປຟັກໃສ່ ໃນມຸ້ງຟັກໄຂ່.
  • ປາມີຄວາມພ້ອມ (ໄຂ່ແກ່ ) ແລະ ປາໄດ້ລ້ຽງໄວ້ບ່ອນຕ່າງກັນບ່ໍຈໍາເປັນສັກຢາກະຕຸ້ນກ່ໍປະສົມພັນກັນເອງໄດ້, ພຽງແຕ່ ເຮົາຍ້າຍບ່ອນ ແລະ ເພ່ີມ ຫລື ຫລຸດລະດັບນໍ້າຈາກເດີມ.
  • ບ່ອນປະສົມພັນຫາກບ່ໍມີຫລັງຄາມຸງກັນຝົນ. ການປະສົມພັນປາໄນເຮົາຄວນຫລີກເວັ້ນມື້ທ່ີມີຝົນຕົກເພາະວ່າໄຂ່ ປາໄນເມ່ືອຖືກນໍ້າຝົນ ຫລື ນ້ໍາທ່ີມີອຸນຫະພູມຕ່ໍາກ່ວາ ອຸນຫະພູມເວລາໄຂ່ ແມ່ນຈະບ່ໍໄດ້ຜົນເລີຍ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ