ຈຸດປະສົງ
- ເພື່ອຊອກຫາຊ່ວງເວລາ ທີ່ໃສ່ຝຸ່ນເລັ່ງໃຫ້ມີປະສິດຕິພາບດີສຳລັບເຂົ້ານາທີ່ປູກແບບຢອດເມັດແຫ້ງ.
- ເພື່ອກຳນົດວິທີການໃສ່ຝຸ່ນ ຮອງພື້ນທີ່ສາມາດຫຼຸດຜ່ອນປະຊາກອນຫຍ້າ ແລະ ໄດ້ຮັບຜົນຜະລິດສູງ.
- ທົດສອບປະສິດຕິພາບ ຂອງບາງວິທີການກຳຈັດຫຍ້າໃນນາຢອດເມັດເຂົ້າແຫ້ງ.
ການວາງແຜນການທົດລອງ ແລະ ສະຖານທີ່ເຮັດການທົດລອງ
ສອງການທົດລອງທີ່ສຶກສາ ໃນນາຢອດເມັດແຫ້ງ ໄດ້ຈັດຕັ້ງປະຕິບັດ ຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ. ການທົດລອງທີ 1ປະກອບດ້ວຍ 5 ຊ່ວງໄລຍະໃນການໃສ່ຝຸ່ນເລັ່ງ(N), ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ 4 ເມືອງ ໃນລະດູນາປີ ປີ 2015, ຮ່ວມກັບຊາວກະສິກອນ 5 ທ່ານ(ເມືອງຈຳພອນ 2 ຄອບຄົວ, ເມືອງພະລານໄຊ1 ຄອບຄົວ; ເມືອງ ພີນ 1 ຄອວຄົວ ແລະ ເມືອງໂພນທອງ 1 ຄອບຄົວ (ຕາຕະລາງ 1). ຂະໜາດແປງຂອງແຕ່ລະສິ່ງທົດລອງ ໃນແຕ່ລະຄອບຄົວແມ່ນ 4.0 ມ x 5.0 ມ, ນຳໃຊ້ຊາວນາເປັນຊໍ້າ.
ການທົດລອງ 2 ປະກອບດ້ວຍ 3 ວິທີກຳຈັດຫຍ້າ x 3 ວິທີການໃສ່ຝຸ່ນ ເຊິ່ງເປັນການທົດລອງຫຼາຍປັດໄຈ ແລະ ໄດ້ຈັດຕັ້ງປະຕິບັດນຳ 4 ຄອບຄົວຢູ່ໃນລະດູນາປີ 2016, (ມີ 1 ຄອບຄົວ ຢູ່ບ້ານອາລັນວັດຕະນາ 2 ຄອບຄົວ ບ້ານພາຍຂອງ ແລະ 1 ຄອບຄົວຢູ່ ບ້ານພີນ ເມືອງພີນ) (ຕາຕະລາງ1). ຂະໜາດແປງ ຂອງແຕ່ລະສິ່ງທົດລອງໃນແຕ່ລະຄອບຄົວແມ່ນ 4.0 ມ x 5.0 ມ, ນຳໃຊ້ຊາວນາເປັນຊໍ້າ. ຄຸນລັກສະນະຂອງດິນ ໃນແຕ່ລະຈຸດ (ຕາຕະລາງ 1).
ສິ່ງທົດລອງ ແລະ ເກັບຂໍ້ມູນ
ໃນການທົດລອງທີ 1, ແຕ່ລະສ່ິງທົດລອງໄດ້ໃສ່ຝຸ່ນ 15-15 ແລະ 15 kg N, P ແລະ K,/ຮຕ ຕາມລຳດັບ, ຮອງພື້ນພ້ອມຢອດເມັດເຂົ້າໂດຍໃຊ້ເຄື່ອງຢອດເມັດຊະນິດ 4 ແຖວ, ໃຊ້ເມັດພັນໃນອັດຕາ 45 ກລ/ຮຕ. ຫ້າສິ່ງທົດລອງທີ່ໃສ່ຝຸ່ນເລັ່ງໃນອັດຕາເທົ່າກັນ 60 ກລ/ຮຕ ຕື່ມໃສ່ຈຳນວນ ທີ່ໄດ້ໃສ່ຮ່ອງພື້ນໄດຫວາ່ນໃສແຕ່ລະສີ່ງທົດລອງ ຕາມໄລຍະເວລາທີ່ກຳນົດໄວ້ດັ່ງນີ້:
1) ບໍ່ໃສ່ຕືມອີກ;
2) N ທັງໝົດໃສ່ພາຍຫຼັງເຂົ້າພົ້ນໜ້າດິນໄດ້ 20 ວັນ;
3) N ທັງໝົດໄດ້ແບ່ງເຄິ່ງໃສ່ 2ຄັ້ງ ຫຼັງເຂົ້າພົ້ນໜ້າດິນໄດ້ 45 ວັນ ແລະ 65 ວັນ;
4) ຈຳນວນຝຸ່ນ N ໄດ້ແບ່ງເປັນສາມສວ່ນໃສ່ສາມຄັ້ງ ຄື: ໃສ່ຫຼັງເຂົ້າພົ້ນໜ້າດິນໄດ້ 30; 50 ແລະ 70 ວັນ
5) ຈຳນວນຝຸ່ນ N ໄດ້ແບ່ງເປັນສາມສ່ວນໃສ່ສາມຄັ້ງ ຄື: ໃສ່ຫຼັງເຂົ້າພົ້ນໜ້າດິນໄດ້ 20; 40 ແລະ 60 ວັນ,. ແຕ່ເນື່ອງຈາກວ່າໃນປີ 2015 ຂາດຝົນ ໃນຊ່ວງເດືອນພຶດສະພາ ແລະ ມີຖຸນາດັ່ງນັ້ນບໍ່ໄດ້ໃສ່ຝຸ່ນ ຄັ້ງທີ່ຫຼັງເຂົ້າພົ້ນໜ້າດິນໄດ້ 20ວັນ ໃນທຸກຈຸດທົດລອງ (ສິ່ງທົດລອງທີ 2 ແລະ 5) ເຮັດໃຫ້ຈຳນວນຝຸ່ນເລັ່ງ ທີ່ໃສ່ບໍ່ໄດ້ເຕັມອັດຕາຕາມທີ່ໄດ້ກຳນົດໄວ້ ແລະ ສິ່ງທົດລອງທີ 5 ກໍ່ໄດ້ໃສ່ຝຸ່ນແຕ່ 2 ຄັ້ງຄືໃນເວລາ 40 ແລະ 60 ວັນ
ເທົ່ານັ້ນ. ສ່ວນສິ່ງທົດລອງທີ 1, 3, 4 ແມ່ນ ໃສ່ຕາມອັດຕາທີ່ກຳນົດ.ໃນການທົດລອງທີ 2, ມີສາມວິທີການ
ກຳຈັດຫຍ້າຄື: 1) ບໍ່ຫຼົກຫຍ້າ (ເປັນຕົວທຽບ); 2)ຫຼົກຫຍ້າດ້ວຍມື ຫຼັງເຂົ້າພົ້ນໜ້າດິນໄດ້ 21 ວັນ, ແລະ 3) ປ່ອຍເປັດນ້ອຍອາຍຸໄດ້ 15 ວັນລົງນາຫຼັງເຂົ້າພົ້ນໜ້າດິນໄດ້ 21 ວັນ ຈຳນວນ 20 ໂຕຕໍ່ໄລ່. ການໃສ່ຝຸ່ນຮອງພື້ນມີສາມວິທີຄື: 1) ແບບຊາວນາ (ໃສ່ມື້ໃດແລ້ວແຕ່ຊາວນາ); 2) ຫວ່ານສະໝໍ່າສະເໝີທົ່ວແປງ ຫຼັງເຂົ້າພົ້ນໜ້າດິນໄດ້ 14 ວັນ ແລະ 3) ໃສ່ຝຸ່ນຢອດລົງດິນພ້ອມເມັດເຂົ້າ. ໃນສິ່ງທົດລອງແບບຊາວນາ ແມ່ນຊາວນາໃສ່ຝຸ່ນສູດ 16-20-00 ຈຳນວນ 100 ກລ/ຮຕ, ສ່ວນສິ່ງທົດລອງທີ່ຫວ່ານໃສ່ ຫຼັງເຂົ້າພົ້ນໜ້າດິນໄດ້ 14 ວັນ ແລະ ສິ່ງທົດລອງທີ່ຢອດຝຸ່ນລົງພ້ອມເມັດເຂົ້າໃນມື້ຢອດແມ່ນໃສ່ຝຸ່ນສູດ 15-15-15 ຈຳນວນ 100 ກລ/ຮຕ. ໃນເວລາປະຕິບັດຕົວຈິງຊາວນາບ້ານ ພາຍຂອງ ແລະ ບ້ານພີນໃສ່ຝຸ່ນໃນສິ່ງທົດລອງແບບຂອງຊາວນາ ແມ່ນຫວ່ານຝຸ່ນທັນທີ່ຫຼັງຈາກຢອດເມັດເຂົ້າ ແຕ່ວ່າຊາວນາ ບ້ານອາລັນວັດຕະນາ ຫວ່ານຫຼັງຢອດເມັດເຂົ້າແລ້ວ
7ວັນ. ໃນມື້ທີ 21, 36 ແລະ 51 ຫຼັງເຂົ້າພົ້ນໜ້າດິນ ກ່ອນຈະຫຼົກຫຍ້າ ໄດ້ໃຊ້ໂທລະສັບຖ່າຍຮູບໃນແຕ່ລະສິ່ງທົດລອງ ໄລຍະຫ່າງລະຫວ່າງກ້ອງຫາໜ້າດິນປະມານ 1.5 ແມັດ ແຕ່ລະພາບໄດ້ເອົາມາຄຳນວນເປີເຊັນ ການປົກຫຸ້ມໜ້າດິນດ້ວຍ Canopeo app (Oklahoma State University, http://canopeoapp.com/). ໃນສາມ/ວັນດັ່ງກ່າວກໍ່ຍັງໄດ້ຕັດທັງຕົ້ນເຂົ້າ ແລະ ຫຼົກເອົາຫຍ້າໃນ 1 m2
ມາໃສ່ຖົງໄວ້ຕາກແຫ້ງ ເພື່ອຄຳນວນນໍ້າໜັກແຫ້ງ (g/m2). ກ່ອນເກັບກ່ຽວກໍ່ຕັດຕົ້ນເຂົ້າ ໃນເນື້ອທີ່ 1m2, ມາຕາກແຫ້ງແລ້ວແຍກເມັດເຂົ້າ ແລະ ເຟືອງອອກຈາກກັນອົບແຫ້ງ ເພື່ອຄຳນວນດັດສະນີເກັບກ່ຽວ. ສຳລັບຄິດໄລ່ຜະລິດຕະພາບເຂົ້າ ໄດ້ເກັບກ່ຽວເຂົ້າໃນເນື້ອທີ່ 4 m2.
ການໃສ່ຝຸ່ນ N
ຜົນຫານວິເຄາະ AOV ສຳລັບການທົດລອງທີ 1 ໄດ້ສະແດງໃຫ້ເຫັນວ່າຜະລິດຕະພາບເຂົ້າຂອງຈຸດທົດລອງ ລະຫວ່າງເມືອງ, ໄນໂຕຣເຈນ ແລະ ເມືອງ x N ແມ່ນມີຄວາມແຕກຕ່າງທີ່ເຊື່ອຖືໄດ້ໃນລະດັບ F= 41.04**, 12.96**, 3.25**, ຕາມລຳດັບ, ໃນລະດັບ (P < 0.01). ໂດຍສະເລັ່ຍແລ້ວ ຜະລິດຕະພາບເຂົ້າ ຢູ່ເມືອງ
ພະລານໄຊ ແລະ ບ້ານອາລັນວັດຕະນາ ເມືອງຈຳພອນ ແມ່ນໄດ້ພຽງແຕ່ 2.30 ຕ/ຮຕ ເຊິ່ງຕໍ່າກວ່າຜະລິດຕະພາບເຂົ້າ ທີ່ໄດ້ຢູ່ບ້ານພາຍຂອງເມືອງຈຳພອນ, ເມືອງພີນ ແລະ ເມືອງໂພນທອງ(3.55 ຕ/ຮຕ) (ຕາຕະລາງ 2). ກົງກັນຂ້າມ, ໃນເມື່ອແບ່ງຝຸ່ນ N ໃສ່ 2-3 ຄັ້ງຜະລິດຕະພາບເຂົ້າເພີ່ມຂຶ້ນຈາກ 2.44 ຂຶ້ນຮອດ 3.29 ຕ/ຮຕ,
ສ່ວນແປງທີ່ໃສ່ຝຸ່ນ N ຄັ້ງດຽວພາຍຫຼັງຕົ້ນເຂົ້າພົ້ນໜ້າດິນໄດ້ 30 ວັນ ຜະລິດຕະພາບເຂົ້າເພີ່ມຂຶ້ນຮອດ 2.85 ຕ/ຮຕ, ພາຍໃຕ້ສະພາບທີ່ຂາດຝົນໃນຕົ້ນລະດູໃນປີ 2015. ເຫັນວ່າເມື່ອແບ່ງຝຸ່ນN ໃສ່ສາມຄັ້ງ, ຜະລິດຕະພາບເຂົ້າ ຢູ່ທີ່ບ້ານອາລັນວັດຕະນາ ເມືອງຈຳພອນ ແລະ ເມືອງໂພນທອງ ເພີ່ມຂຶ້ນຢ່າງໜ້າ ເຊື່ອຖືໄດ້ຈາກຈຸດທີ່ບ້ານພາຍຂອງເມືອງຈຳພອນ ແລະ ຈຸດທີ່ເມືອງພີນ,ແຕ່ວ່າຈຸດທີ່ເມືອງພະລານ ແມ່ນບໍ່ມີການຕອບສະໜອງຕໍ່ຝຸ່ນ N ໃນທຸກສິ່ງທົດລອງ. ຜະລິດຕະພາບເຂົ້າໄດ້ສູງທີ່ສຸດ 4.63 ຕ/ຮຕ ແມ່ນຢູ່ເມືອງໂພນທອງ ໃນສິ່ງທົດລອງທີ່ແບ່ງຝຸ່ນ N ໃສ່ສາມຄັ້ງ (ຕາຕະລາງ 2).
ຕາຕະລາງ 1: ຄຸນທາດຂອງດິນໃນຈຸດທີ່ໄດ້ປະຕິບັດການສຶກສາຢູ່ໃນປີ 2015 ແລະ 2016
ຕາຕະລາງ 2: ຜະລິດຕະພາບເຂົ້າຂອງບັນດາຈຸດທົດລອງທີ່ສຶກສາໄລຍະໃສ່ຝຸ່ນ (N) ແລະ ການສຳພັນຂອງມັນ (ປະລິມານຝຸ່ນເລັ່ງທີ່ໃສ່ແມ່ນ 3 ເປ້ົາຕໍ່ເຮັກຕາ)
ຕາຕະລາງ 2: ຜະລິດຕະພາບເຂົ້າຂອງບັນດາຈຸດທົດລອງທີ່ສຶກສາໄລຍະໃສ່ຝຸ່ນ (N) ແລະ ການສຳພັນຂອງມັນ (ປະລິມານຝຸ່ນເລັ່ງທີ່ໃສ່ແມ່ນ 3ເປ້ົາຕໍ່ເຮັກຕາ)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ