google-site-verification: google0d91bc93cfc88895.html ການລ້ຽງງົວ ດ້ວຍອາຫານທີ່ແຕກຕ່າງກັນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, March 03, 2020

ການລ້ຽງງົວ ດ້ວຍອາຫານທີ່ແຕກຕ່າງກັນ

ການລ້ຽງງົວ ດ້ວຍວິທີທີແຕກຕ່ງກັນ


ຈຸດປະສົງ ຂອງການສຶກສາ

  • ເພື່ອປະເມີນການກິນໄດ້ ແລະ ການປ່ຽນແປງທາງດ້ານນໍ້າໜັກຂອງງົວພື້ນເມືອງ ຕໍ່ກັບການເສີມອາຫານ ຈາກຫົວມັນຕົ້ນໝັກ, ເຟືອງ ແລະ ຕົ້ນກ້ວຍໝັກ.
  • ເພື່ອປະເມີນທາງດ້ານເສດຖະກິດ ໃນການທອມງົວ ໂດຍໃຊ້ສູດອາຫານທີ່ແຕກຕ່າງກັນ.

ຂັ້ນຕອນການຈັດຕັ້ງປະຕິບັດຕົວຈິງ

ແນວພັນສັດ ແລະ ໂຮງເຮືອນ:

ໄດ້ນໍາໃຊ້ງົວພັນພື້ນເມືອງ (ງົວລາດ) ໂດຍປະກອບມີທັງໝົດ16 ໂຕ ເຊິ່ງມີນໍ້າໜັກເລີ່ມ ຕົ້ນລະ ຫວ່າງ 63-69kg (66±3.0kg). ສໍາລັບງົວແມ່ນໄດ້ມີການຂັງຕະຫຼອດເວລາໃນຮູບແບບຂັງດ່ຽວໃນຄອກສັດ, ເຊິ່ງຄອກແມ່ນເຮັດດ້ວຍໄມ້ ແລະ ມີຂະໜາດຂອງຄອກຍາວ 1.50 x ກວ້າງ 1.20 ແມັດ, ຢູ່ພາຍໃນຄອກສັດ ໄດ້ປະກອບໄປດ້ວຍຮາງອາຫານ ແລະ ຮາງນໍ້າ.

ສິ່ງທົດລອງ ແລະ ຮູບແບບການທົດລອງ

ການທົດສອບການທອມງົວ ຮ່ວມກັບຊາວກະສິກອນໃນຄັ້ງນີ້ ໄດ້ປະກອບມີທັງໝົດ 4 ກຸ່ມໃນການທົດສອບ, ເຊິ່ງແຕ່ລະກຸມທົດສອບປະກອບມີງົວພື້ນ ເມືອງຈໍານວນ 4 ໂຕ. ສໍາລັບກຸ່ມທົດສອບການທອມງົວປະກອບມີ:
ກຸ່ມທີ່ 1 (CTL): ນໍາໃຊ້ເຕັກນິກຊາວກະສິກອນ (ຫຍ້າເນເປຍ ແລະ ຮໍາອ່ອນ).
ກຸ່ມທີ່ 2 (CR): ຫຍ້າເນເປຍ ແລະ ຮໍາອ່ອນ ແລະ ເສີມຫົວມັນຕົ້ນໝັກ.
ກຸ່ມທີ່ 3 (RS): ຫຍ້າເນເປຍ ແລະ ຮໍາອ່ອນ ແລະ ເສີມເຟືອງໝັກ.
ກຸ່ມທີ່ 4 (BS): ຫຍ້າເນເປຍ ແລະ ຮໍາອ່ອນ ແລະເສີມຕົ້ນກ້ວຍໝັກ

ອາຫານ ແລະ ການຈັດການອາຫານ

ການທົດລອງ ແລະ ການເກັບກໍາຂໍ້ມູນຕົວຈິງ, ສັດແຕ່ລະໂຕໄດ້ມີການປັບອາຫານ ໂດຍສະເພາະອາຫານທີ່ນໍາມາທົດສອບ (ອາຫານໝັກ)ເປັນເວລາ 2 ອາທິດ.ສໍາລັບຫົວມັນຕົ້ນ ແລະ ຕົ້ນກ້ວຍ, ກ່ອນນໍາມາໝັກໄດ້ມີການຊອຍ ເປັນຕອນບາງໆ ແລະມີຂະໜາດຄວາມຍາວ 1-2cm ແລະ ນໍາໄປຕາກແດດພາຍໃນ 1 ມື້ ເພື່ອເຮັດໃຫ້ພືດດັ່ງກ່າວ ມີຄວາມຊຸ່ມຫຸຼດລົງກ່ອນທ່ີຈະນໍາໄປປະສົມກັບສ່ວນປະກອບຕ່າງໆໃນການໝັກ (ຕາຕະລາງທີ 1). ໄດ້ນໍາເອົາເຟືອງ, (ຫົວມັນຕົ້ນ ແລະ ຕົ້ນກ້ວຍຫຼັງຈາກຜ່ານການຕາກແລ້ວ) ແມ່ນໄດ້ນໍາມາປະສົມກັບສ່ວນປະກອບຕ່າງໆຂອງການໝັກທີ່ກຽມໄວ້ ເຊິ່ງປະກອບມີ: ຢີສ(Yeast), ປຸ໋ຍເລັ່ງ (Urea),ປຸ໋ຍໝາກ (Di-ammonium phosphate), ແຮ່ທາດ(Mineral) ແລະ ກາກນໍ້າຕານ (Molasses)ໂດຍຄິດໄລ່ຕາມອັດຕາສ່ວນທີ່ກຽມ ໄວ້ໂດຍຄິດໄລ່ເປັນວັດຖຸແຫ້ງ (%DM basis). ສໍາລັບປຸ໋ຍເລັ່ງກ່ອນນໍາໄປປະສົມແມ່ນ ໄດ້ຜ່ານການລະລາຍກັບນໍ້າໃນອັດຕາສ່ວນ (50:50). ວັດຖຸດິບທີ່ກຽມໄວ້ມີເຟືອງ, ຫົວມັນຕົ້ນ ແລະ ຕົ້ນກ້ວຍໄດ້ນໍາມາປະສົມກັບສ່ວນປະກອບຕ່າງໆ ຂອງການໝັກທີ່ກຽມໄວ້ໃຫ້ເຂົ້າກັນ, ຈາກນັ້ນຈຶ່ງນໍາໄປບັນຈຸໃສ່ໃນຖົງຢາງປຼາສຕິກ ທີ່ກຽມໄວ້ແລ້ວ, ໄດ້ໄລ່ອາກາດອອກ ແລະ ມັດໃຫ້ແໜ້ນເພື່ອປ້ອງກັນອາກາດຂ້າງນອກເຂົ້າໄປປະປົນ, ເຊິ່ງຖົງໝັກໄດ້ນໍາໄປຮັກສາໄວ້ໃນບ່ອນຮົ່ມ ໃນອຸນຫະພູມທົ່ວໄປຈົນຄົບ 14 ມື້ ແລ້ວຈຶ່ງນໍາໄປທົດສອບກັບສັດ.
່ສ່ວນປະສົມອາຫານສັດ
CR: cassava root; DAP: di-ammonium phosphate; RS: rice straw; BS: banana stem

ສໍາລັບອາຫານພື້ນຖານປະກອບມີ: ຫຍ້າເນເປຍໄດ້ໃຫ້ກິນໃນອັດຕາສ່ວນ 75% (DM) ແລະ ຮໍາອ່ອນ 25% (DM), ເຊິ່ງໄດ້ໃຫ້ສັດກິນໃນຮູບແບບເຕັມທີ່. ສ່ວນອາຫານໝັກແມ່ນ ໄດ້ໃຫ້ໃນຮູບແບບການເສີມ 10% ຂອງອາຫານພື້ນຖານ. ການໃຫ້ອາຫານແມ່ນໄດ້ໃຫ້ 2 ຄັ້ງຕໍ່ມື້ ຄື: 7.00 ໂມງເຊົ້າ ແລະ 5.00 ໂມງແລງ. ອາຫານທັງໝົດແມ່ນໄດ້ບັນຈຸໃສ່ຮາງອາຫານທີ່ກຽມໄວ້ພາຍໃນຄອກ ແລະ ມີນໍ້າສະອາດໃຫ້ງົວໄດ້ກິນຕະຫຼອດເວລາ.

ຫຍ້າເນເປຍ
ຫຍ້າເນເປຍ

ຫມັກອາຫານສັດ
ຫມັກອາຫານສັດ

ການໃຫ້ອາຫານສັດ
ການໃຫ້ອາຫານສັດ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ