google-site-verification: google0d91bc93cfc88895.html ເຕັກນິກການລ້ຽງປາໃນອ່າງຊີເມັນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, March 21, 2020

ເຕັກນິກການລ້ຽງປາໃນອ່າງຊີເມັນ

ເຕັກນິກການລ້ຽງປາໃນອ່າງຊີເມັນ ປາດຸກເປັນປາທ່ີທົນທານຕ່ໍສະພາບແວດລ້ອມດີສົມຄວນເໝາະສົມກັບການລ້ຽງ. ໃນສະຖານທ່ີບ່ອນຕ່າງໆ ຄື:  ໜອງ, ອ່າງ, ກະຊັງ, ຮ່ອງທ່ີຮອງແພຢາງ. ລະດູການລ້ຽງທ່ີເໝາະສົມແຕ່ ເດືອນ 3 - ເດືອນ 11 1. ການລ້ຽງໃນອ່າງຊີເມັນ ລ້າງອ່າງໃຫ້ສະອາດ, ຂ້າເຊື້ອເປັນຢ່າງດີ, ຖ້າມີນໍ້າຂຽວຄວນເອົານໍ້າຂຽວໃສ່ ອ່າງລ້ຽງໃຫ້ ນໍ້າເປັນສີຂຽວອ່ອນ, ນໍ້າໃນອ່າງລະດັບເລ່ີມຕົ້ນ ຄວນມີລະດັບນໍ້າ 20 - 30 ຊັງຕີແມັດ. ເມ່ືອປາ ໃຫ່ຍຂຶ້ນຈ່ືງຄ່ອຍໆ ເພ່ີມລະດັບນໍ້າຂຶ້ນຕາມລໍາດັບ 5 ຊມ ຕ່ໍອາທິດ (ປາທ່ີມີຂະໜາດ 2 - 3 ຊັງ ຕີແມັດ. ປ່ອຍ 50 - 70 ໂຕຕ່ໍຕາແມັດ) ເມ່ືອປາໃຫ່ຍຂຶ້ນໄດ້  1 - 2 ຂີດຕ່ໍໂຕໃຫ້ອາຫານ 3 -7% ຂອງນໍ້າໜັກປາ, ເມ່ືອລ້ຽງໄດ້ 90 ວັນ. ອັດຕາການລອດຕາຍປະມານ 80%. ມາເຖິງໄລຍະນີ້ສາມາດໃຫ້ອາຫານປະສົມຕ່າງໆ ແທນອາຫານເມັດກ່ໍໄດ້ເຊ່ັນ: ໄສ້ໄກ່ , ປາແກ້ວ, ເສດອາຫານໃນເຮືອນແຕ່ ຕ້ອງໃສ່ໃຈການປ່ຽນນໍ້າໃນອ່າງເພ່ືອບ່ໍໃຫ້ນໍ້າເນ່ົາເໝັນ. 2. ການລ້ຽງໃນໜອງໄລຍະ 1 ເດືອນຕົ້ນ      - ເຮັດຮົ້ວອ້ອມຮອບບ່ອນລ້ຽງປ້ອງກັນສັດຕູປາ ແລະ ບ່ໍໃຫ້ປາໜີອອກໄປ      - ກຽມໜອງກ່ອນເອົາປາລົງລ້ຽງຕາມຫລັກການການກຽມໜອງລ້ຽງປາທ່ົວໄປດ່ັງນີ້:        +  ຕາກໜອງປະໄວ້ໃຫ້ແຫ້ງ, ອະນາໄມພື້ນໜອງໃຫ້ສະອາດ          +  ຫວ່ານປູນຂາວ 0,5 - 1 ກກ /10 ຕາແມັດ         +  ຫວ່ານຝຸ່ນຄອກ 0,3 - 0,5 ກກ/ຕາແມັດ         + ເອົານໍ້າເຂົ້າໜອງ ໂດຍຜ່ານການກອງ ບ່ໍໃຫ້ສັດຕູປາ ເຂົ້າໄປໄດ້ ປະມານ 30 ຫາ 40 ຊັງຕີແມັດ. ປະໃຫ້ນໍ້າໃນໜອງເປັນສີຂຽວຈ່ຶງເຕີມນໍ້າໃສ່ ໜອງໃຫ້ໄດ້ 50 ຊັງຕີແມັດ. ອາດເຕີມໄຮແດງ ໃສ່ໜອງໃນອັດຕາ 5 ກິໂລກຼາມຕ່ໍ 1600 ຕາແມັດ.     - ໃຫ້ອາຫານປາດຸກນ້ອຍທ່ີແຊ່ນໍ້າ ປັ້ນເປັນກ້ອນນ້ອຍ ຖີ້ມໃຫ້ອ້ອມແຄມໜອງ ວັນລະ 2 ຄັ້ງ ຫລື ໃຫ້ອາຫານໄຮເກຣດຊະນິດເມັດ, ເມ່ືອປາໃຫ່ຍຂຶ້ນຈ່ຶງປ່ຽນອາຫານໄປຕາມລໍາດັບເຊ່ັນ: ອາຫານປາດຸກນ້ອຍ, ອາຫານປາດຸກກາງ ແລະ ອາຫານປາດຸກໃຫ່ຍ. ໃຫ້ອາຫານວັນລະ 2-3 ຄັ້ງ, ຄັ້ງລະ 2 - 2,5 ຂີດຕ່ໍປາ 1.000 ໂຕ.     - ໃຊ້ນໍ້າຈຸລິນຊີ (ນໍ້າ Effective Microorganism ຂຽນຫຍໍ້ EM ) ຫລື ນໍ້າສະກັດຊີວະພາບທ່ີຂະຫຍາຍແລ້ວ ຫົດບ່ອນລ້ຽງປາ 7- 10 ວັນຕ່ໍຊຸດ. ຕາມມາດຕາສ່ວນ EM 1 ລິດປະສົມນໍ້າ 10 ລິດ. ຫົດໜອງປາໃຫ້ທ່ົວ ( EM 1 ລິດ+ນໍ້າ 10 ລິດ ຕ່ໍ ນໍ້າໃນໜອງ 10 ແມັດກ້ອນ)


ເຕັກນິກການລ້ຽງປາໃນອ່າງຊີເມັນ

  • ປາດຸກເປັນປາທ່ີທົນທານຕ່ໍສະພາບແວດລ້ອມດີສົມຄວນເໝາະສົມກັບການລ້ຽງ. ໃນສະຖານທ່ີບ່ອນຕ່າງໆ ຄື:  ໜອງ, ອ່າງ, ກະຊັງ, ຮ່ອງທ່ີຮອງແພຢາງ.
  • ລະດູການລ້ຽງທ່ີເໝາະສົມແຕ່ ເດືອນ 3 - ເດືອນ 11

1. ການລ້ຽງໃນອ່າງຊີເມັນ

ລ້າງອ່າງໃຫ້ສະອາດ, ຂ້າເຊື້ອເປັນຢ່າງດີ, ຖ້າມີນໍ້າຂຽວຄວນເອົານໍ້າຂຽວໃສ່ ອ່າງລ້ຽງໃຫ້ ນໍ້າເປັນສີຂຽວອ່ອນ, ນໍ້າໃນອ່າງລະດັບເລ່ີມຕົ້ນ ຄວນມີລະດັບນໍ້າ 20 - 30 ຊັງຕີແມັດ. ເມ່ືອປາ ໃຫ່ຍຂຶ້ນຈ່ືງຄ່ອຍໆ ເພ່ີມລະດັບນໍ້າຂຶ້ນຕາມລໍາດັບ 5 ຊມ ຕ່ໍອາທິດ (ປາທ່ີມີຂະໜາດ 2 - 3 ຊັງ ຕີແມັດ. ປ່ອຍ 50 - 70 ໂຕຕ່ໍຕາແມັດ) ເມ່ືອປາໃຫ່ຍຂຶ້ນໄດ້  1 - 2 ຂີດຕ່ໍໂຕໃຫ້ອາຫານ 3 -7% ຂອງນໍ້າໜັກປາ, ເມ່ືອລ້ຽງໄດ້ 90 ວັນ. ອັດຕາການລອດຕາຍປະມານ 80%. ມາເຖິງໄລຍະນີ້ສາມາດໃຫ້ອາຫານປະສົມຕ່າງໆ ແທນອາຫານເມັດກ່ໍໄດ້ເຊ່ັນ: ໄສ້ໄກ່ , ປາແກ້ວ, ເສດອາຫານໃນເຮືອນແຕ່ ຕ້ອງໃສ່ໃຈການປ່ຽນນໍ້າໃນອ່າງເພ່ືອບ່ໍໃຫ້ນໍ້າເນ່ົາເໝັນ.

2. ການລ້ຽງໃນໜອງໄລຍະ 1 ເດືອນຕົ້ນ

     - ເຮັດຮົ້ວອ້ອມຮອບບ່ອນລ້ຽງປ້ອງກັນສັດຕູປາ ແລະ ບ່ໍໃຫ້ປາໜີອອກໄປ
     - ກຽມໜອງກ່ອນເອົາປາລົງລ້ຽງຕາມຫລັກການການກຽມໜອງລ້ຽງປາທ່ົວໄປດ່ັງນີ້:
       +  ຕາກໜອງປະໄວ້ໃຫ້ແຫ້ງ, ອະນາໄມພື້ນໜອງໃຫ້ສະອາດ  
       +  ຫວ່ານປູນຂາວ 0,5 - 1 ກກ /10 ຕາແມັດ 
       +  ຫວ່ານຝຸ່ນຄອກ 0,3 - 0,5 ກກ/ຕາແມັດ 
       + ເອົານໍ້າເຂົ້າໜອງ ໂດຍຜ່ານການກອງ ບ່ໍໃຫ້ສັດຕູປາ ເຂົ້າໄປໄດ້ ປະມານ 30 ຫາ 40 ຊັງຕີແມັດ. ປະໃຫ້ນໍ້າໃນໜອງເປັນສີຂຽວຈ່ຶງເຕີມນໍ້າໃສ່ ໜອງໃຫ້ໄດ້ 50 ຊັງຕີແມັດ. ອາດເຕີມໄຮແດງ ໃສ່ໜອງໃນອັດຕາ 5 ກິໂລກຼາມຕ່ໍ 1600 ຕາແມັດ.
    - ໃຫ້ອາຫານປາດຸກນ້ອຍທ່ີແຊ່ນໍ້າ ປັ້ນເປັນກ້ອນນ້ອຍ ຖີ້ມໃຫ້ອ້ອມແຄມໜອງ ວັນລະ 2 ຄັ້ງ ຫລື ໃຫ້ອາຫານໄຮເກຣດຊະນິດເມັດ, ເມ່ືອປາໃຫ່ຍຂຶ້ນຈ່ຶງປ່ຽນອາຫານໄປຕາມລໍາດັບເຊ່ັນ: ອາຫານປາດຸກນ້ອຍ, ອາຫານປາດຸກກາງ ແລະ ອາຫານປາດຸກໃຫ່ຍ. ໃຫ້ອາຫານວັນລະ 2-3 ຄັ້ງ, ຄັ້ງລະ 2 - 2,5 ຂີດຕ່ໍປາ 1.000 ໂຕ.
    - ໃຊ້ນໍ້າຈຸລິນຊີ (ນໍ້າ Effective Microorganism ຂຽນຫຍໍ້ EM ) ຫລື ນໍ້າສະກັດຊີວະພາບທ່ີຂະຫຍາຍແລ້ວ ຫົດບ່ອນລ້ຽງປາ 7- 10 ວັນຕ່ໍຊຸດ. ຕາມມາດຕາສ່ວນ EM 1 ລິດປະສົມນໍ້າ 10 ລິດ. ຫົດໜອງປາໃຫ້ທ່ົວ ( EM 1 ລິດ+ນໍ້າ 10 ລິດ ຕ່ໍ ນໍ້າໃນໜອງ 10 ແມັດກ້ອນ)

3. ການລ້ຽງໄລຍະ 2 ເດືອນຂຶ້ນໄປ

  • ເດືອນທີ 2 ຄວນເພ່ີມລະດັບນໍ້າຂຶ້ນ 10 ຊມຕ່ໍອາທິດຈົນໃຫ້ນໍ້າໄດ້ລະດັບ 1,2ມ  ຫາ 1,5 ມ
  • ໃຫ້ອາຫານປາດຸກຊະນິດກາງ ວັນລະ 2 ຄັ້ງ ເຊົ້າ ແລະ ແລງ, ຄັ້ງລະ 0,7 ກິໂລກຼາມ -1,3 ກິໂລກຼາມຕ່ໍປາ 1,000ໂຕ
  • ເດືອນທີ 3 ຂຶ້ນໄປໃຫ້ອາຫານປາດຸກໃຫ່ຍຄັ້ງລະ 2,4 - 2,8 ກິໂລກຼາມຕ່ໍປາ 1,000 ໂຕ. ໃນກໍລະນີອາຫານສໍາເລັດຮູບບ່ໍພຽງພໍ ຄວນປະສົມອາຫານໃຫ້ປາກິນ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ