ຄວາມສຳຄັນ ຂອງການຜະລິດເຂົ້າ ໃນເຂດນານໍ້າຝົນ ສປປ ລາວ |
ເຂົ້າເປັນອາຫານຫຼັກສຳລັບຄົນເກືອບເຄີ່ງໜຶ່ງຂອງໂລກບໍລິໂພກເຂົ້າ. ການປູກເຂົ້າສ່ວນໃຫຍ່ແມ່ນປູກຫຼາຍໃນທິດໃຕ້ ແລະ ທິດຕາເວັນອອກຂອງທະວິບອາຊີ (Velasco and Pandey,1999). ປະມານ 90% ຂອງຄອບຄົວຊາວກະສິກອນ ປູກເຂົ້າເພື່ອການບໍລິໂພກ ໃນຄົວເຮືອນ,ເນື້ອທີ່ປູກເຂົ້າໜຽວ 90% ຂອງເນື້ອທີ່ປູກທັງໝົດແລະ 80% ປູກເພື່ອບໍລິໂພກ (ADB.,2005).ເຂົ້າເປັນແຫຼ່ງລາຍຮັບທຳອິດ ແລະ ປະກອບອາຊີບໃຫ້ກັບຄອບຄົວຫຼາຍກວ່າ 100 ລ້ານ ຄອບຄົວໃນທະວີບອາຊີ ແລະ ອາຟຣິກາ (FOA.,2004).ການສະໜອງຂອງເຂົ້າໃນ ໂລກຄາດຄະເນວ່າຈະເພິ່ມຂື້ນ 25% ໃນປີ 2001 ເຖີງ 2025 ສາມາດລ້ຽງດູຄົນເຕີບໃຫຍ່ໄດ້ (Maclean et al., 2002). ໃນລະຫວ່າງ ປີ 1990 ແລະ ປີ 2015ມີການເພິ່ມຂື້ນ 175% ຂອງສະຖາບັນ ການຜະລິດເຂົ້າໃນລາວ, ຈາກ 1.491 ເຖິງ 4.102 ລ້ານໂຕນ (ຕາຕະລາງ 1). ເຖິງແມ່ນວ່າການເພີ່ມຂື້ນຂອງຜົນຜະລິດເຂົ້າ ມີຄວາມສໍາຄັນຕໍ່ກັບສະພາບແວດລ້ອມ ການນຳໃຊ້ຊົນລະປະທານ ໃນຊ່ວງໄລຍະຮອບວຽນ (ຈາກ 41.000 ໂຕນ ໃນປີ 1990 ຫາ 520.000 ໂຕນ ໃນປີ 2015). ລັດຖະບານໄດ້ເລັ່ງໃສ່ປັບປຸງ ຄວາມອາດສາມາດການສະໜອງນໍ້າຊົນລະປະທານ ໃນລະດູແລ້ງ(ລະຫວ່າງປີ 1990 ແລະ 2001), ລະດູແລ້ງຄວາມອາດສາມາດ ການສ້າງຊົນລະປະທານ ແມ່ນມີການເພິ່ມຂື້ນ 750% (ຈາກ 12.000 ເຮັກຕາໃນປີ 1990 ເຖີງ 102.000 ເຮັກຕາ ໃນປີ 2001).ການປູກເຂົ້ານານໍ້າຝົນສ່ວນໃຫຍ່ ແມ່ນມີຄວາມສຳຄັນຫຼາຍ ໃນການຜະລິດເຂົ້າໃນລາວ. ໃນລະຫວ່າງປີ 1990 ແລະ 2015 ຜົນຜະລິດເຂົ້າ ໃນພື້ນທີ່ອາໃສນໍ້າຝົນ ແມ່ນເພິ່ມຂື້ນ 21% (ຈາກ 1.081 ລ້ານໂຕນ ເຖິງ 3.358 ລ້ານໂຕນ). ໃນປີ 2015 ສະພາບນໍ້າຝົນຢູ່ໃນລະຫວ່າງ 82% ໂດຍປະມານຂອງຜົນລວມການຜະລິດເຂົ້າໃນ ສປປລາວ.
ສ່ວນໃຫຍ່ປັດໄຈທີ່ເຮັດໃຫ້ຜົນຜະລິດເຂົ້າເພິ່ມຂື້ນ ໃນສະພາບເຂົ້ານານໍ້າຝົນ ໃນລະຫວ່າງ ປີ 1990 ແລະ 2015 ຈາກຄ່າລະເລ່ຍຜົນຜະລິດ 2.75 ຕ/ຮຕ ໃນປີ 1990 ແລະ 4.45ຕ/ຮຕ ໃນປີ 2015 ໂດຍສະເລ່ຍ (ຕາຕະລາງ 2)ຊາວກະສິກອນ ໄດ້ຍອມຮັບໃນການປັບປຸງ ຜົນຜະລິດແນວພັນເຂົ້າໃຫ້ສູງ. ໃນຕົ້ນປີ 1990 ມີ
ພຽງ 10% ຂອງພື້ນທີ່ການປູກເຂົ້ານານໍ້າຝົນທີ່ໄດ້ຮັບການປັບປຸງແນວພັນເຂົ້າ. ພື້ນທີ່ເລົ່ານີ້ສ່ວນໃຫຍ່ແມ່ນເລາະລຽບຕາມທົ່ງພຽງ ແຄມແມ່ນໍ້າຂອງ ໄກ້ກັບປະເທດເພື່ອນບ້ານ ເປັນຕົ້ນ (ໄທ)ການຂະຫຍາຍຕົວຂອງແນວພັນໃໝ່ ແມ່ນໄດ້ຮັບການແນະນຳຈາກປະເທດໄທ ແລະ ເຖິງບໍ່ສຳຄັນຫຼາຍ ເທົ່າກັບແນວພັນຂອງຫວຽດນາມ (ແນວພັນ CR203). ຫຼັງຈາກສະຖາບັນການພັດທະນາເຂົ້າໃນ ສປປ ລາວ ໃນປີ 1990 ແນວພັນເຂົ້າໄດ້ເລີ່ມຕົ້ນນໍາມາໃຊ້ ໃນຂອບເຂດການຜະລິດເຂົ້ານານໍ້່າຝົນໃນພາກກາງ ແລະ ພາກໃຕ້ຂອງລາວ.ໂດຍໃນປີ 2005 ມັນໄດ້ຄາດຄະເນເຖີງ 70%ຂອງພື້ນທີ່ການປູກເຂົ້າ ໃນເຂດນານໍ້າຝົນໃນ ລາວແມ່ນໄດ້ໃຊ້ແນວພັນ ເຂົ້າຈ້າວລາວປັບປຸງ. ນອກຈາກນັ້ນ, ປັດໄຈອຶ່ນໆ ທີ່ມີຜົນຕໍ່ການປັບປຸງຜົນຜະລິດເຂົ້າເປັນຕົ້ນແມ່ນປະລິມານນໍ້າຝົນ ແລະສະພາບການສະໜອງນໍ້າ ໃຫ້ພື້ນທີ່ຖືວ່າມີປະໂຫຍດໃນການໃຊ້ຝຸ່ນເພີ່ມຂື້ນ, ສ່ວນວ່າການຄ້າເຂົ້າ ແລະ ການຫຼຸດຜ່ອນຜົນເສຍຫາຍ ໃນການນຳໃຊ້ກົນຈັກການເກັບກ່ຽວ ແມ່ນຂື້ນກັບການຍອມຮັບຂອງຂະບວນການປັບປຸງ ແລະ ການຈັດການ.
ຕາຕະລາງ 1: ສະຖິຕິການຜະລິດເຂົ້າຕັ້ງແຕ່ປີ 1990 ຫາ 2015 ໃນ ສປປ ລາວ (Rice Production Statistics 1990 to 2015 for Lao PDR).
Sources: Shrestha (2001); World Bank (1995); Ministry of Agriculture and Forestry, Vientiane, Lao PDR
ຕາຕະລາງ 2: ຜົນຜະລິດເຂົ້າທີ່ປູກໃນສະພາບແວດລ້ອມເຂົ້ານານ້ຳຝົນ (ລະດູຝົນ) ແລະ (ລະດູແລ້ງ)
ໃນລະຫວ່າງ ປີ 1990 ແລະ 2015 (Mean rice yields in the wet-season rainfed lowland and
dry season irrigated rice environments of Lao PDR between 1990 and 2015).
ຄວາມແຕກຕ່າງຂອງພື້ນທີ່ປູກເຂົ້າໃນແຕ່ລະແຂວງໃນເຂດນານໍ້າຝົນ ສປປ ລາວ
ໃນປີ 2015 ການຜະລິດເຂົ້າ ໃນພາກກາງມີລາຍງານວ່າກວມເອົາ 56% ເທົ່າກັບຂອງປະເທດ (3,357,640 ຕ) (ຕາຕະລາງ 3).ແຂວງສະຫວັນນະເຂດ ມີພື້ນທີ່ການເກັບກ່ຽວເຂົ້າກວ້າງຂວາງ (200,050 ຮຕ) ແລະ ຜົນຜະລິດສູງເຖີງ (863,890 ຕ) ຂອງພື້ນທີ່ການຜະລິດເຂົ້າເຂດນານໍ້າຝົນຂອງແຂວງ. ແຂວງຈຳປາສັກ ແລະ ແຂວງສາລະວັນ ໃນພາກໃຕ້ຂອງລາວເຊິ່ງນອນຢູ່ໃນເຂດການຜະລິດກະສິກຳ ຢູ່ໃນອັນດັບທີສອງ ແລະ ທີສາມຂອງການຜະລິດເຂົ້າທີ່ສູງໃນເຂດນານໍ້າຝົນ ໃນປີ 2015 ຜົນຜະລິດໄດ້ 505,885 ແລະ 351,800 ຕ, ຕາມລໍາດັບ. ພື້ນທີ່ການຜະລິດເຂົ້າຫຼາຍກວ່າ 80% ຂອງພື້ນທີ່ປູກທັງໝົດເຂົ້າ ແມ່ນປູກໄດ້ໃນທຸກໆພາກ ຂອງປະເທດ. ພາກກາງມີພື້ນທີ່ປູກເຂົ້າຫຼາຍກວ່າເຄິ່ງໜຶ່ງຂອງພື້ນທີ່ທັງໝົດ (51%) ແລະ ຜົນຜະລິດເທົ່າກັບ (55%) ສະຫວັນນະເຂດ ເຊິ່ງເປັນແຂວງທີ່ຕັ້ງຢູ່ພາກກາງເປັນແຂວງ ທີ່ມີພື້ນທີ່ໃຫຍ່ກວ່າທຸກໆແຂວງ ແລະ ຄິດເປັນສັດສ່ວນເທົ່າກັບ (20%)ຂອງການຜະລິດເຂົ້າ ໃນທົ່ວປະເທດ (ກະຊວງກະສິກໍາ ແລະ ປ່າໄມ້. 2004. ສະຖິຕິກະສິກໍາ).ໃນປີ 2009 ຈໍານວນ 5 ແຂວງພາກໃຕ້ ເປັນຕົ້ນແມ່ນແຂວງສະຫວັນນະເຂດ, ແຂວງຈຳປາສັກ,ແຂວງສາລະວັນ, ແຂວງອັດຕະປື ແລະ ແຂວງເຊກອງປະມານ 44% ຂອງການຜະລິດເຂົ້າແຫ່ງຊາດ (1.366 ລ້ານໂຕນ ຂອງຜົນຜະລິດລວມທັງໝົດ 3.102 ລ້ານໂຕນ) ສະພາບແວດລ້ອມການຜະລິດເຂົ້າທີ່ສໍາຄັນທີ່ສຸດ ໃນພາກໃຕ້ຂອງປະເທດລາວ ເປັນສະພາບແວດລ້ອມ ທີ່ລຸ່ມຂອງລະດູຝົນເຊິ່ງມີສັດສ່ວນຢູ່ 84% ຂອງການຜະລິດເຂົ້າໃນປີ 2009 ຂອງທັງໝົດ 5 ແຂວງພາກໃຕ້.ດິນເກືອບທຸກບ້ານ ໃນພື້ນທີ່ການທົດລອງ ມີຄ່າຄວາມເປັນກົດສູງຕັ້ງແຕ່ 4.45 ເຖີງ 5.05, ໃນພື້ນທີ່ຊາວກະສິກອນ 30 ຄອບຄົວ ທີ່ເຮັດການທົດລອງ ພົບວ່າດິນມີຄ່າຄວາມເປັນກົດ ພຽງໜ້ອຍດຽວສູງກວ່າ 5.05 ດິນບໍລິເວນສ່ວນ ໃຫຍ່ມີປະລິມານອິນຊີວັດຖຸ ແລະ ໄນໂຕຣ ເຈນຕໍ່າ ແລະ ໃນຂະນະທີ່ຟົດສຟໍຣັດ ແລະ ໂປຕາຊ້ຽມແມ່ນຕໍ່າຫຼາຍ (Sengxua et al., 2009).
ທາງດ້ານສະພາບອາກາດ ເປັນຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບຄວາມແປປວນ ຂອງອາກາດໃນທົ່ວປະເທດ ແມ່ນອັນສຳຄັນຊ່ວຍໃຫ້ທຳນາຍປະກົດການ ຂອງອາກາດຕະຫຼອດໄລຍະການຈະເລີນເຕີບໂຕ ຂອງເຂົ້າພາຍໃນປະເທດ. ໃນທັງສອງເງື່ອນໄຂ ການປູກເຂົ້າລະດູຝົນໄຮ່ ແລະ ນາ ແລະ ຊົນລະປະທານລະດູແລ້ງ.ເຖີງວ່າຂໍ້ມູນອາກາດ ໃນໄລຍະຍາວນານ ໄດ້ຖືກນໍ້າໃຊ້ ເພື່ອອຳນວຍການປ່ຽນແປງ ສະພາບອາກາດ, ຄວາມສາມາດການເກີດໄພແຫ້ງແລ້ງ ໃນສະພາບນານໍ້າຝົນຂອງລາວ ຍັງເປັນອັນທຳນາຍທີ່ຍາກ. ລະດັບນໍ້າຝົນ, ອຸນຫະພູມ, ແລະ ປະລິມານແສງແດດ ມີອິດທິພົນຕໍ່ຜົນຜະລິດເຂົ້າຜ່ານຜົນສະທ້ອນໂດຍກົງຂອງມັນ ຕໍ່ຂະບວນການທາງດ້ານສະລີລະສາດ ທີ່ກ່ຽວຂ້ອງກັບການເຕີບໂຕ ແລະ ຂະຫຍາຍໂຕຂອງເຂົ້າ ແລະ ໂດຍທາງອ້ອມ. ຜ່ານອິດທິພົນຕໍ່ປັດໄຈຕ່າງໆ ດ້ານສິ່ງແວດລ້ອມທີ່ມີຜົນຕໍ່ຄວາມອາດສາມາດເກີດແມງໄມ້ສັດຕູພືດ ແລະ ພະຍາດ.ການປ່ຽນແປງໃນດິນຟ້າອາກາດ ເປັນສອງປັດໄຈສຳຄັນກວ່າໝູ່ ໃນການປ່ຽນແປງສະມັດຕະພາບເຂົ້າທົ່ວທ້ອງຖິ່ນ (Basnayake et al.,2006) ໂດຍທົ່ວໄປອຸນຫະພູມ ບໍ່ເປັນຂໍ້ກົດໜ່ວງຕໍ່ການປູກເຂົ້າໃນລະດູຝົນ ແຕ່ກໍມີຂໍ້ຍົກເວັ້ນສຳລັບເຂດຕິດກັບແຄມຂອງ, ໃນແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ບ່ອນສາມາດຖືກນໍ້າຖ້ວມ.
ໃນເຂດນີ້, ການປັກດໍາໃນໄລຍະລະດູຝົນ ອາດແກ່ຍາວໄປທ້າຍເດືອນມີຖຸນາ ແລະ ຕົ້ນເດືອນ ກໍລະກົດ,ສິງຫາ, ກັນຍາ ໄປອອກດອກ ໃນເດືອນທັນວາ ເມື່ອອຸນຫະພູມລົດລົງ 16°C ກົງກັນຂ້າມກັບການປູກໃນລະດູຝົນ, ອຸນຫະພູມຕໍ່າ ໃນລະດູແລ້ງສາມາດເປັນຂໍ້ກົດໜ່ວງໃຫຍ່ ຕໍ່ການຜະລິດເຂົ້ານາແຊງ ການໃຊ້ນໍ້າຊົນລະປະທານ ໂດຍສະເພາະໃນແຂວງພາກເໜືອ (Fukai., 2001). ເຂດທີ່ອຸນຫະພູມຕໍ່າສຸດສະເລ່ຍ ຕໍ່ເດືອນຢູ່ໃນລະຫວ່າງ 8-12°C, 12-16°C ແລະ ສູງກວ່າ 16°C ແມ່ນຖືວ່າມີຄວາມສ່ຽງສູງ, ປານກາງ ແລະ ບໍ່ມີຄວາມສ່ຽງຕໍ່ອຸນຫະພູມຕາມລຳດັບ (Basnayake et al., 2003).
ຕາຕະລາງ 3: ສະຖິຕິການປູກເຂົ້າໃນເຂດນານໍ້າຝົນຂອງແຕ່ລະແຂວງ ປີ 2015 (Regional and
provincial rainfed lowland rice production statistics for 2015)
provincial rainfed lowland rice production statistics for 2015)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ