google-site-verification: google0d91bc93cfc88895.html ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, March 17, 2020

ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ

ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ


ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ


  1. ປະຫວັດຄວາມເປັນມາ


ການຜະລິດຊາຂີງ ອິນຊີ ເຂດເນີນສູງ ແມ່ນຜະລິດຂື້ນໂດຍຊາວບ້ານ ບ້ານຫ້ວຍຕໍາ, ເມືອງໄຊ, ແຂວງອຸດົມໄຊ, ມີຈໍານວນຄອບຄົວທີ່ປຸກແຕ່ງຊາຈໍານວນ 38 ຫຼັງຄາ. ເຊິ່ງການຜະລິດດັ່ງກ່າວແມ່ນເປັນການຜະລິດທີ່ບໍ່ນໍາໃຊ້ສານເຄມີ, ບໍ່ທໍາລາຍສິ່ງແວດລ້ອມ, ຫຼຸດຜ່ອນກນຊອກຫາເຄື່ອງປ່າຂອງດົງ, ຫຼຸດຜ່ອນແຮງງານການປູກພືດສະນິດອື່ນ, ບໍ່ຊິນເປືອງເນື້ອທີ່ໃນການປູກ ແລະ ມີເຕັກນິກໃນການປຸງແຕ່ງທີ່ງ່າຍດາຍນອກນັ້ນ ຍັງສ້າງລາຍຮັບເພີ້ມໃຫ້ແກ່ຄອບຄົວນໍາອີກ.

ເປົ້າໝາຍຂອງການຜະລິດ ແມ່ນເພື່ອສ້າງວຽກເຮັດງານທໍາ, ຊ່ວຍສົ່ງເສີມໃຫ້ກຸ່ມແມ່ຍິ່ງມີວຽກເຮັດງານທໍາ,
ເປັນການຜະລິດທີ່ປອດສານຜິດບໍ່ທໍາລາຍສິ່ງແວດລ້ອມ.

ເອກະສານສະບັບນີ້ມີຈຸດປະສົງ ໃນການນໍາສະເໜີບົດຮຽນທີ່ໄດ້ຈາກປະສົບການຕົວຈິງຈາກກຸ່ມຜະລິດຊາຂີງອິນຊີ ເຂດເນີນສູງ ໂດຍຜ່ານການປັບປຸງ ດັດແກ້ວິທີການປຸງແຕ່ງມາໃນໄລຍະຜ່ານມາແລ້ວ ສະນັ້ນການປຸງແຕ່ຊາຂີງຈິ່ງບໍ່ເປັນເປັນເລື້ອງຍາກ ແຕ່ບໍ່ຄວນປະມາດ ເພື່ອບໍ່ໃຫ້ການປຸງແຕ່ງຜິດພາດເຊິ່ງ ຈະເຮັດໃຫ້ເສຍເວລາ ແລະ ເສຍຕົ້ນທືນໃນການຜະລິດ. ເຊິ່ງເນື້ອໃນຂອງເອກະສານປະກອບດ້ວຍຂະບວນການ ທີ່ໄດ້ນໍາໃຊ້, ຄວາມພ້ອມໃນການປະຕິບັດ, ເງືອນໄຂທີ່ນໍາໄປສູ່ຜົນສໍາເລັດ, ອຸປະສັກ/ສິ່ງທ້າທາຍ, ຂໍ້ແນະນໍາເພື່ອແນໃສໃຫ້ຜູ້ອ່ານໄດ້ເຂົ້າໃຈ ແລະ ສາມາດເປັນທາງ ເລືອກໃນການຈັດຕັ້ງປະຕິບັດເພື່ອເປັນການສະໜັບສະໜູນການປະຕິບັດກິດຈະກໍາໃຫ້ແກ່ຜູ້ທີ່ສົນໃຈ.

ຂັ້ນຕອນໃນການປູກ

ຂັ້ນຕອນທີ 1: 

ຊອກພື້ນທີ່ໃນການປູກການຊອກພື້ນທີ່ໃນການປູກແມ່ນໄດ້ຊອກພື້ນທີ່ ທີມີດິນອຸດົມສົມບູນ ໂດຍແບ່ງອອກເປັນ 2 ພື້ນທີ່:
  1. ພື້ນທີ່ທີ 1 ສໍາລັບປູກຂີງມີຈໍານວນເນື້ອທີ່ທັງໝົດ 2 ຮຕ
  2. ພື້ນທີ່ທີ 2 ສໍາລັບປູກ ຂີ້ມີ້ນ ເຊິ່ງມີຈໍານວນເນື້ອທີ່ທັງໝົດ 2 ຮຕ
ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ

ຂັ້ນຕອນທີ 2:

ການກະກຽມແນວພັນປູກແມ່ນນໍາເອົາຫົວຂີງມາອານະໄມ ແລະ ຄັດສ່ວນທີ່ເປັນຫົວເກົ່າອອກ ແລ້ວຕັດເອົາຂະໜາດເທົ່ານິ້ວມື ຕາມບອນທີ່ມີຕາ ແລ້ວນໍາໄປປູກ (ການເລືອກເອົາຫົວແມ່ນເລືອກເອົາຫົວທີ່ໃຫຍ່ ແລະ ມີຄວາມສົມບູນດີທີ່ສຸດ)

ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ

ຂັ້ນຕອນທີ 3:

  • ຖາງ ແລະ ຈູດພື້ນທີ່ ທີຈະທໍາການປູກຂີງການຖາງພື້ນທີ່ແມ່ນເລີ້ມໃນເດືອນ 4 
  • ຈຸດພື້ນທີ່ ທີຈະປູກຂີງໃນເດືອນ 5
ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ

ຂັ້ນຕອນທີ 4:

ກະກຽມໜານປູກເຊິ່ງພື້ນທີ່ນັ້ນແມ່ນຈະຂຸດເປັນໜານຄືກັບໜານປູກຜັກຈາກນັ້ນກໍ່ນໍາເອົາແນວພັນລົງປູກ (ແນວພັນທີ່ປູກແມ່ນສາມາດຂະຫຍາຍພັນໄດ້ເອງ)

ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ

ຂັ້ນຕອນທີ 5:

ຂັ້ນຕອນການປູກ ແລະ ບົວລະບັດຮັກສາ
  • ເລີ້ມປູກໃນຕົ້ນເດືອນ 6 ປີ 2011
  • ທໍາການບົວລະບັດຮັກສາໜານປູກ 2 ເດືອນຕໍ່ 1 ຄັ້ງ
ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ

ຂັ້ນຕອນທີ 6:  ເກັບກູ້ຜົນລະປູກ
ໃນຊ່ວງເດືອນ 11 ຫາ ເດືອນ 4 (ການເກັບກູ້ແມ່ນອີງໃສ່ຈໍານວນລູກຄ້າທີ່ສັ່ງຕົວຈິງ)

ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ

ຂະບວນການໃນການຜະລິດຊາຂີງ ອີນຊີ

ຂັ້ນຕອນທີ່ 1: ກະກຽມວັດຖຸດິບ

ນໍາເອົາວັດຖຸດິບມາລ້າງໃຫ້ສະອາດ

ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ

ນໍາເອົາວັດຖຸດິບມາຊອຍເປັນຕ່ອນນ້ອຍໆ
ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ


ຊັ່ງຕວງນໍາໜັກ ເພື່ອຮູ້ສ່ວນປະສົມຂອງນໍ້າຕານ

ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ

ນໍາເອົາວັດຖຸດິບມາຕຳດ້ວຍຄົກໃຫ້ມຸນ ຫຼື ບົດດ້ວຍເຄື່ອງປັ່ນນໍ້າໝາກໄມ້

ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ

ກັ່ນຕອງເອົານໍ້າວັດຖຸດິບທີ່ຕໍາແລ້ວໆ (ໂດຍການນໍາເອົານໍ້າສະອາດເທລົງໄສ່ເຫຍື້ອຂີງ ຈາກນັ້ນກໍ ນວດ ແລ້ວປັ້ນເອົານໍ້າ ໃສ່ຊາມປະໄວ້.)

ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ

ກະກຽມອຸປະກອນສໍາລັບຜະລິດຊາຂີງ

  • ຄົກ/ສາກ ສໍາລັບຕໍາຂີງ
  • ເຄື່ອງບົດນໍ້າໝາກໄມ້ ສໍາລັບບົດຂີງ
  • ຕາໜ່າງສໍາລັບກັນຕ້ອງນໍ້າຂີງ
  • ໜໍ້ຕົ້ມ/ຂຽວຊາຂີງ
  • ເຄື່ອງບົດຊາຂີງ
  • ຊາມ, ພາຖາດ
ການອະນະໄມ ແລະ ຂ້າເຊື້ອອຸປະກອນ: ເອົາມາລ້າງໃຫ້ສະອາດ ຈາກນັ້ນນໍາເອົານໍ້າມາໃສປະມານເຄິ່ງໝໍ້ແລ້ວຄ້າງຂື້ນເຕົາໄຟ ຕົມໃຫ້ຟົດ ເພື່ອຂ້າເຊື້ອ ຫຼື ລ້າງໝໍ້ໃສສະອາດ 1 ຄັ້ງ.

ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ

ສ່ວນປະກອບ

ເຕັກນິກການປູກ ແລະ ຜະລິດຊາຂີງ ອິນຊີ ເຂດເນີນສູງ


ຂັ້ນຕອນການປຸງແຕ່ງ

  • ຂັ້ນຕອນການປຸງແຕ່ງແມ່ນນໍາເອົາວັດຖຸດິບທີ່ກ່ຽມໄວ້ມາເທລົງໝໍ້ຂາງ ແລ້ວນໍາໄປຄ້າງໃສ່ເຕົາ
  • ເອົາໄມ້ກະດ້າມ ຫຼື ຈອງຄົນຈົນນໍ້າຟົດ
  • ຕົ້ມຂ້ຽວລົງໃຫ້ແຫ້ງ ເຄິ່ງໜື່ງ ຫຼື ຫຼາຍກວ່ານັ້ນກໍ່ໄດ້ (ຕົ້ມຂ້ຽວ 2-3 ຊົ່ວໂມງຂົນ)
  • ຈາກນັ້ນເທເອົານໍ້າຕານລົງໃສ່ ແລ້ວຄົນໄປເລື້ອຍໆ ຈົນນໍ້າຕານເປື່ອຍ
  • ຕົ້ນຂ້ຽວຈົນນໍ້າແຫ້ງ ຫຼື ນໍ້າຕານເລີມເປັນຜົງ ຈາກນັ້ນກໍ່ປົງລົງ ແລະ ສືບຕໍ່ຄົນຈົນເປັນຜົງ ຫຼື ເປັນກ້ອນນ້ອຍໆ.
  • ນໍາເອົາຜົງຂີງໄປອົບ ຫຼື ຕາກແດດໃຫ້ມັນແຫ້ງດີທີສຸດ
  • ນໍາມາບົດໃສ່ເຄື່ອງບົດຊາຂີງໃຫ້ເປັນຝຸ່ຍໃຫ້ລະອຽດ
  • ນໍາມາຫຸ້ມຫໍ່ ເຊິ່ງການຫຸ້ມຫໍ່ແມ່ນມີ 2 ຮູບແບບ 1 : ໃສ່ຖົງຢາງລະ 2 ກິໂລ.






No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ