google-site-verification: google0d91bc93cfc88895.html ຈິ່ງຫລີດ Acheta domesticus - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, March 04, 2020

ຈິ່ງຫລີດ Acheta domesticus

Scientific classificationedit
Kingdom:Animalia
Phylum:Arthropoda
Class:Insecta
Order:Orthoptera
Suborder:Ensifera
Family:Gryllidae
Genus:Acheta
Species:
A. domesticus
Binomial name
Acheta domesticus

ຈີິ່ງຫຼີດ ເປັນແມງໄມ້ເສດຖະກິດ ທີີ່ນິຍົມບໍລິໂພກກັນ ຢ່າງແພ່ຫລາຍເປັນຕົ້ນ ແມ່ນເປັນກັບແກ້ມຊັ້ນດີ ເຊິ່ງຈະພົບໄດ້ຕາມງານຕ່າງໆ ເປັນຕົ້ນ ຕາມງານບຸນພະເຫວດ ຈະມີແມ່ຄ້າມາຊາຍ ຈິ່ງຫລີດທອດໃຫ້ເຖິງເຮືອນກັນເລີຍ ເນື່ອງຈາກມີ, ລົດຊາດແຊບ, ມີໂປຣຕີນສູງ ແລະ ຄວາມຕ້ອງ-ການຂອງຕະຫລາດຍັງສູງ, ແຖມຕົ້ນທຶນການຜະລິດຍັງຕ່ຳ

ສໍາລັບຈິ່ງຫລີດ ສ່ວນໃຫຍ່ແລ້ວ ຜູ້ລ້ຽງຈະນໍາຈີີ່ລີດມາເປັນອາຫານ ໂດຍການແປຮູບຂົ້ວ ຫລື ຈືນຂາຍ ຕາມຕະຫລາດທົ່ວໄປ ຫລື ເຮັດເປັນຈີີ່ງຫລີດອັດກະປ໋ອງເພືີ່ອເພີີ່ມມູນຄ່າໃຫ້ກັບຈີີ່ງຫລີດ ແລະ ເພີີ່ມຊ່ອງທາງການຂາຍ, ສ່ວນວິທີການເພາະລ້ຽງ ຈີີ່ງຫລີດ ມີຂັ້ນຕອນທີີ່ບໍ່ຫຍູ້ງຍາກປານໃດ, ໃຊ້ພື້ນທີີ່ໃນການລ້ຽງບໍ່ຫລາຍ ເຫມາະກັບຜູ້ທີ່ຕ້ອງການຫາອາຊີບໃຫມ່ໆ. ການເພາະລ້ຽງຈີີ່ງຫລີດ ຕາມວິທີການທີີ່ຈະນໍາສະເຫນີນີ້ ເປັນວິທີທີີ່ສະດວກ ແລະ ລົງທຶນບໍໍຫລາຍ, ເປັນການເພາະລ້ຽງໃນຕູ້ໄມ້ທີີ່ເຮັດຂຶ້ນແບບໂປ່ງ, ເຮັດໃຫ້ອາກາດຖ່າຍເທໄດ້ສະດວກສາມາດເຮັດຄວາມສະອາດໄດ້ງ່າຍແຖມຍັງໃຊ້ຕົ້ນທຶນໃນການເພາະລ້ຽງບໍ່ສູງນໍາດ້ວຍ. ຈີີ່ງຫລີດເປັນສັດລ້ຽງ ຕາມວົງຈອນ ເມືີ່ອວາງໄຂ່ 9-10 ວັນ ຈະຟັກເປັນຕົວອ່ອນ, ເວລາປະມານ 45-50 ວັນ ກໍ່ໃຫຍ່ເຕັມທີ່, ຫລັງຈາກນັ້ນ ຈະປະສົມພັນກັນໃຊ້ເວລາ 3-4 ວັນ, ຫລັງຈາກປະສົມພັນກັນໄດ້ 1-2 ວັນ ກໍ່ວາງໄຂ່ຫລັງຈາກນັ້ນ ສາມາດນຳມາຈຳນ່ວຍໄດ້ຕາມຄວາມຕ້ອງການ.

ອຸປະກອນໃນການເພາະລ້ຽງຈີີ່ລີດ
ແມ່ນຈະໃຊ້ໄຂ່, ເຊິີ່ງໄຂ່ຈີີ່ງຫລີດ ສາມາດຫາຊື້ໄດ້ຈາກຜູ້ທີີ່ເພາະລ້ຽງ ຫລື ແຫລ່ງຈຳຫນ່າຍແນວພັນທີ່ດີ ລາຄາບໍ່ສູງ, 
ສໍາລັບຕູ້ໄມ້ທີີ່ຈະໃຊ້ລ້ຽງຈີີ່ລີດຕ້ອງເປັນຂະຫນາດກວ້າງ 90 ຊັງຕີແມັດ, ຍາວ 160 ຊັງຕີແມັດ ແລະ ສູງ 80 ຊັງຕີແມັດ, ສ່ວນຝາດ້ານຂ້າງປົກດ້ວຍໄມ້ອັດ ແລະ ດ້ານລຸ່ມປົກດ້ວຍຕາຫນ່າງມຸ້ງລວດ, ລັງໄຂ່ແບບກະດານ 4-5 ລັງຕໍ່ຕູ້ ແລະ ຈານສໍາລັບໃສ່ອາຫານ, ນໍ້າໃຫ້ຈີີ່ລີດ.

ວິທີລ້ຽງຈີີ່ງຫລີດຕາມ ຮອບວຽນໂດຍເລີ່ມຈາກໄລຍະໄຂ່ຕົວອ່ອນ, ໄລຍະເວລາຈາກການຟັກຕົວຈາກໄຂ່ມາເປັນຕົວອ່ອນຈະໃຊ້ໄລຍະເວລາ 7-10 ວັນ, ເມືີ່ອຟັກອອກມາເປັນຕົວອ່ອນແລ້ວ ໃຫ້ນໍາເອົາຕົວອ່ອນຂອງຈີີ່ງຫລີດ ໄປໃສ່ໃນຕູ້ລ້ຽງທີີ່ກຽມໄວ້, ຖ້າຫາກພື້ນຕູ້ໃຊ້ລວດຕາຫນ່າງປູ ຄວນຈະໃຊ້ຜ້າປູຮອງພື້ນກ່ອນ ເພືີ່ອປ້ອງກັນຈີີ່ລີດຕົວອ່ອນລອດ ອອກໄປ, ພ້ອມທັງລະວັງມົດ, ຂີ້ກ້ຽມ ແລະ ກັບແກ້ ມາກິນຕົວອ່ອນຂອງຈີີ່ງຫລີດ.

ການໃຫ້ອາຫານ: 
ໃນໄລຍະທີ່ຈີ່ງຫລີດຍັງເປັນຕົວອ່ອນ ໃຫ້ລ້ຽງດ້ວຍຫົວອາຫານໄກ່ນ້ອຍ ບົດປະສົມກັບຮໍາອ່ອນ ໃນອັດຕາສ່ວນ1/1 ແລະ ນໍ້າຄວນໃຊ້ຟອງນໍ້າຊັບນໍ້າໃຫ້ຊື່ມແລ້ວວາງໃນຕູ້ລ້ຽງຈີີ່ລີດຕົວອ່ອນ, ຈີີ່ງຫລີດຕົວອ່ອນຈະດູດກິນນໍ້າທີີ່ຟອງນໍ້າ, ບໍ່ຄວນໃຫ້ນໍ້າໂດຍໃສ່ຖ້ວຍ ຫລື ຈານ ເພາະຈະເຮັດໃຫ້ຕົວອ່ອນຈົມນໍ້າ. 
ຫລັງຈາກຈີີ່ງຫລີດ ມີຂະຫນາດໂຕໃຫຍ່ຂຶ້ນ ໂດຍໃຊ້ເວລາປະມານ 5-7 ວັນ: ກໍ່ເອົາຜ້າທີີ່ປູພື້ນອອກແລ້ວນໍາໄປຊັກທໍາຄວາມສະອາດດ້ວຍນໍ້າ (ຫ້າມໃສ່ແຟັບ) ເພືີ່ອກຽມໄວ້ໃຊ້ສໍາລັບການລ້ຽງຈີີ່ລີດ ໃນຄັ້ງຕໍ່ໄປ.

ສໍາລັບ ການໃຫ້ອາຫານໃນໄລຍະເວລາທີີ່ຈີີ່ງຫລີດເລີີ່ມໃຫຍ່: ແມ່ນຈະໃຊ້ອາຫານໄກ່ສໍາລັບລູກໄກ່ ບົດໃຫ້ລະອຽດປະສົມກັບຮໍາໃນອັດຕາສ່ວນ 1/1 ເຊັ່ນກັນ, ນອກນັ້ນຍັງມີໃບມັນຕົ້ນ, ໃບຫມາກອຶ ແລະ ຫມາກອຶມາໃຫ້ຈີີ່ລີດກິນເສີມໄດ້ຕາມທໍາມະຊາດ ແລະ ການໃຫ້ນໍ້າໂດຍໃຊ້ພາຊະນະກົ້ນຕື້ນ ຫລື ຈານແລ້ວວາງກ້ອນຫີນກ້ອນນ້ອຍໆໄວ້ໃນຈານ ເພືີ່ອໃຫ້ຈີີ່ລີດເກາະກິນນໍ້າໄດ້ງ່າຍ.

ໄລຍະປະສົມພັນ ແລະ ວາງໄຂ່ ຈາກຕົວອ່ອນຫາຕົວເຕັມໄວ ຈະໃຊ້ເວລາປະມານ 45-50 ວັນ, ຫລັງຈາກຈີີ່ງຫລີດໃຫຍ່ເຕັມທີີ່ແລ້ວ ຈະເປັນໄລຍະປະສົມພັນ, ສະນັ້ນ ຜູ້ລ້ຽງຈະຕ້ອງສັງເກດເບິີ່ງຫາກວ່າຈີີ່ງຫລີດເລີີ່ມປະສົມພັນແລ້ວ ອີກປະມານ 3-4 ວັນ ຈີີ່ງຫລີດຈະເລີີ່ມວາງໄຂ່ ໃຫ້ນໍາເອົາຖາດໃສ່ຂີ້ເຖົ່າແກບ ປົກວາງໄວ້ໃນຕູ້ ຈີີ່ງຫລີດຈະຂຶ້ນວາງໄຂ່ເທິງຖາດ ຂີ້ເຖົ່າ ຫລັງຈາກຈີີ່ລີດວາງໄຂ່ສໍາເລັດແລ້ວ ໃຫ້ນໍາໄຂ່ຈີີ່ງຫລີດ ໃນຂີ້ເຖົ່າ ຫລື ດິນປະສົມສໍາລັບປູກພືດໃສ່ເກັບໄວ້ໃນກ່ອງໂຟມ ຢ່າໃຫ້ແຫນ້ນເກີນໄປ ເກັບໄວ້ໃນບ່ອນທີີ່ອາກາດຖ່າຍເທສະດວກ ເພືີ່ອລໍຖ້າເພາະລ້ຽງໃນໄລຍະຕໍ່ໄປ, ສ່ວນຈີີ່ງຫລີດທີີ່ໃຫຍ່ເຕັມທີີ່ແລ້ວກໍ່ນໍາມາຂົ້ວ ຫລື ຂາຍກໍ່ໄດ້, ເມືີ່ອເກັບຈີີ່ງຫລີດອອກແລ້ວໃຫ້ເຮັດຄວາມສະອາດຕູ້ໄວ້ເພືີ່ອລໍຖ້າລ້ຽງຈີີ່ງຫລີດ ໃນໄລຍະຕໍ່ໄປ.

ຈີ່ງຫລີດ, ການລ້ຽງຈິ່ງຫລີດ ຊົ້ວຈິ່ຫລີດ
ທອດຈິ່ງຫລີດ

ຈິ່ງລີດ ຈິ່ງຫລີດ ຈິ່ລີດ ຈີ່ຫລີດ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ