google-site-verification: google0d91bc93cfc88895.html ດິນປູກເຂົ້າ ໃນເຂດນານໍ້າຝົນ Soils of Mainland Southeast Asia - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, March 03, 2020

ດິນປູກເຂົ້າ ໃນເຂດນານໍ້າຝົນ Soils of Mainland Southeast Asia

Soils of Mainland Southeast Asia
Soils of Mainland Southeast Asia


ດິນປູກເຂົ້າ ໃນເຂດນານໍ້າຝົນ

ດິນ ເປັນສິ່ງທີ່ສຳຄັນ ໃນພື້ນທີ່ປູກເຂົ້າໃນເຂດທົ່ງພຽງຂອງລາວ ແລະ ມີລັກສະນະການນຳໃຊ້ດິນຕາມປະເພດຂອງດິນ (Haefele et al.,2006). ດິນສ່ວນໃຫຍ່ຢູ່ໃນເຂດພາກກາງ/ພາກໃຕ້ ແມ່ນດິນປະເພດ Acrisols ທີ່ມີການລະບາຍອາກາດໄດ້ດີ ແລະ ເປັນດິນໜຽວ, ແຮ່ທາດທີ່ມີນາໍ້ໜັກຕາໍ່ ແລະ ມີນໍ້າໜັກເບົາ (<50%). pHຂອງດິນແມ່ນປະມານ 5.5 ຫຼື ຕ່ໍາກວ່າ ແລະ ດິນມີຄວາມອຸດົມສົມບູນຕໍ່າ ສະພາບຄຸນລັກສະນະຂອງດິນ Acrisols ແມ່ນມີລັກສະນະຄ້າຍຄືສີແດງ, ມີທາດເຫຼັກທີ່ອຸດົມສົມບູນຢູ່ໃນເມັດທີ່ມີສີຂີ້ເຖົ່າ, ສີຂາວ, ສະແດງໃຫ້ເຫັນເຖິງການຖືກນໍ້າຖ້ວມເປັນປະຈໍາ ແລະ ມີໄລຍະເວລາແຫ້ງແລ້ງ.Cambisols ແມ່ນກຸ່ມດິນທີ່ພົບເຫັນເລື້ອຍໆຢູ່ໃນເຂດພື້ນທີ່ຂອງການປູກເຂົ້າ ໃນພາກກາງ ແລະພາກໃຕ້ຂອງລາວ; ດິນດັ່ງກ່າວໂດຍທົ່ວໄປແມ່ນມີຫຼາຍຂ້ອນຂ້າງອຸດົມສົມບູນກວ່າ Acrisols. ເນື່ອງຈາກມີລະບົບນາໍ້ໃນດິນທີ່ຄ້າຍຄືກັນ, ພວກມັນມີຄຸນສົມ ບັດ gleyic ທີ່ຄ້າຍຄືກັນກັບ Acrisols ຫຼາຍໃນພາກເໜືອຂອງລາວ ແລະ ໃນຮ່ອມພູຂະໜາດໃຫຍ່ພົບເຫັນດິນປະເພດ Acrisols ນີ້ຫຼາຍ. ໃນຊ່ອງແຄບພູ, ຢູ່ແຄມຝັ່ງຂອງຮ່ອມ ພູທີ່ກວ້າງ ແລະ ໃນພື້ນທີ່ ທີ່ມີການສະສົມຂອງຕະກອນ (alluvium ຫຼື colluvium), ດິນ Cambisols ແມ່ນພົບເຫັນ, ແຕ່ໃນເຂດພາກກາງພາກໃຕ້ຂອງລາວ, ໂດຍຄຸນລັກສະນະ gleyic ຫຼື stagnic ແມ່ນພົບເຫັນທົ່ວໄປ.

ການວິເຄາະດິນໃນພື້ນທີ່ນາປີ ໃນລະຫວ່າງ (0-0.2 ມ) ຂອງປະເທດລາວ ສະແດງໃຫ້ເຫັນວ່າ 80% ຂອງດິນໃນພາກກາງ ແລະ ພາກໃຕ້ມີອິນຊີວັດຖຸຕ່ຳກວ່າ 2% (>1.2% ດິນອິນຊີC), 68% ມີເນື້ອດິນທີ່ຫຍາບ (ຊາຍ, ດິນລ້ວນ ແລະ ດິນປົນຊາຍ) ແລະ 87% ມີຄ່າຄວາມເປັນກົດເປັນດ່າງ pH ໜ້ອຍກວ່າ 5.5 ລັກສະ ນະທົ່ວໄປຂອງດິນຊັ້ນເທິງ ໃນພື້ນທີ່ພາກກາງ ແລະ ພາກໃຕ້. ຂໍ້ມູນດັ່ງກ່າວນີ້ແມ່ນໄດ້ສອດຄ່ອງກັບ
(Linquist et al., 1998) ແຕ່ມັນຍັງສະແດງເຖິງໄລຍະການປ່ຽນແປງ ລັກສະນະພິເສດທີ່ແຕກຕ່າງກັນຢ່າງກວ້າງຂວາງ. ດິນໃນເຂດພາກ ເໜືອມີຄວາມອຸດົມສົມບູນຫຼາຍ 66% ບັນຈຸທາດອາຫານອິນຊີວັດຖຸຫຼາຍກວ່າ 2%, 80% ແມ່ນດິນຕົມ ຫຼື ດິນໜຽວ, ແລະ 52% ແມ່ນມີຄ່າຄວາມເປັນກົດເປັນດ່າງສູງກວ່າ 5.5.ໂດຍທຳມະຊາດແລ້ວ ຄວາມອຸດົມສົມບູນຂອງດິນ ແມ່ນຕໍ່າໃນພື້ນທີ່ປູກເຂົ້າ ໃນເຂດພາກກາງ ແລະ ພາກໃຕ້ເພື່ອໃຫ້ບັນລຸຜົນຕອບແທນທີ່ເໝາະສົມ ຫຼື ໃຫ້ຜົນຜະລິດສູງໃນພື້ນທີ່ເລົ່ານີ້, ປັດໃຈການນຳໃຊ້ຝຸ່ນ ແມ່ນຈະຕ້ອງໄດ້ຄຳເນິງເຖີງລະບົບການຜະລິດເຂົ້າ ທີ່ໄດ້ຍອມຮັບຈາກການປູກດ້ວຍເຄື່ອງຢອດການຕອບສະໜອງຂອງຜົນຜະລິດເຂົ້ານາດຳ ຕໍ່ຜົນຕອບແທນທາງດ້ານອັດຕາຝຸ່ນເຄມີ ໃນການປູກເຂົ້ານານໍ້າຝົນພາກກາງ ແລະ ພາກໃຕ້ໄດ້ມີການບັນທຶກໄວ້ໃນລະຫວ່າງ 3.4 ຕ/ຮຕ, ໂດຍສະເລ່ຍໃນຂະນະທີ່ການປູກເຂົ້າໃນພື້ນທີ່ຊົນລະປະທານ ທີ່ຢູ່ພື້ນທີ່ດຽວກັນມີພຽແຕ່ 2.7 ຕ/ຮຕ (Linquist andSengxua., 2001). ນອກຈາກນີ້ ( Haefele et al.,2006) ໄດ້ໃຫ້ເຫດຜົນວ່າ ວິທີການຈັດການທາດອາຫານທີ່ທົດລອງ ໃຫ້ສະມັດຕະພາບສູງສຸດແມ່ນ 3.8 ຕ/ຮຕ ສຳລັບລະດູຝົນ ແລະ ໃນລະດູແລ້ງ3.2 ຕ/ຮຕ. ໃນການທົດລອງເລົ່ານີ້ ການຄວບຄຸມນໍ້າໂດຍຊາວນາ ແບບບໍ່ເຕັມເມັດເຕັມໜ່ວຍອາດມີສ່ວນເຮັດໃຫ້ ການຕອບສະໜອງຕໍ່ຝຸ່ນໃນລະດູແລ້ງຕໍ່າ. (Pandey., 2001). ເຖີງຢ່າງໃດກໍ່ຕາມ, ຊາວນາກໍ່ຍັງບໍ່ກ້າລົງທຶນ ຊື້ຝຸ່ນມາໃສ່ເຂົ້ານາຍ້ອນແຫ້ງແລ້ງ ແລະ ນໍ້າຖ້ວມເພາະວ່າການເພີ່ມຈຳນວນຝຸ່ນຂື້ນກໍ່ບໍ່ມີປະສິດທິພາບສູງ, ແຕ່ວ່າສິ່ງທີ່ສຳຄັນແມ່ນຝຸ່ນມີລາຄາແພງ ເຊິ່ງພາໃຫ້
ລາຍຮັບຕໍ່ຫົວໜ່ວຍຂອງຕົ້ນທຶນຕາໍ່ເກີນໄປ ແລະ ຂາດການເຂົ້າເຖີງຕະຫຼາດ.

Acrisols
Acrisols

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ