google-site-verification: google0d91bc93cfc88895.html ຄວາມເປັນມາ ຂອງການປູກເຂົ້າດ້ວຍ ເຄື່ອງຢອດໃນ ສປປ ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, March 03, 2020

ຄວາມເປັນມາ ຂອງການປູກເຂົ້າດ້ວຍ ເຄື່ອງຢອດໃນ ສປປ ລາວ

ຄວາມເປັນມາ ຂອງການປູກເຂົ້າດ້ວຍ ເຄື່ອງຢອດໃນ ສປປ ລາວ

ເຄື່ອງຢອດ ແມ່ນໄດ້ຮັບການພັດທະນາທຳອິດ ໂດຍແມ່ນສຳນັກງານກະເສດ ຂອງໄທໃນຕົ້ນປີ 1990 ທີ່ປະ ດິດ ເຄື່ອງຢອດເມັດພຶດ ໃນແຂວງລົບບູລີ ແລະ ແຂວງນະຄອນລາດຊະສີມາ (ປະເທດໄທ) ເຊິ່ງແມ່ນ (ໂຮງ ງານ ອະນຸສອນກັນຈັງ ແລະ ໂຮງງານ ວິໄຊ ການຊ່າງ), ການເລິ່ມຕົ້ນປະດິດເຄື່ອງຢອດ ໃນທ້າຍປີ 1990 ເຖິງແມ່ນວ່າການຂາຍເຄື່ອງຢອດເມັດ ແມ່ນຂ້ອນຂ້າງມີຈຳກັດໃນພື້ນທີ່ສ່ວນໃຫຍ່ ຂອງການປູກເຂົ້າເຂດນານໍ້າ ຝົນ (ເປັນຕົ້ນແມ່ນພື້ນທີ່ຕອນເໜືອ ຂອງປະເທດ), ເນື່ອງຈາກບໍ່ມີໃຜຮູ້ກ່ຽວກັບ ປະສິດທິພາບຂອງເຄື່ອງຢອດ ແລະ ຄວາມເໝາະສົມທີ່ຈະໃຊ້.

ຮູບທີ 1: ເຄື່ອງຢອດທີ່ຜະລິດໂດຍໂຮງງານ ອະນຸສອນ ການຊ່າງ ໃນແຂວງລົບບູລີ, ປະເທດໄທ. (Direct  seeder manufactured by Anusorn Karnchang Factory in Lopburi Province, Thailand (this was  the source of the first direct seeders introduced to Savannakhet Province, Lao PDR in 2013)
ຮູບທີ 1: ເຄື່ອງຢອດທີ່ຜະລິດໂດຍໂຮງງານ ອະນຸສອນ ການຊ່າງ ໃນແຂວງລົບບູລີ, ປະເທດໄທ. (Direct
seeder manufactured by Anusorn Karnchang Factory in Lopburi Province, Thailand (this was
the source of the first direct seeders introduced to Savannakhet Province, Lao PDR in 2013)

ສຶກສາການປູກເຂົ້າດ້ວຍເຄື່ອງຢອດ ແລະ ການປັກດຳໃນເຂດນານໍ້າຝົນຂອງ ສປປ ລາວ

ໃນລະດູຝົນ ປີ 2013 ໄດ້ມີການສຶກສາໃນພື້ນທີ່ຊາວກະສິກອນ ໂດຍເປັນການເຂົ້າຮ່ວມຂອງຊາວກະສິກອນ ໃນ ແຂວງສະຫວັນນະເຂດ.ໃນພາກກາງຂອງປະເທດ. ເປັນໄປໄດ້ສຳລັບທາງເລືອກໜຶ່ງຂອງການນຳໃຊ້ເຄື່ອງຢອດ ແທນການປັກດຳໃນສະພາບການຜະລິດເຂົ້ານານໍ້າຝົນ. ມີຊາວນາເຂົ້າຮ່ວມທັງໝົດ ມີ 9 ຄອບຄົວ, (ມີ 3 ຊໍ້າ ແລະ ເອົາຄອບຄົວເປັນຊໍ້າ) ທີ່ບ້ານພີນເໜືອ,ເມືອງອຸທຸມພອນ, ແຂວງສະຫວັນນະເຂດ.ໄດ້ນໍາໃຊ້ການທົດລອງແບບແຍກຟອດສsplit plot design in RCBD ການປະເມີນປະສິດທິພາບ ຂອງການປູກເຂົ້າດ້ວຍ ເຄື່ອງຢອດເມັດ ແລະ ການປັກດຳ ໂດຍມີ 3 ວິທີການໃສ່ຝຸ່ນຄື: (T1) ການໃສ່ຝຸ່ນຮອງພື້ນ ໃນອັດຕາ 200 ກລ/ຮຕຂອງຝຸ່ນຮອງພື້ນ, ໃສ່ພ້ອມກັບການຢອດເມັດແລະ ການປັກດຳ; (T2) ໃສ່ຫຼັງຈາກເຂົ້າງອກ ແລະ ໃສ່ຫຼັງປັກດຳ 1 ອາທິດ; (T3) ບໍ່ໄດ້ໃສ່ຝຸ່ນຜ່ານການປະເມີນຜົນ ທາງດ້ານປະສິດທິພາບ ຂອງເຄື່ອງຢອດເມັດ ເຊິ່ງໄດ້ນຳເຂົ້າມາຈາກປະເທດເພື່ອນບ້ານ (ໄທ). ຈາກການສະເລ່ຍຂອງຜົນຜະລິດໃນການປູກເຂົ້າດ້ວຍເຄື່ອງຢອດ ໃນ 3 ວິທີການໃສ່ຝຸ່ນມີຜົນຜະລິດເທົ່າກັນ ແລະ ບາງຄັ້ງກໍສູງກວ່າການປູກເຂົ້າ ດ້ວຍການປັກດຳໜ້ອຍໜຶ່ງ.ເຊິ່ງຄ່າສະເລ່ຍການປູກເຂົ້າ ດ້ວຍເຄື່ອງຢອດເມັດ 4.70 ຕ/ຮຕ ເມື່ອປຽບທຽບກັບການປູກເຂົ້າດ້ວຍການປັກດຳແລ້ວເທົ່າກັບ 4.56 ຕ/ຮຕ ແລະ ສູງຂື້ນໜ້ອຍໜຶ່ງສຳລັບຜົນຜະລິດ ຂອງການປູກເຂົ້າດ້ວຍ ເຄື່ອງຢອດເມັດ ໃນການໃສ່ຝຸ່ນຫຼັງເຂົ້າງອກເທົ່າກັບ 4.42 ຕ/ຮຕ, ເມື່ອປຽບທຽບກັບການໃສ່ຝຸ່ນຫຼັງປັກດຳເທົ່າກັບ 4.38 ຕ/ຮຕ. ສ່ວນວ່າການບໍ່ໃສ່ຝຸ່ນລະຫວ່າງການປູກເຂົ້າ ດ້ວຍເຄື່ອງຢອດ ແລະ ການປັກດຳ ເຫັນວ່າຜົນຜະລິດເທົ່າກັບ 2.40 ຕ/ຮຕ ແລະ 2.30 ຕ/ຮຕ, ຕາມລຳດັບ,ປະມານ 50.7% ຂອງຜົນຕອບແທນດ້ານຜົນຜະລິດໃນການໃສ່ຝຸ່ນ. ປະສິດທິພາບທາງດ້ານເສດຖະກິດການປູກເຂົ້າດ້ວຍການຢອດພ້ອມໃສ່ຝຸ່ນແມ່ນມີປະສິດທິພາບສູງກວ່າການປັກດຳ ພ້ອມໃສ່ຝຸ່ນໂດຍສະເລ່ຍເທົ່າກັບ 7,680,000 ກີບ/ເຮັກຕາ ແລະ 7,488,000 ກີບ/ເຮັກຕາ ສໍາລັບການປູກເຂົ້າດ້ວຍການປັກດໍາ. ໃນແງ່ຂອງຜົນຕອບແທນທາງດ້ານລາຍຮັບທີ່ໄດ້ຫັກຄ່າແຮງງານຕຽມດິນ, ຝຸ່ນແລະ ປັດໄຈການຜະລິດຕ່າງໆ ການປູກເຂົ້າດ້ວຍການຢອດ ໂດຍສະເລ່ຍເທົ່າກັບ 1,243,333 ກີບ/ເຮັກຕາ ແລະ 28,870 ກີບ/ວັນງານ, ສ່ວນວ່າຜົນຕອບແທນທາງດ້ານລາຍຮັບ ຂອງການປູກເຂົ້າດ້ວຍການປັກດຳແມ່ນຕິດລົບ -368,667 ກີບ/ເຮັກຕາ ແລະ -4.051 ກີບ/ວັນງານ. ສຳລັບໃນແງ່ຂອງຜົນຕອບແທນ ທາງດ້ານປະສິດທິພາບທາງດ້ານເສດຖະກິດການປູກເຂົ້າ ດ້ວຍການຢອດເປັນທາງເລືອກທີ່ໜ້າສົນໃຈຫຼາຍຂື້ນ ສຳລັບຊາວກະສິກອນ ໂດຍສະເພາະໃນຊ່ວງຕົ້ນລະດູການປູກບໍ່ເອື້ອອຳນວຍ ໃຫ້ທາງດ້ານປະລິມານນໍ້າຝົນ.

ຕາຕະລາງ 4: ຜົນຜະລິດເຂົ້ານາຢອດ ແລະ ເຂົ້ານາດໍາ ໃນສະພາບນານໍ້າຝົນ, ລະດູຝົນ ປີ 2013 ແຂວງ
ສະຫວັນນະເຂດ. (Yields from direct seeded and tranplanted rice crops in the rainfed lowlands,
Savannakhet province in the 2013 wet season).

ຮູບທີ 2: ຜົນຜະລິດສະເລ່ຍລະຫວ່າງເຂົ້ານາຢອດ ແລະ ນາດໍາ ໃນເງື່ອນໄຂນານໍ້າຝົນ, ລະດູຝົນປີ 2013
ບ້ານພີນເໜືອ, ເມືອງອຸທຸມພອນ, ແຂວງສະຫວັນນະເຂດ. (Average paddy rice yields (kg/ha) for
wet-season directed seeded and transplanted rice crops in different fertilizer regimes under
rainfed lowland conditions (Phinneua village, Outhomphone district, Savannakhet province in 2013)


ຮູບທີ 3: ວັນງານທີ່ໃຊ້ເຂົ້າໃນການປູກເຂົ້າດ້ວຍການຢອດ ແລະ ປັກດໍາ ໃນສະພາບນານໍ້າຝົນ, ລະດູຝົນ
ປີ 2013 ແຂວງສະຫວັນນະເຂດ. (Total work-days per hactare for direct seeded and transplanted
rice crops).


ຮູບທີ 4: ປະລິມານນ້ໍາຝົນໃນແຕ່ລະເດືອນ ທີ່ບ້ານພີນເໜືອ ແລະ ຄ່າສະເລ່ຍປະລິມານນໍ້າຝົນໃນແຕ່ລະ ເດືອນໄລຍະຍາວ
 ທີ່ ແຂວງສະຫວັນນະເຂດ. 
(Monthly rainfall in Phinneur Village in 2013 and long-term average monthly rainfall for Savannakhet)

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ