ພືດອາຫານສັດສາຍ ພັນນ້ຳຊ່ວງ
ການຄ້ົນຄວ້າແນວພັນພືດອາຫານສັດສາຍພັນນ້ຳຊ່ວງທີ່ໄດ້ຈັດຕັ້ງປະຕິບັດຢູ່ສູນຄົ້ນຄ້ວາການລ້ຽງສັດເຂດນ້ຳຊ່ວງແມ່ນມີ ຈຸດປະສົງເພື່ອສ້າງສາຍພັນພືດອາຫານສັດຂອງລາວທີ່ມີຄວາມສາມາດໃນການປັບຕົວ, ການຈະເລີນເຕີບໂຕ ແລະ ມີການຜະລິດໄດ້ດີ ກັບສະພາບແວດລ້ອມຂອງເຂດສຶກສາ ແລະ ເຂດອື່ນໆທີ່ຄ້າຍຄືກັນ.ສະພາບແວດລ້ອມ ຂອງເຂດສຶກສາສາຍພັນ (ສູນຄົ້ນຄວ້າການລ້ຽງສັດນ້ຳຊ່ວງ)
ສູນຄົ້ນຄວ້າການລ້ຽງສັດ ແມ່ນມີຈຸດທີ່ຕັ້ງຢູ່ໃກ້ກັບອ່າງນ້ຳຊ່ວງ (ໃນເສັ້ນແວງ ທີ່ 18°15´ N ແລະ ເສັ້ນຂະໜານທີ່ 102° 27´E), ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 42 ກິໂລແມັດໄປຕາມສາຍທາງເລກທີ 13 ເໜືອ, ມີຄວາມສູງຈາກໜ້ານ້ຳທະເລປະມານ 202 ແມັດ. ສະພາບຂອງດິນແມ່ນເປັນດິນຊາຍແກມຕົມ, ຊຶ່ງປະກອບມີຊາຍ 66%, ດິນດາກ 13% ແລະ ດິນຕົມ 21%(ຈາກຊັ້ນດິນ 0-20 ຊັງຕີແມັດ). ອົງປະກອບທາງເຄມີຂອງດິນແມ່ນມີ: pH=5.2; ທາດອົງຄະທາດ1.45% ; 0.03% N; 13.3 mg P kg-1; 360 mg K kg-1; 780 mg Ca kg-1 ແລະ 320 mg Mg kg-1.
ສະພາບອາກາດ ແມ່ນສະພາບຂອງເຂດຮ້ອນຊຸ່ມຊື່ນ, ທີ່ມີລະດູແລ້ງແຕ່ເດືອນ 11ຫາ ເດືອນ 4 ແລະ ລະດູຝົນແມ່ນ ແຕ່ເດືອນ 5ຫາ ເດືອນ 10. ປະລິມານນ້ຳຝົນ ສະເລັ່ຍ ແມ່ນ1660 ± 300 mm, ຊຶ່ງໃນນີ້ 95% ແມ່ນຕົກຢູ່ໃນໄລຍະເດືອນ 5 ຫາ ເດືອນ 10 ແລະ ໄລຍະທີ່ມີຝົນຕົກຫຼາຍແມ່ນ ເດືອນ 8 ຫາ ເດືອນ 9.ອຸນນະພູມສະເລັ່ຍສູງສຸດແມ່ນແຕ່ 23.5 ຫາ 31.3 ອົງສາ ສະເລັ່ຍຕ່ຳສຸດແມ່ນ 16.4 to 24.9 ອົງສາ ລາຍລະອຽດແມ່ນໃນຕາຕະລາງ 3.
ຕາຕະລາງ 3. ອຸນນະພູມ ແລະ ປະລິມານນ້ຳຝົນຂອງເຂດສູນຄົ້ນຄວ້າການລ້ຽງສັດນ້ຳຊ່ວງ (ສະເລັ່ຍ
ແຕ່ປີ 2009-2016)
Table 3. Temperature and rainfall at the area of Livestock Research Center (Average from
2009-2016)
ສາຍພັນພືດອາຫານສັດນ້ຳຊ່ວງ
ຜ່ານການສຶກສາ, ທົດລອງ ແລະ ທົດສອບສາຍພັນພືດອາຫານສັດ ມາເປັນເວລາຫຼາຍສິບປີສູນຄົ້ນຄວ້າການລ້ຽງສັດໄດ້ມີການລົງເລິກໃນການເກັບກຳຂໍ້ມູນທາງດ້ານການປັບຕົວກັບສະພາບແວດລ້ອມ ແລະ ດິນຂອງເຂດນ້ຳຊ່ວງ,ການຈະເລີນເຕີບໂຕ, ການຜະລິດທາງດ້ານອາຫານ ແລະ ເມັດພັນ, ຄຸນຄ່າທາງດ້ານອາຫານແລະ ຄວາມທົນທານຕໍ່ພະຍາດ ແລະ ແມງໄມ້ຂອງພືດອາຫານສັດ 3 ສາຍພັນ ຈົນສາມາດພັດທະນາມາເປັນສາຍພັນນ້ຳຊ່ວງ ເຊັ່ນ: ຫຍ້າຣູຊີນ້ຳຊ່ວງ, ກີນີນ້ຳຊ່ວງ ແລະ ຖົ່ວສະໄຕໂລ ນ້ຳຊ່ວງ ແລະ ໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ. ນອກຈາກ 3 ສາຍພັນນ້ຳຊ່ວງ ທີ່ກ່າວມາຂ້າງເທິງນັ້ນແລ້ວ ສູນຄົ້ນຄວ້າການລ້ຽງສັດແມ່ນກຳລັງດຳເນີນການສຶກສາ ແລະ ເກັບກຳຂໍ້ມູນທາງດ້ານການປັບຕົວ, ການຜະລິດ, ຄຸນຄ່າທາງດ້ານອາຫານ ແລະ ດ້ານອື່ນໆຂອງພືດອາຫານສັດອີກ 2 ສາຍພັນ ເພື່ອພັດທະນາ ແລະ ຢັ້ງຢືນເປັນສາຍພັນນ້ຳຊ່ວງອີກຕື່ມໃນອານາຄົດ.
ລາຍລະອຽດກ່ຽວກັບພືດອາຫານສັດ 3 ສາຍພັນນ້ຳຊ່ວງ ທີ່ໄດ້ຮັບການຢັ້ງຢືນແລ້ວ ແມ່ນມີດັ່ງຕໍ່ໄປນີ້:
ຖົ່ວສະໄຕໂລນ້ຳຊ່ວງ (Stylosanthes guianensis cv Namsuang)
ຄຸນລັກສະນະຂອງສາຍພັນ
ຖົ່ວສະໄຕໂລນ້ຳຊ່ວງ ແມ່ນພືດຢືນຕົ້ນໄລຍະສັ້ນ (3-4 ປີ), ມີການຈະເລີນເຕີບໂຕແບບຫຼາຍ ຫຼື ເປັນຟຸ່ມຕັ້ງຊື່ຂຶ້ນໄປມີຄວາມສູງປະມານ1 ແມັດ ຫາ 1.50 ແມັດ, ມີກິ່ງກ້ານເປັນຟຸ່ມ.ພາຍໃນສະພາບທີ່ມີການຕັດ ຫຼື ເຂົ້າກັດກິນຂອງສັດຈະແຜ່ກະຈາຍອອກ ທາງດ້ານຂ້າງເລັກນ້ອຍ. ລຳຕົ້ນມີຂົນ ແລະ ອ່ອນນຸ້ມແຕ່ເວລາແກ່ຂຶ້ນມາລຳຕົ້ນຈະແຂງ. ໃບຈະມີຮູບຮ່າງເໜືອນໃບຫອກກ້ວາງ 7-13 ມມ ແລະ ຍາວ 15-55 ມມ.ມີລະບົບຮາກແກ້ວທີ່ແຂງແຮງ ແລະ ຢັ່ງລົງເລິກຊ່ວຍເຮັດໃຫ້ມີຄວາມທົນທານຕໍ່ຄວາມແຫ້ງແລ້ງ ແລະ ສາມາດປັບຕົວໄດ້ດີໃນເຂດທີ່ມີປະລິມານນ້ຳຝົນປະມານ 1200 ມມ. ດອກຂອງຖົ່ວສະໄຕໂລນ້ຳຊ່ວງ ຈະເປັນຊໍ່ດອກເປັນກຸ່ມໃນແຕ່ລະຊໍ່ຈະມີປະມານ 2-3 ດອກ ທີ່ມີສີເຫຼືອງແກ່ນພັນຈະມີສີນ້ຳຕານແກ່ຈົນເຖິງດໍາມີຄວາມຍາວປະມານ 1.75 ມມ. ໃນນຶ່ງກິໂລ ຈະມີແກ່ນພັນປະມານ 264.000-352.000 ແກ່ນ ແລະ ຈະເປັນແກ່ນທີ່ມີເປືອກຫຸ້ມແຂງປະມານ 75%.
ການຜະລິດ ແລະ ຄຸນຄ່າທາງດ້ານອາຫານ
ຖົ່ວສະໄຕໂລນ້ຳຊ່ວງ ແມ່ນສາມາດປູກໄດ້ໃນຫຼາຍໆເຂດຂອງ ສປປ ລາວ ຍົກເວັ້ນເຂດທີ່ມີດິນເຄັມ (pH: 8 ຂຶ້ນໄປ) ຈະມີບັນຫາດ້ານການຈະເລີນເຕີບໂຕ. ການຄັດເລືອກພື້ນທີ່ສຳລັບປູກຖົ່ວສະໄຕໂລນ້ຳຊ່ວງ ຕ້ອງເປັນບ່ອນນ້ຳບໍ່ຖ້ວມເພາະຖົ່ວສາຍພັນນີ້ບໍ່ທົນທານຕໍ່ສະພາບນ້ຳຖ້ວມ. ການກຽມດິນຄັ້ງທຳອິດຄວນໄຖປະໄວ້ແຕ່ຕົ້ນເດືອນພຶດສະພາ ແລະ ປະໄວ້ປະມານ 2-4ອາທິດ ເພື່ອເປັນການຂ້າວັດສະພືດ ຫຼັງຈາກນັ້ນຈຶ່ງໄຖພວນຄືນ ແລະ ຄາດອີກຄັ້ງນຶ່ງແລ້ວຈຶ່ງປູກ.
ການປູກແມ່ນ ຄວນປູກໃນຕົ້ນລະດູຝົນແຕ່ທ້າຍເດືອນພຶດສະພາ ຫາ ກາງເດືອນກໍລະກົດເພາະຖ້າປູກຊ້າຖ່ວົ ຈະມີໄລຍະການຈະເລີນເຕີບໂຕສັ້ນລົງເນື່ອງຈາກວ່າຖົ່ວສະໄຕໂລນ້ຳຊ່ວງແມ່ນຈະເລີ້ມອອກດອກແຕ່ກາງເດືອນຕຸລາເປັນຕົ້ນໄປ ຊຶ່ງຈະເຮັດໃຫ້ຖົ່ວມີການກ້າວໄປສູ່ໄລຍະຂອງການສືບພັນ ສົ່ງຜົນໃຫ້ການຈະເລີນເຕີບໂຕຂອງຖົ່ວຫຼຸດລົງ ແລະ ຈະເຮັດໃຫ້ຜົນຜະລິດຕ່ຳ.ການປູກສາມາດປູກໄດ້ໂດຍວິທີການຫວ່ານ ຫຼືປູກເປັນແຖວ. ການປູກດ້ວຍວິທີການຫວ່ານແມ່ນຈະໃຊ້ເມັດພັນປະມານ 8-12 ກິໂລຕໍ່ເຮັກຕາ, ແຕ່ຖ້າປູກແບບເປັນແຖວ ແຕ່ລະແຖວຄວນຫ່າງກັນປະມານ 30 ຊັງຕິແມັດ, ການນຳໃຊ້ເມັດພັນແມ່ນປະມານ 3-5 ກຼາມ ຕໍ່ແຖວຍາວ 10 ແມັດ,ແຕ່ແນວໃດກໍ່ຕາມ ການກຳນົດອັດຕາເມັດພັນຕໍ່ເນື້ອທີ່ ຍັງຂຶ້ນກັບສະພາບຂອງດິນ ແລະຄວາມຮ້າຍແຮງຂອງວັດສະພືດ ໃນເຂດດັ່ງກ່າວນຳ. ເນື່ອງຈາກເມັດພັນຖົ່ວສະໄຕໂລນ້ຳຊ່ວງຈະມີເປືອກຫຸ້ມແຂງ ຈຶ່ງຄວນນຳເມັດພັນໄປແຊ່ນ້ຳຮ້ອນ 80 oC ປະມານ 5 ນາທີ ແລ້ວເອົາລົງແຊ່ນ້ຳເຢັນເພື່ອປ້ອງກັນ ບໍ່ໃຫ້ເມັດທີ່ຢູ່ທາງໃນຕາຍແລ້ວຈຶ່ງນຳໄປເບີຍໄວ້ໃຫ້ແຫ້ງ ຈຶ່ງເອົາໄປປູກ. ການເອົາເມັດພັນແຊ່ນ້ຳຮ້ອນແມ່ນ ເພື່ອທຳລາຍເປືອກຫຸ້ມແຂງຂອງເມັດພັນ ແລະ ຈະຊ່ວຍກະຕຸ້ນໃຫ້ມີອັດຕາຄວາມງອກສູງຂຶ້ນອີກ. ຫຼັງຈາກປູກໄດ້ປະມານ 2-4 ອາທິດ ຄວນມີການເສຍຫຍ້າຂ້າຫຸ່ນ ແລະ ຕ້ອງເຮັດອີກຄັ້ງເມື່ອເຫັນວ່າມີວັດສະພືດໜາແໜ້ນຂຶ້ນອີກ.
ຖົ່ວສະໄຕໂລນ້ຳຊ່ວງ ຈະສາມາດຕັດມານຳໃຊ້ໄດ້ໃນຄັ້ງທຳອິດເມື່ອມີອາຍຸ 60-90 ມື້ຫຼັງຈາກປູກ ແລະ ຄັ້ງຕໍ່ໄປທຸກໆ 45-60 ມື້, ການຕັດຄວນຕັດໃນຄວາມສູງປະມານ 20 ຊັງຕີແມັດຈາກໜ້າດິນ. ຫຼັງຈາກການຕັດແຕ່ລະຄັ້ງຄວນມີການໃສ່ ຝຸ່ນຄອກໃນອັດຕາປະມານ 200-300ກິໂລ/ໄລ່/ເທື່ອ. ການນຳໃຊ້ຝຸ່ນຄອກ ໄດ້ມີການແນະນຳອັດຕາການນຳໃຊ້ປະມານ 5 ໂຕນ/ເຮັກຕາ/ປີ.
ຖົ່ວສະໄຕໂລນ້ຳຊ່ວງ ແມ່ນສາມາດນຳໄປປູກຮ່ວມກັບຫຍ້າສາຍພັນຕ່າງໆ ເຊັ່ນ: ຫຍ້າກີນີ, ຣູຊີ, ຊິກນານ, ບຼີຊັນຕາ, ມູລາໂຕ, ແກມບາແລະ ອື່ນໆ. ແນວໃດກໍຕາມ, ເຖິງວ່າການປູກຫຍ້າປົນກັບຖົ່ວ ຈະສົ່ງຜົນດີຕໍ່ຄຸນນະ ພາບຂອງທົ່ງຫຍ້າແຕ່ໃນທາງດ້ານການຈັດການຄຸ້ມຄອງແມ່ນມີບັນຫາເພາະວ່າຫຍ້າ ແລະ ຖົ່ວພືດອາຫານສັດແມ່ນມີຄຸນລັກສະນະ ການຈະເລີນເຕີບໂຕ ທີ່ແຕກຕ່າງກັນ ເຊັ່ນ: ຫຍ້າມີຈຸດຂະຫຍາຍຕົວ ຫຼືຈະເລີນເຕີບໂຕຢູ່ຕ່ຳ ສ່ວນຖົ່ວແມ່ນຢູ່ສູງ, ດັ່ງນັ້ນເມື່ອສັດເຂົ້າກິນໃນທົ່ງຫຍ້າເວລາມັນກັດກິນຕ່ຳກໍຈະເຮັດໃຫ້ຖົ່ວຕາຍ. ນອກ ຈາກນັ້ນຫຍ້າຍັງຈະເລີນເຕີບໂຕໄວກ່ວາຖົ່ວ ເຮັດໃຫ້ຫຍ້າປົກຄຸມແລະ ເຮັດໃຫ້ຖົ່ວບໍ່ມີຄວາມສາມາດ ຍາດແຍງ່ ເອາົແສງສະຫວ່າງ ແລະ ອາຫານໄດ້. ສະນັ້ນ, ໃນການແກ້ໄຂບັນຫາດັ່ງກ່າວນີ້ ແມ່ນໄດ້ມີການປູກເປັນແຖວສະຫຼັບກັນໄປ ຫຼື ແຍກເປັນທົ່ງຫຍ້າ ແລະ ທົ່ງຖົ່ວພືດອາຫານສັດອອກຈາກກັນ.
ຜົນຜະລິດນ້ຳໜັກແຫ້ງ ຂອງຖົ່ວສະໄຕໂລນ້ຳຊ່ວງ ຢູ່ໃນສະພາບຂອງດິນ ແລະ ສະພາບອາກາດຂອງສູນຄົ້ນຄວ້າ ການລ້ຽງສັດແມ່ນປະມານ 10-13 ໂຕນ ຕໍ່ ເຮັກຕາ ຕໍ່ ປີ ຫຼື ໃນປະລິມານຜົນຜະລິດສົດ ແມ່ນ 45-60 ໂຕນຕໍ່ເຮັກຕາ, ໃນນີ້ປະມານ 70% ແມ່ນຜົນຜະລິດໃນລະດູຝົນ ແລະ 30% ແມ່ນໃນລະດູແລ້ງ.
ຄຸນຄ່າທາງດ້ານອາຫານຂອງຖົ່ວສະໄຕໂລ ແມ່ນມີທາດຊີ້ນປະມານ 18-21%, ເຍື້ອໄຍ ADF 28-36% ແລະ NDF 49%, ຊື່ງມັນຂຶ້ນກັບອາຍຸ ຂອງຖົ່ວໃນເວລາຕັດ.ຖົ່ວສະໄຕໂລນ້ຳຊ່ວງ ຈະເລີ້ມອອກດອກແຕ່ທ້າຍເດືອນຕຸລາ ແລະ ເລີ້ມຕິດແກ່ນຫຼາຍໃນເດືອນພະຈິກ, ຊຶ່ງການເກັບກ່ຽວແກ່ນຖົ່ວສະໄຕໂລນ້ຳຊ່ວງ ແມ່ນໃນທ້າຍ ເດືອນມັງກອນ ຂອງປີຕໍ່ໄປ. ຜົນຜະລິດເມັດພັນທີ່ ສູນຄົ້ນຄວ້າການລ້ຽງສັດນ້ຳຊ່ວງ ແມ່ນໄດ້ປະມານ 350-450 ກຼ/ຮຕ.
ການນຳໃຊ້ເປັນອາຫານສັດ
ຖົ່ວສະໄຕໂລນ້ຳຊ່ວງ ແມ່ນບັນຈຸທາດໂປຼຕີນ, ວິຕາມິນ ແລະ ແຮ່ທາດສູງ ສາມາດນຳໄປເປັນອາຫານສັດຫຼາຍຊະນິດ ໄດ້ດີເປັນຕົ້ນແມ່ນງົວ, ຄວາຍ, ໝູ, ແບ້, ແກະ ແລະ ເປັດ. ຢູ່ ສປປ ລາວແມ່ນໄດ້ນຳໃຊ້ຖົ່ວສາຍພັນນີ້ ຢ່າງກວ້າງຂວາງເປັນອາຫານງົວ, ແບ້ ແລະ ໝູ ເຊັ່ນ: ໃນໄລຍະຜ່ານມາການນຳໃຊ້ເປັນອາຫານເສີມ ໃນອັດຕາ 30% ຂອງອາຫານສຳລັບແບ້ ແມ່ນສາມາດເຮັດໃຫ້ແບ້ມີອັດຕາການຈະເລີນເຕີບໂຕ ທີ່ດີຂຶ້ນທຽບກັນບໍ່ໄດ້ເສີມຈາກ 30 ມາເປັນ 70 ກຼາມຕໍ່ມື້.ນອກຈາກນັ້ນ, ຍັງມີການນຳໃຊ້ ເປັນອາຫານເສີມໃນອັດຕາ 10-20% ຂອງ ອາຫານສໍາລັບໝູລາດຂອງລາວໃນລະບົບການລ້ຽງ ຂອງຊາວກະສິກອນແມ່ນຈະມີອັດຕາການຈະເລີນເຕີບໂຕ ຕໍ່ມື້ດີຂຶ້ນ ຈາກ 100 ກຼາມ ມາເປັນ 350 ກຼາມ.
ເຖິງຢ່າງໃດກໍດີ, ການນຳໃຊ້ສຳລັບສັດກະເພາະດຽວ ແມ່ນມີຂໍ້ຈຳກັດ ເພາະມີເຍື້ອໄຍສູງ, ສະນັ້ນຄວນຕັດຖົ່ວສະໄຕໂລນ້ຳຊ່ວງ ເມື່ອມີອາຍຸຍັງອ່ອນປະມານ 21-30 ວັນ ຈຶ່ງຈະເຮັດໃຫ້ສັດກະເພາະດຽວ ມີການຈະເລີນເຕີບໂຕທີ່ດີ.ສູດອາຫານສຳລັບສັດປີກ ສາມາດປະສົມໄດ້ບໍ່ເກີນ 10-15 %, ໝູ 10-20 % ແລະ ກະຕ່າຍ 40%.
ຫຍ້າຣູຊີນ້ຳຊ່ວງ (Brachiaria ruziziensis cv. Namsuang)
ຄຸນລັກສະນະຂອງສາຍພັນ
ຫຍ້າຣູຊີນ້ຳຊ່ວງ ເປັນຫຍ້າທີ່ມີອາຍຸຫຼາຍປີ (perennial) ຈະເລີນເຕີບໂຕໄດ້ດີ ໃນດິນທີ່ມີຄວາມອຸດົມສົມບູນດີ, ດິນໂນນ ແລະ ລະບາຍນ້ຳໄດ້ດີຢູ່ໃນເຂດອາກາດຮ້ອນຊຸ່ມ ທີ່ມີປະລິມານນ້ຳຝົນຫຼາຍກວ່າ 1.000 ມມ ຕໍ່ປີ. ແຕ່ກໍສາມາດຈະເລີນເຕີບໂຕໄດ້ ໃນດິນທີ່ມີຄວາມອຸດົມສົມບູນຕໍ່າເປັນຕົ້ນແມ່ນດິນຊາຍແກມຕົມ, ທົນ ທານ ຕໍ່ການຢຽບຢ່ຳ ແລະ ການກັດແຫ້ນຂອງສັດ ໄດ້ດີຈິ່ງເໝາະສົມສຳລັບການປູກ ເພື່ອປ່ອຍໃຫ້ສັດເຂົ້າກິນໃນທົ່ງຫຍ້າແບບໝູນວຽນ. ທົນແລ້ງພໍສົມຄວນ, ແຕ່ບໍ່ທົນຕໍ່ສະພາບດິນເບືອມນ້ຳ ແລະ ນ້ຳຖ້ວມຂັງ, ຜະລິດແກ່ນໄດ້ງ່າຍ ແລະ ແກ່ນມີຄວາມແຕກງອກສູງ.
ລຳຕົ້ນ: ຫຍ້າຣູຊີນ້ຳຊ່ວງ ມີລັກສະນະການຈະເລີນເຕີບໂຕແບບເຄິ່ງຕັ້ງເຄິ່ງເລືອ, ສູງປະມານ 60-100 ຊັງຕີແມັດ. ລຳຕົ້ນນ້ອຍເປັນປ້ອງກົມແຂງ, ບໍ່ມີຂົນ, ມີເຫງົ້າເລິກລົງໄປໃນພື້ນດິນ ແລະ ມີຮາກແຕກອອກຕາມຂໍ້ປ້ອງທີ່ເລືອໄປຕາມໜ້າດິນແລ້ວເກີດເປັນແໜງໃໝ່ ຈິ່ງເຮັດໃຫ້ຫຍ້າຣູຊີນ້ຳຊ່ວງ ມີການຂະຫຍາຍຕົວ ແລະ ປົກຄຸມພື້ນທີ່ໄດ້ຢ່າງໄວວາ.
ໃບ: ຫຍ້າຣູຊີນ້ຳຊ່ວງ ເປັນພືດໃບລ້ຽງດ່ຽວ, ໃບປະກອບດ້ວຍກາບໃບ ທີ່ຂ້ອນຂ້າງບາງ ແລະ ມີຂົນປົກຄຸມ, ແຜ່ນກາບໃບຫຸ້ມລໍາຕົ້ນຍາວປະມານ 9-16 ຊມ, ບໍລິເວນຂໍ້ຕໍ່ລະຫວ່າງ ກາບໃບກັບແຜ່ນໃບມີລີ້ນໃບເປັນຂົນແຂງ, ຖັດມາເປັນແຜ່ນໃບທີ່ມີລັກສະນະບາງຍາວ, ປາຍໃບແຫຼມ,ໃບມີສີຂຽວອ່ອນ, ອ່ອນນຸ່ມ ແລະ ມີກິ່ນຫອມເຮັດໃຫ້ສັດມັກກິນແຜ່ນໃບມີຂົນອ່ອນປົກຄຸມທັງດ້ານໜ້າ ແລະ ດ້ານຫຼັງ, ມີລັກສະນະເປັນແຜ່ນແປໆແຜ່ກາງອອກ, ຂະໜາດຂອງແຜ່ນໃບກວ້າງ 1-2 ຊມ, ຍາວ 20-30 ຊມ.
ດອກ: ຫຍ້າຣູຊີນໍ້າຊ່ວງ ອອກດອກເປັນຊໍ່ປະມານ 5-8 ຊໍ່/ຕົ້ນ, ແກນກາງຂອງຊໍ່ດອກເປັນຮູບສາມລ່ຽມ, ມີຂົນແຂງປົກຄຸມ ແຕ່ລະຊໍ່ດອກຍ່ອຍຍາວປະມານ 4-6 ຊມ ປະກອບມີດອກຍ່ອຍທີ່ມີລັກສະນະຄ້າຍຄືຮູບໄຂ່ ມີຂະໜາດກວ້າງ2-2,5 ມມ ແລະ ຍາວ 5-6 ມມ.
ການຜະລິດ ແລະ ຄຸນຄ່າທາງດ້ານອາຫານ
ຫຍ້າຣູຊີນ້ຳຊ່ວງ ແມ່ນສາມາດປູກໄດ້ຢູ່ໃນທົ່ວທຸກພາກຂອງ ສປປ ລາວ. ການຄັດເລືອກພື້ນທີ່ປູກ ແມ່ນຄວນເລືອກປູກໃນດິນໂນນ ທີ່ມີການລະບາຍນໍ້າໄດ້ດີ. ໃນເຂດທົ່ງພຽງຄວນເລີ້ມໄຖດິນຄັ້ງທຳອິດ ໃນຊ່ວງຕົ້ນເດືອນພຶດສະພາ ຫຼືຫຼັງຈາກທີ່ມີຝົນຕົກ 2-3 ຄັ້ງ ຫຼື ເມື່ອໜ້າດິນມີຄວາມຊຸ່ມເລິກປະມານ 20-30 ຊມ. ຫຼັງຈາກນັ້ນ,ຄວນຕາກດິນໄວ້ 2-3 ອາທິດ ແລ້ວໄຖຄົ້ນອີກ1-2 ຄັ້ງ ເພື່ອກໍາຈັດວັດສະພືດທີ່ຂຶ້ນມາໃໝ່ ແລະ ຄາດໃຫ້ລະອຽດດີແລ້ວຈິ່ງປູກ. ສຳລັບເຂດພູດອຍຖ້າມີຄວາມຈຳເປັນຈະຕ້ອງໄດ້ຖາງ, ຈູດ, ຮື້ ຫຼືກໍາຈັດວັດສະພືດຄວນເຮັດໃຫ້ສຳເລັດໃນຕົ້ນເດືອນເມສາ.
ການປູກຫຍ້າຣູຊີນ້ຳຊ່ວງ ແມ່ນຄວນປູກໃນຕົ້ນລະດູຝົນ. ສຳລັບເຂດພາກເໜືອສາມາດປູກໄດ້ຕັ້ງແຕ່ທ້າຍເດືອນ ເມສາ, ເຂດພາກກາງແລະ ພາກໃຕ້ (ເຂດທົ່ງພຽງ) ແມ່ນຄວນ ປູກໃນທ້າຍເດືອນພຶດສະພາຈົນຮອດກາງເດືອນກໍລະກົດ.ຖາ້ ປກູ ຊາ້ ກວາ່ ນຈ້ີ ະເຮດັ ໃຫຫ້ ຍາ້ ມກີ ານຂະຫຍາຍໂຕຊ້າ, ລະບົບຮາກບໍ່ແຂງແຮງ ແລະ ເຮັດໃຫ້ຕົ້ນຫຍ້າບາງສ່ວນຕາຍໃນຊ່ວງລະດູແລ້ງ. ການປູກແມ່ນສາມາດປູກໄດ້ຫຼາຍວິທີຂຶ້ນກັບຄວມສະດວກ ແລະຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ,ເຊິ່ງອັດຕາການນໍາໃຊ້ເມັດພັນ ແມ່ນຂຶ້ນກັບເປີເຊັນຄວາມງອກຂອງເມັດພັນ ແລະ ວິທີການປູກ.ແຕ່ໂດຍທົ່ວໄປແລ້ວ ແມ່ນຈະໃຊ້ແກ່ນຫຍ້າໃນອັດຕາ 10-18 ກິໂລ/ເຮັກຕາ ເຊັ່ນ: (1) ການຫວ່ານແກ່ນໃຫ້ທົ່ວພື້ນທີ່ ຢ່າງສະໝ່ຳສະເໝີໃຊ້ແກ່ນຫຍ້າອັດຕາ 15-18 ກິໂລ/ເຮັກຕາ; (2)ການໂຮຍແກ່ນເປັນແຖວ ທີ່ມີໄລຍະຫ່າງລະຫວ່າງແຖວ 50 ຊັງຕີແມັດ ໃຊ້ແກ່ນໃນອັດຕາ6-8 ກິໂລເຮັກຕາ; (3) ການສັກຫຍ້າຢອດເມັດເປັນຂຸມທີ່ມີໄລຍະຫ່າງລະຫວ່າງຂຸມ 50x50 ຊມຈະໃຊ້ແກ່ນຫຍ້າໃນອັດຕາ 10-12 ກິໂລເຮັກຕາ.ນອກຈາກການປູກດ້ວຍແກ່ນແລ້ວ ຫຍ້າຣູຊີນ້ຳຊ່ວງຍັງສາມາດປູກດ້ວຍເຫງົ້າ ຫຼື ຕົ້ນອ່ອນໄດ້ອີກດ້ວຍ.
ການໃສ່ຝຸ່ນ ແມ່ນຄວນໃສ່ຝຸ່ນຄອກເປັນຝຸ່ນຮອງພື້ນກ່ອນປູກ ແລະ ໃສ່ໃນຕົ້ນລະດູຝົນທຸກໆປີ ໃນອັດຕາ 5 ໂຕນ/ເຮັກຕາ ໂດຍການໃສ່ຮ່ວມກັບຝຸ່ນເຄມີ ສູດ: 15-15-15 ອັດຕາ 300-600 ກິໂລ/ເຮັກຕາ. ຫຼັງຈາກນັ້ນ, ຄວນໃສ່ຝຸ່ນເຄມີສູດ: 46-00-00 ໃນອັດຕາ 60-120 ກິໂລ/ເຮັກຕາຫຼັງຈາກການຕັດ ຫຼື ຫຼັງຈາກປ່ອຍສັດເຂົ້າກິນແລ້ວທຸກໆຄັ້ງ. ຄວນມີການກຳຈັດວັດສະພືດຫຼັງຈາກ ປູກຫຍ້າໄດ້ປະມານ 2-4 ອາທິດ ຫຼື ເມື່ອສັງເກດເຫັນມີວັດສະພືດເກີດຂຶ້ນໜາແໜ້ນ.
ຜົນຜະລິດຂອງຫຍ້າຣູຊີນ້ຳຊ່ວງ ໃນສະພາບຂອງດິນ ແລະ ສະພາບອາກາດຂອງສູນຄົ້ນຄ້ວາການລ້ຽງສັດ (ເຂດນໍ້າຊ່ວງ) ແມ່ນໃຫ້ຜົນຜະລິດຫຍ້າສົດ 50-65 ໂຕນ/ເຮັກຕາ/ປີ ຫຼື ນໍ້າໜັກແຫ້ງ 10-13 ໂຕນ/ເຮັກຕາ/ປີ. ໃນນັ້ນ, ຜົນຜະລິດປະມານ 91% ແມ່ນໄດ້ຢູ່ໃນຊ່ວງລະດູຝົນ(ພຶດສະພາ -ຕຸລາ) ແລະ ປະມານ 9% (ໃນກໍລະນີມີການຫົດນ້ຳ ແມ່ນໄດ້ຢູ່ໃນຊ່ວງລະດູແລ້ງ(ພະຈິກ-ເມສາ). ໃນຊ່ວງລະດູຝົນ ປີທຳອິດສາມາດຕັດຫຍ້າໄດ້ປະມານ 2-3 ຄັ້ງ ແລະໃນຊ່ວງລະດູຝົນປີທີ 2 ເປັນຕົ້ນໄປສາມາດຕັດຫຍ້າໄດ້4 ຄັ້ງ, ເຊິ່ງການຕັດຫຍ້າ ໃນແຕ່ລະຄັ້ງຈະໄດ້ຜົນຜະລິດຫຍ້າສົດປະມານ 12-16 ໂຕນ/ເຮັກຕາ.
ຄຸນຄ່າທາງດ້ານອາຫານ ຂອງຫຍ້າຣູຊີນ້ຳຊ່ວງ ທີ່ມີຮອບວຽນການຕັດທຸກໆ 45 ວັນ
- ມີທາດແຫ້ງ (DM) 20-22%,
- ທາດຊີ້ນ (CP) 8-10%,
- ໄຂມັນ (EE) 3,6%,
- ເຖົ່າ (Ash) 10-11%
- ເຍື້ອໄຍ (CF) 28-29%,
- NDF 63-65%,
- ADF 35-38%,
- ພະລັງງານ (TDN) 54%,
- ແຄນຊຽມ (Ca) 0,57%
- ຟົດສະຟໍຣັດ (P) 0,26%.
ຫຍ້າຣູຊີນ້ຳຊ່ວງ ຈະເລີ້ມອອກດອກໃນທ້າຍເດືອນກັນຍາ, ອອກດອກ 50 ເປີເຊັນ ໃນທ້າຍເດືອນຕຸລາ ແລະ ສາມາດເກັບແກ່ນໄດ້ໃນຊ່ວງກາງເດືອນພະຈິກ, ເຊິ່ງຜົນຜະລິດເມັດພັນຢູ່ສູນຄົ້ນຄວ້າການລ້ຽງສັດ (ເຂດນ້ຳຊ່ວງ) ສະເລ່ຍ 400 ຫາ 500 ກິໂລ/ເຮັກຕາ/ປີ.
ການນຳໃຊ້ເປັນອາຫານສັດ
ຫຍ້າຣູຊີນ້ຳຊ່ວງ ສາມາດນຳໃຊ້ລ້ຽງສັດໄດ້ຫຼາຍຮູບແບບ ເຊັ່ນ: ປ່ອຍສັດເຂົ້າກິນໃນທົ່ງຫຍ້າແບບໝູນວຽນ, ຕັດໃຫ້ກິນໃນຮູບແບບຫຍ້າສົດ,ເຮັດຫຍ້າແຫ້ງ ແລະ ຫຍ້າໝັກ ໂດຍມີຮອບວຽນການຕັດ ຫຼື ປ່ອຍສັດເຂົ້າກິນທຸກໆ 45 ວັນ.ໃນກໍລະນີຕັດໃຫ້ສັດກິນ ຄວນຕັດຄັ້ງທຳອິດຫຼັງຈາກປູກຫຍ້າໄດ້ 60-70 ວັນ ໂດຍການຕັດ ໃຫ້ສູງຈາກໜ້າດິນປະມານ 10-15 ຊັງຕີແມັດ. ຖ້າປ່ອຍສັດເຂົ້າກິນແບບໝູນວຽນໃນທ່ົງຫຍ້າຄວນປ່ອຍສັດເຂົ້າກິນຄັ້ງທຳອິດ ຫຼັງຈາກປູກຫຍ້າໄດ້ 70-90ວັນ ຫຼື ຄວນເບິ່ງສະພາບຂອງທົ່ງຫຍ້າຕື່ມອີກ.
ຫຍ້າຣູຊີນ້ຳຊ່ວງ ເນື້ອທີ່ 1 ເຮັກຕາສາມາດລ້ຽງງົວ, ຄວາຍທີ່ມີນ້ຳໜັກສະເລ່ຍ 200 ກິໂລໄດ້ປະມານ 4 ຫາ 5 ໂຕ/ປີ, ເຊິ່ງຕ້ອງໄດ້ມີການເກັບຮັກສາຫຍ້າ ອາຫານສັດໄວ້ໃຫ້ສັດກິນ ໃນຊ່ວງລະດູແລ້ງ ໂດຍການເຮັດຫຍ້າແຫ້ງ ແລະ ຫຍ້າໝັກ. ແນວໃດກໍຕາມອັດຕາການປ່ອຍ ຫຼື ຈຳນວນສັດຕໍ່ເນື້ອທີ່ ແມ່ນຍັງຂຶ້ນກັບສະພາບຄວາມ
ອຸດົມສົມບູນຂອງທົ່ງຫຍ້າ ແລະ ການຈັດການ, ຄຸ້ມຄອງ, ນຳໃຊ້ທົ່ງຫຍ້າຢ່າງມີປະສິດທິພາບ.
ນອກຈາກການປູກ ເພື່ອໃຊ້ເປັນອາຫານຫຼັກໃນການລ້ຽງງົວ, ຄວາຍແລ້ວຫຍ້າຣູຊີນ້ຳຊ່ວງຍັງສາມາດປູກ ເພື່ອໃຊ້ເປັນທົ່ງຫຍ້າສຳລັບລ້ຽງສັດປີກແບບລະບົບປ່ອຍໃນເດີ່ນຫຍ້າ ເພື່ອເປັນອາຫານເສີມໄດ້ອີກ ເຊັ່ນ: ການລ້ຽງໄກ່ລາດ, ໄກ່ງວງ, ໄກ່ຕ໋ອກ, ເປັດເທບ ເປັນຕົ້ນ.
ຫຍ້າກີນີນ້ຳຊ່ວງ (Panicum maximum cv Namsuang)
ຄຸນລັກສະນະຂອງສາຍພັນ
ຫຍ້າກີນີນໍ້າຊ່ວງເປັນຫຍ້າທີ່ມີອາຍຸຫຼາຍປີລຳຕົ້ນເຕີບໂຕ ແລະ ແຕກໜໍ່ເປັນລຳຕົ້ນໃໝ່ຄ້າຍກັບກໍຫົວສີໃຄ ໜໍ່ໃໝ່ມີສີມ່ວງເຂັ້ມ ຫຼືສີຂຽວອົມມ້ວງ. ເປັນຫຍ້າຢືນຕົ້ນຕັ້ງຊື່, ລໍາຕົ້ນກ້ຽງ, ບໍ່ມີຂົນ. ຄວາມສູງຂອງຫຍ້າ 1,8-2,5 ແມັດ.ຫຍ້າກີນີນ້ຳຊ່ວງເປັນພືດໃບລ້ຽງດ່ຽວ, ແຜ່ນໃບມີສີຂຽວເຂັ້ມຂະໜາດ 20-22 ມມ ໃບຍາວ 80-85ຊຕມ, ແຜ່ນໃບ ແລະ ກາບໃບບໍ່ມີຂົນ. ຫຍ້າກີນີນໍ້າຊ່ວງອອກດອກເປັນຊໍ່, ແຕກແໜງເປັນສີຂຽວອົມມ່ວງ ກວ້າງປະມານ 14-30 ຊມ ຍາວປະມານ 15-40 ຊມ ດອກມີສີມ້ວງອົມຂຽວ, ເລີ້ມອອກດອກ ເມື່ອອາຍຸ 90-110 ວັນ. ປົກກະຕິຈະເລີ້ມອອກດອກ ໃນເດືອນກັນຍາ ຫາ ເດືອນຕຸລາຊໍ່ດອກໃຊ້ເວລາປະມານ 23 ວັນ ໃນການແຕກຊໍ່. ເມັດຫຍ້າກີນີນໍ້າຊ່ວງມີຮູບຮ່າງຍາວ ຊຶ່ງຄວາມຍາວປະມານ 2 ມມ ນໍ້າໜັກເມັດ 1 ກຼາມ ຈະມີເມັດປະມານ 1.200-2.400 ເມັດ.
ຫຍ້າກີນີນ້ຳຊ່ວງ ຈະເລີນເຕີບໂຕໄດ້ດີໃນເງື່ອນໄຂທີ່ມີປະລິມານນ້ຳຝົນສູງ, ເຊິ່ງມີປະລິມານນ້ຳຝົນທີ່ຕໍ່າສຸດ ລະດັບ 1.100-1.300 ມມ/ປີ, ເປັນຫຍ້າທີ່ທົນທານ ຕໍ່ນ້ຳຖ້ວມຂັງປະມານ1-2 ອາທິດ ແລະ ເກີດຄືນໄດ້ດີຫຼັງຈາກໄຟໄໝ້,ປັບໂຕໄດ້ດີ ໃນດິນທີ່ມີຄວາມອຸດົມສົມບູນດີ ແລະດິນທີ່ເປັນດ່າງສູງ. ເຖິງຢ່າງນັ້ນກໍຕາມ, ຫຍ້າກີນີນ້ຳຊ່ວງຍັງສາມາດເກີດໄດ້ ແລະ ໃຫ້ຜົນຜະລິດໃນລະດັບກາງໃນດິນ ທີ່ມີຄວາມອຸດົມສົມບູນຕ່ຳ ແລະ ດິນທີ່ເປັນກົດ. ຈຸດພິເສດອັນເປັນຈຸດເດັ່ນຂອງຫຍ້າສາຍພັນນີ້ແມ່ນສາມາດເກີດ ແລະ ເຕີບໂຕໄດ້ດີໃນບ່ອນທີ່ເປັນຮົ່ມ.
ການຜະລິດ ແລະ ຄຸນຄ່າທາງດ້ານອາຫານ
ການກະກຽມສະຖານທີ່ປູກ ໂດຍການໄຖດິນເພື່ອກໍາຈັດວັດສະພືດອື່ນໆ ອອກໃຫ້ໝົດສາກ່ອນ ຫຼັງຈາກນັ້ນ ໃຫ້ຫວ່ານປຸ໋ຍຮອງພື້ນສູດ15-15-15 ປະມານ 180-300 ກິໂລ/ເຮັກຕາຮ່ວມກັບຝຸ່ນຄອກອັດຕາ 5 ໂຕນ/ເຮັກຕາ ແລ້ວໄຖພວນດິນອີກເທື່ອໜື່ງ. ການປູກຫຍ້າກີນີນໍ້າຊ່ວງແມ່ນສາມາດປູກໄດ້ສອງວິທີ ຄື ປູກດ້ວຍແກ່ນ/ເມັດພັນ ແລະ ລຳຕົ້ນ/ທ່ອນພັນ. ການປູກດ້ວຍເມັດພັນ ຕ້ອງມີການທົດສອບຄວາມງອກກ່ອນເພື່ອຈະໄດ້ກຳນົດອັດຕາການຫວ່ານ ໃຫ້ຖືກຕ້ອງຕາມວິທີການປູກ ເຊັ່ນ: ການປູກດ້ວຍວິທີການຫວ່ານແມ່ນໃຊ້ອັດຕາ ການຫວ່ານປະມານ 12-15 ກິໂລ/ເຮັກຕາ, ສຳລັບວິທີແບບໂຮຍເປັນແຖວແມ່ນປະມານ 6-8 ກິໂລ/ເຮັກຕາ. ຫຼັງຈາກການຫວ່ານ ຫຼື ໂຮຍແກ່ນແລ້ວຄວນມີການຄາດ ຫຼື ເຂ່ຍດິນຖົມບາງໆ. ສ່ວນວິທີການປູກດ້ວຍລຳຕົ້ນໂດຍການຂຸດເປັນສຸມ ແລະ ດີທີ່ສຸດຄວນເລືອກເອົາສຸມທີ່ມີອາຍຸປະມານ 20-30 ວັນ ໄປແບ່ງປູກເປັນຂຸມຂຸມລະປະມານ 3 ໜໍ່/ຂຸມໄລຍະຫ່າງຂອງຂຸມ 30 x 30 ຫຼື 50 x 50 ຊມ ໂດຍໃຊ້ຕົ້ນພັນປະມານ 2.500 ກິໂລກຼາມ/ເຮັກຕາ.
ການເກັບກ່ຽວຜົນຜະລິດ ຂອງຫຍ້າກີນີນ້ຳຊ່ວງ ແມ່ນສາມາດເຮັດໄດ້ປະມານ 4-6 ຄັ້ງ/ປີ, ຜົນຜະລິດນ້ຳໜັກສົດ (ຫຍ້າສົດ) ທີ່ເກັບກ່ຽວໄດ້ໃນສະພາບແວດລ້ອມຂອງສູນຄົ້ນຄວ້າ ການລ້ຽງສັດນ້ຳຊ່ວງ ທີ່ດິນມີຄວາມອຸດົມສົມບູນຕ່ຳ ແລະ ເປັນກົດສູງແມ່ນປະມານ 90-100 ໂຕນ/ເຮັກຕາ ແລະ ນ້ຳໜັກແຫ້ງແມ່ນປະມານ 20-22ໂຕນ/ເຮັກຕາ. ການເກັບກ່ຽວ ຫຼື ຕັດໃຫ້ສັດກິນດ້ວຍການໃຊ້ກ່ຽວ ຫຼື ເຄື່ອງຕັດຫຍ້າແບບພາຍຄວນຕັດສູງຈາກໜ້າດິນປະມານ 10-15 ຊມ,ການຕັດຄັ້ງທໍາອິດແມ່ນຫຍ້າຕ້ອງມີອາຍຸໄດ້60-70 ວັນ ແລະ ຄັ້ງຕໍ່ໆໄປຄວນຕັດທຸກໆ 30-40 ວັນ. ການດູແລຮັກສາ ຫຼັງຈາກການຕັດຫຍ້າທຸກຄັ້ງປະມານ 1-2 ອາທິດ ໃຫ້ຫວ່ານປຸ໋ຍສູດ15-15-15 ອັດຕາ 60-120 ກິໂລ/ເຮັກຕາຮ່ວມກັບຝຸ່ນຄອກ 5 ໂຕນ/ເຮັກຕາ ແລະ ເສຍຫຍ້າຂ້າຫຸ່ນຈື່ງຈະເຮັດໃຫ້ໄດ້ຜົນຜະລິດດີ.
ຄຸນຄ່າທາງດ້ານອາຫານ ຂອງຫຍ້າກິນີ
ນ້ຳຊ່ວງ ທີ່ມີຮອບວຽນການຕັດທຸກໆ 45 ວັນມີ
- ທາດແຫ້ງ (DM) 20-21%,
- ທາດຊີ້ນ (CP) 7-8,5%,
- ໄຂມັນ (EE) 1,2-1,4%,
- ເຖົ່າ (Ash) 10-12%,
- ເຍື້ອໄຍ (CF) 28-35%,
- NDF 67-70%,
- ADF 39-44%.
ຜົນຜະລິດແກ່ນຫຍ້າກີນີນ້ຳຊ່ວງ ແມ່ນຂຶ້ນກັບການດູແລຮັກສາ ແລະ ເຕັກນິກການຜະລິດເມັດພັນ, ເນື່ອງຈາກເມັດພັນ ຫຍ້າກິນີນ້ຳຊ່ວງຈະເປັນເມັດນ້ອຍ ແລະ ແກ່ບໍ່ພ້ອມກັນຈຶ່ງເຮັດໃຫ້ແກ່ນທີ່ແກ່ກ່ອນຫຼົ່ນໄວກວ່າ, ຊຶ່ງຜົນຜະລິດແກ່ນຈາກການທົດລອງ ຕົວຈິງຢູ່ສູນຄົ້ນຄວ້າການລ້ຽງສັດແມ່ນປະມານ 280-350 ກລ/ເຮັກຕາ.
ການນຳໃຊ້ເປັນອາຫານສັດ
ຫຍ້າກີນີນ້ຳຊ່ວງ ແມ່ນຖືກນຳໃຊ້ເປັນອາຫານສັດຄ້ຽວເອື້ອງເປັນສ່ວນໃຫຍ່ ແລະ ເໝາະສົມໃນລະບົບການປູກຕັດໃຫ້ ສັດກິນຫຼາຍກວ່າລະບົບການປູກແບບປ່ອຍໃຫ້ສັດເຂົ້າກິນ. ເປັນຫຍ້າທີ່ສັດມັກກິນ ແລະ ມີຄຸນນະພາບດີ. ນອກຈາກ ການນຳໃຊ້ເປັນອາຫານ ແບບຫຍ້າສົດແລ້ວຍັງສາມາດນຳມາເຮັດເປັນຫຍ້າໝັກ ໄວ້ເປັນອາຫານສັດໃນຍາມຂາດແຄນອາຫານ. ຫຍ້າກີນີນ້ຳຊ່ວງຍັງນຳໃຊ້ເປັນອາຫານທີ່ດີສຳລັບປາກິນຫຍ້າອີກດ້ວຍ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ