ປະຈຸບັນນີ້ການປູກສ້າງສວນປ່າເພື່ອຜະລິດເປັນສິນຄ້າ, ເພື່ອອະນຸລັກ ແລະ ພັດທະນາ ແມ່ນມີຄວາມສຳຄັນ ແລະ ມີຄວາມຮຽກຮ້ອງຕ້ອງການຫຼາຍທີ່ສຸດໃນລາວ ສາເຫດຍ້ອນວ່າສະພາບປ່າໄມ້ໃນທຳມະຊາດໄດ້ຫຼຸດໜ້ອຍຖອຍລົງ, ການເພີ່ມຂື້ນຂອງປະຊາກອນ ແລະ ການພັດທະນາຂອງທ້ອງຖີ່ນພ້ອມທັງຄວາມຕ້ອງການນຳໃຊ້ໄມ້ຜັດນັບມື້ນັບສູງຂື້ນ. ໃນແຕ່ລະປີຄວາມຕ້ອງການຂອງຕະຫຼາດ ແລະກະແສນິຍົມໃນການນຳໃຊ້ແນວພັນໄມ້ໄດ້ແຜ່ຂະຫຍາຍອອກຢ່າງກ້ວາງຂວາງທັງພາຍໃນປະເທດແລະ ຕ່າງປະເທດ ເປັນຕົ້ນແນວພັນທີ່ໄກ້ຈະສູນພັນ. ເພື່ອເປັນການຕອບສະໜອງແກ່ນພັນໄມ້ທີ່ມີຄຸນນະພາບເພື່ອຮັບໃຊ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານການປູກສ້າງສວນປ່າໄລຍະສັ້ນ ແລະຍາວນານ ໃຫ້ມີປະລິມານພຽງພໍກັບຄວາມຕ້ອງການຂອງສັງຄົມ,ຈຶ່ງໄດ້ມີການປະເມີນແຫຼ່ງແກ່ນພັນຄືນໃໝ່.
ການປະເມີນແຫຼ່ງແກ່ນພັນໄມ້ໃນທົ່ວປະເທດຄັ້ງນີ້ ແມ່ນໄດ້ລົງເກັບກຳສະພາບພື້ນທີ່ຕົວຈິງ ໂດຍມີການຮ່ວມມືກັນລະຫວ່າງ ສູນຄົ້ນຄວ້າປ່າໄມ້ ກັບພະນັກງານປ່າໄມ້ ຂັ້ນແຂວງ ແລະ ເມືອງ ຕາມແບບຟອມທີ່ໄດ້ສ້າງຂື້ນ. ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ ແຫຼ່ງແກ່ນພັນໄມ້ທີ່ຍັງເຫຼືອຢູ່ໃນປີ 2016ແມ່ນ 76 ແຫຼ່ງ ກວມເອົາ 75% ແລະ ແຫຼ່ງແກ່ນທີ່ສູນເສຍໄປແຕ່ປີ 2002 ເຖີງປີ 2016 ມີຈໍານວນ 26ແຫຼ່ງ ກວມເອົາ 25%. ໃນປີ 2016 ມີແຫຼ່ງແກ່ນທີ່ໃຊ້ໃນການເກັບແກ່ນໄດ້ 22 ແຫຼ່ງ ກວມເອົາ 29%,ບໍ່ໄດ້ເກັບແກ່ນມີ 54 ແຫຼ່ງ ກວມເອົາ 71% ແລະ ຈໍານວນຖືກທໍາລາຍມີ 26 ແຫຼ່ງ. ແຫຼ່ງແກ່ນທີ່ໄດ້ເກັບແກ່ນ ແມ່ນເປັນຊະນິດທີ່ຕ້ອງການຂອງຕະຫຼາດໃນແຕ່ລະໄລຍະ, ສ່ວນແຫຼ່ງແກ່ນທີ່ຖືກທຳລາຍ ແມ່ນມີສາເຫດຫຼັກມາຈາກການລັກລອບຂຸດຄົ້ນເພື່ອຈຸດປະສົງທາງດ້ານເສດຖະກິດ ແລະ ຖືກໂຄງການພັດທະນາໂຄງລ່າງພື້ນຖານ, ເນື່ອງຈາກເປັນແຫຼ່ງແກ່ນຂອງຊະນິດພັນໄມ້ທີ່ມີຄຸນຄ່າທາງດ້ານເສດຖະກິດ.ຈາກການປະເມີນ ສາມາດແຍກສາຍເຫດໃຫຍ່ໆທີ່ພາໃຫ້ແຫຼ່ງຖືກທຳລາຍມີ 4 ສາຍເຫດຫຼັກ ຄື: 1) ຖືກລັກລອບຕັດເພື່ອເສດຖະກິດກວມເອົາ 59%, 2) ໄດ້ຮັບຜົນກະທົບຈາກໂຄງການພັດທະນາ ພື້ນຖານໂຄງ ລ່າງກວມເອົາ 29%, 3) ຖືກເຂດສໍາປະທານກວມເອົາ 6% ແລະ 4) ຖືກໄຟໄໝ້ລາມປ່າ ຫຼື ໄພທໍາມະຊາດກວມເອົາ 6%, ບັນຫາດັ່ງກ່າວ ໄດ້ເຮັດໃຫ້ຈຳນວນຕົ້ນແມ່ພັນໄມ້, ເນື້ອທີ່ ແລະ ຜົນຜະລິດຂອງແກ່ນໄມ້ຫຼຸດດລົງຕາມລໍາດັບ.
ເມື່ອວິເຄາະເບີ່ງແລ້ວ ເຫັນວ່າ ບາງທ້ອງຖີ່ນ ຍັງຂາດການຕິດຕາມກວດກາ ແລະ ຄຸ້ມຄອງແຫຼ່ງແກ່ນພັນໄມ້ ແລະ ບໍ່ເປັນປົກກະຕິ, ສາຍເຫດຍ້ອນວ່າ ຂາດງົບປະມານໃນການກວດກາຕິດຕາມ ແລະອີກຢ່າງໜຶ່ງກໍ່ເປັນຊະນິດໄມ້ທີ່ບໍ່ຕ້ອງການຂອງຕະຫຼາດ. ສ່ວນການນຳໃຊ້ແຫຼ່ງແກ່ນ ແມ່ນໄດ້ນຳໃຊ້ພຽງ29% ຂອງແຫຼ່ງແກ່ນທີ່ມີຢູ່ໃນປະຈຸບັນ. ຜ່ານການປະເມີນ ເຫັນວ່າ ຄວນສ້າງເຄື່ອຂ່າຍການຕະຫຼາດແກ່ນຄືນໃໝ່ ສົ່ງເສີມນຳໃຊ້ແຫຼ່ງແກ່ນທີ່ສ້າງຂື້ນໃຫ້ຫຼາຍກວ່າເກົ່າ ເປັນຕົ້ນການກຳນົດຊະນິດເບ້ຍໄມ້ເພື່ອປູກໃນແຕ່ລະປີ ຕາມແຜນການປູກໄມ້ ໂດຍຜ່ານການສັ່ງຈອງ ແກ່ນພັນໄມ້ລວ່ງໜ້າ. ອີງຕາມການສຳຫຼວດຈຳນວນຕົວຢ່າງທັງໝົດ ເຫັນວ່າ ມີ 95% ສະເໜີໃຫ້ມີຄວາມຕ້ອງການດ້ານງົບປະມານ,ໃຫ້ມີການຈັດຫາຕະຫຼາດແກ່ນ 80% ແລະ ໃຫ້ມີການສ້າງແຫຼ່ງແກ່ນຄືນໃໝ່ 72%.
ເພື່ອເປັນການປົກປັກຮັກສາ ແລະ ພັດທະນາແຫຼ່ງພັນໄມ້ໃນຕໍ່ໜ້າ, ພາກສ່ວນຕ່າງໆທີ່ມີສ່ວນຮັບຜິດຊອບ, ຊຶ່ງລວມທັງກົມປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນະບົດ,ສູນຄົ້ນຄວ້າປ່າໄມ້ ຕະຫຼອດຮອດ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ຫອ້ງການ ກະສິກໍາ-ປ່າໄມ້ເມືອງ ຕ້ອງໄດ້ຄົ້ນຄວ້າຊອກຫາແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດ ມາຊ່ວຍຟື້ນຟູປັບປຸງແຫຼ່ງແກ່ນທີ່ມີຢູ່ຄືນໃໝ່, ພອ້ມດຽວກັນ ກໍທົບທວນ ແລະ ເຜີຍແຜ່ລະບຽບການຄຸ້ມຄອງ ແລະ ນໍາໃຊ້ແຫຼ່ງແກ່ນຄືນໃໝ່, ເພີ່ມການປະສານງານກ່ຽວກັບການສ້າງເຄື່ອຂ່າຍ ໃນການສະໜອງແກ່ນພັນ ແລະສ້າງແຫຼ່ງແກ່ນພັນໄມ້ເພີ່ມຕື່ມ ໂດຍສະເພາະ ໄມ້ທີ່ເປັນບູລິມາສິດ, ມີທ່າແຮງທາງດ້ານເສດຖະກິດແລະ ໃກ້ຈະສູນພັນ. ສ່ວນສະຖານທີ່ແຫຼ່ງແກ່ນທີ່ຈະສ້າງໃໝ່ນັ້ນ ຄວນເລືອກເອົາພື້ນທີ່ນອນຢູ່ໃນຄວາມຮັບຜິດຊອບຂອງພາກລັດໂດຍກົງ, ປ່າສັກສິດຂອງບ້ານ, ໄມ້ທີ່ເກີດຕາມເດີ່ນວັດ, ເຂດແຫຼ່ງທ່ອງທ່ຽວທໍາມະຊາດ ທັງນີ້ ກໍເພື່ອຫຼີກລ້ຽງການບຸກລຸກລັກລອບຕັດ ແລະ ທໍາລາຍ.
ຄຳສັບສຳຄັນ: ແຫຼ່ງແກ່ນພັນໄມ້, ການປະເມີນ, ການຄຸ້ມຄອງແຫຼ່ງແກ່ນ, ການນຳໃຊ້ແຫຼ່ງແກ່ນ.
(ທີ່ມາ: ສູນຄົ້ນຄວ້າປ່າໄມ້)
ຄວາມເປັນມາຂອງແຫຼ່ງແກ່ນພັນໄມ້
ການປູກສ້າງສວນປ່າເພື່ອຜະລິດເປັນສິນຄ້າແນວພັນໄມ້ ຕອບສະໜອງແນວພັນໄມ້ ແລະ ເພື່ອອະນຸລັກ ແລະ ພັດທະນາ ແມ່ນມີຄວາມສຳຄັນ ແລະ ມີຄວາມຮຽກຮ້ອງຕ້ອງການຫຼາຍທີ່ສຸດ ໃນສະພາບປະຈຸບັນ, ທັງນີ້ ກໍຍ້ອນວ່າ ສະພາບປ່າໄມ້ໃນທຳມະຊາດ ໄດ້ຫຼຸດໜ້ອຍຖອຍລົງ ແຕ່ຄວາມຕ້ອງການໃນການນຳໃຊ້ຊໍ້າພັດນັບມື້ນັບຫຼາຍຂຶ້ນໃນແຕ່ລະປີ. ຍ້ອນຄວາມຕ້ອງການຂອງຕະຫຼາດ ແລະ ກະແສນິຍົມໃນການນຳໃຊ້ແນວພັນໄມ້ ໄດ້ແຜ່ຂະຫຍາຍອອກຢ່າງກ້ວາງຂວາງທັງພາຍໃນ ແລະ ຕ່າງປະເທດ.ເພື່ອເປັນການຕອບສະໜອງໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານການປູກສ້າງສວນປ່າ ບໍ່ວ່າຈະເປັນໄລຍະສັ້ນກໍຄືໄລຍະຍາວການຕອບສະໜອງແກ່ນທີ່ມີຄຸນນະພາບ ແລະ ມີປະລິມານພຽງພໍກັບຄວາມຕ້ອງການຂອງສັງຄົມ ແລະ ທີ່ສຳຄັນທີ່ສຸດແມ່ນເພື່ອຕອບສະໜອງໃຫ້ແກ່ເປົ້າໝາຍ III ຂອງກະຊວງກະສິກຳ ແລະ ປ່າໄມ້ ໃນການຄຸ້ມຄອງປ່າໄມ້ແບບຍືນຍົງ ໄປຕາມສະພາບປ່າ ແລະ ເພື່ອເປັນການຕອບສະໜອງຍຸດທະສາດປ່າໄມ້ ໃນປີ 2015 ເຮັດໃຫ້ເນື້ອທີ່ປ່າໄມ້ເພີ້ມຂື້ນ 65% ຂອງພື້ນທີ່ທົ່ວປະເທດ ແລະ 70% ໃນປີ 2020. ກົມປ່າໄມ້ ໄດ້ລາຍງານວ່າ ແຕ່ສົກປີ 1975 - 2015 ແຫຼ່ງແກ່ນພັນໄມ້ທັງໝົດທົ່ວປະເທດມີ 111 ແຫຼ່ງ ຂຶ້ນທະບຽນແລ້ວ 69 ແຫຼ່ງ ເກັບແກ່ນພັນໄມ້ໄດ້ ທັງໝົດ 943,802 ກິໂລ, ຜະລິດເບັ້ຍໄມ້ໄດ້ທັງໝົດ 628,130,463 ເບັ້ຍ ແລະ ປູກໄມ້ໄດ້ 427,705 ເຮັກຕາ.
ໄລຍະຜ່ານມາ ສູນຄົ້ນຄວ້າປ່າໄມ້ໄດ້ກຳນົດ ແລະ ສ້າງແຫຼ່ງແກ່ນພັນໄມ້ໄວ້ແລ້ວໄດ້ 102 ແຫຼ່ງ ມີ 29 ຊະນິດພັນໄມ້ ຄື: ໄມ້ແປກສາມຍອຍ, ແປກສອງຍອຍ, ໄມ້ຊາຍ, ໄມ້ແດງນໍ້າ, ໄມ້ງີ້ວປ່າ, ໄມ້ສັກ, ໄມ້ດູ່, ໄມ້ເກດສະໜາ, ໄມ້ແຕ້ຂ່າ, ໄມ້ຍົມຫີນ, ໄມ້ຍົມຫອມ, ໄມ້ໂລ່ງເລ່ງ, ໄມ້ແດງ, ໄມ້ຊີ, ໄມ້ຍາງ, ໄມຂະຍຸງ, ໄມ້ຕີນເປັດ,
ໄມ້ວິກ, ໄມ້ແຄນຫີນ, ໄມ້ແຄນຢ່ອງ, ໄມ້ແຄນເຮືອ, ໄມ້ບາກ, ໄມ້ກະຈະ, ໄມ້ຢາງບົງ, ໄມ້ຢາງພາລາ, ໄມ້ຈຳປາປ່າ, ໄມ້ໝາກຈອງ ແລະ ໄມ້ຄຳພີ້; ມີຈຳນວນຕົ້ນພໍ່ແມ່ພັນທັງໝົດ 6,586 ຕົ້ນ ໃນທົ່ວປະເທດ. ແຫຼ່ງແກ່ນພັນໄມ້ດັ່ງກ່າວ ໄດ້ສ້າງຂື້ນໃນລະຫວ່າງປີ 2000 - 2003 ແລະ ໄດ້ມີການສໍາຫຼວດກວດກາສະພາບແຫຼ່ງແກ່ນຄືນແລ້ວໜຶ່ງຄັ້ງ ໃນທົ່ວປະເທດ ມີ 102 ແຫຼ່ງ ໃນປີ 2007. ອີງຕາມການຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ເລກທີ 021/ກປ, ລົງວັນທີ 31/8/2006 ໄດ້ກຳນົດແຫຼ່ງແກ່ນພັນໄມ້ ມີຈຳນວນ 100 ແຫຼ່ງພາຍຫຼັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອະນຸມັດກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງແກ່ນພັນ ແຕ່ປະຈຸບັນນີ້ ທາງສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນະບົດ ໄດ້ກຳນົດສ້າງຂື້ນອີກ 2 ແຫຼ່ງ
ລວມທັງໝົດທົ່ວປະເທດມີ 102 ແຫຼ່ງ. ຍ້ອນປະເທດຊາດມີການພັດທະນາໂຄງລ່າງພື້ນຖານແລະ ເສດຖະກິດຂະຫຍາຍຕົວ ຈຶ່ງສົ່ງຜົນກະທົບເຮັດໃຫ້ແຫຼ່ງແກ່ນພັນຖືກທຳລາຍ ລວມທັງໄພທາງທຳມະຊາດ ຈຶ່ງເຮັດໃຫ້ຈຳນວນແຫຼ່ງແກ່ນຫຼຸດລົງເຫຼືອພຽງ 76 ແຫຼ່ງ ໃນຂອບເຂດທົ່ວປະເທດ.
ຮູບສະແດງ 1. ພາກສ່ວນກ່ຽວຂ້ອງທີ່ພົວພັນກັນໃນການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງແກ່ນພັນ.
Fig. 1. Organization chart of tree seed sources management.
ພາລະບົດບາດ ແລະ ຄວາມຮັບຜິດຊອບ:
ວນການຄຸ້ມຄອງແມ່ນມອບໃຫ້ພະແນກກະສິກຳ ແລະ ປ່າໄມ້ ກໍຄື ຂະແໜງປ່າໄມ້ແຂວງ ຜັນຂະຫຍາຍລົງສູ່ເມືອງ ແລະ ບ້ານ ພາຍໃຕ້ການຊີ້ນຳດ້ານວິຊາການ ຈາກກົມປ່າໄມ້ ແລະ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ. ແຕ່ການນຳໃຊ້ແມ່ນທ້ອງຖີ່ນໄດ້ຮັບຜົນປະໂຫຍດຫຼາຍກວ່າພາກສ່ວນອື່ນ ທຸກພາກສ່ວນມີການພົວພັນເພື່ອນຳໃຊ້ແຫຼ່ງແກ່ນທີ່ໄດ້ສ້າງໄວ ້(ດັ່ງງທີ່ໄດ້ສະແດງ ໃນຮູບທີ 1).
ຮູບສະແດງ 2. ຈໍານວນແຫຼ່ງແກ່ນພັນໃນຂອບເຂດທົ່ວປະເທດທີ່ຫຼຸດລົງໃນແຕ່ລະປີ.
Fig. 2. Tree seed sources decreased from 2002 to 2016 in the whole country.
ຮູບສະແດງ 3. ແຫຼ່ງແກ່ນພັນ 76 ແຫ່ງ ໃນປີ 2016.
Fig. 3. 76 tree seed sources remain in 2016.
ຮູບສະແດງ 4. ຈໍານວນແຫຼ່ງແກ່ນພັນທີ່ຖືກທໍາລາຍ.
Fig. 4. No. of tree seed sources lost.
ຮູບສະແດງ 5. ການນໍາໃຊ້ແຫຼ່ງແກ່ນພັນ 76 ແຫຼ່ງທີ່ຍັງເຫຼືອ ໃນປີ 2016.
Fig. 5. Status of the utilization of 76 tree seed sources, 2016.
ສັງເກດຈາກຮູບສະແດງ 5 ເຫັນວ່າ ແຫຼ່ງແກ່ນທີ່ສ້າງໄວ້ໄດ້ນໍາໃຊ້ພຽງແຕ່ 29% ແລະ ມີສະພາບສົມບູນຈຳນວນ 39 ແຫຼ່ງ ສ່ວນອີກ 37ແຫຼ່ງ ແມ່ນບໍ່ສົມບູນ. ແຫຼ່ງແກ່ນທີ່ບໍ່ໄດ້ນໍາໃຊ້ ມີສູງເຖີງ 71%. ແຫຼ່ງແກ່ນທີ່ສົມບູນ ແມ່ນແຫຼ່ງທີ່ມີສະພາບຕົ້ນແມ່ພັນສົມບູນ. ສ່ວນແຫຼ່ງແກ່ນທີ່ບໍ່ສົມບູນ ແມ່ນມີຈໍານວນຕົ້ນແມ່ພັນໄມ້ຫຼຸດລົງ, ບໍ່ມີປ້າຍແຫຼ່ງແກ່ນ ແລະ ປ້າຍຕິດນໍ້າເບີຕົ້ນແມ່ພັນ.ຜ່ານການປະເມີນເຫັນວ່າ ທາງສູນກາງແລະ ທ້ອງຖີ່ນ ຄວນສ້າງເຄືອຂ່າຍການຕະຫຼາດແກ່ນຄືນໃໝ່ ຄວນໄດ້ນຳໃຊ້ແຫຼ່ງແກ່ນທີ່ສ້າງຂື້ນໃຫ້ຫຼາຍກວ່າເກົ່າ ໂດຍສະເພາະ ແມ່ນການກຳນົດຊະນິດເບ້ຍໄມ້ ເພື່ອປູກໃນແຕ່ລະປີ ຕ້ອງສອດຄ່ອງກັບຊະນິດໄມ້ໃນແຫຼ່ງແກ່ນພັນ ໄມ້ທີ່ໄດ້ສ້າງໄວ້. ເພາະຜ່ານມາ ການນໍາໃຊ້ແຫຼ່ງແກ່ນຍັງບໍ່ທັນກວ້າງຂວາງ ອີກຢ່າງໜຶ່ງ ຊະນິດພັນໄມ້ທີ່ມີໃນທ້ອງຖີ່ນ ຍັງບໍ່ທັນໄດ້ນຳໃຊ້. ປະຊາຊົນພາຍໃນບ້ານ ທີ່ມີແຫຼ່ງແກ່ນພັນໄມ້ຕັ້ງຢູ່ນັ້ນ ກໍບໍ່ໄດ້ນໍາໃຊ້ແຫຼ່ງແກ່ນດັ່ງກ່າວ ເພື່ອຜະລິດເບັ້ຍໄມ້. ງົບປະມານ ທີ່ຈະນໍາໃຊ້ເຂົ້າໃນການຕິດຕາມກວດກາ, ຟື້ນຟູ ຍັງມີຈໍາກັດ. ອີງຕາມການສຳຫຼວດຈຳນວນຕົວຢ່າງທັງໝົດ ເຫັນວ່າ ມີ95% ມີຄວາມຕ້ອງການ ທາງດ້ານງົບປະມານ, ສະເໜີໃຫ້ມີການຈັດຫາ ຕະຫຼາດແກ່ນ 80% ແລະ ໃຫ້ມີການສ້າງແຫຼ່ງແກ່ນຄືນໃໝ່ 72%.
ຮູບສະແດງ 6. ສັງລວມການຫຼຸດລົງຂອງແຫຼ່ງແກ່ນພັນໄມ້ ໃນຊ່ວງໄລຍະເວລາ 14 ປີ (2002-2016).
Fig. 6. A number of seed sources remained in adoration of 14 years (2002-2016).
ຮູບສະແດງ 7. ສັງລວມເຫດຜົນການລຸດລົງຂອງແຫຼ່ງແກ່ນພັນ ໃນປີ 2016.
Fig. 7. The main causes of seed sources reduction, 2016.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ